Organisation mondiale de la santé (OMS) · Publications

ປື້ມຄູ່ມືໃຊ້ສໍາລັບແກ້ໄຂ ການລຸລູກທີ່ປອດໄພ [Clinical practice handbook for safe abortion]

Organisation mondiale de la santé
Texte intégral

ການລຸລູກທີ່ປອດໄພ ປຶ້ມຄູ່ມືໃຊ້ສຳລັບແກ້ໄຂ

ການລຸລູກທີ່ປອດໄພ ປຶ້ມຄູ່ມືໃຊ້ສຳລັບແກ້ໄຂ ຄຳຂອບໃຈ: ອົງການອະນາໄມໂລກ ຂໍຂອບໃຈເປັນຢ່າງສູງ ຕໍ່ການປະກອບສ່ວນດ້ານວິຊາການຈາກຜູ້ຊ່ຽວຊານ ພາຍນອກ ແລະ ພະນັກງານຂອງອົງການອະນາໄມໂລກ ທັງໃນອະດີດ ແລະ ປະຈຸບັນ ທີ່ໃຫ້ຂໍ້ມູນໃນການພັດທະນາ ເອກກະສານສະບັບນີ້. ຂໍຂອບໃຈເປັນຢ່າງສູງມາຍັງທີມງນສະມາຄົມການແພດນາລີເວດ-ສູຕິສາດລາວ ທີ່ໄດ້ເສຍສະຫຼະເຫື່ອແຮງ ແລະ ສະຕິປັນຍາໃນການແປ ແລະ ຮຽບຮຽງປື້ມຄູ່ມືນີ້. ຂໍຂອບໃຈອົງການສາກົນ ບໍລິການ ປະຊາຊົນ (PSI) ທີ່ໃຫ້ການສະໜັບສະໜູນງົບປະມານໃນການແປ, ຈັດໜ້າ ແລະ ຈັດພິມ ປື້ມຄູ່ມືນີ້ດ້ວຍ. ຂໍ້ມູນພື້ນຖານລາຍຊື່ປຶ້ມຂອງຫ້ອງສະໝຸດຂອງອົງການອະນາໄມໂລກ ປື້ມຄູ່ມືໃຊ້ສຳລັບປີ່ນປົວການລຸລູກທີ່ປອດໄພ. 1.ການລຸລູກ, ວິທີການ - ຮູບແບບ. 2. ການລຸລູກ, ມາດຕະຖານໃນການລຸລູກ . 3. ຄູ່ມືໃນການປະຕິບັດ. I. ອົງການອະນາໄມໂລກ (World Health Organization). ISBN 978 92 9 061744 0 (NLM classification: WQ 440) © World Health Organization 2015 ສະຫງວນລິຂະສິດ. ສິ່ງພິມຕ່າງໆຂອງອົງການອະນາໄມໂລກແມ່ນມີຢູ່ໃນເວັບໄຊຂອງອົງການອະນາໄມໂລກ (www.who.int) ຫຼື ສາມາດສັ່ງຊື້ໄດ້ທີ່ໂຮງພິມຂອງອົງການອະນາໄມໂລກ, ທີ່ World Health Organization, 20 Avenue Appia, 1211 Geneva 27, Switzerland (ໂທ.: +41 22 791 3264; ແຟັກ: +41 22 791 4857; e-mail: bookorders@who.int). ການຂໍອະນຸຍາດຈາກອົງການອະນາໄມໂລກໃນການແປ ຫຼື ຈັດພິມຄູ່ມືນີ້ຄືນອີກ--ການຈັດພິມເພື່ອການຂາຍ ຫຼື ສຳຫຼັບແຈກຟີຣກໍ່ຕາມ - ຄວນຈະແຈ້ງໃຫ້ໂຮງພິມຂອງອົງການອະນາໄມໂລກຮັບຮູ້ ໂດຍຜ່ານທາງເວັບໄຊ້ ຂອງ ອົງການອະນາໄມໂລກ (www.who.int/about/licensing/copyright_form/en/index.html). ການບັນລະຍາຍ ແລະ ການນຳສະເໜີກ່ຽວກັບເຄື່ອງມືທີ່ນຳໃຊ້ໃນປຶ້ມຄູ່ມືນີ້ບໍ່ໄດ້ໝາຍຄວາມວ່າການສະແດງຄວາມ ຄິດເຫັນໃດໆຂອງ ອົງການອະນາໄມໂລກຈະກ່ຽວຂ້ອງກັບສະພາບການດ້ານກົດໝາຍຂອງປະເທດໃດໜຶ່ງ,ເຂດແດນ, ນະຄອນຫຼວງ ຫຼື ຂອບເຂດ ຫຼື ສິດອຳນາດຂອງແຕ່ລະປະເທດ, ຫຼື ຈະກ່ຽວກັບການກຳນົດຂອບເຂດ ຫຼື ຊາຍແດນຂອງແຕ່ລະປະເທດ ເສັ ້ນທີ ່ແຕ້ມດ້ວຍຈຸດເທິງແຜນທີ ່ສະແດງໃຫ້ຮູ ້ເຖິງເສັ ້ນຂອບເຂດໂດຍປະມານທີ ່ອາດຍັງບໍ ່ມີການຕົກລົງເຫັນດີ ຢ່າງຄົບຖ້ວນ. ການກ່າວເຖິງບໍລິສັດ ຫຼື ພາກສ່ວນຕ່າງໆຢ່າງສະເພາະເຈາະຈົງ ຫຼື ການກ່າວເຖິງຜະລິດຕະພັນຂອງໂຮງງານ ຕ່າງໆນັ້ນບໍ່ໄດ້ໝາຍຄວາມວ່າເຂົາເຈົ້າໄດ້ຖືກຮັບຮອງ ຫຼື ຖືກແນະນຳຈາກອົງການອະນາໄມໂລກວ່າເຂົາເຈົ້າມີສິດທິ ພິເສດຫຼາຍກວ່າຜູ້ອື່ນທີ່ບໍ່ໄດ້ກ່າວເຖິງ ຂໍ້ຜິດພາດ ແລະ ການລະເລີຍທີ່ຈະເກີດຂື້ນ, ບັນດາລາຍຊື່ຂອງຜູ້ທີ່ເປັນ ເຈົ້າຂອງຜະລິດຕະພັນແມ່ນໄດ້ຮັບການຈຳແນກໂດຍອັກສອນຕົວທຳອິດທີ່ເປັນຕົວພິມໃຫຍ່. ທາງອົງການອະນາໄມໂລກໄດ້ມີການປ້ອງກັນທີ່ເໝາະສົມໃນການກວດສອບຄວາມຖືກຕ້ອງຂອງຂໍ້ມູນໃນປຶ້ມນີ້. ເຖິງຢ່າງໃດກໍ່ຕາມ ເຄື່ອງມືທີ່ໄດ້ຈັດພິມ ແມ່ນ ໄດ້ແຈກຢາຍໂດຍປາສະຈາກການຮັບປະກັນໃດໆ ທັງໃນການສະແດງ ຄວາມໝາຍໂດຍຄຳເວົ້າ ຫຼື ຄວາມໝາຍທີ່ແອບແຝງ. ຄວາມຮັບຜິດຊອບໃນການແປຄວາມໝາຍ ແລະ ການນຳໃຊ້ ປຶ້ມຄູ່ມືນີ້ແມ່ນເປັນຄວາມຮັບຜິດຊອບຂອງຜູ້ອ່ານ. ອົງການອະນາໄມໂລກຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນໃນທຸກເຫດການທີ່ເກີດຈາກ ການນຳໃຊ້ປື້ມຄູ່ມືນີ້. ພິມໃນ (ຊື່ປະເທດ) ອອກແບບ ແລະ ຈັດຮູບແບບໂດຍ ACW, London

2 ຄຳສັບຫຍໍ້ AIDS acquired immunodeficiency syndrome D&E dilatation and evacuation EVA electric vacuum aspiration Hb haemoglobin hCG human chorionic gonadotrophin HIV human immunodeficiency virus ICD International statistical classification of diseases IM intramuscular IUD intrauterine device IV intravenous LMP last menstrual period MVA manual vacuum aspiration NSAID non-steroidal anti-inflammatory drug POC products of conception Rh Rhesus (blood group) STI sexually transmitted infection VA vacuum aspiration WHO World Health Organization ຄຳສັບຫຍໍ້ 3ນິຍາມ ນິຍາມ * International statistical classification of diseases and health related problems, 10th revision – ICD-10, Vol. 2, 2008 edition. Geneva: World Health Organization; 2009. ໄລຍະເວລາ ຫຼື ອາຍຸຂອງການຖືພາ ແມ່ນຈຳນວນມື້ ຫຼື ອາທິດຕັ້ງແຕ່ມື້ທຳອິດຂອງການເປັນປະຈຳເດືອນໃນແມ່ຍິງທີ່ມີຮອບປະຈຳເດືອນ ເປັນປົກກະຕິ (last normal menstrual period (LMP)), (ສຳລັບແມ່ຍິງທີ່ມີ ຮອບປະຈຳເດືອນທີ່ບໍ່ປົກກະຕິ, ການກຳນົດອາຍຸ ການຖືພາອາດຈະໄດ້ກຳນົດຈາກການກວດຮ່າງກາຍ ແລະ ການກວດດ້ວຍ ຄື້ນສຽງຄວາມຖີ່ສູງ (ultrasound)). ໂດຍທົ່ວໄປແລ້ວ ໄຕມາດທີ່ 1 ແມ່ນຄິດໄລ່ໃນ 12 ອາທິດ ທຳອິດຂອງການຖືພາ ຫຼື ໂດຍຊ່ຽວຊານບາງທ່ານ, ນັບເອົາ 14 ອາທິດທຳອິດຂອງການຖືພາ. ໂດຍຜ່ານເອກະສານສະບັບນີ້,ອາຍຸການຖືພາແມ່ນຖືກກຳນົດທັງເປັນ ອາທິດ ແລະ ເປັນມື້, ອີງໃສ່ນິຍາມຂອງ International statistical classification of diseases (ICD)*. ການລຸລູກດ້ວຍຢາ (medical abortion) ແມ່ນການນຳໃຊ້ການອອກລິດຂອງຢາເພື່ອຢຸດຕິການຖືພາ. ບາງຄັ້ງກໍ່ໃຊ້ຄຳວ່າ ìການລຸລູກທີ່ບໍ່ໃຊ້ເຄື່ອງມື ທາງການ ແພດ (non-surgical abortion)î ຫຼື ìການລຸລູກດ້ວຍຢາî ໃຊ້ໄດ້ທັງສອງ. ການເປີດປາກມົດລູກດ້ວຍການຊຶມຜ່ານ (Osmotic dilators) ເປັນຫຼອດສັ້ນໆ,ບາງໆ ທີ່ຜະລິດມາຈາກຫຍ້າທະເລ (laminaria) ຫຼື ເປັນວັດສະດຸທີ່ສັງເຄາະຂຶ້ນມາ. ຫຼັງຈາກສອດ ໃສ່ເຂົ້າໃນຮູຂອງປາກມົດລູກ, ປາກມົດລູກຈະດູດຊຶມຄວາມຊຸ່ມຊື່ນ ແລະ ຂະຫຍາຍຕົວອອກ, ສຸດທ້າຍປາກມົດລູກ ກໍ່ເປີດ. ການລຸລູກດ້ວຍເຄື່ອງມືທາງການແພດ (surgical abortion) ແມ່ນການໃຊ້ທໍ່ດູດເພື່ອຢຸດຕິການຖືພາ, ປະກອບດ້ວຍເຄື່ອງດູດສູນອາກາດ, ດ້ວຍການເປີດປາກມົດລູກ ແລະ ດູດອອກ (dilatation and evacuation (D&E)). 4 ວັດຖຸປະສົງຂອງປຶ້ມຄູ່ມື ວັດຖຸປະສົງຂອງປຶ້ມຄູ່ມື ປຶ້ມຄູ່ມືສຳລັບ ການດູແລການລຸລູກທີ່ປອດໄພ ແມ່ນເປັນຄວາມຕັ້ງໃຈທີ່ຈະຊ່ວຍໃຫ້ມີ ຄວາມສະດວກໃນການ ປະຕິ ບັດທາງດ້ານຄລີນິກ ເຊິ່ງໄດ້ແນະນຳໃຫ້ມີການດັດແກ້ໃນຄັ້ງທີ່ສອງຂອງການລຸລູກທີ່ປອດໄພ: ຄຳແນະນຳດ້ານວິຊາ ການ ແລະ ນະໂຍບາຍສຳລັບລະບົບສາທາລະນະສຸກ (World Health Organization [WHO] 2012). ໃນຂະນະທີ່ສະພາບການດ້ານກົດໝາຍ, ກົດລະບຽບ, ນະໂຍບາຍ ແລະ ການໃຫ້ບໍລິການ ເກີດລູກອາດຈະມີຄວາມ ແຕກຕ່າງກັນໃນແຕ່ລະປະເທດ, ຄຳສະເໜີແນະ ແລະ ການປະຕິບັດທີ່ດີທີ່ສຸດທີ່ໄດ້ພັນລະນາທັງໃນເອກກະສານ ທັງສອງສະບັບນີ້ແມ່ນມີເປົ້າໝາຍ ເພື່ອເຮັດໃຫ້ສາມາດໃຊ້ເປັນຫຼັກຖານໃນການຕັດສິນໃຈກ່ຽວກັບການດູແລການ ລຸລູກທີ່ປອດໄພ. ປຶ້ມຄູ່ມືນີ້ໄດ້ຖືກແນະນຳໃຫ້ ແກ່ຜູ້ໃຫ້ບໍລິການສຸຂະພາບທີ່ມີທັກສະທີ່ຈຳເປັນ ແລະ ຕ້ອງໄດ້ຮັບການອົບຮົມ ທີ່ຖືກ ຕ້ອງໃນການລຸລູກທີ່ປອດໄພ ແລະ/ຫຼື ປີ່ນປົວອາການສົນທີ່ເກີດຈາກການລຸລູກທີ່ບໍ່ປອດໄພ. ປຶ້ມຄູ່ມືນີ້ ບໍ່ໄດ້ໃຊ້ ເປັນຕົວແທນໃນການຝຶກອົບຮົມຢ່າງເປັນທາງການ ຫຼື ຄູ່ມືໃນການຝຶກອົບຮົມ. ພວກເຮົາຫວັງວ່າປຶ້ມຄູ່ມືເຫຼັ ້ມນີ້ຈະເປັນປະໂຫຍດໃນການເປັນແນວທາງສໍາລັບຜູ້ໃຫ້ບໍລິການສຸຂະພາບທີ່ຢູ ່ໃນບ່ອນ ທີ່ມີການຈັດຕັ້ງ ແລະ ກົດໝາຍ ແລະ ຮູບແບບຂອງການໃຫ້ບໍລິການທາງດ້ານສຸຂະພາບທີ່ແຕກຕ່າງກັນ. 5ຫຼັກການປະຕິບັດ ຫຼັກການປະຕິບັດ ຜູ້ໃຫ້ບໍລິການສຸຂະພາບຄວນຈະຮູ້ດີກ່ຽວກັບກົດໝາຍຢູ່ໃນທ້ອງຖິ່ນທີ່ຕົນເຮັດວຽກຢູ່ ແລະ ຄວາມຮຽກຮ້ອງ ຕ້ອງການ ໃນການລາຍງານ. ພາຍໃຕ້ຂອບເຂດຂອງກົດໝາຍແຫ່ງຊາດ, ບັນທັດຖານທັງໝົດ, ບັນດາມາດຕະຖານ ແລະ ການ ປະຕິບັດທາງດ້ານຄລີນິກທີ່ກ່ຽວຂ້ອງກັບການລຸລູກຄວນສົ່ງເສີມ ແລະ ປ້ອງກັນ: ສຸຂະພາບຂອງແມ່ຍິງ ແລະ ໄວໜຸ່ມ ແລະ ສິດທິມະນຸດຂອງເຂົາເຈົ້າ; ແຈ້ງໃຫ້ຮູ້ເຖິງລາຍລະອຽດ ແລະ ການຕັດສິນໃຈເຮັດດ້ວຍຄວາມສະໝັກໃຈ; ປິ່ນປົວແມ່ຍິງທຸກຄົນດ້ວຍຄວາມເທົ່າທຽມກັນ ໂດຍບໍ່ຄຳນຶງເຖິງອາຍຸ, ຊົນຊາດ ຫຼື ຊົນເຜົ່າ, ສະພາບ ເສດຖະກິດສັງຄົມ ຫຼື ສະຖານະພາບໃນການແຕ່ງງານ, ອື່ນໆ..., ໃຫ້ບໍລິການດ້ວຍ ຄວາມວ່ອງໄວ ແລະ ທັນເວລາ. ໃຫ້ແນ່ໃຈວ່າການດູແລໃນການລຸລູກໄດ້ຖືກປະຕິບັດດ້ວຍທ່າທີທີ່ໃຫ້ຄວາມເຄົາລົບ ແກ່ແມ່ຍິງທຸກຄົນ ໃນຖານະທີ່ເປັນຜູ້ຕັດສິນໃຈໃນການລຸລູກ; ໃຫ້ຂໍ້ມູນຢ່າງຄົບຖ້ວນ, ຖືກຕ້ອງ ແລະ ເຂົ້າໃຈງ່າຍ; ໃຫ້ຄວາມເຄົາລົບໃນສັກສີຂອງແມ່ຍິງ, ຮັບປະກັນຄວາມເປັນສ່ວນຕົວ ແລະ ຄວາມລັບຂອງລາວ; ຕອບສະໜອງຕໍ່ຄວາມຕ້ອງການ ແລະ ທັດສະນະຂອງແມ່ຍິງ; ຄຳນຶງເຖິງສະພາບຂອງແມ່ຍິງທີ່ອາດຈະຖືກບີບບັງຄັບໃຫ້ຕ້ອງໄດ້ມີການລຸລູກໂດຍຂັດກັບ ຄວາມຕ້ອງການຂອງລາວ (ເຊັ່ນ: ມີບັນຫາດ້ານສຸຂະພາບຂອງແມ່ຍິງເຊັ່ນ ແມ່ຍິງຕິດເຊຶ້ອເອດສ). ເມື່ອເຮັດວຽກນຳເຍົາວະຊົນ, ຕ້ອງສົ່ງເສີມໃຫ້ພໍ່ແມ່ມີສ່ວນຮ່ວມໃນການສະໜັບສະໜູນຂໍ້ມູນ ແລະ ການສຶກສາ. ບໍ່ໃຫ້ຢືນຢັນເພື່ອໃຫ້ໄດ້ຮັບອະນຸຍາດຈາກພໍ່ແມ່, ເວັ້ນເສຍແຕ່ມີຄວາມຮຽກຮ້ອງຕ້ອງການ ທາງກົດໝາຍ. ໃຫ້ຄວາມອິດສະຫຼະໃນການຕັດສິນໃຈ; ບໍ່ມີການຈຳແນກ; ຄວາມລັບ ແລະ ຄວາມເປັນສ່ວນຕົວ; ບາງຕົວຢ່າງທາງພາກປະຕິບັດກ່ຽວກັບວິທີການທີ່ຜູ້ໃຫ້ບໍລິການສາມາດ ນຳໃຊ້ຫຼັກການເຫຼົ ່ານີ້ລວມມີ:

7ສາລະບານ ສາລະບານ 1 ກ່ອນການລຸລູກ 1.1 ຂໍ້ມູນຂ່າວສານ, ການໃຫ້ຄຳປຶກສາ ແລະ ການຕັດສິນໃຈ 10 1.2 ປະຫວັດທາງການແພດຜ່ານມາ 14 1.3 ການກວດຮ່າງກາຍ 16 1.4 ການກວດວິເຄາະ ແລະ ການກວດເພີ່ມຕື່ມ (ຖ້າຈຳເປັນ ແລະ ສາມາດເຮັດໄດ້) 18 1.5 ການປຶກສາກ່ຽວກັບວິທີຄຸມກຳເນີດທີ່ເໝາະສົມ 19 2 ການລຸລູກ 2.1 ສະຫຼຸບຫຍໍ້ກ່ຽວກັບຮູບແບບ: ການລຸລູກດ້ວຍຢາ ແລະ ລຸລູກດ້ວຍເຄື່ອງມືທາງການແພດ 22 2.2 ການຄວບຄຸມ ແລະ ການປ້ອງກັນການຕິດເຊື້ອ 24 2.3 ການແກ້ໄຂອາການເຈັບ 25 2.4 ການລຸລູກດ້ວຍຢາ 28 2.5 ການລຸລູກດ້ວຍຢາ: ≤12 ອາທິດ (ຫຼື ≤84 ມື້) ຂອງການຖືພາ 29 2.6 ການລຸລູກດ້ວຍຢາ: >12 ອາທິດ (ຫຼື > 84 ມື້) ຂອງການຖືພາ 34 2.7 ການລຸລູກດ້ວຍເຄື່ອງມືທາງການແພດ: ການກະກຽມປາກມົດລູກ 37 2.8 ຢາ, ວັດຖຸດິບ ແລະ ອຸປະກອນສຳລັບການລຸລູກດ້ວຍເຄື່ອງມືທາງການແພດ 40 2.9 ລຸລູກດ້ວຍເຄື່ອງມືທາງການແພດ:≤12-14 ອາທິດຂອງການຖືພາ 42 2.10 ລຸລູກດ້ວຍເຄື່ອງມືທາງການແພດ:> 12-14 ອາທິດຂອງການຖືພາ 49 3 ຫຼັງຈາກການລຸລູກ 3.1 ກ່ອນຄົນເຈັບອອກຈາກສະຖານທີ່ໃຫ້ບໍລິການດ້ານສຸຂະພາບ 56 3.2 ການຕິດຕາມຄົນເຈັບເພີ່ມເຕີມກັບພະນັກງານແພດໝໍ 57 3.3 ການຄຸມກຳເນີດຫຼັງລຸລູກ 58 3.4 ການປະເມີນ ແລະ ແກ້ໄຂອາການສົນ 61

ພາກທີ ກ່ອນການລຸລູກ ຂໍ້ມູນຂ່າວສານ, ການໃຫ້ຄຳປຶກສາ ແລະ ການຕັດສິນໃຈ ປະຫວັດທາງການແພດຜ່ານມາ ການກວດຮ່າງກາຍ ການກວດວິເຄາະ ແລະ ກວດເພີ່ມຕື່ມ (ຖ້າຈຳເປັນ ແລະ ສາມາດເຮັດໄດ້) ການເລືອກໃຊ້ວິທີຄຸມກຳເນີດ 1 ຈຸດປະສົງ ກຽມຂໍ້ມູນ ແລະ ໃຫ້ຄຳປຶກສາແກ່ແມ່ຍິງດ້ວຍວິທີທີ່ເຂົ້າໃຈງ່າຍ, ໃຫ້ໂອກາດແກ່ແມ່ຍິງໃນການຕັດສິນໃຈດ້ວຍຕົວເອງກ່ຽວກັບການລຸລູກ, ແລະ ຖ້າຕົກລົງເຮັດ ແມ່ນເລືອກໃຊ້ວິທີໃດ. ຢັ້ງຢືນວ່າຖືພາແທ້ຫຼືບໍ່ ແລະ ກວດວ່າຖືພາໃນພົກ ຫຼື ນອກພົກມົດລູກ ແລະ ອາຍຸຂອງການຖືພາ. ປະເມີນສຸຂະພາບຂອງແມ່ຍິງວ່າມີບັນຫາທີ່ຈຳເປັນຕ້ອງປີ່ນປົວບໍ່ ຫຼື ອາດສົ່ງຜົນ ສະທ້ອນຕໍ່ການເລືອກໃຊ້ວິທີການລຸລູກ. ນໍາໃຊ້ໂອກາດນີ້ເພື່ອລົມກັບແມ່ຍິງໃນການໃຊ້ວິທີຄຸມກຳເນີດເພື່ອປ້ອງກັນການ ຖືພາໃນ ອະນາຄົດ. 10 ພາກທີ 1 ກ່ອນການລຸລູກ ຂໍ້ມູນຂ່າວສານ, ການໃຫ້ຄຳປຶກສາ ແລະ ການຕັດສິນໃຈ ກະກຽມຂໍ້ມູນຂ່າວສານ ການໃຫ້ຄຳປຶກສາ ການຕັດສິນໃຈ 1.1 ຂໍ້ມູນຂ່າວສານແມ່ນອົງປະກອບທີ່ຈຳເປັນ ໃນການດູແລທາງການແພດ ແລະ ຄວນຈະຖືກຈັດໄວ້ ໃຫ້ແກ່ແມ່ຍິງທີ່ມີ ແນວຄວາມຄິດຈະລຸລູກ. ຢ່າງໜ້ອຍສຸດ ຄວນປະກອບມີ: ແມ່ຍິງເກືອບທັງໝົດ ທີ່ມີການລຸລູກທີ່ປອດໄພຈະບໍ່ໄດ້ຮັບ ຜົນກະທົບໃນອະນາຄົດ (ຕົວຢ່າງ: ຜົນຂ້າງຄຽງທີ່ຈະມີຕໍ່ ການຖືພາໃນພາຍຫຼັງ, ສຸຂະພາບຈິດໃນທາງລົບ, ມະເຮັງເຕົ້ານົມ) ບໍ່ມີຜົນກະທົບຕໍ່ສຸຂະພາບທົ່ວໄປ ຫຼື ສຸຂະພາບ ໃນໄວຈະເລີນພັນຕໍ່ຜົນຈາກການລຸລູກ. ຄຳປຶກສາແມ່ນຈຸດສຸມ, ມັນເປັນຂະບວນການທີ່ໃຊ້ສື່ສານລະຫວ່າງຜູ້ທີ່ໄດ້ຮັບຂໍ້ມູນຢ່າງສະໝັກໃຈ, ລວມທັງ ຂໍ້ມູນ ແລະ ແນວທາງຈາກຜູ້ທີ່ໄດ້ຮັບການຝຶກອົບຮົມມາ, ຢູ່ໃນສະພາບແວດລ້ອມທີ່ນຳໄປສູ່ ການແບ່ງປັນເຊິ່ງກັນ ແລະ ກັນຢ່າງເປີດເຜີຍ, ດ້ວຍຄວາມຮູ້ສຶກ ແລະ ຄວາມເຂົ້າໃຈ. ເມື່ອໃດທີ່ຈະກຽມໃຫ້ຄຳປຶກສາ, ຈື່ໄວ້ວ່າ: ວິທີໃນການລຸລູກ ແລະ ການໃຊ້ຢາແກ້ປວດທີ່ແມ່ຍິງສາມາດເລືອກໄດ້; ຈຳເປັນຕ້ອງຮູ້ເຖິງອາການສົນທີ່ຈະເກີດຂຶ້ນ, ແລະ ເມື່ອໃດຈະໄປພົບແພດ ແລະ ໄປພົບຢູ່ໃສ, ຖ້າຈຳເປັນ; ເມື່ອໃດທີ່ແມ່ຍິງຈະສາມາດເຮັດວຽກຕາມປົກກະຕິໄດ້, ລວມທັງການມີເພດສຳພັນ. ການດູແລຕິດຕາມ, ລວມທັງການປ້ອງກັນການຖືພາທີ່ບໍ່ຕ້ອງການໃນອະນາຄົດ; ທຸກໆກົດໝາຍ ແລະ ການລາຍງານທີ່ຈຳເປັນ; ຄວນສົນທະນາດ້ວຍຂໍ້ມູນທີ່ໃຊ້ພາສາທີ່ເຂົ້າໃຈງ່າຍໆ; ເປັນສ່ວນຕົວ; ສະໜັບສະໜູນ ແລະ ແນ່ໃຈວ່າໄດ້ຄຳຕອບທີ່ພຽງພໍກັບຄຳຖາມ ແລະ ຄວາມຕ້ອງການຂອງແມ່ຍິງ. ຫຼີກລ້ຽງການໃຫ້ຄວາມເຊື່ອ ແລະ ຄຸນຄ່າສ່ວນບຸກຄົນ ຈະປະຕິບັດຕົວແນວໃດກ່ອນຈະເຮັດ, ໃນເວລາທີ່ເຮັດ ແລະ ພາຍຫຼັງທີ່ລຸລູກ, ລວມທັງການກວດ ວິເຄາະທຸກຢ່າງທີ່ອາດຈະໄດ້ກວດ; ສິ່ງໃດທີແມ່ຍິງຄວນຮູ້ກ່ອນວ່າຈະເກີດຂຶ້ນ (ຕົວຢ່າງ: ອາການເຈັບທ້ອງ ແລະ ເລືອດໄຫຼ) ແລະ ໃຊ້ເວລາ ດົນປານໃດ; ຖ້າແມ່ຍິງເລືອກທີ່ຈະລຸລູກ ແລະ ວິທີການລຸລູກທີ່ລາວໄດ້ເລືອກນັ້ນສາມາດໃຫ້ບໍລິການໄດ້, ແມ່ຍິງຄວນຈະເປັນຜູ້ ເລືອກວິທີທີ່ເໝາະສົມກັບລາວດ້ວຍຕົວຂອງລາວເອງ, ອີງໃສ່ອາຍຸການຖືພາ ແລະ ເງື່ອນໄຂທາງດ້ານສຸຂະພາບຂອງ ແມ່ຍິງ. ການໃຫ້ຂໍ້ມູນທີ່ພຽງພໍ ແລະ ຖືກຕ້ອງຕາມຫຼັກວິທະຍາສາດກ່ຽວກັບປັດໃຈສ່ຽງຕ່າງໆ ທີ່ສາມາດເກີດຂຶ້ນໄດ້ ພ້ອມທັງໃຫ້ຮູ້ ຂໍ້ດີ ແລະ ຂໍ້ເສຍຂອງແຕ່ລະວິທີການລຸລູກແມ່ນສຳຄັນໃນການຊ່ວຍແມ່ຍິງໃນການຕັດສິນໃຈ ເພື່ອທີ່ ຈະເລືອກວິທີໃດໜຶ່ງໃນການລຸລູກ. ການແນະນໍາຮູບແບບວິທີການລຸລູກ ທຽບໃສ່ອາຍຸຖືພາ 112.1 1.1 ຂໍ້ມູນຂ່າວສານ, ຄຳແນະນຳ ແລະ ການຕັດສິນໃຈ 1 2 3 4 5 6 7 8 910111 2 13 14 ຖືພາ ການໃຊ້ເຄື່ອງດູດ (VA) ≤ 12-14 ອາທິດ ຂອງການ ຖ ືພ າ ກ ານ ລ ຸລ ູກ ດ ້ວ ຍ ຢ າ > 1 2 ອ າທ ິດ ( ຫຼື > 84 ມື້) ຂອງ ການຖ ືພາ ກ ານ ເປ ີດ ປ າກ ມ ົດ ລ ູກ ແ ລ ະ ດູ ດອ ອກ (D &E ) > 12 -14 ອາທ ິດ ຂອ ງການຖືພ າ ການລຸລູກດ້ວຍຢາ 12 ອາທິດ (ຫຼື 84 ມ ື້) ຂ ອ ງກ ານ ຖ ືພ າ 12 ພາກທີ 1 ກ່ອນການລຸລູກ ການລຸລູກດ້ວຍຢາ ການໃຊ້ເຄື່ອງດູດ (VA) ຫຼີກລ້ຽງການຜ່າຕັດ ຮຽນແບບວິທີການໃນການລຸລູກແບບທຳມະຊາດ ແມ່ຍິງເປັນຄົນເຮັດເອງ ແລະ ສາມາດເຮັດຢູ່ບ້ານໄດ້ (< 9 ອາທິດ) ໃຊ້ເວລາ (ເປັນຊົ່ວໂມງຈົນເຖິງເປັນມື້) ທີ່ຈະມີການລຸລູກອອກ ໝົດ ແລະ ບາງທີກໍ່ບໍ່ສາມາດກຳນົດໄລຍະເວລາໄດ້., ແມ່ຍິງຈະມີອາການເລືອດອອກ ແລະ ເຈັບປັ້ນທ້ອງນ້ອຍ, ແລະ ບາງຄັ້ງ ອາດຈະມີອາການຂ້າງຄຽງ (ປວດຮາກ, ຮາກ) ອາດຈະຈຳເປັນຕ້ອງໄປພົບແພດຫຼາຍກວ່າການເຮັດດ້ວຍວິທີ ໃຊ້ເຄື່ອງດູດ ໃຊ້ສຳລັບແມ່ຍິງທີ່ຕຸ້ຍຫຼາຍ ຖ້າແມ່ຍິງຕ້ອງການທີ່ຈະຫຼີກລ້ຽງການເຮັດຫັດຖະການຕໍ່ປາກ ມົດລູກ ຖ້າການກວດທາງຜົ້ງທ້ອງນ້ອຍເຮັດບໍ່ໄດ້ ແລະ ບໍ່ຕ້ອງການ ໃຫ້ກວດ. ເໝາະສຳລັບແມ່ຍິງທີ່ມີມົດລູກຜິດຮູບຮ່າງ ຫຼື ມີກ້ອນເບົ້າ ຫຼື ເຄີຍຜ່າຕັດກ່ຽວກັບປາກມົດລູກ. ອາດຈະເໝາະສົມສຳລັບກໍລະນີດັ່ງນີ້: ອາດຈະເໝາະສົມກໍລະນີນີ້ ຖ້າມີຂໍ້ຫ້າມໃນການໃຊ້ຢາເພື່ອເຮັດໃຫ້ລຸລູກ ຖ້າມີຂໍ້ຈຳກັດທາງດ້ານເວລາ ຕ້ອງການ ເອົາລູກອອກໄວ. ຂໍ້ຫ້າມໃນການໃຊ້ວິທີນີ້ ພະຍາດກ່ຽວກັບເລືອດໄຫຼ ເລືອດຈາງຮຸນແຮງ ໃສ່ຮ່ວງອະນາໄມ (ຕ້ອງເອົາຮ່ວງອອກກ່ອນຈະໃຊ້ຢາ) ກຽມເປັນພະຍາດກ່ຽວກັບຫົວໃຈ ຫຼື ມີປັດໃຈສ່ຽງພະຍາດ ຫົວໃຈເສັ້ນເລືອດ ມີປະຫວັດແພ້ຕໍ່ສ່ວນປະກອບຂອງຢາທີ່ໃຊ້ Inherited porphyria ມີພະຍາດຕ່ອມເທິງໝາກໄຂ່ຫຼັງຊຸດໂຊມຊຳເຮື້ອ ຮູ້ແລ້ວ ຫຼື ສົງໃສວ່າຖືພາລູກນອກພົກ (ບໍ່ໃຫ້ໃຊ້ຢາ misoprostol, mifepristone ປີ່ນປົວຖືພາລູກນອກພົກ) ຂໍ້ຄວນລະວັງ ແລະ ການພິຈາລະນາ ທີ່ຈຳເປັນຕ້ອງໃຊ້ໃນກໍລະນີ: ໄດ້ໃຊ້ຢາ corticosteroid ເປັນເວລາດົນນານ (ພ້ອມທັງເປັນ ພະຍາດຫືດທີ່ຮຸນແຮງທີ່ບໍ່ໄດ້ຄວບຄຸມ) ບໍ່ມີຂໍ້ຫ້າມທີ່ຊັດເຈນໃນການໃຊ້ ຂໍ້ຄວນລະວັງ ແລະ ການພິຈາລະນາ ທີ່ຈຳເປັນ ຕ້ອງໃຊ້ໃນກໍລະນີ : ແມ່ຍິງຖືພາພ້ອມກັບມີຮ່ວງຢູ່ນຳ (ໃຫ້ເອົາຮ່ວງອອກກ່ອນທີ່ຈະລົງມືລຸລູກ) 12-14 ອາທິດ ຮູບແບບວິທີທີ່ໃຊ້ໃນການລຸລູກ ເປັນວິທີທີ່ເຮັດໄດ້ຜົນໄວ ເອົາລູກອອກໄດ້ໝົດໂດຍບໍ່ຄ້າງດ້ວຍວິທີການ ໃຊ້ເຄື່ອງດູດເອົາແຮ່ອອກໝົດ. ຕ້ອງເຮັດຢູ່ໂຮງໝໍ ເຮັດໝັນ ຫຼື ໃສ່ຮ່ວງໄດ້ເລີຍໃນເວລາດຽວ ກັນພາຍຫຼັງທີ່ເອົາລູກອອກແລ້ວ. ມີຄວາມສ່ຽງເລັກນ້ອຍທີ່ຈະມີຜົນກະທົບ ຕໍ່ມົດລູກ ແລະ ປາກມົດລູກ ເວລາໃນການເຮັດແມ່ນຂຶ້ນກັບອຸປະກອນ ແລະ ແພດໝໍ ຕ້ອງມີອຸປະກອນໃຊ້ສຳລັບດູດໃນມົດລູກ Medical abortion v acuum aspiration Avoids surgery Mimics the process of miscarriage Controlled by the woman and may take place at home ( < 9 weeks) Takes time (hours to days) to complete abortion, and the timing may not be predictable Women experience bleeding and cramping, and potentially some other side-eects (nausea, vomiting) May require more clinic visits than VA May be preferred in the following situations: For severely obese women Presence of uterine malformations or fibroids, or previous cervical surgery If the woman wants to avoid surgical intervention If a pelvic exam is not feasible or unwanted Quick procedure Complete abortion easily verified by evaluation of aspirated POC Takes place in a health-care facility Sterilization or placement of an intrauterine device (IUD) may be performed at the same time as the procedure Very small risk of uterine or cervical injury Requires instrumentation of the uterus Timing of abortion controlled by the clinic and provider May be preferred in the following situations: If there are contraindications to medical abortion If there are constraints for the timing of the abortion Contraindications Previous allergic reaction to one of the drugs involved Inherited porphyria Chronic adrenal failure Known or suspected ectopic pregnancy (neither misoprostol nor mifepristone will treat ectopic pregnancy) Caution and clinical judgement are required in cases of: Long-term corticosteroid therapy (including those with severe uncontrolled asthma) Haemorrhagic disorder Severe anaemia Pre-existing heart disease or cardiovascular risk factors An IUD in place (remove before beginning the regimen) There are no known absolute contraindications Caution and clinical judgement are required in cases of: An IUD is in place (remove before beginning the procedure) Medical abortion Dilatation and evacuation (D&E) Avoids surgery May feel more natural to some women Takes place in a health-care facility Takes time (hours to days) to complete abortion, and the timing may not be predictable Women experience bleeding and cramping, and potentially some other side-eects (nausea, vomiting) Women remain in the facility until expulsion of the pregnancy is complete Women with a uterine scar have a very low risk (0.28%) of uterine rupture during medical abortion between 12 and 24 weeks May be preferred in the following situations: For severely obese women The presence of uterine malformations or fibroids, or previous cervical surgery If the woman wants to avoid surgical intervention If skilled, experienced providers are not available to provide D&E Quick procedure Complete abortion easily verified by evaluation of uterine contents Takes place in a health-care facility Sterilization or placement of an IUD may be performed at the same time as the procedure Requires cervical preparation in advance of procedure Requires instrumentation of the uterus Small risk of uterine or cervical injury Timing of abortion controlled by the facility and provider May be preferred in the following situations: If there are contraindications to medical abortion If there are time constraints for the abortion Contraindications Previous allergic reaction to one of the drugs involved Inherited porphyria Chronic adrenal failure Known or suspected ectopic pregnancy (neither misoprostol nor mifepristone will treat ectopic pregnancy) Caution and clinical judgement are required in cases of: Long-term corticosteroid therapy (including those with severe uncontrolled asthma) Haemorrhagic disorder Severe anaemia Pre-existing heart disease or cardiovascular risk factors An IUD in place (remove before beginning the regimen) There are no known absolute contraindications for the use of D&E Caution and clinical judgement are required in cases of: An IUD in place (remove before beginning the regimen) ການລຸລູກດ້ວຍຢາ ເປີດປາກມົດລູກ ແລະ ດູດອອກ (D&E) ຫຼີກລ້ຽງການຜ່າຕັດ ຮຽນແບບວິທີການໃນການລຸລູກແບບທໍາມະຊາດ ເຮັດໃນສະຖານທີ່ໃຫ້ບໍລິການດ້ານສຸຂະພາບ ໃຊ້ເວລາ (ເປັນຊົ່ວໂມງຈົນເຖິງເປັນມື້) ທີ່ຈະມີການລຸລູກ ອອກໝົດ,ແລະ ບາງທີກໍ່ບໍ່ສາມາດກຳນົດໄລຍະເວລາໄດ້. ຈະມີອາການເລືອດອອກທາງຊ່ອງຄອດ ແລະ ເຈັບປັ້ນທ້ອງ ແລະ ອາດຈະມີອາການຂ້າງຄຽງ (ປວດຮາກ, ຮາກ) ແມ່ຍິງຕ້ອງນອນຢູ່ສະຖານທີ່ໃຫ້ບໍລິການຈົນກ່ວາການລຸລູກ ຈະອອກໝົດ ແມ່ຍິງທີ່ມົດລູກມີຮອຍແປ້ວຈະມີຄວາມສ່ຽງນ້ອຍດຽວພຽງແຕ່ (0.28%) ທີ່ຈະເຮັດໃຫ້ມົດລູກແຕກໃນເວລານໍາໃຊ້ການລຸລູກ ດ້ວຍຢາໃນຊ່ວງອາຍຸຖືພາລະຫວ່າງ 12 ແລະ 14 ອາທິດ ອາດຈະເໝາະສົມສຳລັບກໍລະນີດັ່ງນີ້: ໃຊ້ສຳລັບແມ່ຍິງທີ່ຕຸ້ຍຫຼາຍ ມົດລູກມີຮູບຮ່າງທີ່ຜິດປົກກະຕິ ຫຼື ມີກ້ອນເບົ້າມົດລູກ, ຫຼື ເຄີຍຜ່າຕັດກ່ຽວກັບປາກມົດລູກມາກ່ອນ ຖ້າແມ່ຍິງຕ້ອງການຫຼີກລ້ຽງວິທີໃຊ້ເຄື່ອງມືທາງການແພດ ຖ້າແພດທີ່ຈະເຮັດບໍ່ມີທັກສະ ແລະ ປະສົບການໃນການເຮັດ D&E ເປັນວິທີທີ່ໄວ ເຮັດໃຫ້ລູກອອກໝົດໄດ້ຢ່າງງ່າຍດາຍ ໂດຍປະເມີນຈາກເນື້ອເຍື່ອທີ່ອອກມາ ເຮັດໃນສະຖານທີ່ໃຫ້ບໍລິການດ້ານສຸຂະພາບ ເຮັດໝັນ ຫຼື ໃສ່ຮ່ວງໄດ້ເລີຍໃນເວລາດຽວ ກັນພາຍຫຼັງທີ່ເອົາລູກອອກແລ້ວ. ຕ້ອງມີການກະກຽມປາກມົດລູກໃຫ້ພ້ອມ ກ່ອນທີ່ຈະເຮັດຫັດຖະການນີ້ ຕ້ອງມີອຸປະກອນໃຊ້ສຳລັບດູດໃນມົດລູກ ມີຄວາມສ່ຽງເລັກນ້ອຍທີ່ຈະມີຜົນກະທົບຕໍ່ ມົດລູກ ແລະ ປາກມົດລູກ ເວລາໃນການເຮັດແມ່ນຂຶ້ນກັບອຸປະກອນ ແລະ ແພດໝໍ ອາດຈະເໝາະສົມສຳລັບກໍລະນີດັ່ງນີ້: ຖ້າມີຂໍ້ຫ້າມໃນການໃຊ້ຢາເພື່ອລຸລູກ ຖ້າມີຂໍ້ຈຳກັດທາງດ້ານເວລາ ຕ້ອງການ ເອົາລູກອອກໄວ. ຂໍ້ຫ້າມໃນການໃຊ້ວິທີນີ້ ມີປະຫວັດແພ້ຕໍ່ສ່ວນປະກອບຂອງຢາທີ່ໃຊ້ Inherited porphyria ມີພະຍາດຕ່ອມເທິງໝາກໄຂ່ຫຼັງຊຸດໂຊມຊຳເຮື້ອ ຮູ້ແລ້ວ ຫຼື ສົງໃສວ່າຖືພາລູກນອກພົກ (ບໍ່ໃຫ້ໃຊ້ຢາ misoprostol, mifepristone ປີ່ນປົວຖືພາລູກນອກພົກ) ຂໍ້ຄວນລະວັງ ແລະ ການພິຈາລະນາ ທີ່ຈຳເປັນຕ້ອງໃຊ້ໃນກໍລະນີ: ໄດ້ໃຊ້ຢາ corticosteroid ເປັນເວລາດົນນານ (ພ້ອມທັງ ເປັນພະຍາດຫືດທີ່ຮຸນແຮງທີ່ບໍ່ໄດ້ຄວບຄຸມ) ພະຍາດກ່ຽວກັບເລືອດໄຫຼ ເລືອດຈາງຮຸນແຮງ ກຽມເປັນພະຍາດກ່ຽວກັບຫົວໃຈ ຫຼື ມີປັດໃຈສ່ຽງພະຍາດ ຫົວໃຈເສັ້ນເລືອດ ໃສ່ຮ່ວງອະນາໄມ (ຕ້ອງເອົາຮ່ວງອອກກ່ອນຈະໃຊ້ຢາ) ບໍ່ມີຂໍ້ຫ້າມທີ່ຊັດເຈນໃນການໃຊ້ວິທີ D&E ຂໍ້ຄວນລະວັງ ແລະ ການພິຈາລະນາ ທີ່ຈຳເປັນຕ້ອງໃຊ້ໃນກໍລະນີ: ແມ່ຍິງຖືພາພ້ອມກັບມີຮ່ວງຢູ່ນຳ (ໃຫ້ເອົາຮ່ວງອອກກ່ອນທີ່ຈະລົງມືລຸລູກ) >12-14 ອາທິດ 1.1 ຂໍ້ມູນຂ່າວສານ, ຄຳແນະນຳ ແລະ ການຕັດສິນໃຈ 13 14 ປະຫວັດທາງການແພດ ເພື່ອເປັນການຄາດຄະເນອາຍຸຂອງການຖືພາ, ການຊັກຖາມປະຫວັດຄວນຈະຊອກຫາຂໍ້ຫ້າມໃນການລຸລູກ ດ້ວຍຢາ ຫຼື ການລຸລູກດ້ວຍວິທີທາງການແພດ ແລະ ຊອກຫາປັດໃຈສ່ຽງທີ່ຈະເກີດມີອາການສົນ. ອົງປະກອບໃນການຊັກຖາມປະຫວັດ ຂໍ້ມູນສ່ວນຕົວ ຊື່, ອາຍຸ ແລະ ຂໍ້ມູນໃນການຕິດຕໍ່ພົວພັນ, ຖ້າເປັນໄປໄດ້. ເຫດຜົນ ໃນການມາ ພົບແພດ ສະຖານະພາບຂອງການຖືພາຄັ້ງນີ້, ພ້ອມທັງອາການສະແດງຂອງການຖືພາ ຫຼື ອາການສົນທີ່ເກີດຂຶ້ນ, ເຊັ່ນ: ເລືອດອອກທາງຊ່ອງຄອດ ປະຫວັດທາງດ້ານ ປະສູດ ການຖືພາໃນຄັ້ງຜ່ານມາ ແລະ ຜົນໄດ້ຮັບເປັນແນວໃດ, ລວມທັງການຖືພາລູກ ນອກພົກ, ການລຸລູກທໍາມະຊາດ ຫຼື ການເອົາລູກອອກໃນຄັ້ງຜ່ານມາ, ລູກຕາຍ ໃນທ້ອງ, ລູກເກີດມີຊີວິດ ແລະ ວິທີທີ່ໃຊ້ໃນການເກີດລູກ. ປະຫວັດທາງ ດ້ານພະຍາດຍິງ ມື້ທຳອິດຂອງການເປັນປະຈຳເດືອນໃນຄັ້ງສຸດທ້າຍ (LMP) ແລະ ປະຈຳເດືອນ ມາປົກກະຕິບໍ່ຜ່ານມາ ຮູບແບບຂອງຮອບປະຈຳເດືອນເປັນແນວໃດ ສະພາບທາງດ້ານພະຍາດຍິງ, ລວມທັງການຜ່າຕັດທາງດ້ານພະຍາດຍິງຜ່ານມາ, ປະຫວັດ ຄວາມຜິດປົກກະຕິຂອງລະບົບສືບພັນ, ຫຼື ຄວາມຜິດປົກກະຕິອື່ນໆຂອງ ຮ່າງກາຍທີ່ຮູ້ ຫຼື ສະພາບເງື່ອນໄຂອື່ນໆ. ປະຫວັດໃນການຄຸມກຳເນີດ: ວິທີຄຸມກຳເນີດທີ່ໃຊ້ໃນປະຈຸບັນ; ວິທີຄຸມກຳເນີດທີ່ໃຊ້ຜ່ານມາ ແລະ ຜົນສຳເລັດ (ໄດ້ຜົນດີ ຫຼື ບໍ່ດີ) ກັບວິທີເລົ່ານັ້ນ. ປະຫວັດທາງ ເພດສໍາພັນ ຄູ່ຮ່ວມເພດໃນປະຈຸບັນ ແລະ ການມີຄູ່ຮ່ວມເພດກັບຫຼາຍຄົນ ປະຫວັດ ຫຼື ທຸກອາການສະແດງຂອງພະຍາດຕິດຕໍ່ທາງເພດສຳພັນ (STI), ລວມທັງພະຍາດເອດສ(HIV/AIDS). 1.2 ພາກທີ 1 ກ່ອນການລຸລູກ 151.2 ການຊັກປະຫວັດ ອົງປະກອບໃນການຊັກຖາມປະຫວັດ ປະຫວັດທາງດ້ານ ການຜ່າຕັດ ແລະ ພະຍາດພາຍໃນ ພະຍາດຊຳເຮື້ອ,ເຊັ່ນ: ຄວາມດັນເລືອດສູງ, ພະຍາດຊັກ, ພະຍາດການກ້າມຂອງເລືອດ ພະຍາດຕັບ, ພະຍາດຫົວໃຈ,ພະຍາດເບົາຫວານ, ພະຍາດເລືອດຈາງ ພະຍາດຫືດ, ມີຫຼັກຖານວ່າເປັນພະຍາດທາງດ້ານໂລກຈິດ ປະຫວັດການເຂົ້ານອນໂຮງໝໍຜ່ານມາ. ປະຫວັດການໄດ້ຮັບການຜ່າຕັດຜ່ານມາ. ດ້ານການໃຊ້ຢາ ແລະ ແພ້ຢາ ຢາທີ່ກິນເປັນປະຈຳ ການໃຊ້ຢາ ຫຼື ຢາພື້ນເມືອງຜ່ານມາ, ລວມເຖິງຢາທຸກຊະນິດ ແລະ ລາຍລະອຽດວິທີນໍາໃຊ້ (ຂະໜາດ, ໃຊ້ທາງໃດ, ໃຊ້ເວລາໃດ) ຖ້າໄດ້ພະຍາຍາມເຮັດໃຫ້ລຸລູກດ້ວຍຕົວເອງກ່ອນໜ້ານີ້. ການແພ້ຢາຜ່ານມາ ປະຫວັດ ດ້ານສັງຄົມ ແຕ່ງງານ ຫຼື ສະພາບຂອງຄູ່ຮ່ວມເພດ. ສະພາບແວດລ້ອມທາງຄອບຄົວ. ການໃຊ້ຄວາມຮຸນແຮງ ຫຼື ການບີບບັງຄັບຈາກຄູ່ຮ່ວມເພດ ຫຼື ຈາກສະມາຊິກໃນຄອບຄົວ. ສະພາບທາງສັງຄົມອື່ນໆທີ່ສາມາດມີຜົນກະທົບຕໍ່ການດູແລສຸຂະພາບຂອງແມ່ຍິງ. ປະຫວັດການກິນເຫຼົ ້າ ແລະ ການໃຊ້ຢາເສບຕິດທັງຜ່ານມາ ແລະ ໃນປະຈຸບັນ. ຂໍ້ສັງເກດ: ຜູ້ໃຫ້ບໍລິການທາງສາທາລະນະສຸກອາດຈະປະເຊີນໜ້າກັບແມ່ຍິງທີ່ມີສະພາບທາງ ສັງຄົມທີ່ ຫຍຸ້ງຍາກ ແລະ ສັບສົນໃນການທີ່ຈະເຂົ້າມາຮັບບໍລິການທາງການແພດ. ການນໍາສົ່ງແມ່ຍິງໃຫ້ເຂົ້າຫາ ບ່ອນໃຫ້ບໍລິການດ້ານສຸຂະພາບທີ່ລາວຕ້ອງການແມ່ນ ມີຄວາມ ສຳຄັນຫຼາຍເພື່ອທີ່ຈະ ເຮັດໃຫ້ແມ່ຍິງໄດ້ຮັບການດູແລຢ່າງມີຄຸນນະພາບໃນການລຸລູກ; ຢ່າງໃດ ກໍ່ຕາມປະຫວັດທາງດ້ານສັງຄົມ (ສະພາບການແຕ່ງງານ) ບໍ່ຄວນຖືກໃຊ້ມາເປັນສິ່ງທີ່ກີດຂວາງ ໃນການດູແລແມ່ຍິງ. 12 weeks (or < 84 days) of pregnancy ພາກທີ 1 ກ່ອນການລຸລູກ 3.4 16 ການກວດຮ່າງກາຍ ການປະເມີນ ດ້ານສຸຂະພາບ ທົ່ວໄປ ສະພາບທົ່ວໄປ. ອາການຊີວິດ. ອາການຄວາມອ່ອນເພຍ, ຄວາມຊືມເສົ້າ, ອາການຈືດມ້ານ ຫຼື ອາການຂາດສານອາຫານ. ອາການ ຫຼື ຮ່ອງຮອຍໃນການຖືກທຳຮ້າຍຕໍ່ຮ່າງກາຍ. ການກວດກາຮ່າງກາຍທົ່ວໄປ (ເມື່ອມີຂໍ້ບົ່ງຊີ້). ການກວດ ຜົ້ງທ້ອງ ຄຳເບິ່ງຂະໜາດມົດລູກ, ບັນທຶກຂະໜາດຂອງມົດລູກ ແລະ ຄວາມອ່ອນນຸ້ມ. ບັນທຶກທຸກໆກ້ອນທີ່ຄຳພົບຢູ່ໃນທ້ອງ. ບັນທຶກທຸກໆບາດແຜຈາກການຜ່າຕັດຜ່ານມາ. ການກວດ ຜົ້ງທ້ອງນ້ອຍ (ໃສ່ສົບເປັດ ແລະ ການກວດ ດ້ວຍ 2 ນີ້ວ) ອະທິບາຍສິ່ງທີ່ລາວຄາດວ່າຈະສາມາດພົບໃນເວລາກວດຜົ້ງທ້ອງນ້ອຍ ກວດຫາຄວາມຜິດປົກກະຕິຂອງອະໄວຍະວະເພດພາຍນອກ ຫຼື ອາການຂອງພະຍາດ ຫຼື ອາການຂອງການຊຶມເຊຶ້ອ. ການກວດດ້ວຍສົບເປັດ ສັງເກດເບິ່ງປາກມົດລູກ ແລະ ຊ່ອງຄອດ: ຊອກຫາສິ່ງທີ່ຜິດປົກກະຕິ ຫຼື ສິ່ງແປກປອມ; ຊອກຫາອາການຂອງການຊຶມເຊຶ້ອ, ເຊັ່ນ: ນໍ້າໜອງ ຫຼື ລົງຂາວທີ່ອອກຈາກໃນຮູ ຂອງປາກມົດລູກ, ຖ້າເຫັນໜອງ ຫຼື ລົງຂາວ ແມ່ນໃຫ້ເກັບປູກເຊຶ້ອ, ຖ້າເປັນໄປໄດ້, ແລະ ໃຫ້ຢາຕ້ານເຊຶ້ອກ່ອນຈະລົງມືດູດ; ຄວນເກັບຕົວຢ່າງຈຸລັງຢູ່ປາກມົດລູກໄປກວດຫາມະເຮັງປາກມົດລູກໃນເວລານັ້ນເລີຍ, ຖ້າມີຂໍ້ບົ່ງຊີ້ແລະ ສາມາດກວດໄດ້. ການກວດດ້ວຍ 2 ນ້ີວ ສັງເກດຂະໜາດ, ຮູບຮ່າງ, ຕຳແໜ່ງ ແລະ ການເໜັງຕິງຂອງມົດລູກ. ປະເມີນທັງສອງຂ້າງຂອງມົດລູກວ່າຄຳພົບກ້ອນບໍ່. ປະເມີນຄວາມອ່ອນນຸ້ມຂອງມົດລູກ ດ້ວຍການສຳພັດ ຫຼື ດ້ວຍການເໜັງຕິງປາກມົດລູກ ແລະ/ຫຼື ຄຳເບິ່ງຜົ້ງສຸດລະຫວ່າງຊ່ອງຄອດ ແລະ ລຳໃສ້ແກ່ (cul-de-sac), ເຊິ່ງອາດຈະ ພົບອາການຂອງການຊຶມເຊຶ້ອ. ຢັ້ງຢືນໃຫ້ແນ່ໃຈວ່າຖືພາແທ້ ແລະ ອາຍຸຂອງການຖືພາ. 1.3 ອົງປະກອບໃນການກວດຮ່າງກາຍ ຂໍ້ຈຳກັດຂອງການຄິດໄລ່ອາຍຸຖືພາ ໂດຍອີງໃສ່ການກວດຂະໜາດ ຂອງມົດລູກ ມົດລູກຜິດຮູບຮ່າງ/ ກ້ອນເບົ້າມົດລູກ. ຖືພາຝາແຝດ. ມົດລູກດັກໄປທາງຫຼັງ. ຄົນຕຸ້ຍ ຖືພາມານໄຂ່ກົບ. ຈຸດທີ່ຄວນຄິດພິຈາລະນາ ຂະໜາດມົດລູກນ້ອຍກວ່າທີ່ຄາດໄວ້ ອາດເປັນຍ້ອນ: ແມ່ຍິງບໍ່ໄດ້ຖືພາ; ຈື່ປະຈຳເດືອນຜິດ; ຖືພາລູກນອກພົກ ຫຼື ຖືພາໃນມົດລູກແຕ່ຜິດປົກກະຕິ, ເຊັ່ນ: ລຸລູກທຳມະຊາດ ຫຼື ໄຂ່ບໍ່ມີຕົວອ່ອນຍັງຄ້າງໃນມົດລູກ ຂະໜາດມົດລູກໃຫຍ່ກວ່າທີ່ຄາດໄວ້ ອາດຄິດຫາ: ຈື່ປະຈຳເດືອນຜິດ; ຖືພາຝາແຝດ; ມົດລູກຜິດປົກກະຕິ ເຊັ່ນ ມີກ້ອນເບົ້າ ຖືພາມານໄຂ່ກົບ. ຂະໜາດຂອງມົດລູກ (ເປັນອາທິດ) ຫຼັງຈາກ 4 ອາທິດ ຂອງການຖືພາ, ມົດລູກຈະເພ່ີມຂະໜາດຂຶ້ນ ປະມານ 1 cm ຕໍ່ ອາທິດ. ຫຼັງຈາກ 15–16 ອາທິດ ຂອງການຖືພາ, ຂະໜາດຂອງ ມົດລູກຈະຢູ່ລະຫວ່າງ ຂະໂມມ ແລະ ສາຍບື ຫຼັງຈາກ 20 ອາທິດ ຂອງການຖືພາ, ລວງສູງຂອງ ມົດລູກຄິດໄລ່ເປັນຊັງຕີແມັດ ແທກຈາກເທິງກະດູກຂະໂມມ ຫາພື້ນຂອງມົດລູກ ສາມາດ ຄິດໄລ່ອາຍຸຖືພາ ຫຼັງຈາກ 12 ອາທິດ ຂອງການ ຖືພາ,ຂະໜາດມົດລູກຈະຢູ່ໃນຜົ້ງອ່າງຊາມ 20 ອາທິດ ຂອງການຖືພາ, ຂະໜາດຂອງມົດລູກຮອດສາຍບື 2 4 8 12 16 20 30 40 * *Goodman S, Wolfe M and the TEACH Trainers Collaborative Working Group. Early abortion training workbook, 3rd ed. San Francisco: UCSF Bixby Center for Reproductive Health Research & Policy; 2007. ຄິດໄລ່ອາຍຸຖືພາ ດ້ວຍການກວດຮ່າງກາຍ * 1.3 ການກວດຮ່າງກາຍ 17 18 ພາກທີ 1 ກ່ອນການລຸລູກ ການກວດວິເຄາະ ແລະ ການກວດເພີ່ມຕື່ມ (ຖ້າຈຳເປັນ ແລະ ສາມາດເຮັດໄດ້) ການກວດວິເຄາະທີ່ສາມາດກວດໄດ້, ອາດຈະກວດສິ່ງທີ່ເປັນພື້ນຖານເພື່ອຊອກຫາປັດໃຈສ່ຽງຂອງ ແຕ່ລະຄົນ, ໂດຍອີງໃສ່ການກວດກາຮ່າງກາຍ, ແລະ ສິ່ງທີ່ກວດໄດ້: ກວດນໍ້າຍ່ຽວເພື່ອຢັ້ງຢືນການຖືພາ ຖ້າບໍ່ແນ່ໃຈ; ກວດ haemoglobin (Hb) ຫຼື haematocrit ທີ່ສົງໃສວ່າຈະມີອາການເລືອດຈາງ; ກວດ Rhesus (Rh) ບ່ອນທີ່ມີຢາ Rh-immunoglobulin ສໍາລັບແມ່ຍິງທີ່ມີ Rh- ລົບ (negative) ກວດ HIV /ໃຫ້ຄໍາປຶກສາ; ກວດກັ່ນຕອງຫາພະຍາດ ພຕພ (ໂດຍປົກກະຕິແມ່ນສັງເກດເວລາກວດທາງຊ່ອງຄອດ); ກວດກັ່ນຕອງຫາມະເຮັງປາກມົດລູກ (ເຮັດເວລາກວດທາງຊ່ອງຄອດ); ການກວດວິເຄາະອື່ນໆອີກທີ່ມີຂໍ້ບົ່ງຊີ້ໃນເວລາຊັກຖາມປະຫວັດ (ກວດໜ້າທີ່ການຂອງໄຂ່ຫຼັງ ແລະ ຕັບ, ອື່ນໆ) ກວດຄື້ນສຽງຄວາມຖີ່ສູງ (ເອໂກ), ຖ້າມີຂໍ້ບົ່ງຊີ້, ເພື່ອເປັນການຢັ້ງຢືນອາຍຸຂອງການຖືພາ ຫຼື ບ່ອນຢູ່ຂອງ ການຖືພາ. ບໍ່ຈຳເປັນຕ້ອງກວດວິເຄາະໃນທຸກກໍລະນີ ສຳລັບໃນສະຖານທີ່ ທີ່ໃຫ້ບໍລິການ ການລຸລູກ. 1.4 ສິ່ງທີ່ສຳຄັນ 191.5 ການເລືອກໃຊ້ວິທີຄຸມກຳເນີດ ການຄຸມກຳເນີດທັນທີພາຍຫຼັງຈາກລຸລູກແລ້ວໆແມ່ນມີຜົນດີທັງຊ່ວຍປັບປຸງການມີລູກໄວ ແລະ ລຸດຜ່ອນຄວາມສ່ຽງ ໃນການຖືພາທີ່ບໍ່ຕັ້ງໃຈໃນຄັ້ງຕໍ່ໄປ. ການໃຫ້ຂໍ້ມູນ ແລະ ການໃຫ້ຄຳປຶກສາ ບອກໃຫ້ແມ່ຍິງທຸກຄົນຮູ້ວ່າໄຂ່ສາມາດກັບມາສຸກໄດ້ພາຍໃນ 2 ອາທິດ ຫຼັງຈາກລຸລູກ, ແມ່ຍິງມີຄວາມສ່ຽງ ທີ່ ຈະຖືພາໄດ້ ຖ້າວ່າບໍ່ເລືອກໃຊ້ວິທີຄຸມກຳເນີດໃນທັນທີ. ຖ້າແມ່ຍິງສົນໃຈທີ່ຈະຄຸມກຳເນີດ, ລາວຕ້ອງການຮູ້ຂໍ້ມູນທີ່ຖືກຕ້ອງເພື່ອສະໜັບສະໜູນຊ່ວຍໃນການ ເລືອກວິທີ ຄຸມກຳເນີດທີ່ເໝາະສົມກັບລາວ. ຕ້ອງເຂົ້າໃຈວ່າແມ່ຍິງບາງຄົນມັກທີ່ຈະປຶກສາກ່ຽວກັບວິທີທີ່ຈະເລືອກໃຊ້ການຄຸມກຳເນີດ ພາຍຫຼັງທີ່ລຸລູກ ຮຽບຮ້ອຍແລ້ວ. ຖ້າແມ່ຍິງທີ່ມາລຸລູກດ້ວຍສາເຫດຈາກການຄຸມກຳເນີດລົ້ມເຫຼວ, ລົມກັບແມ່ຍິງກ່ຽວກັບວິທີ ທີ່ລາວໃຊ້ ແມ່ນ ອາດຈະໃຊ້ບໍ່ຖືກວິທີ ແລະ ວິທີນໍາໃຊ້ທີ່ຖືກຕ້ອງແມ່ນເຮັດແນວໃດ, ຫຼື ອາດຈະແນະນຳໃຫ້ລາວເລືອກ ໃຊ້ວິທີ ຄຸມກຳເນີດ ຊະນິດອື່ນທີ່ເໝາະສົມກັບລາວ. ທ້າຍສຸດ, ການຕັດສິນໃຈຄັ້ງສຸດທ້າຍກ່ຽວກັບການຈະຄຸມກຳເນີດ ຫຼື ບໍ່ ແລະ ຈະເລືອກໃຊ້ວິທີຄຸມກຳເນີດ ແບບໃດ ແມ່ນຂຶ້ນກັບແມ່ຍິງພຽງຄົນດຽວ. ການໃຫ້ຄຳປຶກສາກ່ຽວກັບວິທີການຄຸມກຳເນີດ ແມ່ຍິງທີ່ເຫັນດີຕົກລົງໃຊ້ວິທີຄຸມກຳເນີດ ຈະບໍ່ມີວັນທີ່ຈະວາງແຜນເພື່ອທີ່ຈະລຸລູກອີກ. ສິ່ງທີ່ສຳຄັນ 1.5

ການລຸລູກ ສະຫລຸບກ່ຽວກັບຮູບແບບ: ການລຸລູກດ້ວຍຢາ ແລະ ດ້ວຍເຄື່ອງມືທາງການແພດ ການຄວບຄຸມ ແລະ ການປ້ອງກັນການຕິດເຊື້ອ ການໃຫ້ຢາແກ້ປວດ ການລຸລູກດ້ວຍຢາ: >12 ອາທິດ (ຫຼື > 84 ວັນ) ຂອງການຖືພາ ການລຸລູກດ້ວຍເຄື່ອງມືທາງການແພດ: ການກຽມປາກມົດລູກ ຢາ, ວັດຖຸ (supplies) ແລະ ອຸປະກອນ < 12–14 ອາທິດຂອງການຖືພາ >12–14 ອາທິດຂອງການຖືພາ 2 ພາກທີ <12 ອາທິດ (ຫຼື < 84 ວັນ) ຂອງການຖືພາ ການລຸລູກດ້ວຍຢາ ການລຸລູກດ້ວຍເຄື່ອງມືທາງການແພດ ຖືພາຈົນຮອດ 9 ອາທິດ (63 ວັນ) <12–14 ອາທິດ 9–12 ອາທິດ (63–84 ວັນ) 2.1 ສະຫລຸບກ່ຽວກັບຮູບແບບ: ການລຸລູກດ້ວຍຢາ ແລະ ເຄື່ອງມືທາງການແພດ 22 ພາກທີ 2 ການລຸລູກ Misoprostol 800 µg ຍັດທາງຊ່ອງຄອດ, ອົມຂ້າງເຫືອກ ຫຼື ອົມກ້ອງລີ້ນ ໃຫ້ຄັ້ງດຽວ ຫຼື ຖ້າອາຍຸຖືພາບໍ່ເກີນ 7 ອາທິດ (49 ວັນ) Misoprostol 400 µg ກິນ ໃຫ້ຄັ້ງດຽວ ພາຍຫຼັງກິນຢາ mifepristone ໄດ້ 24 - 48 ຊົ່ວໂມງ Misoprostol 800 µg, ຫຼັງຈາກນັ້ນ 400 µg ຍັດຊ່ອງຄອດ, ຕໍ່ໄປ ຢັດຊ່ອງຄອດ ຫຼື ອົມກ້ອນລີ້ນ ທຸກໆ 3 ຊົ່ວໂມງ ຈົນຮອດ 5 ຄັ້ງ ພາຍຫຼັງກິນຢາ Mifepristone ໄດ້ 36 – 48 ຊົ່ວໂມງ Misoprostol 800 µg ທຸກໆ 3 -12 ຊົ່ວໂມງ ຈົນຮອດ 3 ຄັ້ງ ຍັດທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ໃຊ້ເຄື່ອງດູດ ວິທີທີ່ໃຊ້ເຄື່ອງດູດປະກອບມີ: ການດູດສູນອາກາດດ້ວຍມື (MVA) ການດູດສູນອາກາດດ້ວຍໄຟຟ້າ (EVA) ໃຫ້ຢາ Mifepristone 200 mg ກິນ ໃຫ້ຄັ້ງດຽວ M IFEPR ISTO N E & M ISO PR O STO L M ISO PR O STO L ພ ຽງຢ ່າງດ ຽວ >12–14 ອາທິດ >12 ອາທິດ (84 ວັນ) 2.1 ສະຫຼຸບວິທີການລຸລູກດ້ວຍຢາ ແລະ ໃຊ້ເຄື່ອງມື 23 ເປີດປາກມົດລູກ ແລະ ດູດອອກ (D&E) D&E ແມ່ນເປັນວິທີທາງການແພດທີ່ໃຊ້ສຳລັບລຸລູກ ທີ່ອາຍຸຖືພາ >12–14 ອາທິດ. ໃຫ້ຢາ Misoprostol 800 µg, ຕໍ່ໄປເປັນ 400 µg ທາງຊ່ອງຄອດ, ຕໍ່ໄປໃຫ້ທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ຫຼື ໃຫ້ຢາ Misoprostol 400 µg, ຕໍ່ໄປເປັນ 400 µg ໃຫ້ກິນ, ຕໍ່ໄປໃຫ້ທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ທຸກໆ 3 ຊົ່ວໂມງ ຈົນຮອດ 5 ຄັ້ງ ຫຼັງຈາກກິນຢາ mifepristone ໄດ້ 36 – 48 ຊົ່ວໂມງ ໃຫ້ຢາ Misoprostol 400 µg ທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ທຸກໆ 3 ຊົ່ວໂມງ ຈົນຮອດ 5 ຄັ້ງ ເມື່ອຖືພາຮອດ 24 ອາທິດ, ຄວນຫຼຸດຂະໜາດຂອງຢາ misoprostol ລົງ, ເນື່ອງຈາກວ່າ ມົດລູກຈະຕອບສະໝອງຕໍ່ prostaglandins ຫຼາຍ, ແຕ່ວ່າ ຍັງຂາດການສຶກສາສະເພາະກ່ຽວ ກັບການແນະນຳເຖິງຂະໜາດ ຂອງຢາ. 24 2.2 ການຄວບຄຸມ ແລະ ການປ້ອງກັນການຕິດເຊື້ອ ຕັ້ງແຕ່ເລີ່ມມີຫັດຖະການໃນການລຸລູກ ແລະ ການດູແລແມ່ຍິງ ທີ່ມີການສຳພັດກັບເລືອດ ແລະ ນໍ້າເມືອກຈາກ ຮ່າງກາຍ, ບັນດາແພດໝໍ ແລະ ບຸກຄະລາກອນທາງການແພດໝົດທຸກຄົນທີ່ໃຫ້ບໍລິການຄົນເຈັບຄວນຕ້ອງເຂົ້າໃຈ ແລະ ປະຕິບັດຕາມມາດຕະຖານໃນການຄວບຄຸມ ແລະ ປ້ອງກັນການຕິດເຊຶ້ອ, ເຊິ່ງຈະເປັນການປ້ອງກັນທັງ ແພດໝໍ ເອງ ແລະ ຄົນເຈັບນຳ. ມາດຕະຖານໃນການປ້ອງກັນ ຫຼື ອາດເອີ້ນວ່າເປັນການປ້ອງກັນລະດັບໂລກຄວນມີ: ຄວນມີການກຽມປ້ອງກັນລ່ວງໜ້າເພື່ອຈະຮັບມືກັບທຸກເຫດການທີ່ຈະເກີດຂຶ້ນຢູ່ໃນສະຖານທີ່ ທີ່ພະນັກງານແພດ ເຮັດວຽກທີ່ມີການສຳພັດກັບເລືອດ, ນ້ຳເມື້ອກທຸກໆຊະນິດຈາກຮ່າງກາຍ, ຜິວໜັງທີ່ມີບາດແຜ; ແລະ ນ້ຳມູກ; (mucous membranes) ຄວນປະຕິບັດຕາມຂັ້ນຕອນສະເໜີ, ເມື່ອຕ້ອງພົວພັນກັບບຸກຄົນທີ່ສົງໄສ ຫຼື ຖືກບົ່ງມະຕິແລ້ວວ່າມີການ ຊືມເຊຶ້ອ; ກຳຈັດ ຫຼື ເຮັດໃຫ້ມີການຕິດຕໍ່ຂອງເຊຶ້ອພະຍາດໃຫ້ນ້ອຍເທົ່າທີ່ຈະນ້ອຍໄດ້ ຈາກຄົນເຈັບມາສູ່ບຸກຄະລາກອນ ແພດ, ບຸກຄະລາກອນແພດມາສູ່ຄົນເຈັບ, ຫຼື ຄົນເຈັບສູ່ຄົນເຈັບ. ການປ້ອງກັນທີ່ເປັນມາດຕະຖານ ການລ້າງມື; ຄວນລ້າງມືດ້ວຍສະບູ ແລະ ດ້ວຍນ້ຳທີ່ໄຫຼເປັນປະຈຳ ທັງກ່ອນ ແລະ ພາຍຫຼັງທີ່ສຳພັດຄົນເຈັບ, ພ້ອມທັງ ຫຼັງຈາກສຳພັດກັບອຸປະກອນທີ່ມີການປົນເປື້ອນກັບເຊຶ້ອພະຍາດ, ເຖິງແມ່ນວ່າຈະໃສ່ຖົງມືກໍ່ຕາມ. ຄວນໃສ່ຖົງມື ແລະ ປ່ຽນຖົງມືທຸກຄັ້ງຫຼັງຈາກຈັບຄົນເຈັບຜູ້ໃໝ່ ແລະ ເວລາກວດຊ່ອງຄອດ (ຫຼື ຮູທະວານ) ເຖິງຈະເປັນຄົນເຈັບຜູ້ດຽວກໍ່ຄວນປ່ຽນ. ພາຍຫຼັງຈາກດູແລຄົນເຈັບຮຽບຮ້ອຍ ແລ້ວຄວນຖອດຖົງມືຖີ້ມ, ບຸກຄະລາກອນແພດຄວນລ້າງມືຂອງຕົນເອງທຸກຄັ້ງ, ເພາະວ່າຖົງມືອາດຈະມີຮູຊອດກໍ່ໄດ້. ໃສ່ອຸປະກອນປ້ອງກັນເຊັ່ນ: ເສື້ອຄຸມ, ຖົງມື, ຜ້າກັນເປື້ອນ, ຜ້າອັດປາກ, ແວ່ນຕາ ແລະ ເກີບປ້ອງກັນ: ຄວນສັງເກດເບິ່ງວ່າການໃຊ້ອຸປະກອນເສີມ ເຊັ່ນ: ເກີບອະເຊື້ອ, ມັນບໍ່ມີຄວາມແຕກຕ່າງທີ່ເຫັນຜົນໄດ້ແທ້ ໃນການປ້ອງກັນອັດຕາການຕິດເຊື້ອ, ເຖິງວ່າຈະເພີ່ມຄ່າໃຊ້ຈ່າຍຕື່ມກໍ່ຕາມ. ນຳໃຊ້ເຕັກນິກການຂ້າເຊື້ອ: ກ່ອນທີ່ຈະເຮັດຫັດຖະການກ່ຽວກັບການລຸລູກ, ຄວນອະນາໄມປາກມົດລູກດ້ວຍນ້ຳຢາຂ້າເຊື້ອ (ເຊັ່ນ betadine). ການລ້າງມື ແລະ ການກຳຈັດເຄື່ອງມືອຸປະກອນທີ່ມີຄົມ (ແຫຼມຄົມ) ຢ່າງເໝາະສົມ - ໃບມີດ ແລະ ເຂັມ. ການລ້າງມື ແລະ ຂະບວນການຈັດເກັບເຄື່ອງມືອຸປະກອນ ແລະ ວັດສະດຸຢ່າງເໝາະສົມ. ຂໍ້ຄວນລະວັງ: ເຄື່ອງດູດ, ທໍ່ໃຊ້ດູດ ແລະ ຊຸດຕໍ່ອຸປະກອນບັ້ງດູູດ ແມ່ນບໍ່ປອດໄພ ເມື່ອຈັບດ້ວຍມືເປົ່າ ຈົນກວ່າຈະ ລ້າງອະນາໄມແລ້ວ. ພາກທີ 2 ການລຸລູກ 252.3 ແກ້ໄຂອາການເຈັບປວດ ການແກ້ໄຂອາການເຈັບປວດ ແມ່ຍິງເກືອບທັງໝົດຈະເຄີຍມີປະສົບການກັບຄວາມເຈັບປວດ ແລະ ປັ້ນທ້ອງນ້ອຍຈາກການລຸລູກ. ອາການເຈັບປວດ ນີ້ເປັນອົງປະກອບທີ່ສຳຄັນທີ່ບໍ່ຄວນລະເລີຍເພາະຈະເຮັດໃຫ້ເພີ່ມຄວາມວິຕົກກັງວົນ ແລະ ຄວາມຮູ້ສຶກ ບໍ່ສະບາຍໃຫ້ ແກ່ແມ່ຍິງ, ອາດຢືດໄລຍະເວລາໃນການເຮັດຫັດຖະການ ແລະ ມີຜົນກະທົບຕໍ່ການດູແລສຸຂະພາບ ຂອງແມ່ຍິງ. ຄວາມຮຸນແຮງຂອງການເຈັບປວດທີ່ແມ່ຍິງມີແມ່ນເກີດເວລາທີ່ດູດ ຫຼື ຂູດມົດລູກ ແລະ ການບີບຕົວເດັກອອກ ແລະ ຈະເຮັດໃຫ້ເກີດອາການເຈັບປວດທີ່ມີລະດັບແຕກຕ່າງກັນຫຼາຍ. ມັນມີຄວາມສຳຄັນທີ່ຈະຕ້ອງປະເມີນເປັນລາຍບຸກຄົນໄປກ່ຽວກັບຄວາມຕ້ອງການໃນການໃຫ້ຢາແກ້ປວດ. ທັງວິທີການແກ້ປວດດ້ວຍການໃຊ້ຢາ ແລະ ບໍ່ໃຊ້ຢາແມ່ນອາດຈະຊ່ວຍລຸດຜ່ອນອາການເຈັບທີ່ເກີດ ຈາກການລຸລູກ. ຄວນຈະໃຊ້ເວລາໃນການຊັກຖາມປະຫວັດຂອງແມ່ຍິງດ້ວຍຄວາມລະມັດລະວັງ, ປະຫວັດການແພ້ຢາ ແລະ ຢາ ທີ່ກຳລັງໃຊ້ໃນປະຈຸບັນເຊິ່ງຢາເຫຼົ ່ານັ້ນອາດມີປະຕິກິລິຍາກັບຢາແກ້ປວດທຸກໆຊະນິດທີ່ໃຫ້ແມ່ຍິງ ຫຼື ຢາໃນກຸ່ມ ຢາສະຫຼົບ, ຈຸດປະສົງແມ່ນເພື່ອໃຫ້ແມ່ຍິງມີຄວາມປອດໄພຈາກການໃຊ້ຢາແກ້ປວດທັງໝົດ. ທຳຄວາມເຂົ້າໃຈກັບອາການເຈັບຈາກການລຸລູກ ແມ່ຍິງທີ່ລຸລູກອາດຈະຮູ້ສຶກວິຕົກກັງວົນ, ຢ້ານກົວ. ຄວາມວິຕົກກັງວົນອາດຈະເຮັດໃຫ້ແມ່ຍິງມີຄວາມຮູ້ສຶກເຈັບປວດເພີ່ມຂຶ້ນ. ແມ່ຍິງທີ່ມີຄວາມກັງວົນຫຼາຍອາດຈະເຮັດໃຫ້ຢ້ານກົວຈົນບໍ່ສາມາດນອນເທິງຕຽງກວດພະຍາດຍິງ ໄດ້ເພື່ອທີ່ ຈະລຸລູກ, ສິ່ງນີ້ອາດສົ່ງຜົນກະທົບຕໍ່ຄວາມປອດໄພຂອງແມ່ຍິງໄດ້ ຖ້າລາວບໍ່ໄດ້ ຮັບການປີ່ນປົວ. ອາການເຈັບອາດຈະກ່ຽວພັນກັບທັງສະລິລະວິທະຍາ ແລະ ກົນໄກຂອງການເປີດຂອງປາກມົດລູກ ແລະ ການປັ້ນ ຂອງມົດລູກແມ່ນອາການທີ່ພົບຫຼາຍກວ່າໝູ່ໃນແມ່ຍິງທີ່ມາຮັບບໍລິການລຸລູກ. ໃຫ້ການແກ້ໄຂອາການເຈັບປວດຂອງແມ່ຍິງຢ່າງເໝາະສົມກ່ອນຈະໃຫ້ການລຸລູກດວ້ຍຢາ ຫຼື ດ້ວຍ ເຄື່ອງມືທາງການແພດ. ສິ່ງທີ່ສຳຄັນ 2.3 26 ທາງເລືອກໃນການແກ້ໄຂອາການເຈັບປວດ ການລຸລູກດ້ວຍເຄື່ອງມືທາງການແພດ ການລຸລູກດ້ວຍຢາ ຮ ູບ ແ ບ ບ ບ ໍ່ໄດ ້ໃຊ ້ຢ າ ເຄົາລົບການຕັດສິນໃຈ, ບໍ່ຕັດສິນໃຈແທນ ແມ່ຍິງ, ຕິດຕໍ່ສື່ສານກັບແມ່ຍິງ ໃຫ້ກຳລັງໃຈ ແລະ ຄວາມໝັ້ນໃຈ ສຸພາບອ່ອນໂຍນ ແລະ ປະຕິບັດດ້ວຍເຕັກນິກ ທີ່ນິ້ມນວນ ບັນທຶກທຸກຂັ້ນຕອນຂອງການປະຕິບັດຫັດຖະການ (ຖ້າແມ່ຍິງມີຄວາມຕ້ອງການທີ່ຈະເຮັດ) ຄວນໃຫ້ບຸກຄົນທີ່ໃຫ້ການສະໜັບສະໜູນແມ່ຍິງ ຢູ່ຄຽງຂ້າງກັບແມ່ຍິງໃນເວລາລຸລູກ (ຖ້າແມ່ຍິງມີຄວາມຕ້ອງການ) ໃຫ້ແມ່ຍິງຫັນໃຈເລິກໆ, ຄວບຄຸມຈັງຫວະຫັນໃຈ ເປີດເພັງໃຫ້ຟັງ ໃຊ້ຕຸກນ້ຳອຸ່ນ ຫຼື ຖົງນ້ຳອຸ່ນເຕັງທ້ອງນ້ອຍ ເຄົາລົບການຕັດສິນໃຈ, ບໍ່ຕັດສິນໃຈແທນແມ່ຍິງ ຕິດຕໍ່ສື່ສານກັບແມ່ຍິງ ໃຫ້ກຳລັງໃຈ ແລະ ຄວາມໝັ້ນໃຈ ອະທິບາຍຢ່າງລະອຽດໃນສິ່ງທີ່ຈະເກີດຂຶ້ນ ຄວນໃຫ້ບຸກຄົນທີ່ໃຫ້ການສະໜັບສະໜູນແມ່ຍິງ ຢູ່ຄຽງຂ້າງກັບແມ່ຍິງໃນເວລາລຸລູກ (ຖ້າແມ່ຍິງມີຄວາມຕ້ອງການ) ໃຊ້ຕຸກນ້ຳອຸ່ນ ຫຼື ຖົງນ້ຳອຸ່ນເຕັງທ້ອງນ້ອຍ ຮ ູບ ແ ບ ບ ໃຊ ້ຢ າ ຢາລະງັບ (ເຊັ່ນ diazepam 5–10 mg) ຢາແກ້ປວດ (non-steroidal anti-inflammatory drugs [NSAIDs], ເຊັ່ນ ibuprofen 400–800 mg) ໃສ່ຢາມືນກັບທີ່ (paracervical block ໂດຍໃຊ້ lidocaine (ໂດຍທົ່ວໄປ 10–20 mL ຂອງ 0.5 ຫາ 1.0%) ໃຫ້ຢານອນຫຼັບ ຫຼື ໃສ່ຢາສະຫຼົບໃນບາງກໍລະນີ, ແຕ່ບໍ່ໄດ້ເຮັດທຸກກໍລະນີ ຢາລະງັບ (ເຊັ່ນ diazepam 5–10 mg) ຢາແກ້ປວດ (NSAIDs, ເຊັ່ນ ibuprofen 400–800 mg) ອາດຈະຈຳເປັນຕ້ອງໃຫ້ຢາຕໍ່ຕື່ມອີກ ຖ້າມີຂໍ້ບົ່ງຊີ້, ເພື່ອແກ້ໄຂຜົນຂ້າງຄຽງຂອງຢາ misoprostol (ເຊັ່ນຢາ loperamide ແກ້ ຖອກທ້ອງ). >12 ອາທິດຂອງອາຍຸຖືພາ ນອກຈາກໃຫ້ຢາປະເພດ NSAIDs,ຢ່າງໜ້ອຍ 1 ຫຼື ຫຼາຍກວ່າເຊັ່ນ: ຢາກິນປະເພດ opioids; ໃຫ້ຢາສັກກ້າມຊີ້ນ (IM) ຫຼື ຢາທາງເສັ້ນ (IV) opioids; epidural anaesthesia ຢາ Paracetamol ບໍ່ແນະນຳໃຫ້ໃຊ້ເພື່ອລຸດຜ່ອນອາການເຈັບໃນກໍລະນີລຸລູກ. ຕ້ອງໃຫ້ແນ່ໃຈວ່າຢາຊະນິດກິນ ຈະອອກລິດໃນເວລາທີ່ກຳລັງລຸລູກ, ກິນຢາກ່ອນລົງມືເຮັດ ປະມານ 30–45 ນາທີ. ພາກທີ 2 ການລຸລູກ 27 ຍົກຕົວຢ່າງວິທີທຳມຶນຢູ່ປາກມົດລູກ (paracervical block*) ສັກຢາມຶນ 1–2 mL ຢູ່ປາກມົດລູກ, ບໍລິເວນທີ່ໃຊ້ແປ້ງຈັບປາກມົດລູກ (tenaculum) (ໂດຍກົງກັບ ບໍລິເວນ 12 ໂມງ ຫຼື 6 ໂມງ, ແຕ່ຂຶ້ນກັບຄວາມມັກຂອງຄົນເຮັດ ຫຼື ທີ່ຕັ້ງຂອງປາກມົດລູກ). ຂັ້ນຕອນຕໍ່ໄປ, ຈັບປາກມົດລູກດ້ວຍແປ້ງໜີບປາກມົດລູກ (tenaculum) ຢູ່ທີ່ບໍລິເວນໃສ່ຢາມຶນ. ໃຊ້ແປ້ງໜີບປາກມົດລູກເພື່ອເຄື່ອນເໜັງປາກມົດລູກໄປມາ ແລະ ເຮັດໃຫ້ເຫັນຂອບເຂດຮອຍຕໍ່ລະຫວ່າງຊັ້ນ epithelium ຂອງປາກມົດລູກ ແລະ ຈີວະຂອງຊ່ອງຄອດ, ເຊິ່ງຈະເປັນບ່ອນທີ່ຈະສັກຢາມຶນຕື່ມອີກ. ສັກຢາ lidocaine 2–5 mL ຄ່ອຍໆ ເລິກປະມານ 1.5–3 cm ຢູ່ບໍລິເວນປາກມົດລູກ 2–4 ຈຸດ ຫຼື ບ່ອນຕໍ່ລະຫວ່າງ ຊ່ອງຄອດ (2 ໂມງ ແລະ 10 ໂມງ, ແລະ/ຫຼື 4 ໂມງ ແລະ 8 ໂມງ). ດຶງເຂັມສັກຢາຄືນ ຫຼື ດູດເບິ່ງກ່ອນຈະສັກຢາມືນວ່າມີເລືອດອອກມາບໍ່ ເພື່ອເປັນການຫຼີກລ້ຽງ ບໍ່ໃຫ້ສັກເຂົ້າເສັ້ນເລືອດ. ປະລິມານຂອງຢາ lidocaine ສູງສຸດໃນການເຮັດ paracervical block ແມ່ນ 4.5 mg/kg/dose ຫຼື ໂດຍທົ່ວໄປ ແລ້ວແມ່ນໃຫ້ 200–300 mg (ສູງສຸດ 20 mL ຂອງ 1% ຫຼື 40 mL ຂອງ 0.5%). * Maltzer DS, Maltzer MC, Wiebe ER, Halvorson-Boyd G, Boyd C. Pain management. In: Paul M, Lichtenberg ES, Borgatta L, Grimes DA, Stubblefield PG, editors. A clinicianís guide to medical and surgical abortion. New York: Churchill Livingstone; 1999:73–90. ການໃສ່ຢາສະຫຼົບແມ່ນບໍ່ແນະນຳໃຫ້ເຮັດທຸກໆກໍລະນີ ໃນເວລາລຸລູກດ້ວຍການໃຊ້ເຄື່ອງດູດ ຫຼື ເຮັດ D&E. ຢາທີ່ໃຊ້ເພື່ອເຮັດໃຫ້ສະຫຼົບແມ່ນເປັນຢາຊະນິດໜຶ່ງທີ່ເປັນອັນຕະລາຍຕໍ່ຊີວິດໃນການລຸລູກ. ສະຖານ ທີ່ບໍລິການໃດທີ່ໃຊ້ຢາສະຫຼົບແມ່ນຈຳເປັນຕ້ອງມີອຸປະກອນທີ່ໃຊ້ສະເພາະ ແລະ ແພດທີ່ມີຄວາມຮູ້ໃນ ການໃສ່ ແລະ ສາມາດຈະຮັບມືກັບອາການສົນທີ່ຈະເກີດຂຶ້ນໄດ້. ເມື່ອໃຫ້ຢາແກ້ປວດຊະນິດສັກທາງເສັ້ນ, ທີ່ເປັນຢາລະງັບ ຫຼື ໃສ່ຢາສະຫຼົບ, ທ່ານໝໍທີ່ຈະໃສ່ ຕ້ອງໄດ້ ຮັບການ ຝຶກອົບຮົມ (ແລະມີໃບຢັ້ງຢືນ,ຖ້າມີກົດໝາຍບັງຄັບ) ເພື່ອທີ່ຈະຕິດຕາມລະບົບຫາຍໃຈ, ລະບົບຫົວໃຈເສັ້ນເລືອດ ແລະ ລະບົບປະສາດ, ພ້ອມທັງປະເມີນລະດັບການມີສະຕິຂອງຄົນເຈັບ, ແພດທີ່ຈະໃສ່ຢາແກ້ປວດທາງເສັ້ນເລືອດ ຈຳເປັນຕ້ອງກະກຽມເຄື່ອງຊ່ວຍຫາຍໃຈໄວ້ໃຊ້ໃນກໍລະນີທີ່ ລະບົບຫາຍໃຈມີບັນຫາ. ຂໍ້ແນະນຳເຖິງການຈຳກັດປະລິມານຂອງຢາເພື່ອເປັນການລຸດຄວາມສ່ຽງໃດໆທີ່ຈະເກີດຂຶ້ນກ່ຽວກັບ ການໃຊ້ຢາທີ່ກ່າວມາ. ຖ້າຢາຖືກໃຊ້ ແມ່ນຢາລະງັບ ແລະ ມີຜົນໃນການກົດການຫາຍໃຈ, ກໍ່ຕ້ອງມີຢາ ແກ້ລິດຂອງ ຢາດັ່ງກ່າວໄວ້ສະເໝີ, ຄວນເກັບຢາໄວ້ໃນຕູ້ຢາສຸກເສີນ, ພ້ອມກັບມີ ຂໍ້ແນະນຳໃນການ ໃຊ້ຢາເພື່ອປີ່ນປົວຜົນຂ້າງຄຽງທີ່ຈະເກີດຂຶ້ນ. ສິ່ງສຳຄັນ 2.3 ແກ້ໄຂອາການເຈັບ 28 2.4 ການລຸລູກດ້ວຍຢາ ພິຈາລະນາທາງດ້ານຄີລນິກ ການລຸລູກດ້ວຍຢາແມ່ນມີຫຼາຍຂັ້ນຕອນໂດຍຕ້ອງໄດ້ໃຊ້ຢາສອງຊະນິດ (mifepristone ແລະ misoprostol) ແລະ/ຫຼື ໃຊ້ຢາຊະນິດດຽວແຕ່ຕ້ອງໃຫ້ໃນປະລິມານທີ່ຕ່າງກັນ (misoprostol ພຽງຢ່າງດຽວ). ຢາ Mifepristone ກັບຢາ misoprostol ແມ່ນມີປະສິດທິພາບຫຼາຍກວ່າການໃຊ້ຢາ misoprostol ພຽງຢ່າງ ດຽວ, ແລະ ມີຜົນຂ້າງຄຽງພຽງເລັກນ້ອຍ. ອະນຸຍາດໃຫ້ໃຊ້ຢາ misoprostol ຢູ່ບ້ານໄດ້ພາຍຫຼັງທີ່ໄດ້ໃຊ້ຢາ mifepristone ຢູ່ໃນສະຖານທີ່ດູແລສຸຂະພາບ ທີ່ສາມາດໃຫ້ຄວາມເປັນສ່ວນຕົວໄດ້, ໃຫ້ມີຄວາມສະດວກສະບາຍ ແລະ ການຍອມຮັບຂອງການ ໃຫ້ບໍລິການ, ໂດຍປາດສະຈາກການມີຜົນກະທົບຕໍ່ຄວາມປອດໄພ. ສະຖານທີ່ພື້ນຖານ ທີ່ໃຫ້ການດູແລການ ລຸລູກຄວນເປັນ ສະຖານທີ່ສະເພາະສຳລັບການປີ່ນປົວການລຸລູກດ້ວຍຢາໃນແມ່ຍິງທີ່ມີອາຍຸຖືພາຫຼາຍກວ່າ 9 ອາທິດ (63 ວັນ) ແລະ ທັງໃຫ້ການປີ່ນປົວພາວະອາການສົນທີ່ຮຸນແຮງທີ່ເກີດຈາກການລຸລູກ. ແມ່ຍິງແມ່ນມີຄວາມສາມາດທີ່ຈະເຂົ້າເຖິງຄຳແນະນຳ ແລະ ການດູແລພາວະສຸກເສີນໃນກໍລະນີ ທີ່ມີອາການສົນ, ຖ້າຈໍາເປັນ. ບອກໃຫ້ແມ່ຍິງຮູ້ວ່າຢາ misoprostol ອາດຈະມີຜົນເຮັດໃຫ້ເດັກພິການໄດ້ ຖ້າພາຍຫຼັງທີ່ກິນຢານີ້ແລ້ວລູກ ບໍ່ລຸອອກ ແລະ ແມ່ຍິງຕັດສິນໃຈທີ່ຈະສືບຕໍ່ໃນການຖືພາ. ບໍ່ມີຄວາມຈຳເປັນທີ່ຕ້ອງບັງຄັບໃນການຢຸດຕິການຖືພາ; ຂໍ້ມູນແມ່ນຈຳກັດ ແລະ ບໍ່ສາມາດສະຫຼຸບຜົນ ກ່ຽວກັບການເກີດຄວາມພິການໃຫ້ແກ່ເດັກ. ເຖິງຢ່າງໃດກໍ່ຕາມ, ຍ້ອນວ່າເປັນຄວາມສ່ຽງທີ່ສຳຄັນ, ການຕິດ ຕາມຢ່າງໃກ້ຊິດ ໃນກໍລະນີທີ່ດຳເນີນການຖືພາຕໍ່ໄປແມ່ນມີຄວາມສຳຄັນໃນກໍລະນີນີ້. ຢາ Mifepristone ແລະ ຢາ misoprostol ບໍ່ສາມາດຍຸດຕິການຖືພາລູກນອກພົກໄດ້. ເມື່ອກິນຢາແລ້ວບໍ່ມີເລືອດອອກທາງຊ່ອງຄອດອາດເປັນໄປໄດ້ວ່າຖືພາລູກນອກພົກ, ແຕ່ອາດຈະມີຄວາມ ໝາຍວ່າຖືພາລູກໃນພົກແຕ່ບໍ່ເກີດການລຸລູກກໍ່ໄດ້. ເຖິງວ່າຈະເປັນການຖືພາລູກນອກພົກກໍ່ຕາມ, ແມ່ຍິງອາດຈະມີເລືອດອອກຊ່ອງຄອດພາຍຫຼັງທີ່ກິນຢາ mifepristone ແລະຢາ misoprostol ຍ້ອນວ່າເຫຍື່ອເມື່ອກຂອງມົດລູກ ອາດຈະຕອບສະໜອງກັບຢາ. ປະເມີນສະພາບແມ່ຍິງທີ່ຖືພາລູກນອກພົກ ຖ້າແມ່ຍິງຖືກລາຍງານເຖິງອາການ ຫຼື ອາການສະແດງທີ່ ສະແດງເຖິງການຖືພາທີ່ຍັງສືບຕໍ່ຫຼັງຈາກລຸລູກດ້ວຍຢາ. ພາກທີ 2 ການລຸລູກ 29 ການລຸລູກດ້ວຍຢາ: ≤12 ອາທິດ ( ຫຼື ≤84 ວັນ) ຂອງການຖືພາ 2.5 ການລຸລູກດ້ວຍຢາ:<12 ອາທິດ (ຫຼື < 84 ວັນ) ຂອງການຖືພາ ຮູບແບບໃນການປີ່ນປົວການລຸລູກດ້ວຍຢາ ≤12 ອາທິດ ( ຫຼື ≤84 ວັນ) ຂອງອາຍຸຖືພາ 2.5 ຢາ Misoprostol 800 µg ທາງຊ່ອງຄອດ,ອົມຂ້າງເຫືອກ ຫຼື ກ້ອງລີ້ນ ພຽງຄັ້ງດຽວ ຫຼື ຖ້າອາຍຸຖືພາບໍ່ເກີນ 7 ອາທິດ (49 ວັນ) ໃຫ້ຢາ Misoprostol 400 µg ໃຫ້ກິນ ພຽງຄັ້ງດຽວ ຫຼັງຈາກກິນຢາ mifepristone ໄດ້ 24-48 ຊົ່ວໂມງ Misoprostol 800 µg, ຕໍ່ໄປ 400 µg ທາງຊ່ອງຄອດ, ຕໍ່ໄປທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ທຸກໆ 3 ຊົ່ວໂມງຈົນເຖິງ 5 ຄັ້ງ ເລີ່ມຫຼັງຈາກກິນ mifepristone ໄດ້ 36–48 ຊົ່ວໂມງ ຢາ Misoprostol 800 µg ທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ທຸກໆ 3-12 ຊົ່ວໂມງ ຈົນເຖິງ 3 ຄັ້ງ M IFEPR ISTO N E & M ISO PR O STO L M ISO PR O STO L ພ ຽງຢ ່າງດ ຽວ ຖືພາຈົນຮອດ 9 ອາທິດ (63 ວັນ) 9–12 ອາທິດ (63–84 ວັນ) ໃຫ້ຢາ Mifepristone 200 mg ກິນ ໃຫ້ຄັ້ງດຽວ 30 ວິທີໃຊ້ຢາເມື່ອເລີ່ມຕົ້ນໃນການລຸລູກດ້ວຍຢາ ຢາ Mifepristone ແມ່ນໃຫ້ກິນສະເໝີ. ຢາ Misoprostol ສາມາດນຳໃຊ້ໄດ້ຫຼາຍທາງທີ່ແຕກຕ່າງກັນ, ທັງໃຫ້ກິນ, ທາງຊ່ອງຄອດ, ອົມຂ້າງເຫືອກ ແລະ ອົມກ້ອງລີ້ນ. ຜົນຂ້າງຄຽງ ແລະ ຄຳແນະນຳໃນການໃຊ້ຢາກໍ່ຕ່າງກັນ (ເບິ່ງລາຍລະອຽດ ວິທີການນຳໃຊ້ຢາ misoprostol ໜ້າທີ 31). ການໃຫ້ຢາຕ້ານເຊື້ອແບບປ້ອງກັນແມ່ນບໍ່ຈຳເປັນໃນກໍລະນີລຸລູກດ້ວຍຢາ. ການດູແລແມ່ຍິງທັງກ່ອນ ແລະ ໃນໄລຍະທີ່ລູກລຸອອກ ໃຫ້ແນ່ໃຈວ່າແມ່ຍິງສາມາດເຂົ້າເຖິງແຫຼ່ງຂໍ້ມູນ ແລະ ການໃຫ້ບໍລິການ ເພື່ອສະໜັບສະໜູນໃນການລຸລູກໃຫ້ສຳເລັດ ຜົນ, ສາມາດແກ້ໄຂອາການຂ້າງຄຽງ ແລະ ປີ່ນປົວອາການສົນທີ່ມັກພົບເລື້ອຍໆທີ່ອາດຈະເກີດຂຶ້ນ. ບອກກ່ຽວກັບໄລຍະເວລາທີ່ຈະເຈັບປວດ ແລະ ເລືອດອອກກ່ຽວພັນກັບຂະບວນໃນການລຸລູກ. ອະທິບາຍໃຫ້ຮູ້ ວ່າ ອາດຈະມີເລືອດອອກຫຼາຍພ້ອມກັບມີກ້ອນເລືອດອອກມາ, ຖົງຖືພາຈະຖືກບີບອອກມາ ແລະ ອາການເຈັບ ອາດຈະເຈັບຮຸນແຮງກວ່າອາການເຈັບປັ້ນທ້ອງປະຈໍາເດືອນ. ມີຄວາມສຳຄັນທີ່ແມ່ຍິງຄວນຈະຊອກຫາສະຖານໃຫ້ການດູແລທາງການແພດເມື່ອ: ມີເລືອດອອກເປັນເວລາດົນ ແລະ ຮຸນແຮງ (ປ່ຽນຜ້າອະນາໄມຫຼາຍກວ່າ 2 ຜືນໃຫຍ່ຕໍ່ຊົ່ວໂມງ ເປັນເວລາ 2 ຊົ່ວໂມງຕິດຕໍ່ກັນ); ໄຂ້ດົນກວ່າ 24 ຊົ່ວໂມງ; ຫຼື ຮູ້ສຶກບໍ່ສະບາຍຕົນຕົວດົນກວ່າ 24 ຊົ່ວໂມງ ຫຼັງຈາກທີ່ໃຊ້ຢາ misoprostol. ກໍລະນີທີ່ໃຊ້ຢາ misoprostol ຢູ່ເຮືອນ: ບາງຢ່າງທີ່ຄວນພິຈາລະນາ ໃຫ້ແນ່ໃຈວ່າແມ່ຍິງເຂົ້າໃຈເຖິງ ການໃຊ້ຢາເມັດ misoprostol ຈະໃຊ້ເມື່ອໃດ ແລະ ໃຊ້ແນວໃດ ກ່ອນທີ່ແມ່ຍິງ ຈະກັບບ້ານ. ໃຫ້ແນ່ໃຈວ່າແມ່ຍິງເຂົ້າໃຈເຖິງ ເວລາໃດທີ່ຄວນຈະກິນຢາແກ້ປວດ ແລະ ກິນແນວໃດ. ຄວນສອບຖາມ ແມ່ຍິງ ເຖິງຢາແກ້ປວດຊະນິດອື່ນໆທີ່ແມ່ຍິງໃນແຕ່ລະຄົນມັກໃຊ້. ໃຫ້ແນ່ໃຈວ່າແມ່ຍິງເຂົ້າໃຈ ແລະ ຮູ້ເຖິງວິທີທີ່ຈະຕິດຕໍ່ກັບແພດໃນກໍລະນີທີ່ມີຄຳຖາມ, ຄວາມກັງວົນ ຫຼື ອາການສົນ. ກໍລະນີທີ່ໃຊ້ຢາ misoprostol ຢູ່ໃນສະຖານທີ່ໃຫ້ບໍລິການ: ບາງຢ່າງທີ່ຄວນພິຈາລະນາ ໃຫ້ແນ່ໃຈວ່າແມ່ຍິງສາມາດເຂົ້ານຳໃຊ້ຫ້ອງນ້ຳສ່ວນບຸກຄົນໄດ້ ໃນໄລຍະເວລາທີ່ລໍຖ້າໃຫ້ລູກລຸອອກ. ການກະກຽມຂະບວນການລຸລູກ ພາກທີ 2 ການລຸລູກ 31 ຮູບແບບວິທີໃຊ້ ຂໍ້ແນະນຳວິທີການນຳໃຊ້ ຂໍ້ສັງເກດ ກິນ ເປັນຢາຊະນິດເມັດໃຊ້ກືນເອົາ ແນະນຳໃຫ້ໃຊ້ແຕ່ອາຍຸຖືພາຈົນເຖິງ 7 ອາທິດ (49 ວັນ) ແລະ ຫຼັງຈາກ 12 ອາທິດ (84 ວັນ) ອົມຂ້າງເຫືອກ ເປັນຢາເມັດວາງໄວ້ຢູ່ລະຫວ່າງບຸ້ງແກ້ມ ແລະ ເຫືອກ ແລະ ກືນຢາລົງຫຼັງຈາກ 30 ນາທີ ຈະພົບວ່າມີໄຂ້ ແລະ ໜາວສັ່ນ ຫຼາຍກວ່າໃຊ້ທາງຊ່ອງຄອດ ອົມກ້ອງລີ້ນ ເປັນຢາເມັດວາງໄວ້ກ້ອງລີ້ນ ແລະ ກືນລົງ ຫຼັງຈາກໄດ້ 30 ນາທີ ເຮັດໃຫ້ມີໄຂ້, ໜາວສັ່ນ, ຖອກທ້ອງ ແລະ ປວດຮາກ ເພີ່ມຂຶ້ນເມື່ອສົມທຽບ ກັບ ການໃຫ້ ຢາທາງຊ່ອງຄອດ ຢາຈະອອກລິດໄວ ແລະ ມີປະລິມານຄວາມ ເຂັ້ມຂຸ້ນຂອງຢາສູງໃນນ້ຳເມືອກເລືອດ ຍັດຊອ່ງຄອດ ວິທີໃຊ້ຢາ Misoprostol ແບບອົມຂ້າງເຫືອກ ແລະ ອົມກ້ອງລີ້ນ ເປັນຢາເມັດຍັດເຂົ້າທາງຊ່ອງຄອດຢູ່ໃກ້ ປາກມົດລູກ (ຍັດເຂົ້າຊ່ອງຄອດເລິກໆ) ແລະ ແມ່ຍິງຄວນນອນພຽງເປັນ ເວລາ 30 ນາທີ. ອາດເຫັນເມັດຢາແຕກ,ເປື່ອຍລຸດອອກມາ ມີຜົນຂ້າງຄຽງໜ້ອຍ ອົມຂ້າງເຫືອກ ອົມກ້ອງລີ້ນ ຮູບແບບຂອງວິທີໃຊ້ຢາ misoprostol ໃນແບບຕ່າງໆກັນ 2.5 ການລຸລູກດ້ວຍຢາ: 12 ອາທິດ (ຫຼື 84 ວັນ) ຂອງການຖືພາ ອາການຂ້າງຄຽງມີ ຖອກທ້ອງ ແລະ ປວດຮາກ, ມີໄຂ້ ແລະ ໜາວສັ່ນ 32 ອາການ ການແກ້ໄຂ ອາການເຈັບປວດ ເຄົາລົບໃຫ້ກຽດແມ່ຍິງ, ບໍ່ຕັດສິນໃຈແທນແມ່ຍິງ ແລະ ຕິດຕໍ່ສື່ສານກັບແມ່ຍິງ ໃຫ້ກຳລັງໃຈ ແລະ ໃຫ້ຄວາມໝັ້ນໃຈ ອະທິບາຍຢ່າງລະອຽດໃນສິ່ງທີ່ຈະເກີດຂຶ້ນ ຄວນໃຫ້ບຸກຄົນທີ່ໃຫ້ການສະໜັບສະໜູນແມ່ຍິງໃຫ້ຢູ່ຄຽງຂ້າງ ກັບແມ່ຍິງໃນເວລາລຸລູກ (ຖ້າແມ່ຍິງມີຄວາມຕ້ອງການ) ໃຊ້ຕຸກນ້ຳອຸ່ນ ຫຼື ຖົງນ້ຳອຸ່ນເຕັງທ້ອງນ້ອຍ ໃຫ້ຢາປະເພດ NSAIDs, ເຊັ່ນ ibuprofen ເລືອດອອກຊ່ອງຄອດ ບອກໃຫ້ຮູ້ເຫດຜົນທີ່ຈະເກີດມີເລືອດອອກກ່ຽວກັບປະລິມານ ແລະ ໄລຍະເວລາທີ່ເລືອດຈະອອກ ຖ້າມີຫຼັກຖານສະແດງເຖິງອາການຂາດເລືອດ, ແມ່ນໃຫ້ ເລີ່ມໃສ່ນ້ຳທາງເສັ້ນເລືອດ ໃຊ້ເຄື່ອງດູດຊ່ວຍ ໃນກໍລະນີທີ່ມີເລືອດອອກຫຼາຍ ໃສ່ເລືອດ, ຖ້າຈຳເປັນ (ແຕ່ບໍ່ຄ່ອຍພົບເຫັນ) ອາການໄຂ້ (ໃຫ້ຢາ misoprostol ຊ້ຳອີກ ອາດຈະ ເຮັດໃຫ້ມີອຸນນະພູມເພີ່ມຂຶ້ນ) ໃຫ້ຢາແກ້ໄຂ້, ເຊັ່ນຢາ paracetamol ຖ້າອາການໄຂ້ບໍ່ລຸດລົງໃນ 24 ຊົ່ວໂມງ ພາຍຫຼັງທີ່ໃຊ້ຢາ misoprostol, ຄວນຊອກຫາສາເຫດເພີ່ມວ່າເປັນຍ້ອນຫຍັງ ປວດຮາກ ແລະ ຮາກ ຄຸມດ້ວຍຕົວເອງກ່ອນ. ໃຫ້ຄວາມໝັ້ນໃຈຄືນ, ໃຫ້ຢາຫ້າມຮາກ (ຖ້າຈຳເປັນ) ຖອກທ້ອງ ຄຸມດ້ວຍຕົວເອງກ່ອນ. ໃຫ້ຄວາມໝັ້ນໃຈຄືນ, ໃຫ້ຢາແກ້ຖອກທ້ອງ ຖ້າຈຳເປັນ ແນະນຳໃຫ້ກິນນ້ຳເພີ່ມຂຶ້ນ ອັກເສບຜົ້ງທ້ອງນ້ອຍ ຖ້າຄິດວ່າຈະມີການຊຶມເຊື້ອເກີດຂຶ້ນ, ຄວນກວດກາທາງດ້ານຮ່າງກາຍ ຖ້າແມ່ນມີອາການຊຶມເຊື້ອແທ້, ໃຫ້ຢາຕ້ານເຊື້ອ ແລະ ກຽມດູດມົດລູກ ແລະ ຮັບເຂົ້ານອນໂຮງໝໍ ຖ້າຈຳເປັນ ອາການຂ້າງຄຽງ ແລະ ອາການສົນ ແລະ ວິທີແກ້ໄຂ ພາກທີ 2 ການລຸລູກ 33 ການຕິດຕາມ ຢາ Mifepristone ແລະ ຢາ misoprostol ບໍ່ໄດ້ມີຄວາມຈຳເປັນທີ່ຈະຕ້ອງໄດ້ຮັບການຕິດຕາມຢ່າງເຂັ້ມງວດໃນທຸກໆກໍລະນີ. ແມ່ຍິງອາດຈະສາມາດ ມາຕິດຕາມຢູ່ສະຖານດູແລສຸຂະພາບ ຖ້າພວກເຂົາຕ້ອງການ. ຖ້າຈະນັດແມ່ຍິງກັບມາກວດເພື່ອຕິດຕາມ ຄວນແມ່ນໃນລະຫວ່າງ 7 ຫາ 14 ວັນ. ຢາ Misoprostol ພຽງຢ່າງດຽວ ການຕິດຕາມທາງດ້ານຄີລນິກແມ່ນເພື່ອໃຫ້ແນ່ໃຈວ່າຖົງຖືພາຈະລຸອອກໝົດ. (ການໃຊ້ຢາພຽງຊະນິດດຽວແມ່ນ ມີປະສິດທິຜົນໜ້ອຍກວ່າການໃຊ້ຢາແບບປະສົມ) ການປະເມີນການລຸລູກວ່າຈະອອກໝົດຫຼືບໍ່ ໂດຍອີງໃສ່ອາການ ແລະ ອາການສະແດງທາງຄີລນິກ ຮ່ວມກັບການກວດຕົວຈິງທາງພະຍາດຍິງ ການກວດ 2 ນີ້ວ, ການກວດຫາລະດັບ human chorionic gonadotrophin (hCG) ຫຼື ການເຮັດເອໂກ (ຖ້າມີ) ສາມາດຢັ້ງຢືນໄດ້ວ່າ ລູກຈະລຸອອກໝົດບໍ່. ການປະເມີນຕໍ່ໜ້າວ່າລູກຈະລຸອອກໝົດ ຫຼື ບໍ່ ແມ່ນມີຄວາມຈຳເປັນໃນກໍລະນີ: ແມ່ຍິງລາຍງານວ່າຍັງມີອາການສະແດງຂອງການຖືພາ ແລະ/ຫຼື ມີພຽງແຕ່ເລືອດອອກນ້ອຍດຽວ ຫຼັງຈາກທີ່ກິນ ຢາເຮັດໃຫ້ລຸລູກໂດຍກົງ: ເມື່ອສົງໃສວ່າຍັງມີການຖືພາຢູ່ ແລະ ຄວນປະເມີນດ້ວຍການກວດທ້ອງນ້ອຍ, ສະແດງອອກດ້ວຍ ມົດລູກຂະຫຍາຍຕົວໃຫຍ່ຂຶ້ນ, ຫຼື ເຮັດເອໂກ, ສະແດງເຖິງການຖືພາຍັງຢູ່; ໃຫ້ດູດມົດລູກດ້ວຍເຄື່ອງດູດ ຫຼື ໃຫ້ຢາ misoprostol ຊ້ຳອີກເພື່ອໃຫ້ລຸລູກອອກໝົດເອງ; ແມ່ຍິງລາຍງານວ່າມີເລືອດອອກຫຼາຍ ຫຼື ອອກແກ່ຍາວ ແລະ ມີອາການເຈັບປັ້ນທ້ອງ, ແລະ ຄາດວ່າ ການຖືພາແມ່ນບໍ່ຢູ່ໃນຜົ້ງມົດລູກ (ອ່ານຂ້າງເທິງ): ຄວນຄິດຫາ ແລະ ບົ່ງມະຕິໃຫ້ໄດ້ວ່າແມ່ນຖືພາລູກນອກພົກບໍ່ ແລະ ປີ່ນປົວຕາມຄວາມເໝາະສົມ; ໃຫ້ຢາ misoprostol ຊ້ຳອີກ ຫຼື ດູດຜົ້ງມົດລູກເພື່ອໃຫ້ແຮ່ທີ່ຄ້າງອອກໝົດ; ແມ່ຍິງລາຍງານວ່າມີເລືອດອອກນ້ອຍກວ່າທີ່ຄາດໄວ້ ຫຼື ບໍ່ມີເລືອດອອກ, ແລະ ອາດຄິດຫາແມ່ນການ ຖືພາບໍ່ຢູ່ໃນຜົ້ງມົດລູກ: ຄິດຫາ ແລະ ບົ່ງມະຕິໃຫ້ໄດ້ວ່າແມ່ນຖືພາລູກນອກພົກບໍ່ ແລະ ປີ່ນປົວຕາມຄວາມເໝາະສົມ. 2.5 ການລຸລູກດ້ວຍຢາ: 12 ອາທິດ (ຫຼື 84 ວັນ) ຂອງການຖືພາ 34 ການລຸລູກດ້ວຍຢາ >12 ອາທິດ (ຫຼື >84 ວັນ) ຂອງການຖືພາ ພິຈາລະນາທາງດ້ານຄີລນິກ ໃຫ້ຢາ misoprostol ແຕ່ໃຫ້ໃນສະຖານບໍລິການສຸຂະພາບ. ແມ່ຍິງຈະຢູ່ໃນສະຖານບໍລິການສຸຂະພາບຈົນກະທັ້ງລູກລຸອອກໝົດຮຽບຮ້ອຍ. ຖ້າອາຍຸຖືພາເກີນ 20 ອາທິດ, ບາງທ່ານໝໍຈະພິຈາລະນາວ່າເດັກຕາຍ ຫຼື ຍັງ ກ່ອນທີ່ຈະຕັດສິນໃຈລຸລູກ. ມົດລູກຈະຕອບສະໝອງຕໍ່ສານ prostaglandins ເພີ່ມຂຶ້ນຕາມອາຍຸຖືພາ. ຈະລຸດປະລິມານຂອງຢາ misoprostol ລົງຕາມອາຍຸຖືພາທີ່ເພີ່ມຂຶ້ນ. ຂໍ້ແນະນຳສຳລັບການລຸລູກດ້ວຍຢາ ພາກທີ 2 ການລຸລູກ >12 ອາທິດ ( ຫຼື >84 ວັນ) 2.6 Misoprostol 800 µg, ຕໍ່ໄປ 400 µg ທາງຊ່ອງຄອດ, ຕໍ່ໄປທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ຫຼື Misoprostol 400 µg, ຕໍ່ໄປ 400 µg ໃຫ້ກິນ, ຕໍ່ໄປທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ທຸກໆ 3 ຊົ່ວໂມງ ຈົນເຖິງ 5 ຄັ້ງ ໃຫ້ໃຊ້ຫຼັງຈາກກິນຢາ mifepristone ໄດ້ 36 - 48 ຊົ່ວໂມງ ສຳລັບການຖືພາເກີນ 24 ອາທິດ, ປະລິມານຂອງຢາ misoprostol ຄວນຈະລຸດປະລິມານລົງ, ຍ້ອນວ່າມົດລູກຈະຕອບສະໜອງ ຕໍ່ສານ prostaglandins ຫຼາຍ, ແຕ່ຍັງຂາດການສຶກສາສະເພາະ ກ່ຽວກັບປະລິມານຂອງຢາ ທີ່ແນະນໍາໃຊ້. Misoprostol 400 µg ທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ທຸກໆ 3 ຊົ່ວໂມງ ຈົນເຖິງ 5 ຄັ້ງ M IFEPR ISTO N E & M ISO PR O STO L M ISO PR O STO L ພ ຽງຢ ່າງດ ຽວ ໃຫ້ຢາ Mifepristone 200 mg ກິນ ໃຫ້ຄັ້ງດຽວ Medical abortion: >12 weeks (or >84 days) of pregnancy 352.6 ການລຸລູກດ້ວຍຢາ: >12 ອາທິດ (ຫຼື >84 ວັນ) ຂອງການຖືພາ ວິທີໃຊ້ຢາເມື່ອເລີ່ມຕົ້ນໃນການລຸລູກດ້ວຍຢາ ຢາ Mifepristone ແມ່ນໃຫ້ກິນເອົາສະເໝີ. ຢາ Misoprostol ອາດຈະແນະນຳໃຊ້ໄດ້ຫຼາຍວິທີທີ່ແຕກຕ່າງກັນ, ສາມາດໃຊ້ທາງກິນ, ທາງຊ່ອງຄອດ, ອົມຂ້າງເຫືອກ ແລະ ກ້ອງລີ້ນ. ອາການຂ້າງຄຽງ ແລະ ຄຳແນະນຳໃນ ການໃຊ້ຢາກໍ່ ຕ່າງກັນ. ບໍ່ຈຳເປັນຕ້ອງໃຫ້ຢາຕ້ານເຊື້ອແບບປ້ອງກັນໃນກໍລະນີລຸລູກດ້ວຍຢາ. ໃຫ້ແນ່ໃຈວ່າໄດ້ໃຫ້ຢາ misoprostol ຊ້ຳອີກໂດຍໄວເມື່ອມີຄວາມຈຳເປັນ ແລະ ໃຫ້ກຳລັງໃຈແກ່ແມ່ຍິງໃນໄລຍະລໍຖ້າລູກລຸອອກ. ສ່ວນຫຼາຍອາການປັ້ນທ້ອງຈະເລີ່ມເຈັບກ່ອນຈະກິນຢາ misoprostol ໃນຄັ້ງທີສອງ; ແນວໃດກໍ່ຕາມ, ເວລາເປັນຕົວແປ. ອາການເຈັບຈະເລີ່ມຫຼັງຈາກເວລາກິນຢາ misoprostol ໃນຄັ້ງທໍາອິດ, ແມ່ຍິງຄວນ ຈະຖືກຕິດຕາມຢ່າງສະໝໍ່າສະເໝີ, ມີສ່ວນຮ່ວມໃນກໍລະນີທີ່ແມ່ຍິງຕ້ອງການຄວາມຊ່ວຍເຫຼືອແກ້ໄຂ ອາການເຈັບປວດ. ໄລຍະເວລາທີ່ຄາດຄະເນວ່າລູກຈະລຸອອກ ແລະ ການລຸລູກຈະສົມບູນແມ່ນເພີ່ມຂຶ້ນ ອີງຕາມອາຍຸຖືພາ ແລະ ຖືພາຄັ້ງທີ່ເທົ່າໃດ. ການບີບຂັບໂຕເດັກ/ແຮ່ອອກມາ ຖ້າໂຕເດັກ/ສີ້ນສ່ວນຂອງການຖືພາ (POC) ບໍ່ລຸອອກມາຫຼັງຈາກໄດ້ຮັບຢາ misoprostol ໄດ້ 8–10 ຊົ່ວໂມງ ໃຫ້ກວດກາທາງຊ່ອງຄອດ, ແລະ ໃຫ້ຄີບເອົາສີ້ນສ່ວນຂອງການຖືພາອອກ ຖ້າເຫັນ ຄາຢູ່ໃນຊ່ອງຄອດ ຫຼື ຮູ ຂອງປາກມົດລູກ. ການຂູດມົດລູກບໍ່ແນະນຳໃຫ້ເຮັດທຸກໆກໍລະນີ. ນຳໃຊ້ວິທີທີ່ທັນສະໄໝເຊັ່ນການລຸລູກດ້ວຍຢາ (misoprostol ດ່ຽວ ຫຼື ຮ່ວມກັບ mifepristone) ອັດຕາການມີແຮ່ຄ້າງແມ່ນມີນ້ອຍ (<10%). ການດູດມົດລູກດ້ວຍການໃຊ້ເຄື່ອງດູດເພື່ອເອົາ ເສດແຮ່ ອອກແມ່ນຄວນເຮັດໃຫ້ແກ່ແມ່ຍິງທີ່ມີເລືອດອອກຫຼາຍ, ມີໄຂ້ ຫຼື ມີແຮ່ຄ້າງເກີນ 3-4 ຊົ່ວໂມງ (ຫຼື ການ ຂູດແມ່ນໃຊ້ຢູ່ບ່ອນທີ່ບໍ່ມີເຄື່ອງດູດ) ການກະກຽມຂະບວນການລຸລູກ 36 ໄລຍະພັກຟື້ນ ແລະ ການໃຫ້ກັບບ້ານ ໃຫ້ແນ່ໃຈວ່າແມ່ຍິງໄດ້ສິ້ນສຸດຂະບວນການລຸລູກຢ່າງສົມບູນແລ້ວ ແລະ ລາວຈະບໍ່ຖືພາອີກ. ໃຫ້ແມ່ຍິງຮູ້ທີ່ຢູ່ຕິດຕໍ່ຂອງທ່ານໝໍເວລາທີ່ລາວເກີດມີກໍລະນີສຸກເສີນກ່ຽວກັບການລຸລູກໃນຄັ້ງນີ້. ຕິດຕາມແມ່ຍິງສຳລັບອາການສົນທຸກຢ່າງທີ່ຈະເກີດມີ ແລະ ໃຫ້ການປີ່ນປົວທີ່ຈຳເປັນ. ສາມາດໃຫ້ແມ່ຍິງກັບບ້ານໄດ້ເມື່ອແມ່ຍິງຢູ່ໃນສະພາບປົກກະຕິ ແລະ ມີຄຸນສົມບັດກົງຕາມ ເງື່ອນໄຂທີ່ວາງໄວ້. ໃຫ້ແນ່ໃຈວ່າແມ່ຍິງມີຂໍ້ມູນທີ່ຈຳເປັນຢ່າງຄົບຖ້ວນ ແລະ/ຫຼື ມີຢາກ່ອນທີ່ຈະກັບບ້ານ. ບັນທຶກລົງເອກະສານທັງໝົດກ່ຽວກັບຜົນຂອງການປີ່ນປົວ, ພ້ອມທັງຜົນແຊກຊ້ອນທີ່ເກີດຂຶ້ນທຸກໆກໍລະນີ. ພາກທີ 2 ການລຸລູກ ອາການໄຂ້ສາມາດເປັນອາການຂ້າງຄຽງທີ່ພົບເຫັນເລື້ອຍໆໃນກໍລະນີທີ່ໃຫ້ຢາ misoprostol ຊ້ຳອີກ, ໃຫ້ກິນຢາ paracetamol ຫຼື ຢາ ibuprofen ຈະຊ່ວຍລຸດຜ່ອນຄວາມບໍ່ສະບາຍຕົວຂອງແມ່ຍິງ. ຖ້າອາການໄຂ້ບໍ່ລຸດລົງ ເປັນຊົ່ວໂມງຫຼັງຈາກໄດ້ຮັບຢາ misoprostol ໃນຄັ້ງສຸດທ້າຍ ຄວນຈະຄົ້ນຫາສາຍເຫດ. ອາການເຈັບຮຸນແຮງທີ່ຍັງປະກົດໃຫ້ເຫັນເປັນເວລາດົນແມ່ນຄວນຊອກຫາສາຍເຫດເພື່ອຈຳແນກ ກັບມົດລູກ ຊອດ ຫຼື ບໍ່, ອາການສົນໃນກໍລະນີນີ້ແມ່ນບໍ່ຄ່ອຍພົບເຫັນ. ຂໍ້ສັງເກດ 37 ການລຸລູກດ້ວຍເຄື່ອງມືທາງການແພດ: ການກະກຽມປາກມົດລູກ ການກະກຽມປາກມົດລູກກ່ອນທີ່ຈະລຸລູກດ້ວຍເຄື່ອງມືແມ່ນແນະນຳໃຫ້ເຮັດໃນທຸກໆແມ່ຍິງທີ່ມີ ອາຍຸຖືພາ ເກີນ12-14 ອາທິດ. ບໍ່ໄດ້ແນະນຳໃຫ້ເຮັດໃນທຸກກໍລະນີຂອງການຖືພາທີ່ມີອາຍຸຖືພານ້ອຍກວ່າ 12 ອາທິດ, ການໃຊ້ວິທີກຽມ ປາກມົດລູກແມ່ນພິຈາລະນາເຮັດສະເພາະແຕ່ໃນແມ່ຍິງທຸກຄົນທີ່ລຸລູກດ້ວຍເຄື່ອງມືທາງການແພດ. ປັດໃຈ ໃນການເລືອກໃຊ້ວິທີນີ້ແມ່ນພິຈາລະນາຈາກແມ່ຍິງທີ່ມີຄວາມສ່ຽງສູງ ທີ່ຈະເກີດມີອາການສົນໃນເວລາລຸລູກ, ແລະ ກໍ່ຂຶ້ນກັບປະສົບການຂອງແພດຜູ້ທີ່ຈະປະຕິບັດດ້ວຍ. ການກຽມປາກມົດລູກໃຫ້ເໝາະສຳລັບການລຸລູກຈະຊ່ວຍລຸດອັດຕາການເກີດອັນຕະລາຍໃນການລຸລູກດ້ວຍ ເຄື່ອງມືໃນໄຕມາດທີ່ສອງຂອງການຖືພາ, ພ້ອມທັງຄວາມສ່ຽງໃນການເກີດປາກມົດລູກຈີກຂາດ, ມົດລູກຊອດ ແລະ ການລຸລູກບໍ່ຄົບ. ອາດສາມາດໃຊ້ສີ່ງຂະຫຍາຍປາກມົດລູກດ້ວຍສານດູດຊືມ ແລະ ຕົວຢາ ຊ່ວຍໃນການກຽມປາກມົດລູກ. ຢາແກ້ປວດ ເຊັ່ນ ibuprofen ແລະ/ຫຼື narcotics, ເຊັ່ນດຽວກັບຢາກິນປະເພດ anxiolytics ຖ້າມີຄວາມຈຳເປັນ, ຄວນຈະໃຫ້ຢາໃນເວລາດຽວກັນທີ່ມີການກຽມປາກມົດລູກ ແລະ ໃຫ້ຊໍ້າອີກ ໄດ້ຖ້າຕ້ອງການ, ຈະຊ່ວຍເພີ່ມປະສິດທິພາບໃຫ້ສຳເລັດຜົນໃນການເຮັດຫັດຖະການ. 2.7 ການລຸລູກດ້ວຍເຄື່ອງມືທາງການແພດ: ກຽມປາກມົດລູກ ຖ້າແມ່ຍິງທີ່ໄດ້ໃຊ້ວິທີກະກຽມປາກມົດລູກແລ້ວມີເລືອດອອກທາງຊ່ອງຄອດຫຼາຍ, ແມ່ນຕ້ອງໄດ້ເລີ່ມຂະບວນ ການດູດມົດລູກທັນທີໂດຍບໍ່ຈຳເປັນຕ້ອງລໍຖ້າ. ສິ່ງທີ່ສຳຄັນ 2.7 38 12–14 ອາທິດ >12–14 ອາທິດ ຍັດ laminaria ເຂົ້າໃນຮູຂອງປາກ ມົດລູກກ່ອນຈະລຸລູກ 6-24 ຊົ່ວໂມງ ໃຫ້ຢາ mifepristone ໃຫ້ຢາ misoprostol 400 µg ຊ່ອງຄອດ ກ່ອນລົງມືເຮັດ 3-4 ຊົ່ວໂມງ 400 µg ອົມກ້ອງລີ້ນ ກ່ອນລົງມືເຮັດ 2-3 ຊົ່ວໂມງ ປະລິມານ ວິທີ ເວລາ ປະລິມານ ວິທີ ເວລາ 200 mg ກິນ ກ່ອນລົງມືເຮັດ 24-48 ຊົ່ວໂມງ ຂໍ້ສັງເກດ: ການໃຫ້ຢາທາງຊ່ອງຄອດ ເຮັດໃຫ້ມີຜົນ ຕໍ່ການເປີດຂອງປາກມົດລູກພ້ອມກັບມີອາການ ຂ້າງຄຽງຈາກຢາຫຼາຍກວ່າການໃຫ້ຢາແບບ ອົມກ້ອງລີ້ນ. ສະຫຼຸບໃຊ້ຢາ misoprostol ຈະເຮັດໃຫ້ ປາກມົດລູກເປີດນ້ອຍກວ່າການໃຊ້ສານ ດູດຊືມ, ແຕ່ມີຜົນດີຄືສາມາດເຮັດລຸລູກ ໄດ້ໃນວັນດຽວກັບການ ເຮັດຫັດຖະການ ສໍາລັບແມ່ຍິງສ່ວນຫຼາຍ. 12–19 ອາທິດຂອງການຖືພາ: ຈະໃຊ້ຢາ misoprostol ຫຼື ສານດູດຊືມ (osmotic dilators) ອາຍຸຖືພາກາຍ 20 ອາທິດ: ແມ່ນມັກໃຊ້ ສານດູດຊືມ ໃຫ້ຢາ misoprostol 400 µg ຊ່ອງຄອດ ກ່ອນລົງມືເຮັດ 3-4 ຊົ່ວໂມງ ການກະກຽມປາກມົດລູກກ່ອນທີ່ຈະລຸລູກດ້ວຍເຄື່ອງມືທາງການແພດ ພາກທີ 2 ການລຸລູກ ປະລິມານ ວິທີ ເວລາ 39 ຕົວຢ່າງວິທີນຳໃຊ້ສານດູດຊຶມ ໃສ່ສົບເປັດເຂົ້າໃນຊ່ອງຄອດ ແລະ ອະນາໄມປາກມົດລູກດ້ວຍນ້ຳຢາຂ້າເຊຶ້ອ. ໃສ່ຢາມືນກັບທີ່ເຂົ້າປາກມົດລູກ, ຫຼື ອ້ອມປາກມົດລູກ (ອ່ານຄຳແນະນຳໜ້າທີ 27 ສຳລັບການເຮັດ para - cervical block), ຈັບປາກມົດລູກດ້ວຍແປ້ງຈັບປາກມົດລູກ (atraumatic tenaculum). ໃຊ້ແປ້ງຈັບ (ແປ້ງປາກມົນ) ຢູ່ປາຍສຸດຂອງສານ osmotic ແລະ ຍັດເຂົ້າໃນຮູຊັ້ນໃນຂອງປາກມົດລູກ (endocervical canal) ໂດຍໃຫ້ປາຍຂອງສານເຂົ້າໃນຮູຊັ້ນໃນຂອງປາກມົດລູກ. ເຄືອບສານ osmotic dilator ດ້ວຍນ້ຳມັນລໍ່ລື້ນ ຫຼື ດ້ວຍນ້ຳຢາຂ້າເຊື້ອ ກ່ອນຈະສອດເຂົ້າໃນຮູປາກມົດລູກ. ປະຕິບັດວິທີໃສ່ເຂົ້າຮູປາກມົດລູກຕາມຂັ້ນຕອນໃຫ້ລຽນຕິດຕໍ່ກັນຈາກອັນໜຶ່ງສູ່ອັນໃໝ່, ດັ່ງນັ້ນ ມັນຈະຕິດແໜ້ນກັນໃນຮູປາກມົດລູກ. ຄຳແນະນຳເພີ່ມຕື່ມສຳລັບຢາ misoprostol ແລະ ສານດູດຊຶມ ທີ່ໃຊ້ ເພື່ອກຽມຄວາມ ພ້ອມໃຫ້ແກ່ປາກມົດລູກ ສານດູດຊຶມ ປາກມົດລູກຈະເປີດໄວສຸດແມ່ນໃຊ້ເວລາປະມານ 6 ຫາ 12 ຊົ່ວໂມງ ຫຼັງຈາກຍັດຢາ. ເມື່ອຕ້ອງການໃຫ້ເປີດຊ້າ ກວ່ານີ້ກໍ່ຂຶ້ນກັບຈຳນວນຂອງຢາ osmotic dilators ທີ່ຍັດໃສ່, ສາມາດໃສ່ຊ້ຳໄດ້ອີກໃນ 4 ຊົ່ວໂມງ ຫຼື ໃນມື້ຕໍ່ໄປ, ເພື່ອຊ່ວຍໃຫ້ປາກມົດລູກເປີດເພີ້ມຕື່ມ. ຈະມີຄວາມສ່ຽງນ້ອຍທີ່ລູກຈະລຸອອກເລີຍຫຼັງຈາກທີ່ຍັດຢາດ້ວຍ laminaria, ສ່ວນຫຼາຍແມ່ຍິງ ຈະກັບບ້ານກ່ອນ ແລະ ກັບຄືນມາອີກຄັ້ງເພື່ອສືບຕໍ່ປະຕິບັດໃນຂັ້ນຕອນຕໍ່ໄປທີ່ນັດໄວ້. ຢາ Misoprostol ແມ່ຍິງອາດຈະມີເລືອດອອກຊ່ອງຄອດໃນບາງຄັ້ງ ແລະ ເຈັບປັ້ນທ້ອງນ້ອຍຈາກການໃຊ້ຢາ misoprostol. ໃຫ້ແນ່ໃຈວ່າມີສະຖານທີ່ລໍຖ້າທີ່ສະດວກສະບາຍສຳລັບແມ່ຍິງທີ່ຖືກຍັດຢາ misoprostol ແລ້ວໃນໄລຍະລໍຖ້າ ໃຫ້ຢາອອກລິດ. ຖ້າປາກມົດລູກບໍ່ເປີດງ່າຍຫຼັງຈາກຍັດຢາ misoprostol ໃນຄັ້ງທຳອິດແລ້ວ ແມ່ນສາມາດຍັດຢາຊ້ຳອີກໄດ້. 2.7 ການລຸລູກດ້ວຍເຄື່ອງມືທາງການແພດ: ກຽມປາກມົດລູກ Clean examination gloves Clean water Detergent or soap Cervical preparation agent (e.g. misoprostol, mifepristone, osmotic dilators) Pain medications, such as analgesics and anxiolytics Gloves Gown, face protection Needles (22-gauge spinal for paracervical block and 21-gauge for drug administration) Syringes (5, 10 and 20 mL) Lidocaine for paracervical block Gauze sponges or cotton balls Antiseptic solution (non-alcohol based) to prepare the cervix Instrument-soaking solution Sterilization or high-level disinfection solutions and materials Silicone for lubricating syringes Blood-pressure equipment Stethoscope Speculum (wide mouth to increase exposure of the cervix and short to avoid pushing the cervix away, or a Sims speculum if an assistant is available) * Tenaculum (when available) Tapered dilators up to 51 mm or equivalent circumference * Stepwise sized cannulae up to 12 or 14 mm Electric vacuum aspirator (with cannulae up to 12–14 mm) or manual vacuum aspirator (with cannulae up to 12 mm) Bierer uterine evacuation forceps (large and small) * Sopher uterine evacuation forceps (small) * Large, postpartum flexible curette * Sponge forceps Stainless steel bowl for prepping solution Instrument tray Clear glass dish for tissue inspection Strainer (metal, glass or gauze) 40 ພາກທີ 2 ການລຸລູກ ຢາ, ວັດຖຸດິບ ແລະ ອຸປະກອນ ສຳລັບ ລຸລູກດ້ວຍເຄື່ອງມືທາງການແພດ ໃຊ້ຖົງມື ສະອາດ ກວດຮ່າງກາຍ ນ້ຳສະອາດ ໃຊ້ແຟັບ ຫຼື ສະບູ ໃຊ້ຢາກຽມຄວາມພ້ອມໃຫ້ປາກມົດລູກ (ເຊັ່ນຢາ misoprostol, mifepristone, osmotic dilators) ຢາແກ້ເຈັບ, ເຊັ່ນ: ຢາແກ້ປວດ ແລະ ຢາລະງັບ (anxiolytics) ຖົງມື ເສື້ອກັນເປື້ອນ, ຜ້າອັດປາກ ເຂັມ (ເບີ 22 ທີ່ໃຊ້ແທງກະດູກສັນຫຼັງ ເພື່ອໃຊ້ທຳມືນແບບ paracervical block ແລະ ເຂັມເບີ 21 ເພື່ອໃຊ້ສັກຢາ) ສະແລງ (5, 10 ແລະ 20 mL) ກຽມຢາມືນ Lidocaine ເພື່ອເຮັດ paracervical block ສຳລີ ແລະ ຜ້າ ນ້ຳຢາຂ້າເຊື້ອ (ບໍ່ມີເຫຼົ ້າເປັນສ່ວນປະສົມ) ເພື່ອໃຊ້ອະນາໄມປາກມົດລູກ ນໍ້າຢາທີ່ໃຊ້ລ້າງອຸປະກອນ ໃຊ້ເຕັກນິກອະເຊື້ອ ຫຼື ໃຊ້ນ້ຳຢາຂ້າເຊື້ອແຮງສູງ ແລະ ອຸປະກອນ ຊີລິໂຄນເພື່ອໃຊ້ລໍ່ລືນສະແລງ ເຄື່ອງແທກ ຄວາມດັນເລືອດ ຫູຟັງ (Stethoscope) ສົບເປັດ (ທີ່ປາກກ້ວາງເພື່ອໃຫ້ເຫັນປາກມົດລູກຢ່າງ ຊັດເຈນ ແລະ ບໍ່ຍາວຫຼາຍເພື່ອບໍ່ໃຫ້ຍູ້ປາກມົດລູກ, ຫຼື ສັບເປັດນ້ອຍ ຖ້າມີຜູ້ຊ່ວຍ) * ແປ້ງຈັບປາກມົດລູກ (Tenaculum) (ຖ້າມີ) ເຄື່ອງຂະຫຍາຍປາກມົດລູກທີ່ມີຂະໜາດເຖິງ 51 mm ຫຼື * ມີເສັ້ນຜ່າກາງເທົ່າກັບ ທໍ່ດູດຂະໜາດ 12 ຫຼື 14 mm ເຄື່ອງດູດສູນອາກາດໃຊ້ໄຟຟ້າ (ພ້ອມທໍ່ດູດຈົນຮອດເບີ 12-14 mm) ຫຼື ເຄື່ອງດູດສູນອາກາດໃຊ້ມື (ພ້ອມທໍ່ດູດຮອດເບີ 12 mm) ແປ້ງຂູດມົດລູກຊະນິດຄົມ (ຂະໜາດນ້ອຍ ແລະ ໃຫຍ່)* ແປ້ງຂູດມົດລູກຊະນິດບໍ່ຄົມ (ຂະໜາດນ້ອຍ)* ແປ້ງຂູດຂະໜາດໃຫຍ່ສຳລັບຫຼັງຄອດ* ແປ້ງຫົວມົນສຳລັບຈັບສຳລີ ຖ້ວຍເຫຼັກສຳລັບໃສ່ນ້ຳຢາຂ້າເຊື້ອ ຖາດໃສ່ອຸປະກອນ ແຜ່ນແກ້ວໃສໃຊ້ສຳລັບກວດເບິ່ງເນື້ອເຫຍື່ອ ຖັງ (ໂລຫະ, ແກ້ວ ຫຼື ຜ້າ) ເຄ ື່ອ ງມ ືທ າງກ ານ ແ ພ ດ ໃຊ້ວິທີເຄື່ອງດູດສູນອາກາດ (VA) ແລະ ວິທີ D&E ປະເມີນດ້ານອາການ *ອຸປະກອນທີ່ໃຊ້ສໍາລັບເຮັດ D&E ແມ່ນໄດ້ໝາຍເປັນໂຕໜັງສືເຂັ້ມດ້ານເທີງນັ້ນ. 2.8 ຢ າ & ວ ັດ ຖ ຸດ ິບ 412.8 ຢາ, ວັດຖຸດິບ ແລະ ອຸປະກອນ ສໍາລັບການລຸລູກດ້ວຍເຄື່ອງມືທາງການແພດ ໃສ່ຜ້າອະນາໄມ ຫຼື ຜ້າສຳລີ ຢາແກ້ປວດ ຢາຕ້ານເຊຶ້ອ ຂໍ້ມູນກ່ຽວກັບການເບີ່ງແຍງຕົວເອງຫຼັງຈາກ ການລຸລູກ ການໃຊ້ວິທີຄຸມກຳເນີດຫຼັງຈາກລຸລູກ ແລະ ຂໍ້ມູນ ແລະ/ຫຼື ການນຳສົ່ງຄົນເຈັບ ໃຊ້ຢາແກ້ປວດໃຫ້ແທດເໝາະກັບຄວາມຮຸນແຮງ ຂອງອາການເຈັບ ເຮັດໃຫ້ມົດລູກປັ້ນ (ຢາ oxytocin, misoprostol ຫຼື ergometrine) ສັກເຂົ້າເສັ້ນ (IV) ແລະ ປະສົມກັບນ້ຳ (saline, sodium lactate, glucose) ວິທີການນໍາສົ່ງຄົນເຈັບໄປຫາບ່ອນທີ່ມືເງື່ອນໄຂ, ເມື່ອມີຄວາມຈຳເປັນ ເຄື່ອງແທກຄວາມດັນເລືອດ ຫູຟັງ (Stethoscope) ໃຫ້ອົກຊີແຊນ ແລະ ໃສ່ແນວງວມປາກ ເຄື່ອງກວດເອໂກ (ໃຊ້ເປັນທາງເລືອກ) ແປ້ງຫຍິບ ແລະ ໄໝຫຍິບ ມີດຕັດ Uterine packing ໃນກໍລະນີມີອາການສົນໄລຍະພັກຟື້ນ Sanitary napkins or cotton wool Analgesics Antibiotics Information on post-procedure self-care Post-abortion contraceptive methods and information and/or referral Appropriate antagonists to medications used for pain Uterotonics (oxytocin, misoprostol or ergometrine) IV line and fluids (saline, sodium lactate, glucose) Clear referral mechanisms to high r-level facility, when needed Blood pressure equipment Stethoscope Oxygen and Ambu bag On-site access to an ultrasound machine (optional) Long needle-driver and suture Scissors Uterine packing 42 ການລຸລູກດ້ວຍເຄື່ອງມືທາງການແພດ: 12–14 ອາທິດຂອງການຖືພາ ພິຈາລະນາທາງດ້ານຄີລນິກ ເຄື່ອງດູດທີ່ໃຊ້ເຂົ້າໃນການລຸລູກປະກອບມີ 2 ແບບຄື: ເຄື່ອງດູດສູນອາກາດ ທີ່ໃຊ້ມື (MVA) ເຊີ່ງຈະໃຊ້ແຮງມືເປັນຕົວຊ່ວຍໃນການເຮັດໃຫ້ເກີດແຮງດັນພາຍໃນ ຊະແລງ. ຫົວດູດຈະປະກອບມີທໍ່ດູດເຊີ່ງມີເສັ້ນຜ່າກາງລະຫ່ວາງ 4 - 14 mm ແລະ ສາມາດນຳໃຊ້ ແລະ ຕິດຕັ້ງ ໄດ້ຫຼາຍເທື່ອ ເຄື່ອງດູດແບບນີ້ແມ່ນບໍ່ຈຳເປັນຕ້ອງໃຊ້ໄຟຟ້າ. ເຄື່ອງດູດສູນອາກາດ ທີ່ໃຊ້ໄຟຟ້າ (EVA) ເຊີ່ງຈະໃຊ້ຈັກໄຟຟ້າເປັນຕົວຊ່ວຍໃນການດູດເຊີ່ງຈະເຮັດໃຫ້ມີແຮງດູດ ແລະ ສາມາດໃສ່ທໍ່ດູດທີ່ມີເສັ້ນຜ່າກາງຂະຫນາດໃຫ່ຍຂື້ນຄືຢູ່ລະຫ່ວາງ 14 – 16 mm ເຊີ່ງຈະມີເສັ້ນຜ່າກາງ ຂະໜາດໃຫ່ຍກ່ວາແບບບໍ່ໃຊ້ໄຟຟ້າ (ຫຼາຍກວ່າ >12 mm). ຂະບວນການຂອງການລຸລູກແມ່ນຈະປະຕິບັດຄ້າຍຄືກັນໂດຍບໍ່ໄດ້ຄຳນືງເຖີງຊະນິດຂອງເຄື່ອງດູດວ່າຈຳເປັນຈະຕ້ອງ ໄດ້ໃຊ້ເຄື່ອງດູດແບບໃດ ຕ້ອງນຳສົ່ງຄົນເຈັບໄປຫາສະຖານບໍລິການທີ່ສາມາດເຮັດໄດ້,ຖ້າຫາກມີຄວາມຈຳເປັນໃນການແກ້ໄຂບັນຫາ ຕ່າງໆທີ່ອາດເກີດຂື້ນເປັນຕົ້ນວ່າ ຫາກເກີດອາການສົນ ຫຼື ອາການສົນແບບຮຸນແຮງ ການກະກຽມປາກມົດລູກ, ຫາກມີຄວາມຈຳເປັນ (ເບີ່ງ ພາກ2.7: ການລຸລູກດ້ວຍເຄື່ອງມືທາງການແພດ: ການກະກຽມປາກມົດລູກ, ໜ້າທີ່ 37). ໃຫ້ການປ້ອງກັນດ້ວຍການໃຫ້ຢາຕ້ານເຊື້ອເພື່ອຫຼຸດຜ່ອນການຊຶມເຊື້ອຫຼັງການລຸລູກ. ໝັ້ນໃຈວ່າຄົນເຈັບໄດ້ຮັບຢາແກ້ປວດແລ້ວ ຕ້ອງໝັ້ນໃຈວ່າອຸປະກອນຕ່າງໆທີ່ມີຄວາມຈຳເປັນຕ້ອງໃຊ້ແມ່ນໄດ້ຖືກລວບລວມ ແລະ ກຽມພ້ອມ ສາມາດນຳໃຊ້ໄດ້. ໃນກໍລະນີທີ່ນຳໃຊ້ MVA ນັ້ນ ຈະຕ້ອງໝັ້ນໃຈວ່າມີ: ເຄື່ອງດູດ MVA ແມ່ນມີແຮງດູດ ແລະ ສາມາດດູດດີ ກ່ອນທີ່ຈະລົງມືປະຕິບັດ. ຕ້ອງສໍາຮອງເຄື່ອງດູດອັນອື່ນທີ່ສາມາດນຳໃຊ້ໄດ້ໄວ້ພ້ອມ ໃນກໍລະນີຫາກເຄື່ອງດູດໂຕທຳອິດມີບັນຫາທາງ ດ້ານເຕັກນິກ. ກ່ອນໜ້າທີ່ຈະລົງມືປະຕິບັດ ພາກທີ 2 ການລຸລູກ ເພື່ອຫຼຸດຜ່ອນອັດຕາການຊືມເຊື້ອ ແມ່ນແນະນຳໃຫ້ໃຊ້ຢາຕ້ານເຊື້ອກ່ອນຈະເລີ້ມລົງມືປະຕິບັດ ຫຼື ໃນໄລຍະ ຂອງການລົງມືປະຕິບັດ: ສະຖານບໍລິການທີ່ໃຫ້ບໍລິການລຸລູກດ້ວຍເຄື່ອງມືທາງການແພດຈະຕ້ອງໄດ້ສະໜອງ ຢາຕ້ານເຊື້ອໃຫ້ມີໄວ້ຢ່າງພຽງພໍ, ຖ້າວ່າຢາຕ້ານເຊື້ອບໍ່ສາມາດສະໜອງໄດ້ທັນເວລາ, ບໍລິການລຸລູກດ້ວຍ ເຄື່ອງມືທາງການແພດ ກໍ່ຈະຕ້ອງໄດ້ຖືກປະຕິບັດ ແລະ ດຳເນີນຕໍ່ໄປ. ສີ່ງສຳຄັນ 2.9 432.3 Physical examination ການລຸລູກດ້ວຍເຄື່ອງມືທາງການແພດ 12–14 ອາທິດຂອງການຖືພາ 2.9 ການລຸລູກດ້ວຍເຄື່ອງມືທາງການແພດ: 12–14 ອາທິດຂອງການຖືພາ ບອກໃຫ້ແມ່ຍິງໄປຍ່ຽວ ໃຫ້ພົກຍ່ຽວເປົ່າຫວ່າງ ລ້າງມື ແລະ ໃສ່ຖົງມື ກວດ 2 ນີ້ວ ໃສ່ສົບເປັດ ອະນາໄມປາກມົດລູກດ້ວຍນ້ຳຢາຂ້າເຊື້ອ ໃສ່ຢາມືນຢູ່ປາກມົດລູກ Paracervical block (ຫຼື ປະຕິບັດຕາມຂັ້ນຕອນທີ 7) ຂະຫຍາຍປາກມົດລູກ ໃສ່ທໍ່ດູດເຂົ້າໄປໃນມົດລູກ ວິທີຂອງການດູດມົດລູກ ການສັງເກດເບີ່ງສີ້ນສ່ວນຕ່າງໆທີ່ດູດອອກມາ ປະຕິບັດຫັດຖະການທຸກໆຂັ້ນຕອນໄປພ້ອມໆກັນ ການພັກຟື້ນ ແລະ ອະນຸຍາດໃຫ້ຄົນເຈັບອອກໂຮງໝໍ 1 2 3 4 5 6 7 8 9 10 11 12 44 ບອກໃຫ້ແມ່ຍິງໄປຍ່ຽວ ໃຫ້ພົກຍ່ຽວເປົ່າຫວ່າງ1 ບອກໃຫ້ແມ່ຍິງໄປຍ່ຽວ ໃຫ້ພົກຍ່ຽວເປົ່າຫວ່າງແລ້ວ ຄ່ອຍໆຊ່ວຍປະຄອງຄົນເຈັບຂື້ນໂຕະເຊີ່ງຈະຕ້ອງໄດ້ຈັດຄົນເຈັບ ໃຫ້ນອນຢູ່ໃນທ່ານອນກວດພະຍາດຍິງ( dorsal lithotomy) ລ້າງມື ແລະ ໃສ່ຖົງມື2 ລ້າງມື ແລະ ໃສ່ຖົງມືທີ່ສະອາດ ກວດ 2 ນີ້ວ 3 ການກວດ 2 ນີ້ວ ເພື່ອຢັ້ງຢືນ ຫຼື ບອກໃຫ້ຮູ້ໃນສີ່ງທີ່ພົບເຫັນຖ້າວ່າຫາກມີການປະເມີນໄດ້ໄວ; ຜູ້ກວດກາຕົວຈິງແມ່ນ ຈະຕ້ອງໄດ້ໃຫ້ການປະເມີນຂະໜາດ ແລະ ທ່າຂອງມົດລູກໄດ້ຢ່າງຖືກຕ້ອງກ່ອນທີ່ ຈະດຳເນີນການດູດມົດລູກ. ໃສ່ສົບເປັດ4 ໝັ້ນໃຈວ່າໃຫ້ເຫັນປາກມົດລູກໄດ້ຢ່າງຊັດເຈນ ເພື່ອຫຼຸດຜ່ອນການຊຶມເຊື້ອຫຼັງຈາກການດູດມົດລູກແລ້ວນັ້ນ ແມ່ນຈະຕ້ອງໄດ້ນຳໃຊ້ເຄື່ອງມື ທີ່ອະເຊື້ອ ຫຼື ອຸປະກອນຕ່າງໆທາງການແພດທີ່ອະເຊື້ອແລ້ວ, ການໃຫ້ຢາຕ້ານເຊື້ອກ່ອນການ ລົງມືປະຕິບັດການດູດມົດລູກ ແລະ ການນຳໃຊ້ເຕັກນິກບໍ່ສຳຜັດ. ຄວາມໝາຍຂອງເຕັກນິກບໍ່ສຳຜັດ ແມ່ນໝາຍຄວາມວ່າອຸປະກອນຕ່າງໆ ທີ່ຈະນຳເຂົ້າໄປໃນມົດລູກແມ່ນຈະ ຕ້ອງບໍ່ໃຫ້ສຳພັດກັບວັດຖຸ ຫຼື ອະໄວຍະວະໃກ້ຄຽງທີ່ບໍ່ອະເຊື້ອ ກ່ອນຈະເອົາເຂົ້າໄປໃນຜົ້ງຂອງມົດລູກ ເຊີ່ງລວມ ມີຄື: ຜະໜັງຊ່ອງຄອດ. ສະນັ້ນແລ້ວ, ຜູ້ໃຫ້ບໍລິການຕ້ອງຄຳນືງເຖີງຫຼັກການຕ່າງໆຂອງການດູດມົດລູກໃຫ້ຖືກຕ້ອງ: ຕ້ອງກຳແໜ້ນໆ ແລະ ສຳຜັດພຽງແຕ່ສ່ວນກາງຂອງອຸປະກອນຂະຫຍາຍຄໍມົດລູກ, ຫຼີກລ້ຽງການຈັບຢູ່ບໍລິເວນສ່ວນປາຍຂອງອຸປະກອນ ເອົາທໍ່ດູດຕໍ່ປະກອບເຂົ້າກັບເຄື່ອງດູດ ໂດຍບໍ່ໃຫ້ສຳຜັດສ່ວນປາຍຂອງທໍ່ດູດ ເອົາອຸປະກອນທີ່ໃຊ້ແລ້ວແຍກອອກຈາກອຸປະກອນທີ່ອະເຊື້ອທີ່ຍັງມີຢູ່ໃນພາຖາດ. ເຊີ່ງເປັນເຕັກນິກພື້ນຖານ ທີ່ຮັບຮູ້ກັນແລ້ວນັ້ນ, ເຖີ່ງແມ່ນວ່າຈະມີການນຳໃຊ້ນໍ້າຢາຂ້າເຊື້ອທີ່ໃຊ້ທາບໍລິເວນປາກມົດລູກ ແຕ່ມັນກໍ່ອາດ ຈະບໍ່ພຽງພໍທີ່ຈະເຮັດໃຫ້ຊ່ອງຄອດນັ້ນອະເຊື້ອໄດ້ຢ່າງພຽງພໍ. ເອກກະສານອ້າງອີງ: Meckstroth K, Paul M. First trimester aspiration abortion. In: Paul M. Lichtenberg ES, Borgatta L, Grimes DA, Stubblefield PG, Creinin MD, editors. Management of unintended and abnormal pregnancy: comprehensive abortion care. Oxford: Blackwell Publishing Ltd.; 2009:135–56. ເຕັກນິກ ìບໍ່ສຳຜັດî ພາກທີ 2 ການລຸລູກ 452.9 ການລຸລູກດ້ວຍເຄື່ອງມືທາງການແພດ: 12–14 ອາທິດຂອງການຖືພາ ອະນາໄມປາກມົດລູກດ້ວຍນ້ຳຢາຂ້າເຊື້ອ5 ໃຊ້ນໍ້າຢາຂ້າເຊື້ອຊະນິດບໍ່ມີເຫຼົ ້າ ອະນາໄມບໍລິເວນປາກມົດລູກ, ເລີ່ມຕົ້ນທີ່ບໍລິເວນ cervical os ແລ້ວ ຫຼັງຈາກນັ້ນ ແມ່ນໃຊ້ສຳລີອັນໃໝ່ ແມ່ນໃຫ້ທາໃສ່ທົ່ວບໍລິເວນຂອງຄໍມົດລູກດ້ວຍວິທີທາວົນອອກໄປຈົນປາກມົດລູກຖືກ ປົກຄຸມ ດ້ວຍນໍ້າຢາຂ້າເຊື້ອ. ການໃສ່ຢາມືນສຳລັບເຮັດ paracervical block (ຫຼື ເບີ່ງຂັ້ນຕອນທີ 7)6 ເບີ່ງພາກທີ່ 2.3, ໜ້າທີ່ .27 ຂະຫຍາຍປາກມົດລູກ 7 ການຂະຫຍາຍປາກມົດລູກນັ້ນແມ່ນບໍ່ມີຄວາມຈຳເປັນ ຖ້າຫາກວ່າກໍລະນີປາກມົດລູກເປີດ ແລະ ສາມາດເອົາທໍ່ດູດ ເຂົ້າໄປໄດ້ເຊີ່ງຄໍມົດລູກພໍດີຮັດກັບຂະໜາດຂອງທໍ່ດູດ, ການຂະຫຍາຍປາກມົດລູກນັ້ນມັນແມ່ນຂັ້ນຕອນໜື່ງ ຖ້າຫາກ ວ່າປາກມົດລູກຫາກປິດ ຫຼື ປາກມົດລູກເປີດບໍ່ພຽງພໍກັບຄວາມຕ້ອງການໃນການໃສ່ທໍ່ດູດ. ແຕ່ສ່ວນຫຼາຍແລ້ວຄົນເຈັບ ທີ່ລຸລູກແບບບໍ່ສົມບູນ (ມີແຮ່ຄ້າງ) ປາກມົດລູກຈະມີການເປີດຢູ່ແລ້ວ. ເຕັກນິກຂອງການຂະຫຍາຍປາກມົດລູກແມ່ນໃຫ້ປະຕິບັດດັ່ງລຸ່ມນີ້: ກວດເບີ່ງລັກສະນະຂອງທ່າມົດລູກຢ່າງລະມັດລະວັງ, ເບີ່ງປາກມົດລູກ ແລະ ໃຊ້ແປ໋ງໜີບປາກມົດລູກ (tenaculum) ໜີບຮີມດ້ານເທີງ ຫຼື ດ້ານລຸ່ມຂອງປາກມົດລູກ. ເຊີ່ງແປ໋ງໜີບປາກມົດລູກຈະຄາໄວ້ຢູ່ໃນບໍລິເວນ ດັ່ງກ່າວເຊີ່ງຈະໃຊ້ເປັນໂຕຄຶງ ແລະ ເຮັດໃຫ້ປາກມົດລູກນັ້ນຢຽດຊື່. ໃຊ້ເຫຼັກຂະຫຍາຍປາກມົດລູກທີ່ມີຂະໜາດເບີນ້ອຍສຸດ (ຫຼື ໃຊ້ທໍ່ຢາງທີ່ໃຊ້ຊອກຫາປາກມົດລູກຖ້າຫາກມີ ແລະ ສາມາດພ້ອມໃຊ້ງານໄດ້) ເພື່ອຊອກຫາຊ່ອງທາງຂອງປາກມົດລູກ. ຄ່ອຍໆຂະຫຍາຍປາກມົດລູກອອກ ບໍ່ຕ້ອງໃຊ້ຄວາມຮຸນແຮງ ພ້ອມກັນນັ້ນກໍ່ນໍາໃຊ້ເຕັກນິກບໍ່ສໍາຜັດເຂົ້າໃນການ ປະຕິບັດການຂອງການຂະຫຍາຍປາກມົດລູກ, ຂະນະທີ່ມີການຄືຶງຂອງປາກມົດລູກດ້ວຍການໃຊ້ແປ໋ງໜີບ ປາກມົດລູກ. ບັນທຶກ ຄວາມປອດໄພຂອງຂະບວນການຂະຫຍາຍປາກມົດລູກນັ້ນແມ່ນຂື້ນກັບການເບີ່ງເຫັນຢ່າງຊັດເຈນຂອງປາກມົດ ລູກ, ການໝູນໃຊ້ເຕັກນິກທີ່ນຸ້ມນວນ ແລະ ຄວາມຮູ້ກ່ຽວກັບທ່າສະເໜີຂອງມົດລູກ. ຖ້າຫາກວ່າການຂະຫຍາຍ ປາກມົດລູກມີຄວາມຫຍຸ້ງຍາກ, ດີທ່ີສຸດແມ່ນບໍ່ໃຫ້ບັງຄັບ ຫຼື ໃຊ້ແຮງເພື່ອຈະໃຫ້ປາກມົດລູກ ຂະຫຍາຍ. ແຕ່ວ່າຈະປ່ຽນວິທີ ຫຼື ຈຳແນກເບີ່ງຊ່ອງທາງຂອງປາກມົດລູກ ຫຼື ກວດຄືນກ່ຽວກັບທ່າສະເໜີຂອງມົດລູກ ດ້ວຍການກວດ 2 ນິ້ວ. ບາງຄັ້ງຕ້ອງໄດ້ປ່ຽນສົບເປັດທີ່ສັ້ນກ່ວາ ເພື່ອໃຫ້ມີພື້ນທີ່ກ້ວາງຂື້ນຕື້ມ, ສະດວກໃນການ ເຄື່ອນເໜັງ ແລະ ສາມາດຄຶງປາກມົດລູກອອກມາໃຫ້ມັນຊື່ໄດ້ດີຂື້ນ. ສຸດທ້າຍຖ້າການຂະຫຍາຍປາກມົດລູກ ມີຄວາມຫຍຸ້ງຍາກ ຫຼື ຍັງຕິດຂັດຢູ່ບາງພາກສ່ວນແມ່ນແນະນຳໃຫ້ໃຊ້ຢາ misoprostol ຍັດຊ່ອງຄອດ ແລະ ຕ້ອງໄດ້ພັກຜ່ອນປະມານ 3 ຊົ່ວໂມງ ຫຼື ຕ້ອງໄດ້ຫາຄວາມຊ່ວຍເຫຼືອຈາກຜູ້ຊ່ວຍຖ້າຫາກມີ. 46 ບໍ່ຕ້ອງໃຊ້ຄວາມແຮງໃນການຍັດທໍ່ດູດເຂົ້າໄປໃນຜົ້ງມົດລູກ ເພື່ອຫຼີກລ້ຽງການກະທົບໃສ່ຄໍມົດລູກ ຫຼື ໂຕຂອງມົດລູກ ຕ້ອງຢຸດທັນທີ ຖ້າຫາກວ່າມີສັນຍານຂອງມົດລູກຊອດເກີດຂື້ນ. ໃສ່ທໍ່ດູດເຂົ້າໄປໃນມົດລູກ8 ມັນມີຄວາມສຳຄັນທີ່ຈະຕ້ອງໃຊ້ທໍ່ໃຫ້ມີຂະໜາດທີ່ ເໝາະສົມກັບຂະໜາດຂອງມົດລູກ ແລະ ການຂະຫຍາຍ ຂອງປາກມົດລູກ. ການໃຊ້ທໍ່ດູດທີ່ມີຂະໜາດນ້ອຍ ເກີນໄປເຊີ່ງບໍ່ເໝາະສົມ ແລະ ມັນອາດເປັນຜົນເຮັດໃຫ້ ມີຄວາມສ່ຽງຕໍ່ການເຮັດໃຫ້ມີການລຸລູກແບບບໍ່ຄົບຖ້ວນ, ເຮັດໃຫ້ມີແຮ່ຄ້າງ ຫຼື ພາກສ່ວນອື່ນໆຂອງການຖືພາ ຄົງຄ້າງ ທີ່ມີສາຍເຫດມາຈາກ ການດູດບໍ່ໝົດ. ຂະໜາດມົດລູກ (ອາຍຸຖືພາເປັນອາທິດ ຈາກLMP*) ຂະໜາດຂອງທໍ່ດູດ ທີ່ແນະນໍາໃຫ້ໃຊ້ (mm) 4–6 4–7 7–9 5–10 9–12 8–12 12–14 10–14 ເລືອກຂະໜາດຂອງທໍ່ດູດເພື່ອໃຊ້ເຂົ້າໃນການ ເຮັດການລຸລູກດ້ວຍເຄື່ອງມືທາງການແພດ ເວລາທີ່ປາກມົດລູກເປີດ ແລະ ສາມາດເອົາທໍ່ດູດເຂົ້າໄປໄດ້, ການເອົາທໍ່ດູດເຂົ້າແມ່ນຕ້ອງໃຫ້ມັນເຂົ້າໄປ ກາຍປາກມົດລູກດ້ານໃນ ແລະ ເຂົ້າໄປເຖິງຜົ້ງຂອງມົດລູກ ໃນຂະນະທີ່ມີການຄຶງຂອງປາກມົດລູກ. ວິທີຂອງການດູດມົດລູກ9 ກະກຽມເຄື່ອງດູດ ຫຼື ເອົາເຄື່ອງດູດຕໍ່ໃສ່ກັບທໍ່ດູດ,ໃຊ້ແປ໋ງໜີບປາກມົດລູກເພື່ອຄຶງໄວ້ ແລະ ອີກມືເບື້ອງໜື່ງແມ່ນຈັບ ທໍ່ດູດ ຫຼື ເຄື່ອງດູດ. ເລີ້ມຕົ້ນໃນການດູດເມື່ອທໍ່ດູດເຂົ້າໄປຮອດຜົ້ງທາງກາງຂອງມົດລູກ, ເຊັ່ນດຽວກັນນັ້ນມັນກໍ່ຈະມີການປັ້ນຂອງ ມົດລູກ ເຊີ່ງຈະເຮັດໃຫ້ຜະໜັງຂອງມົດລູກນັ້ນຈະຫຸບເຂົ້າ ແລະ ພື້ນຂອງມົດລູກ ຫຼື ລວງສູງຂອງມົດລູກຈະຫຼຸດ ລົງມາ. ການດູດເອົາສີ້ນສ່ວນຕ່າງໆອອກຈາກມົດລູກນັ້ນແມ່ນຕ້ອງຄ່ອຍໆໝຸນທໍ່ດູດໃຫ້ໄດ້ 180 ອົງສາໃນແຕ່ລະຂ້າງ. ເຮົາຈະເຫັນເລືອດ ແລະ ສີ້ນສ່ວນຕ່າງໆຈະຖືກດູດຜ່ານທໍ່ອອກມາ, ບໍ່ຕ້ອງເປີດໂຕດູດ (ສະແລງ)ອອກຈາກ ທໍ່ດູດ ຄະນະທີ່ເຮົາປະທໍ່ດູດຄາໄວ້ຢູ່ຄໍມົດລູກເຊີ່ງມັນຈະເຮັດໃຫ້ສີ້ນສ່ວນຕ່າງໆ ທີ່ດູດອອກມານັ້ນເຮ່ຍອອກ ຖ້າຫາກວ່າໃຊ້ MVA ດູດເຕັມແລ້ວ ແມ່ນເຮົາສາມາດຖອດເອົາໂຕດູດນັ້ນອອກຈາກທໍ່ດູດໄດ້ ແລະ ສາມາດ ປະທໍ່ຄາໄວຢູ່ມົດລູກ, ໂຕດູດທີ່ເປົ່ານັ້ນແມ່ນຈະເປັນໂຕກັກເກັບສີ້ນສ່ວນຕໍ່ໄປ ແລະ ສາມາດເຮັດກັບໄປ-ກັບມາ ຈົນກ່ວາວ່າມົດລູກເປົ່າຫ່ວາງບໍ່ມີເສດສິ້ນສ່ວນເຫຼືອຄ້າງໄວ້ຢູ່ໃນມົດລູກ. ພາກ 2 ການລຸລູກ ສີ່ງສຳຄັນ *LMP: ມື້ທຳອິດຂອງປະຈຳເດືອນສຸດທ້າຍ. 47 ເມື່ອຂະບວນການຕ່າງໆໄດ້ເຮັດສຳເລັດແລ້ວ, ເອົາທໍ່ດູດ ແລະ ແປ໋ງໜີບປາກມົດລູກອອກ, ອະນາໄມປາກມົດລູກ ດ້ວຍສຳລີ ແລະ ປະເມີນເບີ່ງວ່າຍັງມີເລືອດອອກມາແຕ່ໃນມົດລູກ ຫຼື ປາກມົດລູກບໍ. . ການສັງເກດເບີ ່ງສີ ້ນສ່ວນຕ່າງໆທີ່ດູດອອກມາ10 ການສັງເກດເບີ່ງເນື້ອເຍື່ອ ແມ່ນມີຄວາມສໍາຄັນ ເພື່ອໃຫ້ແນ່ໃຈວ່າການລຸລູກແມ່ນສົມບູນແລ້ວ. ສັງເກດເບີ່ງສິ້ນສ່ວນ ທີ່ດູດອອກມາຈົນມົດລູກຫວ່າງເປົ່າ (ບໍ່ຕ້ອງເອົາສີ່ງທີ່ເຮົາດູດອອກມານັ້ນຍູ້ຜ່ານທໍ່ດູດອອກໄປເພາະຈະເຮັດໃຫ້ມັນ ເປິເປື້ອນ). ການຊອກຫາ: ປະລິມານ ແລະ ຈຳນວນຂອງເນື້ອເຍື່ອ ປະກອບມີ: ຍໍ່ແຮ່ (villi), ຊັ້ນເຫຍື່ອເມືອກມົດລູກເວລາຖືພາ (deciduas) ແລະ ຖົງຂອງການຖືພາ/membranes ເຊີ່ງຈະມີປະລິມານໜ້ອຍ ຫຼື ຫຼາຍ ແມ່ນອີງຕາມອາຍຸຂອງ ການຖືພາເປັນພື້ນຖານ; ອາຍຸການຖືພາຫຼັງຈາກໄດ້ 9 ອາທິດ ແມ່ນຈະເຫັນພາກສ່ວນຕ່າງໆ ຂອງໂຕອ່ອນ. ການພົບເຫັນສີ້ນສ່ວນຂອງ ຍໍ່ແຮ່ບວມນໍ້າ (hydropic villi) ມີລັກສະນະຄືໝາກແລແຊ໋ງເຊີ່ງເປັນການຄາດຄະ ເນວ່າອາດຖືພາມານໄຂ່ກົບກໍ່ເປັນໄປໄດ້. ຖ້າຫາກວ່າສີ້ນສ່ວນທີ່ເຫັນນັ້ນບໍ່ມີຂໍ້ພິສູດ ຫຼື ຢັ້ງຢືນໄດ້ແນ່ນອນ, ສີ້ນສ່ວນດັ່ງກ່າວແມ່ນຈະຕ້ອງໄດ້ເກັບຮັກສາ ແລະ ບັນຈຸໃສ່ຫຼອດແກ້ວໄວ້ໃຫ້ເປັນຢ່າງດີເພື່ອນຳສົ່ງ, ດ້ວຍການແຊ່ສີ້ນສ່ວນຕ່າງໆລົງໃນນ້ຳ ຫຼື ນ້ຳສົ້ມ ຫຼັງຈາກນັ້ນກໍ່ເອົາ ມາແຍງເບີ່ງໃສ່ແສງໄຟຟ້າ ຖ້າຫາກວ່າພົບຂໍ້ບົ່ງຊີ້ຜິດປົກກະຕິ ສີ້ນສ່ວນດັ່ງກ່າວກໍ່ຈະຕ້ອງໄດ້ນຳສົ່ງໄປກວດຢູ່ຫ້ອງ ກາຍະວິພາກສາດເພື່ອບົ່ງມະຕິຕໍ່ໄປ ຖ້າຫາກວ່າບໍ່ເຫັນສີ້ນສ່ວນຂອງເນື້ອເຍື່ອທາງໃນມົດລູກ, ດູດໄດ້ແຕ່ສີ້ນສ່ວນຂອງເນື້ອເຍື່ອຈຳນວນໜ້ອຍອອກ ຈາກມົດລູກ ຫຼື ຈຳນວນເນື້ອເຍື່ອທີ່ເປັນຕົວຢ່າງທີ່ບໍ່ສາມາດສະຫລຸບໄດ້ ເຊີ່ງອາດຈະມີຂໍ້ບົ່ງຊີ້ຄື: ການລຸລູກແບບບໍ່ຄົບຖ້ວນ: ຄືຜົ້ງຂອງມົດລູກຈະຍັງບັນຈຸສີ້ນສ່ວນຂອງເນື້ອເຍື່ອຕ່າງໆຢູ່ເຖີງແມ່ນວ່າມັນ ຈະມີຄວາມເປົ່າຫ່ວາງຈົນເຖີງຂັ້ນສຸດທ້າຍຂອງການດູດກໍ່ຕາມ; ການລຸລູກເອງແບບທຳມະຊາດທີ່ອາດອອກແບບສົມບູນແລ້ວ ກ່ອນມາເຮັດຂະບວນການ; ການລຸລູກແບບຫຼົ ້ມເຫຼວ: ທັງໝົດຂອງ ເນື້ອເຍື່ອຍັງຄົງຄ້າງຢູ່ໃນມົດລູກ; ຖືພານອກຜົ້ງມົດລູກ: ເມື່ອບໍ່ເຫັນສ່ວນຂອງ ຍໍ່ແຮ່, ການຖືພານອກຜົ້ງມົດລູກແມ່ນມີຄວາມເປັນໄປໄດ້ ແລະ ຈະຕ້ອງໄດ້ເຮັດການຄົ້ນຫາ; ການເບີ່ງຄວາມຜິດປົກກະຕິຂອງກາຍະວິພາກສາດ: ຢູ່ສ່ວນຂອງ ມົດລູກສອງເຂົາ (bicornuate) ຫຼື ຜະໜັງ ຂອງມົດລູກ, ທໍ່ດູດອາດຈະເຂົ້າໄປທາງໃນຂອງຜົ້ງມົດລູກເຊີ່ງມົດລູກດັ່ງກ່າວບໍ່ໄດ້ມີຖົງຂອງການຖືພາ ຖ້າຫາກວ່າມັນບໍ່ຈະແຈ້ງວ່າແມ່ນຖົງຂອງການຖືພາ/ເຍື້ອຫຸ້ມ ແລະ ຍໍ່ແຮ່ ທີ່ໄດ້ເຫັນໃນການປະເມີນເນື້ອເຍື່ອ, ເຮົາຕ້ອງຄິດວ່າມັນບໍ່ແມ່ນສີ່ງທີ່ເຮົາຕ້ອງການ ແລະ ບໍ່ຈຳເປັນທີ່ຈະຕ້ອງໄດ້ດູດຄືນອີກ ແລະ/ຫຼື ປະເມີນວ່າ ແມ່ນການຖືພານອກຜົ້ງມົດລູກ. ຕາມຂໍ້ບົ່ງຊີ້ດັ່ງລຸ່ມນີ້ທີ່ບອກວ່າມົດລູກຫ່ວາງເປົ່າ ຫຼື ບໍ່ມີສີ້ນສ່ວນຕ່າງໆ: ປະກົດເຫັນຝອດສີແດງ ຫຼື ສີບົວ ແລະ ບໍ່ມີສີ້ນສ່ວນຕ່າງໆອີກອອກມາຕາມທໍ່ດູດ ມີຄວາມຮູ້ສຶກວ່າມີເມັດນ້ອຍໆຄ້າຍຄືເມັດຊາຍຜ່ານອອກມາຕິດຕາມຜະໜັງຂອງທໍ່ດູດທີ່ ດູດອອກມາແຕ່ໃນມົດລູກ; ຕ້ອງໃຫ້ທໍ່ດູດນັ້ນສຳພັດທົ່ວບໍລິເວນທາງໃນຂອງຜົ້ງມົດລູກແລ້ວ; ຄົນເຈັບຈະຮູ້ສຶກມີການປັ້ນ ຫຼື ເຈັບ, ເຊີ່ງແມ່ນຂໍ້ບົ່ງຊີ້ວ່າມົດລູກມີການປັ້ນແລ້ວ ສີ່ງສຳຄັນ 2.9 ການລຸລູກດ້ວຍເຄື່ອງມືທາງການແພດ: 12–14 ອາທິດຂອງການຖືພາ 48 ປະຕິບັດຫັດຖະການທຸກໆຂັ້ນຕອນໄປພ້ອມໆກັນ11 ເມື່ອຂະບວນການຂອງການດູດໄດ້ສຳເລັດແລ້ວ, ຕ້ອງໄດ້ປະຕິບັດຫັດຖະການທຸກໆຂັ້ນຕອນໄປພ້ອມໆກັນເຊ່ັນວ່າ: ການໃສ່ຮ່ວງອະນາໄມ, ການເຮັດໝັນ ຫຼື ການຫຍິບປົວແປງຈາກການຈີກຂາດຂອງປາກມົດລູກ, ຖ້າຫາກວ່າມັນມີ ຄວາມຈຳເປັນ. ການພັກຟື້ນ ແລະ ອະນຸຍາດໃຫ້ຄົນເຈັບອອກໂຮງໝໍ 12 ເຮັດໃຫ້ແມ່ຍິງໝັ້ນໃຈວ່າຂະບວນການຕ່າງໆແມ່ນໄດ້ສີ້ນສຸດແລ້ວ ແລະ ຈະບໍ່ມີການສືບຕໍ່ໃນການຖືພາໃນຄັ້ງນີ້ ບອກສະຖານທ່ີຢ່າງລະອຽດຖ້າຫາກວ່າມີເຫດການໃດໆທີ່ອາດຈະເຮັດໃຫ້ຄົນເຈັບນັ້ນຕ້ອງໄດ້ມາພົບແພດຢ່າງ ຮີບດ່ວນ ທີ່ມີສາເຫດມາຈາກການລຸລູກຂອງລາວ ຕິດຕາມຄົນເຈັບສຳລັບອາການສົນຕ່າງໆ ແລະ ຕ້ອງໄດ້ແນະນຳສໍາລັບການປີ່ນປົວແບບຮີບດ່ວນຖ້າຫາກມີ ຄວາມຈຳເປັນ ແມ່ຍິງຈະສາມາດອອກໂຮງໝໍໄດ້ຖ້າຫາກວ່າລາວມີຄວາມແຂງແຮງ ແລະ ມີຂໍ້ບົ່ງຊີ້ໃນການອອກໂຮງໝໍ ຕ້ອງໝັ້ນໃຈວ່າແມ່ຍິງໄດ້ຮັບຂໍ້ມູນທີ່ຈຳເປັນ ແລະ ສຳຄັນຢ່າງຄົບຖ້ວນ ຈະຕ້ອງໄດ້ຮັບຢາຕ່າງໆ ກ່ອນຄົນເຈັບ ຈະອອກຈາກໂຮງໝໍ. ເອກະສານຕ່າງໆຂອງການປີ່ນປົວ, ລວມເຖີງຂໍ້ມູນເພີ້ມເຕີມຕ່າງໆໃນໄລຍະຂອງການປີ່ນປົວຈະຕ້ອງໄດ້ ບັນທືກໄວ້. ພາກ 2 ການລຸລູກ 49 ການລຸລູກດ້ວຍເຄື່ອງມືທາງການແພດ: >12–14 ອາທິດຂອງການຖືພາ ການພິຈາລະນາທາງດ້ານຄລີນິກ ຂະບວນຂອງການລຸລູກດ້ວຍເຄື່ອງມືທາງການແພດ ແມ່ນເອີ້ນວ່າ ການເປີດປາກມົດລູກ ແລະ ດູດອອກ (D&E) ການກະກຽມປາກມົດລູກດ້ວຍວິທີໃຊ້ສານຊຶມຜ່ານ ຫຼື ການໃຊ້ຢາ ເຊີ່ງໄດ້ແນະນຳໃຫ້ ຂະບວນການຂອງ D&E. ກ່ອນໜ້າທີ່ຈະລົງມືປະຕິບັດ ການກະກຽມປາກມົດລູກໃຫ້ດີ (ອີງໃສ່ການລຸລູກດ້ວຍເຄື່ອງມືທາງການແພດ: ການກະກຽມປາກມົດລູກ, ພາກທີ່ 2.7) ໃຊ້ຢາຕ້ານເຊື້ອເພື່ອປ້ອງກັນການຊຶມເຊື້ອ (ອີງໃສ່ການການລຸລູກດ້ວຍເຄື່ອງມືທາງການແພດ: 12–14 ອາທິດ, ພາກທີ່ 2.9) ຕ້ອງຢັ້ງຢືນວ່າຄົນເຈັບໄດ້ຮັບຢາແກ້ປວດໄວ້ໃຊ້ໃນເວລາທີ່ເໝາະສົມ ຕ້ອງໝັ້ນໃຈວ່າອຸປະກອນທາງການແພດຕ່າງໆແມ່ນຖືກກະກຽມໄວ້ແລ້ວ ແລະ ສາມາດນຳໃຊ້ໄດ້. 2.10 ການລຸລູກດ້ວຍເຄື່ອງມືທາງການແພດ: >12–14 ອາທິດຂອງການຖືພາ 2.10 50 ການລຸລູກດ້ວຍເຄື່ອງມືທາງການແພດ >12–14 ອາທິດຂອງການຖືພາ ບອກແມ່ຍິງໄປຍ່ຽວ ໃຫ້ພົກຍ່ຽວເປົ່າຫວ່າງ ລ້າງມື ແລະ ໃສ່ຖົງມື ກວດ 2 ນີ້ວ ໃສ່ສົບເປັດ ອະນາໄມປາກມົດລູກດ້ວຍນໍ້າຢາຂ້າເຊື້ອ ໃສ່ຢາມືນຢູ່ປາກມົດລູກ (Paracervical block) ປະເມີນການຂະຫຍາຍຂອງປາກມົດລູກ ການເຈາະ ຫຼື ດູດນໍ້າຄາວປາ ການເອົາສີ້ນສ່ວນຕ່າງໆອອກຈາກມົດລູກ ການສັງເກດເບີ່ງເນື້ອເຍື່ອ ຫຼື ສີ້ນສ່ວນທີ່ດູດອອກມາ ປະຕິບັດຫັດຖະການທຸກໆຂັ້ນຕອນໄປພ້ອມໆກັນ ການພັກຟື້ນ ແລະ ອະນຸຍາດໃຫ້ຄົນເຈັບອອກໂຮງໝໍ 1 2 3 4 5 6 7 8 9 10 11 12 ພາກ 2 ການລຸລູກ 51 ໃຫ້ອີງຕາມເຕັກນິກບໍ່ສຳຜັດ (ເບີ່ງຢູ່ໜ້າ 44) ເຊີ່ງມີທຸກໆຂັ້ນຕອນຂອງການປະຕິບັດ ເຕັກນິກ ìບໍ່ສຳຜັດî ບອກໃຫ້ແມ່ຍິງໄປຍ່ຽວໃຫ້ພົກຍ່ຽວເປົ່າຫວ່າງ1 ບອກໃຫ້ແມ່ຍິງໄປຍ່ຽວໃຫ້ພົກຍ່ຽວເປົ່າຫວ່າງ, ແລ້ວຄ່ອຍໆຊ່ວຍຄົນເຈັບຂື້ນນອນຢູ່ເທິງຕຽງເຊີ່ງ ຈະຕ້ອງໄດ້ນອນຢູ່ໃນທ່ານອນກວດພະຍາດຍິງ. ລ້າງມື ແລະ ໃສ່ຖົງມື 2 ລ້າງມືໃຫ້ສະອາດ ແລະ ໃສ່ຖົງມືທີ່ສະອາດດີ ກວດ 2 ນີ ້ວ 3 ການກວດ 2 ນີ້ວ ເພື່ອຢັ້ງຢືນ ຫຼື ບອກໃຫ້ຮູ້ໃນສີ່ງທີ່ພົບເຫັນຖ້າວ່າຫາກມີການປະເມີນໄດ້ໄວ; ຜູ້ກວດກາ ຕົວຈິງແມ່ນຈະຕ້ອງໄດ້ໃຫ້ການປະເມີນຂະໜາດ ແລະ ທ່າຂອງມົດລູກໄດ້ຢ່າງຖືກຕ້ອງກ່ອນທີ່ຈະດຳເນີນ ການດູດມົດລູກ. ຖ້າໄດ້ໃຊ້ສານຊຶມຜ່ານ, ຕ້ອງໄດ້ເອົາສານນີ້ອອກຈາກປາກມົດລູກກ່ອນ, ໃນຂະນະທີ່ກໍາລັງກວດ 2 ນີ້ວ ຫຼື ໃຊ້ແປ໋ງຫົວມົນໜີບອອກ ຫຼັງຈາກນັ້ນຈື່ງໃສ່ສົບເປັດ. ຈຳນວນຂອງສານ ທີ່ເອົາອອກຄວນ ເທົ່າກັນກັບຈໍານວນທີ່ເອົາເຂົ້າທໍາອິດ. ການໃສ່ສົບເປັດ4 ຕ້ອງໃຫ້ໝັ້ນໃຈວ່າສາມາດເຫັນປາກມົດລູກໄດ້ດີ ອະນາໄມປາກມົດລູກດ້ວຍນໍ້າຢາຂ້າເຊື ້ອ5 ໃຊ້ນໍ້າຢາຂ້າເຊື້ອຊະນິດບໍ່ມີເຫຼົ ້າ ອະນາໄມບໍລິເວນປາກມົດລູກ, ເລີ່ມຕົ້ນທີ່ບໍລິເວນ cervical os ແລ້ວ ຫຼັງຈາກນັ້ນແມ່ນໃຊ້ສຳລີອັນໃໝ່ ແມ່ນໃຫ້ທາໃສ່ທົ່ວບໍລິເວນຂອງຄໍມົດລູກດ້ວຍວິທີທາວົນອອກໄປຈົນ ປາກມົດລູກຖືກ ປົກຄຸມດ້ວຍນໍ້າຢາຂ້າເຊື້ອ. 2.10 ການລຸລູກດ້ວຍເຄື່ອງມືທາງການແພດ: >12–14 ອາທິດຂອງການຖືພາ 52 ໃສ່ຢາມຶນຢູ່ປາກມົດລູກ (ຫຼື ປະຕິບັດຕາມຂັ້ນຕອນທີ 7)6 ເບີ່ງພາກທີ່ 2.3, ໜ້າ .27. ປະເມີນການຂະຫຍາຍຂອງປາກມົດລູກ7 ການໃຊ້ ແປ໋ງໜີບປາກມົດລູກ ເຮັດໃຫ້ດຶງມົດລູກລົງໄປຫາຊ່ອງຄອດ. ກວດເບີ່ງວ່າປາກມົດລູກຂະຫຍາຍໃຫ່ຍ ສາມາດໃຊ້ທໍ່ດູດຂະໜາດໃຫ່ຍໄດ້ ເຊີ່ງທໍ່ດູດມີຂະໜາດເສັ້ນຜ່າກາງແຕ່ (12–16 mm) ຫຼື ແປ໋ງຂູດມົດລູກປາຍກົມ (Bierer forceps) ສາມາດຜ່ານເຂົ້າໄປໃນປາກມົດລູກໄດ້. ຖ້າຫາກວ່າອຸປະກ່ອນ ດັ່ງກ່າວນັ້ນບໍ່ສາມາດຜ່ານເຂົ້າ ໄປໄດ້, ກໍ່ຕ້ອງໄດ້ຮັບການຂະຫຍາຍປາກມົດລູກອອກອີກ, ດ້ວຍວິທີຂອງການໃຊ້ການກະກຽມປາກມົດລູກຊໍ້າຄືນອີກ ຫຼື ກົນໄກການເຮັດໃຫ້ປາກມົດລູກຂະຫຍາຍອອກຕື່ມ. . ການເຈາະ ແລະ ດູດນໍ້າຄາວປາ 8 ເອົາທໍ່ດູດທີ່ມີເສັ້ນຜ່າກາງຂະໜາດ 14 mm ຕໍ່ໃສ່ກັບຫົວດູດ ຖ້າໃຊ້ເຄື່ອງດູດແບບໃຊ້ມື (MVA), ຫຼື ຈະໃຊ້ທໍ່ດູດຂະ ໜາດ 14–16 mm ຖ້າໃຊ້ເຄື່ອງດູດແບບໄຟຟ້າ (EVA), ໂດຍໃຊ້ທໍ່ດູດຜ່ານເຂົ້າໄປທາງປາກມົດລູກ ແລະ ເຂົ້າໃນ ຜົ້ງມົດລູກ ແລ້ວຈື່ງດູດເອົານໍ້າຄາວປາອອກ. ຂະໜາດຂອງທໍ່ດູດທີ່ເໝາະສົມ (ເສັ້ນຜ່າກາງຂະໜາດເປັນມີລີແມັດ) ໂດຍທົ່ວໄປຈະໃຊ້ເທົ່າກັນກັບອາຍຸຂອງ ການຖືພາເປັນອາທິດ ຫຼື ຂະໜາດນ້ອຍກ່ວາປະມານ 1–2 mm ເທົ່ານັ້ນ, ສຳລັບອາຍຸຂອງການຖືພາຫຼາຍກ່ວາ 16 ອາທິດ, ຄວນເລືອກໃຊ້ທໍ່ດູດຂະໜາດໃຫ່ຍສຸດ (14–16 mm ມັນຂື້ນກັບທໍ່ດູດ ແລະ ຂໍ້ຕໍ່ວ່າມັນມີໃຫ້ພ້ອມ ໃຊ້ ຫຼື ບໍ່). ການລຸລູກດ້ວຍວິທີດູດເອົາ ແມ່ນຄວນຈະເຮັດສຳລັບການຖືພາໃນໄຕມາດທີ່ໜື່ງ, ໃຫ້ໝູນທໍ່ດູດໃນເວລາທີ່ກໍາລັງ ດູດເອົານໍ້າຄາວປາອອກໄປ. ຖ້າຫາກວ່າທໍ່ດູດມັນຫາກຖອຍເຂົ້າອອກໄດ້ຢ່າງງ່າຍດາຍເກີນໄປໃນລະຫ່ວາງຂອງ ການດູດຢູ່ໃນມົດລູກນັ້ນ ຕ້ອງໃຫ້ເບີ່ງປ່ອງ ຫຼື ຮູທໍ່ນັ້ນວ່າມັນອາດຈະຖືກອັດຢູ່, ໃນກໍລະນີດັ່ງກ່າວນີ້, ເຮົາຕ້ອງ ເອົາທໍ່ນັ້ນອອກມາຈາກມົດລູກ ແລ້ວທຳຄວາມສະອາດ ຖ້າຫາກວ່າມັນມີຄວາມຈຳເປັນຕ້ອງເຮັດ, ຫຼັງຈາກນັ້ນກໍ່ ຕ້ອງນຳກັບເຂົ້າໄປປະກອບຄືນດ້ວຍຄວາມລະມັດລະວັງໂດຍໃຫ້ອີງໃສ່ເຕັກນິກບໍ່ສຳພັດເພື່ອຫຼີກລ້ຽງການຊຶມ ເຊື້ອ, ເມື່ອບໍ່ມີຫັຍງໃຫ້ດູດແລ້ວ ປົກກະຕິກໍ່ຈະປະທໍ່ດູດໄວ້ປະມານ 1 ຫຼື 2 ນາທີ ແລ້ວຈື່ງເອົາທໍ່ອອກຈາກ ມົດລູກ. ພາກ 2 ການລຸລູກ ການລຸລູກດ້ວຍເຄື່ອງມືທາງການແພດ ແມ່ນຈະສາມາດເຮັດໄດ້ໃນເວລາທີ່ມົດລູກເປີດຢ່າງເໝາະສົມ. ໂດຍສະເພາະໃນແມ່ນການລຸລູກໃນຄົນເຈັບທີ່ມີອາຍຸຂອງການຖືພາຕັ້ງແຕ່ 14 ອາທິດຂື້ນໄປ. ສິ່ງທີ່ສຳຄັນ 53 ການເອົາສີ້ນສ່ວນຕ່າງໆອອກຈາກມົດລູກ 9 ເຖີງແນວໃດກໍ່ຕາມມັນອາດຈະເປັນໄປໄດ້, ທີ່ຈະເອົາສິ້ນສ່ວນຕ່າງໆອອກຈາກມົດລູກໄດ້ແບບສົມບູນ ໂດຍດູດ ໄດ້ແຕ່ພາກສ່ວນລຸ່ມສຸດຂອງຜົ້ງມົດລູກ. ຫຼີກລ້ຽງການເອົາທໍ່ດູດເຂົ້າໄປໃນມົດລູກເລີກເກີນໄປ ມັນຈະເຮັດໃຫ້ມີຄວາມສ່ຽງໂດຍສະເພາະແມ່ນ ການເອົາ ອຸປະກອນຕ່າງໆເຂົ້າໄປໃນມົດລູກໃນທ່າຂວາງ. ຫຼີກລ້ຽງບໍ່ໃຫ້ເຂົ້າໄປພາກສ່ວນສູງຂອງມົດລູກເຊີ່ງຈະເພີ້ມຄວາມສ່ຽງເຮັດໃຫ້ມົດລູກຊອດໄດ້. ເຮົາຕ້ອງພະຍາ ຍາມເອົາທໍ່ດູດນັ້ນເຂົ້າຮອດແຕ່ບໍລິເວນປາກຂອງມົດລູກດ້ານໃນ ແລະ ໃຊ້ແຮງດູດເພື່ອດູດເອົາເນື້ອເຍື່ອຈາກຜົ້ງ ດ້ານເທີງຂອງມົດລູກລົງມາ ແລະ ມັນກໍ່ຈະໄຫຼເຂົ້າຫາປາກມົດລູກດ້ານໃນເອງ ແລ້ວມັນກໍ່ຈະຖືກດູດອອກໄປ. ຢຸດຂະບວນການທັນທີ ຖ້າຫາກວ່າມີສັນຍານຂອງມົດລູກຊອດ. ຖ້າຫາກມີຄວາມຫຍຸ້ງຍາກ ການເຮັດເອໂກ ແມ່ນສາມາດຊ່ວຍໄດ້ດີໃນການເບີ່ງຕໍ່າແໜ່ງຂອງເດັກວ່າຢູ່ບ່ອນໃດ. ໃນສີ່ງທີ່ບໍ່ມັກກໍ່ຄືເຫດການທີ່ບໍ່ສາມາດດູດເອົາສ່ວນໃດໜື່ງຂອງເດັກອອກໝົດ ດ້ວຍຫຼາຍໆເຫດຜົນ, ກໍ່ຕ້ອງໄດ້ ຕັດສີນໃຈໃນການໃຫ້ຢາເຮັດໃຫ້ມົດລູກປັ້ນ ເຊັ່ນການໃຫ້ຢາດັ່ງຕໍ່ໄປນີ້: ໃຫ້ຢາ misoprostol ແຮງ 400–600 µg, ອົມກ້ອງລີ້ນ, ກິນທາງປາກ ຫຼື ອົມຂ້າງເຫືອກ ໃຫ້ຢາ methergine 0.2 mg ກິນທາງປາກ ຫຼື ສັກກ້າມຊີ້ນ (IM) ໃຫ້ຢາ oxytocin 20 units ໃນຂະໜາດສູງສຸດ ໃສ່ໃນນໍ້າ 500 mL ຂອງ normal saline ຫຼື Ringerís lactate ແລ້ວປ່ອຍ 30 ຢອດຕໍ່ນາທີ ຫຼັງຈາກນັ້ນ ໃຫ້ປະເມີນຄືນຫຼັງຈາກໄດ້ 3–4 ຊົ່ວໂມງ ແລະ ຈີ່ງເຮັດການດູດມົດລູກຄືນອີກ ການສັງເກດສິ້ນສ່ວນຕ່າງໆທີ່ດູດອອກມາ10 ພາຍຫຼັງທີ່ການເອົາສີ້ນສ່ວນຕ່າງໆອອກຈາກມົດລູກແລ້ວ, ເນື້ອເຍື່ອຂອງການຖືພາຈະຕ້ອງໄດ້ຖືກປະເມີນເພື່ອຄວາມ ແນ່ໃຈວ່າແມ່ນການລຸລູກແບບສົມບູນແລ້ວ (ມັນບໍ່ມີສີ່ງຄົງຄ້າງຢູ່ໃນມົດລູກ). ການຖືພາຈະຕ້ອງໄດ້ຈຳແນກໂດຍອີງ ຕາມອົງປະກອບດັ່ງຕໍ່ໄປນີ້: ຕີນ ແລະ ມື ທັງສີ່ຂ້າງ ໜ້າເອີກ / ກະດູກສັນຫຼັງ ກະດູກກະໂຫຼກຫົວ ແຮ່. ຖ້າຫາກວ່າການສັງເກດສິ້ນສ່ວນຕ່າງໆທີ່ດູດອອກມາ ມີຂໍ້ບົ່ງຊີ້ວ່າການລຸລູກແມ່ນອາດຈະບໍ່ສົມບູນ, ຕ້ອງໄດ້ເຮັດການ ດູດມົດລູກຄືນ ຫຼື ໃຊ້ເອໂກ ເພື່ອຢັ້ງຢືນການລຸລູກໄດ້ສົມບູນແລ້ວ ຫຼື ບໍ. 2.10 ການລຸລູກດ້ວຍເຄື່ອງມືທາງການແພດ: >12–14 ອາທິດຂອງການຖືພາ 54 ພາກ 2 ການລຸລູກ ປະຕິບັດຫັດຖະການທຸກໆຂັ້ນຕອນໄປພ້ອມໆກັນ11 ເມື່ອຂະບວນການຂອງການດູດໄດ້ສຳເລັດແລ້ວ, ຕ້ອງໄດ້ປະຕິບັດຫັດຖະການທຸກໆຂັ້ນຕອນໄປພ້ອມໆກັນເຊັນວ່າ: ການໃສ່ຮ່ວງອະນາໄມ, ການເຮັດໝັນ ຫຼື ການຫຍິບປົວແປງຈາກການຈີກຂາດຂອງປາກມົດລູກ, ຖ້າຫາກວ່າມັນມີ ຄວາມຈຳເປັນ. ການພັກຟື້ນ ແລະ ອະນຸຍາດໃຫ້ຄົນເຈັບອອກໂຮງໝໍ 12 ເຮັດໃຫ້ແມ່ຍິງໝັ້ນໃຈວ່າຂະບວນການຕ່າງໆແມ່ນໄດ້ສີ້ນສຸດແລ້ວ ແລະ ຈະບໍ່ມີການສືບຕໍ່ໃນການຖືພາໃນຄັ້ງນີ້ ບອກສະຖານທີຢ່າງລະອຽດຖ້າຫາກວ່າມີເຫດການໃດໆທີ່ອາດຈະເຮັດໃຫ້ຄົນເຈັບນັ້ນຕ້ອງໄດ້ມາພົບແພດຢ່າງ ຮີບດ່ວນ ທີ່ມີສາເຫດມາຈາກການເຮັດລຸລູກຂອງລາວ ຕິດຕາມຄົນເຈັບສຳລັບອາການສົນຕ່າງໆ ແລະ ຕ້ອງໄດ້ແນະນຳສໍາລັບການປີ່ນປົວແບບຮີບດ່ວນຖ້າຫາກມີ ຄວາມຈຳເປັນ ແມ່ຍິງຈະສາມາດອອກໂຮງໝໍໄດ້ຖ້າຫາກວ່າລາວມີຄວາມແຂງແຮງ ແລະ ມີຂໍ້ບົ່ງຊີ້ໃນການອອກໂຮງໝໍ ຕ້ອງໝັ້ນໃຈວ່າແມ່ຍິງໄດ້ຮັບຂໍ້ມູນທີ່ຈຳເປັນ ແລະ ສຳຄັນຢ່າງຄົບຖ້ວນ ຈະຕ້ອງໄດ້ຮັບຢາຕ່າງໆກ່ອນຄົນເຈັບ ຈະອອກຈາກໂຮງໝໍ. ເອກະສານຕ່າງໆຂອງການປີ່ນປົວ, ລວມເຖີງຂໍ້ມູນເພີ້ມເຕີມຕ່າງໆໃນໄລຍະຂອງການປີ່ນປົວຈະຕ້ອງໄດ້ ບັນທືກໄວ້. ຫຼັງຈາກການລຸລູກ ກ່ອນຄົນເຈັບອອກຈາກສະຖານທີ່ໃຫ້ບໍລິການດ້ານສຸຂະພາບ ການຕິດຕາມຄົນເຈັບເພີ່ມເຕີມກັບພະນັກງານແພດໝໍ ການຄຸມກຳເນີດຫຼັງລຸລູກ ການປະເມີນ ແລະ ແກ້ໄຂອາການສົນ 3 ພາກທີ ໃຫ້ຂໍ້ມູນກ່ຽວກັບການຄຸມກຳເນີດ ແລະ ການໃຫ້ຄຳປຶກສາກ່ຽວກັບ ການຄຸມກໍາເນີດ ແລະ ວິທີຄຸມກຳເນີດແຕ່ລະຊະນິດ ປະເມີນການມີເພດສຳພັນ ແລະ ສຸຂະພາບໄວຈະເລີນພັນ ອາດຈະ ຕ້ອງການການດູແລເພີ່ມເຕີມ. ແກ້ໄຂທຸກອາການສົນທີ່ເກີດຈາກການລຸລູກທັນທີ. ຈຸດປະສົງ 56 ພາກ 3 ຫຼັງຈາກການລຸລູກ ກ່ອນຄົນເຈັບອອກຈາກສະຖານທີ່ ໃຫ້ບໍລິການດ້ານສຸຂະພາບ ອະທິບາຍໃຫ້ຄົນເຈັບເຂົ້າໃຈລະອຽດ ແລະ ຂຽນລະບຸໄວ້ໃນໃບອອກໂຮງໝໍ, ກ່ຽວກັບ: ການມີເພດສຳພັນ, ການລ້າງຊ່ອງຄອດ ຫຼື ໃສ່ວັດຖຸໃດຫນຶ່ງເຂົ້າໃນຊ່ອງຄອດຄວນເຮັດຫຼັງຈາກ ເລືອດອອກ ທາງຊ່ອງຄອດທີ່ອອກຫຼາຍ ຢຸດຕິລົງກ່ອນ ການມີເລືອດອອກຊ່ອງຄອດເປັນເວລາ 2 ອາທິດ ຫຼັງຈາກ ສຳເລັດການລຸລູກດ້ວຍເຄື່ອງມືທາງການແພດ ຫຼື ການລຸລູກດ້ວຍຢາ ແມ່ນອາການປົກກະຕິ. ໃນແມ່ຍິງທີ່ມີເລືອດອອກທາງຊ່ອງຄອດເລັກນ້ອຍ ຫຼື ກະປິດ ກະປ່ອຍ ໃນພວກທີ່ໃຊ້ການລຸລູກດ້ວຍເຄື່ອງມືທາງການແພດ, ໃນກຸ່ມແມ່ຍິງທີ່ມີເລືອດອອກຫຼາຍໃນພວກທີ່ ໃຊ້ການລຸລູກດ້ວຍຢາ, ປົກກະຕິຈະມີເລືອດອອກ ສະເລ່ຍປະມານ 9 ວັນ, ແຕ່ສາມາດເລືອດອອກ ແກ່ຍາວ ຮອດ 45 ວັນ ແຕ່ພົບນ້ອຍ. ແມ່ຍິງຄວນກັບຄືນມາໂຮງໝໍ ຫຼື ຄລີນິກ ເມຶ່ອພົບວ່າມີອາການດັ່ງຕໍ່ໄປນີ້: ມີການປັ້ນທ້ອງແຮງ ຫຼື ເຈັບທ້ອງຮຸນແຮງຂື້ນກ່ວາເກົ່າ ເລືອດໄຫຼຊ່ອງຄອດຫຼາຍກ່ວ່າເກົ່າ ມີໄຂ້ ທົບທວນປັດໃຈສ່ຽງທີ່ຈະພາໃຫ້ຖືພາອີກຄັ້ງກ່ອນ ການເປັນປະຈຳເດືອນຮອບຕໍ່ໄປ ແລະ ຄວາມເປັນໄປໄດ້ທ່ີຈະ ກັບມາມີຄວາມພ້ອມໃນການມີລູກຄັ້ງໃໝ່ພາຍໃນ 2 ອາທິດໃນໄລຍະການຕິດຕາມການລຸລູກ. ໃຫ້ຂໍ້ມູນການຄຸມກຳເນີດ ແລະ ການໃຫ້ຄຳປຶກສາກ່ຽວກັບການຄຸມກຳເນີດແກ່ແມ່ຍິງທີ່ຕ້ອງການ: ຊ່ວຍແນະນຳແມ່ຍິງໃນການເລືອກວິທີທີ່ເໝາະສົມໃນການຄຸມກຳເນີດແກ່ລາວ ດີແທ້ຄວນໃຫ້ລາວເລືອກຕາມ ຄວາມຕ້ອງການຂອງລາວແທ້ໆ. ຈັດຫາວິທີີເຂົາເຈົ້າເລືອກໃນການຄຸມກຳເນີດ (ຫຼື ນຳສົ່ງເຂົາເຈົ້າ ຖ້າວິທີທີ່ລາວເລືອກບໍ່ມີໃນສະຖານທີ່ນີ້). ຕ້ອງໃຫ້ແນ່ໃຈວ່າເຂົາເຈົ້າຮູ້ກ່ຽວກັບກົນໄກການຄຸມກຳເນີດຂອງວິທີທີ່ເຂົາເຈົ້າເລືອກ ແລະ ຜົນໄດ້ຮັບ, ເວລາ ໃດຄວນເລີ້ມ ແລະ ລາວຈະຊອກໄດ້ແນວໃດໃນອະນາຄົດ. ໃຫ້ທາດເຫຼັກຊະນິດເມັດໃນຄົນເຈັບເລືອດຈາງ, ຖ້າຈໍາເປັນ ໃຫ້ຢາແກ້ປວດ, ຖ້າຈໍາເປັນ ໃຫ້ກຳລັງໃຈ, ຖ້າຈໍາເປັນ ນຳສົ່ງຄົນເຈັບໄປບ່ອນທີ່ມີເງື່ອນໄຂທີ່ເໝາະສົມກັບພະຍາດທີ່ລາວຕ້ອງການກວດ ເພີ່ມເຕີມ ເຊັ່ນວ່າ: ການໃຫ້ ຄໍາປຶກສາ ແລະ ກວດເລືອດກ່ຽວກັບ STI/HIV, ໜ່ວຍງານຊ່ວຍເຫຼືອການໃຊ້ຄວາມຮຸນແຮງ, ການບໍລິການຊ່ວຍ ເຫຼືອທາງດ້ານສັງຄົມ ແລະ ຈິດໃຈ ຫຼື ຊ່ຽວຊານສາຂາຕ່າງໆທີ່ກ່ຽວຂ້ອງ. 3.1 573.2 ການຕິດຕາມຄົນເຈັບເພີ່ມເຕີມກັບພະນັກງານແພດໝໍ ການຕິດຕາມຄົນເຈັບເພີ່ມເຕີມກັບ ພະນັກງານແພດໝໍ ການກວດຕິດຕາມຄົນເຈັບເປັນປະຈໍາ ຄວນເຮັດໃນກໍລະນີການລຸລູກດ້ວຍຢາ ທີ່ໃຊ້ຢາ misoprostol ຢ່າງດຽວ, ເພື່ອປະເມີີນການລຸລູກທີ່ຄົບຖ້ວນ. ການຕິດຕາມຄົນເຈັບເປັນປະຈໍາ ບໍ່ຈຳເປັນຕ້ອງຕິດຕາມໃນກໍລະນີການລຸລູກທີ່ບໍ່ມີອາການສົົນ ບໍ່ວ່າການລຸລູກ ດ້ວຍເຄື່ອງມືທາງການແພດ ຫຼື ການລຸລູກດ້ວຍຢາ mifepristone ແລະ misoprostol. ເຖິງຢ່າງໃດກໍ່ຕາມ, ແມ່ຍິງອາດ ຈະຖືກພິຈາລະນາໃນການຕິດຕາມ 7-14 ວັນ ຫຼັງຈາກການລຸລູກ ເພ່ື ່ອຈະໄດ້ໃຫ້ຄຳປຶກສາເພີ່ມເຕີມ ກ່ຽວກັບການ ຄຸມກຳເນີດ ແລະ ວິທີຄຸມກໍາເນີດ ຫຼື, ການໃຫ້ກໍາລັງໃຈທາງດ້ານຄວາມຄິດ, ຫຼື ເພື່ອເປັນຫຼັກແຫຼ່ງໃນ ການໃຫ້ຂໍ້ມູນດ້ານ ການແພດທີ່ເຂົາເຈົ້າກັງວົນ. ການນັດຄົນເຈັບມາຕິດຕາມ ປະເມີນການພັກຟື້ນຂອງແມ່ຍິງ (ສຸຂະພາບກັບສູ່ສະພາບປົກກະຕິ) ແລະ ແນ່ໃຈວ່າການລຸລູກປະສົບຜົນສໍາເລັດ. ທວນຄືນກ່ຽວກັບການບັນທຶກລາຍງານພະຍາດ ແລະ ເອກະສານອ້າງອີງຕ່າງໆ. ສອບຖາມບັນດາອາການຜິດປົກກະຕິຕ່າງໆທີ່ເຂົາມີ ຫຼັງຈາກລຸລູກແລ້ວ ກວດກາຮ່າງກາຍແບບສະເພາະເຈາະຈົງຕື່ມອີກ ເພື່ອຕອບບັນຫາທີ່ຍັງສົງໄສ. ປະເມີນຄວາມສາມາດມີລູກໃນຄັ້ງໃໝ່ ແລະ ຄວາມຕ້ອງການໃນການຄຸມກຳເນີດ: ຖ້າຢາຄຸມກຳເນີດຍັງບໍ່ໄດ້ໃຫ້ຄົນເຈັບກ່ອນອອກໂຮງໝໍ, ກໍ່ຄວນໃຫ້ຂໍ້ມູນຂ່າວສານ ແລະ ຄຳປຶກສາຕ່າງໆ ແລະ ການເລືອກວິທີຄຸມກຳເນີດທີ່ເໝາະສົມ, ຕາມຄວາມຕ້ອງການ ຂອງແມ່ຍິງ. ຖ້າການຄຸມກຳເນີດໄດ້ໃຫ້ແກ່ຄົນເຈັບແລ້ວ: ປະເມີນວິທີການນຳໃຊ້, ຄວາມເພີ່ງພໍໃຈ ຫຼື ຄວາມກັງວົນ ຖ້າແມ່ຍິງພໍໃຈ, ໃຫ້ໃຊ້ຕໍ່ຕາມຄວາມຕ້ອງການ ຖ້າແມ່ຍິງບໍ່ພໍໃຈ, ໃຫ້ຊ່ວຍເລືອກວິທີອື່ນທີ່ເໝາະສົມຕາມຄວາມຕ້ອງການຂອງລາວ ນຳສົ່ງຄົນເຈັບໄປສະຖານທີ່ໃຫ້ບໍລິການອື່ນດັ່ງທີ່ກຳນົດຈາກຄວາມຕ້ອງການກວດເພີ່ມເຕີມຂອງລາວໃນ ສະຖານ ທີ່ໃຫ້ບໍລິການດ້ານສຸຂະພາບໄວຈະເລີນພັນ ແລະ ໃຫ້ຄວາມສະດວກແກ່ແມ່ຍິງ ໃນກໍລະນີຈຳເປັນ. 3.2 58 ການຄຸມກຳເນີດຫຼັງຈາກລຸລູກ* ພາກ 3 ຫຼັງຈາກການລຸລູກ ໂດຍທົ່ວໄປແລ້ວ ເກືອບວ່າທຸກວິທີການຄຸມກໍາເນີດສາມາດເລີ່ມໃຫ້ຄົນເຈັບໄດ້ທັນທີ ທີ່ມີການລຸລູກບໍ່ວ່າການລຸລູກ ດ້ວຍເຄື່ອງມືທາງການແພດ ຫຼື ການລຸລູກດ້ວຍຢາ. ເລີ່ມໃຫ້ການຄຸມກໍາເນີດໄດ້ໃນມື້ດຽວກັນທີ່ມີການລຸລູກດ້ວຍ ເຄື່ອງມືທາງການແພດ, ແລະ ເລີ່ມກິນຢາຄຸມເມັດທໍາອິດໃນມື້ທີ່ກິນຢາເພື່ອເຮັດໃຫ້ມີການລຸລູກ. ພິຈາລະນາ ທາງດ້ານເງື່ອນໄຂທາງການແພດຂອງແມ່ຍິງໃນການນໍາໃຊ້ທຸກວິທີຂອງການຄຸມກໍາເນີດ. ເງື່ອນໄຂທາງການແພດທີ່ແນະນໍາໃຫ້ຄົນເຈັບຫຼັງລຸລູກ ສໍາລັບການຄຸມກໍາເນີດຊະນິດ ມີຮໍໂມນ, ການໃສ່ຮ່ວງອະນາໄມ ແລະ ການຄຸມກໍາເນີດທີ່ໃຊ້ສິ່ງກີດຂວາງ. ການຄຸມກຳເນີດ ຫຼັງລຸລູກ ໄຕມາດທີ 1 ໄຕມາດທີ 2 ຊຶມເຊື້ອຫຼັງລຸລູກ ຢາເມັດຄຸມກໍາເນີດຊະນິດປະສົມ (COC) 1 1 1 ຢາສັກຄຸມກໍາເນີດຊະນິດປະສົມ (CIC) 1 1 1 ໝວກ ແລະ ແຫວນຄອບປາກມົດລູກ 1 1 1 ຢາເມັດຄຸມກໍາເນີດຊະນິດດ່ຽວ (POP) 1 1 1 ຢາສັກຄຸມກໍາເນີດຊະນິດຮໍໂມນດ່ຽວ 1 1 1 ຢາຝັງຊະນິດດ່ຽວ 1 1 1 ຮ່ວງອະນາໄມຊະນິດທອງແດງ 1 2 4 ຮ່ວງອະນາໄມຊະນິດມີຮໍໂມນ 1 2 4 ຖົງຢາງອະນາໄມ 1 1 1 ນໍ້າຢາຂ້າເຊື້ອອະສຸຈິ 1 1 1 ແຜ່ນກັ້ນ 1 1 1 CIC, combined injectable contraceptive; COC, combined oral contraceptive; DMPA/NET-EN, progestogen-only injectables: depot medroxyprogesterone acetate/norethisterone enantate; IUD, intrauterine device; LNG/ETG, progestogen-only implants: levenorgestrel/etonorgestrel; POP, progesterone-only pill. ນິຍາມຂອງປະເພດ (Definition of categories) 1: ໃຊ້ວິທີຄຸມກໍາເນີດໄດ້ ບໍ່ມີຂໍ້ຫ້າມ 2: ໂດຍທົ່ວໄປແລ້ວສາມາດນໍາໃຊ້ວິທີຄຸມກໍາເນີດໄດ້ ຜົນປະໂຫຍດຫຼາຍກວ່າຄວາມສ່ຽງ. 3: ໂດຍປົກກະຕິແລ້ວບໍ່ແນະນໍາໃຫ້ໃຊ້ວິທີຄຸມກໍາເນີດດັ່ງກ່າວ ຄວາມສ່ຽງຫຼາຍກວ່າ ຜົນປະໂຫຍດ, ນອກຈາກວ່າບໍ່ມີວິທີ ຄຸມກໍາເນີດອື່ນທີ່ເໝາະສົມ ຫຼື ເປັນທີ່ຍອມຮັບ. 4: ມີຄວາມສ່ຽງດ້ານສຸຂະພາບ ຫ້າມນໍາໃຊ້ວິທີຄຸມກໍາເນີດ. * Based on Medical eligibility criteria for contraceptive use, 4th ed. Geneva: World Health Organization; 2009. 3.3 593.3 ການຄຸມກໍາເນີດຫຼັງລຸລູກ ສະພາບຫຼັງລຸລູກ ການເຮັດໝັນຍິງ ບໍ່ມີອາການສົນ A ຊຶມເຊື້ອຫຼັງລຸລູກ ຫຼື ມີໄຂ້ D ເລືອດໄຫຼຮຸນແຮງຫຼັງລຸລູກ D ການກະທົບຮຸນແຮງຕໍ່ລະບົບສືບພັນ, ປາກມົດລູກ, ຊ່ອງຄອດຈີກຂາດ ໃນເວລາລຸລູກ D ມົດລູກຊອດ S ມີເລືອດອັ່ງໃນຜົ້ງມົດລູກກະທັນຫັນ D ນິຍາມຂອງປະເພດ (Definition of categories) A = (accept): ບໍ່ມີເຫດຜົນທີ່ຂັດຂວາງການເຮັດໝັນໃນ ຄົນເຈັບກຸ່ມນີ້ C = (caution): ວິທີນີ້ແມ່ນວິທີປົກກະຕິທີ່ເຮັດກັນຫຼາຍ ແຕ່ຕ້ອງເພີ່ມຄວາມກຽມພ້ອມ ແລະ ຄວາມລະມັດລະວັງ. D = (delay): ວິທີນີ້ຄວນຈະລໍຖ້າຈົນກວ່າສະພາບຄົນ ເຈັບດີຂື້ນ, ຄວນພິຈາລະນາໃຫ້ວິທີຄຸມ ກໍາເນີດແບບຊົ່ວຄາວ. S = (special): ວິທີນີ້ຄວນຈະຖືກຮັັບຜິດຊອບໃນການນຳພາ ຂອງແພດ ທີ່ຊ່ຽວຊານຜ່າຕັດ ແລະ ພະນັກງານ ທີ່ມີປະສົບການ ແລະ ອຸປະກອນຕ່າງໆພາຍໃຕ້ ການວາງຢາສະຫລົບ ແລະ ເຄື່ອງອຸປະກອນ ການແພດຕ່າງໆ. ຂະບວນການນີ້ຈະຕ້ອງອີງ ຕາມຄວາມເໝາະສົມພ້ອມທາງດ້ານຮ່າງກາຍ ແລະ ຈິດໃຈຂອງຄົນເຈັບ ແລະ ພາຍໃຕ້ການ ວາງຢາສະຫຼົບ. ຄວນພິຈາລະນາໃຊ້ຢາ ຄຸມກໍາເນີດແບບຊົ່ວຄາວ, ຖ້າມີການນໍາສົ່ງ ຄົນເຈັບ ຫຼື ມີເຫດການອື່ນທີ່ເຮັດໃຫ້ມີການ ເລື່ອນການເຮັດໝັນ. ເງື່ອນໄຂທາງການແພດທີ່ແນະນໍາໃຫ້ຄົນເຈັບຫຼັງລຸລູກ ສໍາລັບການເຮັດໝັນຍິງ: ການຄຸມກຳເນີດ ແລະ ເງື່ອນໄຂທາງການແພດຫຼັງຈາກລຸລູກ: ການຄຸມກໍາເນີດຊະນິດໃຊ້ຮໍໂມນ (ລວມມີ ຢາກິນ, ຢາສັກ, ຢາຝັງ, ໝວກ ແລະ ແຫວນກັ້ນຊ່ອງຄອດ) ຄວນຈະເລີ່ມທັນທີຫຼັງຈາກລຸລູກ ລວມທັງການຊຶມເຊື້ອຫຼັງລຸລູກ. ຮ່ວງອະນາໄມ ຮ່ວງອະນາໄມສາມາດໃຫ້ໄດ້ທັນທີຫຼັງຈາກລຸລູກໃນໄຕມາດທໍາອິດ ຫຼື ໄຕມາດທີ 2; ການໃສ່ຮ່ວງບໍ່ຄວນໃສ່ທັນທີເມື່ອມີການຊຶມເຊື້ອຫຼັງລຸລູກ. ສິ່ງສຳຄັນ ເຖິງຢ່າງໃດກໍ່ຕາມ, ການລຸລູກໃນໄຕມາດທີ 2 ມີຄວາມສ່ຽງທີ່ຮ່ວງຈະຫຼຸດອອກຂ້ອນຂ້າງສູງກ່ວາໃນໄຕມາດ ທໍາອິດ. ສາມາດໃສ່ຮ່ວງອະນາໄມໄດ້ ພາຍຫຼັງທີ່ໃຊ້ການລຸລູກດ້ວຍຢາອອກໝົດຢ່າງສົມບູນ. 60 ພາກ 3 ຫຼັງຈາກການລຸລູກ ຖົງຢາງອະນາໄມ ອາດຈະເລີ່ມໃຊ້ເມື່ອມີເພດສຳພັນຄັ້ງທຳອິດຫຼັງລຸລູກລວມທັງ ການຊຶມເຊື້ອ ຫຼັງລຸລູກ. ແຜ່ນກັ້ນ ຫຼື ຝາງວມປາກມົດລູກ ອາດຈະເລີ່ມໃຊ້ໃນການມີເພດສຳພັນຄັ້ງທຳອິດຫຼັງຈາກລຸລູກ ລວມທັງການຊຶມເຊື້ອຫຼັງລຸລູກ. ການນຳໃຊ້ຄວນເລື່ ຶອນໄປຮອດ 6 ອາທິດ ໃນການຕິດຕາມການລຸລູກ ທີ່ອາຍຸຖືພາຫຼາຍກວ່າ 14 ອາທິດ. ວິທີຄຸມກຳເນີດແບບທຳມະຊາດ ຄວນລໍຖ້າຈົນກວ່າຮອບປະຈຳເດືອນຈະມາ ປົກກະຕິ. ການເຮັດໝັນຍິງ ຄວນເຮັດທັນທີທີ່ການລຸລູກບໍ່ມີອາການສົນ. ເຖິງຢ່າງໃດກໍ່ຕາມ, ຄວນຈະລໍຖ້າ ຖ້າວ່າການລຸລູກມີອາການສົນເຊັ່ນ: ການຕິດເຊື້ອ, ເລືອດໄຫຼຮຸນແຮງ, ການກະທົບ ຫຼື ມີເລືອດອັ່ງໃນ ຜົ້ງມົດລູກ. ການເຮັດໝັນຊາຍ ສາມາດເຮັດໄດ້ທຸກເວລາ. ຢາຄຸມສຸກເສີນ: ແມ່ຍິງອາດຈະໄດ້ໃຊ້ຢາຄຸມສຸກເສີນຊະນິດກິນ ຫຼື ຮ່ວງອະນາໄມ ພາຍໃນ 5 ວັນ (120 ຊົ່ວໂມງ) ໃນເມື່ອມີເພດສໍາພັນແບບບໍ່ປ້ອງກັນເພື່ອລຸດຜ່ອນ ປັດໃຈສ່ຽງທີ່ຈະຖືພາ. ປ່ອຍນ້ຳເຊື້ອອອກນອກ ຄວນເລີ່ມເຮັດເມື່ອມີເພດສຳພັນຄັ້ງທຳອິດຫຼັງຈາກລຸລູກລວມທັງການຊືມເຊື້ອ ຫຼັງລຸລູກ. 613.4 ການປະເມີນ ແລະ ແກ້ໄຂອາການສົນຂອງການລຸຸລູກ ການປະເມີນ ແລະ ແກ້ໄຂອາການສົນ ຂອງການລຸຸລູກ ໄພຄຸກຄາມຂອງຊີວິດອາດຈະເກີດຂື້ນໄດ້ຈາກອາການສົນ ແຕ່ອາດຈະພົບນ້ອຍຖ້າເຮັດການລຸລູແບບ ປອດໄພ, ແຕ່ກໍ່ປາສະຈາກບໍ່ໄດ້ ເຖິງວ່າຈະມີການກຽມພ້ອມ ແລະ ລະມັດລະວັງດີແລ້ວກໍ່ຕາມ. ເມື່ອມີການລຸລູກໃນສະຖານທີ່ບໍ່ປອດໄພ ແລະ ແພດທີ່ບໍ່ມີຄວາມຊຳນານ ອາການ ສົນຍິ່ງເພີ່ມຂື້ນຫຼາຍ. ຕາມການ ສອບຖາມຄົນເຈັບບາງກຸ່ມ ແມ່ນເຮັດໃຫ້ການເຈັບເປັນຮຸນ ແຮງເພີ່ມຂື້ນ ແລະ ຮຽກຮ້ອງໃຫ້ມີ ການເອົາໃຈໃສ່ຢ່າງ ຮີບດ່ວນ ກັບໄພຄຸກຄາມທີ່ຈະເກີດ ຂື້ນໃນຊີວິດ. ການລຸລູກທີ່ບໍ່ປອດໄພ ບາງວີທີອາດນຳໄປສູ່ອາການສົນຕ່າງໆ ທີ່ພົວພັນເຖິງ ການ ນຳໃຊ້ວິທີແບບໂລເລ ເຊັ່ນ: ການກິນຢາທີ່ມີພິດ, ສານພິດ ແລະ ຢາຕ່າງໆ, ການໃສ່ ວັດຖຸແປກປອມໃສ່ຮູທະວານ, ຊ່ອງຄອດ ຫຼື ປາກມົດລູກ ຫຼື ກະທົບໃສ່ທ້ອງ. ການປິ່ນປົວ ອາການສົນໃນແມ່ຍິງກຸ່ມນີ້ຄວນລວມເອົາທັງການປີ່ນປົວແບບທີ່ມີການກະທົບບາດເຈັບ ຂອງ ຮ່າງກາຍ ແລະ ການລຸລູກທີ່ມີອາການສົນ. ກໍລະນີຖືພາດຳເນີນຕໍ່ ໃນແມ່ຍິງທີ່ມີອາການວ່າຈະມີການຖືພາດຳເນີນຕໍ່ໄປ ຫຼື ມີການລຸລູກບໍ່ສຳເລັດຄວນ ຈະມີການດູດ ຫຼື ຂູດມົດລູກ ໃນເວລານັ້ນໂລດ. ການລຸລູກບໍ່ສົມບູນ ອາການສ່ວນຫຼາຍທີ່ມັກພົບໃນການລຸລູກແບບບໍ່ສົມບູນແມ່ນການມີເລືອດອອກຊ່ອງຄອດ ແລະ ມີອາການເຈັບທ້ອງ. ເຮົາຄວນຄິດຫາ, ຖ້າອີງຕາມການສັງເກດແຮ່ທີ່ດູດອອກມາໃນຂະນະເຮັດການລຸລູກດ້ວຍເຄື່ອງມືທາງການແພດນັ້ນ ມັນຍັງອອກບໍ່ໝົດສົມທຽບກັບການປະເມີນໄລຍະຂອງການຖືພາ. ການລຸລູກບໍ່ສົມບູນ ບໍ່ວ່າແບບທຳມະຊາດ ຫຼື ແບບບັງຄັບ ກໍ່ແກ້ໄຂແບບດຽວກັນ. ກໍລະນີຄົນເຈັບສະພາບດີຄວນຕິດຕາມ 3 ຂັ້ນຕອນ: ປິ່ນປົວແບບປະຄັບປະຄອງ; ໃຊ້ເຄື່ອງດູດ: (ສຳລັບມົດລູກຂະໜາດຖືພາ 14 ອາທິດ); ໃຫ້ misoprostol (ສຳລັບມົດລູກສໍາລັບການຖືພາ 13 ອາທິດລົງມາ) ການຕັດສິນໃຈໃນການປີ່ນປົວແມ່ນພາຍໃຕ້ເງື່ອນໄຂພື້ນຖານສະພາບອາການ ຂອງຄົນເຈັບ ແລະ ຄວາມຕ້ອງການ ຂອງເຂົາເຈົ້າໃນການປີ່ນປົວ. 3.4 62 ພາກ 3 ຫຼັງຈາກການລຸລູກ ວິທີ ຜົນດີ ຜົນເສຍ ປະສິດທິພາບ (%) ລຸລູກຄ້າງ ແຮ່ຄ້າງ ປີ່ນປົວແບບ ປະຄັບປະຄອງ* ລຸດຜ່ອນການຕິດຕາມ ຫຼີກລ້ຽງກໍາມະຜົນສຳ ຮອງ ແລະ ອາການສົນ ຫຼີກລ້ຽງການໃຊ້ອຸປະ ກອນເຂົ້າໄປມົດລູກ ຫຼີກລ້ຽງການໃຊ້ອຸປະ ກອນເຂົ້າໄປມົດລູກ ຄາດຄະເນເວລາບໍ່ໄດ້ ອາດຈະຍັງຕ້ອງດູດ ອອກ ຖ້າມັນບໍ່ສຳເລັດ 16–75 82–100 Misoprostol ຢ່າງດຽວ ບາງທີອາດເປັນສາເຫດ ໃຫ້ເລືອດໄຫຼເພີ່ມ ແລະ ຕ້ອງການການຕິດຕາມ ຫຼາຍກວ່າການດູດ ຜົນຂ້າງຄຽງແມ່ນ ມີເລັກນ້ອຍ 77–89 61–100 ການດູດ ແກ້ໄຂໄດ້ໄວ ການໃຊ້ອຸປະກອນເຂົ້າ ໃນມົດລູກ 96–100 96–100 ການສົມທຽບໃນການປີ່ນປົວສຳລັບລຸລູກຄ້າງ ແລະ ແຮ່ຄ້າງ (missed abortion and incomplete abortion) *ປະສິດທິພາບຂອງການປີ່ນປົວແບບປະຄັບປະຄອງເພີ່ມຂື້ນ ແມ່ນຂື້ນກັບການເພີ່ມເວລາ ກ່ອນການຈະເຮັດຫັດຖະການໃດໜື່ງ ທີ່ກ່າວມາຂ້າງເທີງ Source: adapted from Goodman S, Wolfe M and the TEACH Trainers Collaborative Working Group. Early abortion training workbook, 3rd ed. San Francisco: UCSF Bixby Center for Reproductive Health Research and Policy; 2007, with permission. ປະລິມານ (µg) ວິທີໃຊ້ 600 µg ກິນ 400 µg ອົມກ້ອງລີ້ນ 400–800 µg ຍັດຊ່ອງຄອດ; ອາດນໍາໃຊ້ໄດ້ ຖ້າເລືອດອອກທາງຊ່ອງຄອດເລັກນ້ອຍ. ການແນະນຳວິທີການປີ່ນປົວການລຸລູກບໍ່ສົມບູນດ້ວຍຢາ misoprostol 63 ການເລືອດໄຫຼ ການມີເລືອດອອກທາງຊ່ອງຄອດອາດເນື່ອງມາຈາກແຮ່ຄ້າງ, ການກະທົບ ຫຼື ທໍາລາຍປາກມົດລູກ, ພະຍາດປັດໄຈການກ້າມຂອງເລືອດ ຫຼື ພົບໜ້ອຍກໍລະນີມົດລູກຊອດ ຫຼື ມົດລູກແຕກ. ການປີ່ນປົວທີ່ເໝາະສົມສຳລັບເລືອດໄຫຼຂື້ນກັບສາເຫດ ແລະ ຄວາມຮຸນແຮງຂອງພະຍາດ, ແລະ ລວມທັງ: ການຂູດມົດລູກຄືນອີກຄັ້ງ ການໃຫ້ຢາມົດລູກປັ້ນ ການໃຫ້ເລືອດ ການທົດແທນປັດໄຈເລຶອດກ້າມ ການຜ່າຕັດຜ່ານທໍ່ ການຜ່າຕັດເປີດໜ້າທ້ອງ ທຸກໆສະຖານທີ່ບໍລິການສາທາລະນະສຸກຕ້ອງສາມາດເຊີດຊູ ແລະ ປີ່ນປົວຄົນເຈັບ ຫຼື ນຳສົ່ງຄົນເຈັບ ໄປບ່ອນທີ່ມີເງື່ອນໄຂໄດ້ ໃນກໍລະນີເລືອດໄຫຼກະທັນຫັນ. ການຊຶມເຊື້ອ ອາການ ແລະ ອາການສະແດງຂອງການຊຶມເຊື້ອທີ່ພົບເລື້ອຍໆມີ: ໄຂ້ ຫຼື ໜາວສັ່ນ ລົງຂາວ ຫຼື ນ້ຳໄຫຼອອກຊ່ອງຄອດມີກີ່ ່ນເໝັນ ເຈັບທ້ອງ ຫຼື ເຈັບທ້ອງນ້ອຍ ມີເລືອດອອກແກ່ຍາວ ຫຼື ເລືອດອອກກະປິດກະປ່ອຍ ເຈັບເວລາຄົ່ມມົດລູກ ເມັດເລືອດຂາວຂື້ນສູງ ແມ່ຍິງທີ່ມີການຊຶມເຊື້ອຕ້ອງໃຫ້ຢາຕ້ານເຊື້ອ ຖ້າມີແຮ່ຄ້າງທີ່ເປັນສາເຫດໃຫ້ມີການຊຶມເຊື້ອ ຄວນໄດ້ຂູດມົດລູກຄືນ ແມ່ຍິງທີ່ມີການຊຶມເຊື້ອຮຸນແຮງຕ້ອງໄດ້ເຂົ້າຕິດຕາມຢູ່ໂຮງໝໍ 3.4 ການປະເມີນ ແລະ ແກ້ໄຂອາການສົນຂອງການລຸຸລູກ 64 ມົດລູກຊອດ ປົກກະຕິມົດລູກຊອດ ໃນກໍລະນີທີ່ບົ່ງມະຕິບໍ່ໄດ້ ກໍ່ບໍ່ຈຳເປັນຕ້ອງແກ້ໄຂ ດ້ວຍການຜ່າຕັດ. ເມື່ອມັນມີອາການເກີດຂື້ນ ແລະ ມີຄວາມຈຳເປັນທີ່ຈະຕ້ອງແກ້ໄຂ, ການຜ່າຕັດຜ່ານທໍ່ ແມ່ນວິທີໃນການເລືອກ ຖ້າໃນກໍລະນີຄົນເຈັບມົດລູກຊອດທີ່ຢູ່ໃນສະພາບທີ່ກຳລັງຜ່າຕັດຜ່ານທໍ່ ແລະ ພົບວ່າມີ ການທຳລາຍໄປຮອດ ລຳໄສ້, ເສັ້ນເລືອດ ຫຼື ອະໄວຍະວະອື່ນໆ ຄວນຈະຜ່າຕັດເປີດໜ້າທ້ອງ ເພື່ອສ້ອມແຊມຄືນ. ການວາງຢາສະຫຼົບທີ່ພົວພັນກັບອາການສົນ ໃນສະຖານທີ່ນຳໃຊ້ການວາງຢາສະຫຼົບ, ພະນັກງານແພດໝໍຕ້ອງມີຄວາມຊຳນິຊຳນານ ແລະ ປະສົບການສູງ ໃນການປີ່ນປົວກ່ຽວກັບອາການສົນຕ່າງໆເຊັ່ນ: ການເຊີດຊູແກ້ໄຂການຊັກ ແລະ ລະບົບໝູນວຽນເລືອດ ແລະ ການຫາຍໃຈ. ຢາຕ້ານລິດຂອງສານເສບຕິດຕ່າງໆ ຄວນຈະຕ້ອງມີກຽມພ້ອມໄວ້ໃນສະຖານທີ່ທີມີການໃຊ້ສານເສບຕິດ ບັນດາອາການສົນອື່ນທີ່ອາດຈະເກີດຂື້ນແບບບໍ່ສະເພາະເຈາະຈົງໃນ ຂະບວນການລຸລູກ ເຊັ່ນ: ພູມແພ້ຮຸນແຮງ; ປະຕິກິລິຍາການພູມແພ້ໃນຮູດຫືດ ອາການສົນຕ່າງໆເລົ່ານີ້ຄວນຈະໄດ້ຮັບການປີ່ນປົວຄືດັ່ງອາການສົົນທີ່ເກີດຂື້ນກັບວີທີການຕ່າງໆ. ພາກ 3 ຫຼັງຈາກການລຸລູກ

ຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່: Department of Reproductive Health and Research World Health Organization Avenue Appia 20, CH-1211 Geneva 27 Switzerland Fax: +41 22 791 4171 E-mail: reproductivehealth@who.int www.who.int/reproductivehealth ISBN 978 92 9 061744 0

ການລຸລູກທີ່ປອດໄພ ປຶ້ມຄູ່ມືໃຊ້ສຳລັບແກ້ໄຂ

ການລຸລູກທີ່ປອດໄພ ປຶ້ມຄູ່ມືໃຊ້ສຳລັບແກ້ໄຂ ຄຳຂອບໃຈ: ອົງການອະນາໄມໂລກ ຂໍຂອບໃຈເປັນຢ່າງສູງ ຕໍ່ການປະກອບສ່ວນດ້ານວິຊາການຈາກຜູ້ຊ່ຽວຊານ ພາຍນອກ ແລະ ພະນັກງານຂອງອົງການອະນາໄມໂລກ ທັງໃນອະດີດ ແລະ ປະຈຸບັນ ທີ່ໃຫ້ຂໍ້ມູນໃນການພັດທະນາ ເອກກະສານສະບັບນີ້. ຂໍຂອບໃຈເປັນຢ່າງສູງມາຍັງທີມງນສະມາຄົມການແພດນາລີເວດ-ສູຕິສາດລາວ ທີ່ໄດ້ເສຍສະຫຼະເຫື່ອແຮງ ແລະ ສະຕິປັນຍາໃນການແປ ແລະ ຮຽບຮຽງປື້ມຄູ່ມືນີ້. ຂໍຂອບໃຈອົງການສາກົນ ບໍລິການ ປະຊາຊົນ (PSI) ທີ່ໃຫ້ການສະໜັບສະໜູນງົບປະມານໃນການແປ, ຈັດໜ້າ ແລະ ຈັດພິມ ປື້ມຄູ່ມືນີ້ດ້ວຍ. ຂໍ້ມູນພື້ນຖານລາຍຊື່ປຶ້ມຂອງຫ້ອງສະໝຸດຂອງອົງການອະນາໄມໂລກ ປື້ມຄູ່ມືໃຊ້ສຳລັບປີ່ນປົວການລຸລູກທີ່ປອດໄພ. 1.ການລຸລູກ, ວິທີການ - ຮູບແບບ. 2. ການລຸລູກ, ມາດຕະຖານໃນການລຸລູກ . 3. ຄູ່ມືໃນການປະຕິບັດ. I. ອົງການອະນາໄມໂລກ (World Health Organization). ISBN 978 92 9 061744 0 (NLM classification: WQ 440) © World Health Organization 2015 ສະຫງວນລິຂະສິດ. ສິ່ງພິມຕ່າງໆຂອງອົງການອະນາໄມໂລກແມ່ນມີຢູ່ໃນເວັບໄຊຂອງອົງການອະນາໄມໂລກ (www.who.int) ຫຼື ສາມາດສັ່ງຊື້ໄດ້ທີ່ໂຮງພິມຂອງອົງການອະນາໄມໂລກ, ທີ່ World Health Organization, 20 Avenue Appia, 1211 Geneva 27, Switzerland (ໂທ.: +41 22 791 3264; ແຟັກ: +41 22 791 4857; e-mail: bookorders@who.int). ການຂໍອະນຸຍາດຈາກອົງການອະນາໄມໂລກໃນການແປ ຫຼື ຈັດພິມຄູ່ມືນີ້ຄືນອີກ--ການຈັດພິມເພື່ອການຂາຍ ຫຼື ສຳຫຼັບແຈກຟີຣກໍ່ຕາມ - ຄວນຈະແຈ້ງໃຫ້ໂຮງພິມຂອງອົງການອະນາໄມໂລກຮັບຮູ້ ໂດຍຜ່ານທາງເວັບໄຊ້ ຂອງ ອົງການອະນາໄມໂລກ (www.who.int/about/licensing/copyright_form/en/index.html). ການບັນລະຍາຍ ແລະ ການນຳສະເໜີກ່ຽວກັບເຄື່ອງມືທີ່ນຳໃຊ້ໃນປຶ້ມຄູ່ມືນີ້ບໍ່ໄດ້ໝາຍຄວາມວ່າການສະແດງຄວາມ ຄິດເຫັນໃດໆຂອງ ອົງການອະນາໄມໂລກຈະກ່ຽວຂ້ອງກັບສະພາບການດ້ານກົດໝາຍຂອງປະເທດໃດໜຶ່ງ,ເຂດແດນ, ນະຄອນຫຼວງ ຫຼື ຂອບເຂດ ຫຼື ສິດອຳນາດຂອງແຕ່ລະປະເທດ, ຫຼື ຈະກ່ຽວກັບການກຳນົດຂອບເຂດ ຫຼື ຊາຍແດນຂອງແຕ່ລະປະເທດ ເສັ ້ນທີ ່ແຕ້ມດ້ວຍຈຸດເທິງແຜນທີ ່ສະແດງໃຫ້ຮູ ້ເຖິງເສັ ້ນຂອບເຂດໂດຍປະມານທີ ່ອາດຍັງບໍ ່ມີການຕົກລົງເຫັນດີ ຢ່າງຄົບຖ້ວນ. ການກ່າວເຖິງບໍລິສັດ ຫຼື ພາກສ່ວນຕ່າງໆຢ່າງສະເພາະເຈາະຈົງ ຫຼື ການກ່າວເຖິງຜະລິດຕະພັນຂອງໂຮງງານ ຕ່າງໆນັ້ນບໍ່ໄດ້ໝາຍຄວາມວ່າເຂົາເຈົ້າໄດ້ຖືກຮັບຮອງ ຫຼື ຖືກແນະນຳຈາກອົງການອະນາໄມໂລກວ່າເຂົາເຈົ້າມີສິດທິ ພິເສດຫຼາຍກວ່າຜູ້ອື່ນທີ່ບໍ່ໄດ້ກ່າວເຖິງ ຂໍ້ຜິດພາດ ແລະ ການລະເລີຍທີ່ຈະເກີດຂື້ນ, ບັນດາລາຍຊື່ຂອງຜູ້ທີ່ເປັນ ເຈົ້າຂອງຜະລິດຕະພັນແມ່ນໄດ້ຮັບການຈຳແນກໂດຍອັກສອນຕົວທຳອິດທີ່ເປັນຕົວພິມໃຫຍ່. ທາງອົງການອະນາໄມໂລກໄດ້ມີການປ້ອງກັນທີ່ເໝາະສົມໃນການກວດສອບຄວາມຖືກຕ້ອງຂອງຂໍ້ມູນໃນປຶ້ມນີ້. ເຖິງຢ່າງໃດກໍ່ຕາມ ເຄື່ອງມືທີ່ໄດ້ຈັດພິມ ແມ່ນ ໄດ້ແຈກຢາຍໂດຍປາສະຈາກການຮັບປະກັນໃດໆ ທັງໃນການສະແດງ ຄວາມໝາຍໂດຍຄຳເວົ້າ ຫຼື ຄວາມໝາຍທີ່ແອບແຝງ. ຄວາມຮັບຜິດຊອບໃນການແປຄວາມໝາຍ ແລະ ການນຳໃຊ້ ປຶ້ມຄູ່ມືນີ້ແມ່ນເປັນຄວາມຮັບຜິດຊອບຂອງຜູ້ອ່ານ. ອົງການອະນາໄມໂລກຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນໃນທຸກເຫດການທີ່ເກີດຈາກ ການນຳໃຊ້ປື້ມຄູ່ມືນີ້. ພິມໃນ (ຊື່ປະເທດ) ອອກແບບ ແລະ ຈັດຮູບແບບໂດຍ ACW, London

2 ຄຳສັບຫຍໍ້ AIDS acquired immunodeficiency syndrome D&E dilatation and evacuation EVA electric vacuum aspiration Hb haemoglobin hCG human chorionic gonadotrophin HIV human immunodeficiency virus ICD International statistical classification of diseases IM intramuscular IUD intrauterine device IV intravenous LMP last menstrual period MVA manual vacuum aspiration NSAID non-steroidal anti-inflammatory drug POC products of conception Rh Rhesus (blood group) STI sexually transmitted infection VA vacuum aspiration WHO World Health Organization ຄຳສັບຫຍໍ້ 3ນິຍາມ ນິຍາມ * International statistical classification of diseases and health related problems, 10th revision – ICD-10, Vol. 2, 2008 edition. Geneva: World Health Organization; 2009. ໄລຍະເວລາ ຫຼື ອາຍຸຂອງການຖືພາ ແມ່ນຈຳນວນມື້ ຫຼື ອາທິດຕັ້ງແຕ່ມື້ທຳອິດຂອງການເປັນປະຈຳເດືອນໃນແມ່ຍິງທີ່ມີຮອບປະຈຳເດືອນ ເປັນປົກກະຕິ (last normal menstrual period (LMP)), (ສຳລັບແມ່ຍິງທີ່ມີ ຮອບປະຈຳເດືອນທີ່ບໍ່ປົກກະຕິ, ການກຳນົດອາຍຸ ການຖືພາອາດຈະໄດ້ກຳນົດຈາກການກວດຮ່າງກາຍ ແລະ ການກວດດ້ວຍ ຄື້ນສຽງຄວາມຖີ່ສູງ (ultrasound)). ໂດຍທົ່ວໄປແລ້ວ ໄຕມາດທີ່ 1 ແມ່ນຄິດໄລ່ໃນ 12 ອາທິດ ທຳອິດຂອງການຖືພາ ຫຼື ໂດຍຊ່ຽວຊານບາງທ່ານ, ນັບເອົາ 14 ອາທິດທຳອິດຂອງການຖືພາ. ໂດຍຜ່ານເອກະສານສະບັບນີ້,ອາຍຸການຖືພາແມ່ນຖືກກຳນົດທັງເປັນ ອາທິດ ແລະ ເປັນມື້, ອີງໃສ່ນິຍາມຂອງ International statistical classification of diseases (ICD)*. ການລຸລູກດ້ວຍຢາ (medical abortion) ແມ່ນການນຳໃຊ້ການອອກລິດຂອງຢາເພື່ອຢຸດຕິການຖືພາ. ບາງຄັ້ງກໍ່ໃຊ້ຄຳວ່າ ìການລຸລູກທີ່ບໍ່ໃຊ້ເຄື່ອງມື ທາງການ ແພດ (non-surgical abortion)î ຫຼື ìການລຸລູກດ້ວຍຢາî ໃຊ້ໄດ້ທັງສອງ. ການເປີດປາກມົດລູກດ້ວຍການຊຶມຜ່ານ (Osmotic dilators) ເປັນຫຼອດສັ້ນໆ,ບາງໆ ທີ່ຜະລິດມາຈາກຫຍ້າທະເລ (laminaria) ຫຼື ເປັນວັດສະດຸທີ່ສັງເຄາະຂຶ້ນມາ. ຫຼັງຈາກສອດ ໃສ່ເຂົ້າໃນຮູຂອງປາກມົດລູກ, ປາກມົດລູກຈະດູດຊຶມຄວາມຊຸ່ມຊື່ນ ແລະ ຂະຫຍາຍຕົວອອກ, ສຸດທ້າຍປາກມົດລູກ ກໍ່ເປີດ. ການລຸລູກດ້ວຍເຄື່ອງມືທາງການແພດ (surgical abortion) ແມ່ນການໃຊ້ທໍ່ດູດເພື່ອຢຸດຕິການຖືພາ, ປະກອບດ້ວຍເຄື່ອງດູດສູນອາກາດ, ດ້ວຍການເປີດປາກມົດລູກ ແລະ ດູດອອກ (dilatation and evacuation (D&E)). 4 ວັດຖຸປະສົງຂອງປຶ້ມຄູ່ມື ວັດຖຸປະສົງຂອງປຶ້ມຄູ່ມື ປຶ້ມຄູ່ມືສຳລັບ ການດູແລການລຸລູກທີ່ປອດໄພ ແມ່ນເປັນຄວາມຕັ້ງໃຈທີ່ຈະຊ່ວຍໃຫ້ມີ ຄວາມສະດວກໃນການ ປະຕິ ບັດທາງດ້ານຄລີນິກ ເຊິ່ງໄດ້ແນະນຳໃຫ້ມີການດັດແກ້ໃນຄັ້ງທີ່ສອງຂອງການລຸລູກທີ່ປອດໄພ: ຄຳແນະນຳດ້ານວິຊາ ການ ແລະ ນະໂຍບາຍສຳລັບລະບົບສາທາລະນະສຸກ (World Health Organization [WHO] 2012). ໃນຂະນະທີ່ສະພາບການດ້ານກົດໝາຍ, ກົດລະບຽບ, ນະໂຍບາຍ ແລະ ການໃຫ້ບໍລິການ ເກີດລູກອາດຈະມີຄວາມ ແຕກຕ່າງກັນໃນແຕ່ລະປະເທດ, ຄຳສະເໜີແນະ ແລະ ການປະຕິບັດທີ່ດີທີ່ສຸດທີ່ໄດ້ພັນລະນາທັງໃນເອກກະສານ ທັງສອງສະບັບນີ້ແມ່ນມີເປົ້າໝາຍ ເພື່ອເຮັດໃຫ້ສາມາດໃຊ້ເປັນຫຼັກຖານໃນການຕັດສິນໃຈກ່ຽວກັບການດູແລການ ລຸລູກທີ່ປອດໄພ. ປຶ້ມຄູ່ມືນີ້ໄດ້ຖືກແນະນຳໃຫ້ ແກ່ຜູ້ໃຫ້ບໍລິການສຸຂະພາບທີ່ມີທັກສະທີ່ຈຳເປັນ ແລະ ຕ້ອງໄດ້ຮັບການອົບຮົມ ທີ່ຖືກ ຕ້ອງໃນການລຸລູກທີ່ປອດໄພ ແລະ/ຫຼື ປີ່ນປົວອາການສົນທີ່ເກີດຈາກການລຸລູກທີ່ບໍ່ປອດໄພ. ປຶ້ມຄູ່ມືນີ້ ບໍ່ໄດ້ໃຊ້ ເປັນຕົວແທນໃນການຝຶກອົບຮົມຢ່າງເປັນທາງການ ຫຼື ຄູ່ມືໃນການຝຶກອົບຮົມ. ພວກເຮົາຫວັງວ່າປຶ້ມຄູ່ມືເຫຼັ ້ມນີ້ຈະເປັນປະໂຫຍດໃນການເປັນແນວທາງສໍາລັບຜູ້ໃຫ້ບໍລິການສຸຂະພາບທີ່ຢູ ່ໃນບ່ອນ ທີ່ມີການຈັດຕັ້ງ ແລະ ກົດໝາຍ ແລະ ຮູບແບບຂອງການໃຫ້ບໍລິການທາງດ້ານສຸຂະພາບທີ່ແຕກຕ່າງກັນ. 5ຫຼັກການປະຕິບັດ ຫຼັກການປະຕິບັດ ຜູ້ໃຫ້ບໍລິການສຸຂະພາບຄວນຈະຮູ້ດີກ່ຽວກັບກົດໝາຍຢູ່ໃນທ້ອງຖິ່ນທີ່ຕົນເຮັດວຽກຢູ່ ແລະ ຄວາມຮຽກຮ້ອງ ຕ້ອງການ ໃນການລາຍງານ. ພາຍໃຕ້ຂອບເຂດຂອງກົດໝາຍແຫ່ງຊາດ, ບັນທັດຖານທັງໝົດ, ບັນດາມາດຕະຖານ ແລະ ການ ປະຕິບັດທາງດ້ານຄລີນິກທີ່ກ່ຽວຂ້ອງກັບການລຸລູກຄວນສົ່ງເສີມ ແລະ ປ້ອງກັນ: ສຸຂະພາບຂອງແມ່ຍິງ ແລະ ໄວໜຸ່ມ ແລະ ສິດທິມະນຸດຂອງເຂົາເຈົ້າ; ແຈ້ງໃຫ້ຮູ້ເຖິງລາຍລະອຽດ ແລະ ການຕັດສິນໃຈເຮັດດ້ວຍຄວາມສະໝັກໃຈ; ປິ່ນປົວແມ່ຍິງທຸກຄົນດ້ວຍຄວາມເທົ່າທຽມກັນ ໂດຍບໍ່ຄຳນຶງເຖິງອາຍຸ, ຊົນຊາດ ຫຼື ຊົນເຜົ່າ, ສະພາບ ເສດຖະກິດສັງຄົມ ຫຼື ສະຖານະພາບໃນການແຕ່ງງານ, ອື່ນໆ..., ໃຫ້ບໍລິການດ້ວຍ ຄວາມວ່ອງໄວ ແລະ ທັນເວລາ. ໃຫ້ແນ່ໃຈວ່າການດູແລໃນການລຸລູກໄດ້ຖືກປະຕິບັດດ້ວຍທ່າທີທີ່ໃຫ້ຄວາມເຄົາລົບ ແກ່ແມ່ຍິງທຸກຄົນ ໃນຖານະທີ່ເປັນຜູ້ຕັດສິນໃຈໃນການລຸລູກ; ໃຫ້ຂໍ້ມູນຢ່າງຄົບຖ້ວນ, ຖືກຕ້ອງ ແລະ ເຂົ້າໃຈງ່າຍ; ໃຫ້ຄວາມເຄົາລົບໃນສັກສີຂອງແມ່ຍິງ, ຮັບປະກັນຄວາມເປັນສ່ວນຕົວ ແລະ ຄວາມລັບຂອງລາວ; ຕອບສະໜອງຕໍ່ຄວາມຕ້ອງການ ແລະ ທັດສະນະຂອງແມ່ຍິງ; ຄຳນຶງເຖິງສະພາບຂອງແມ່ຍິງທີ່ອາດຈະຖືກບີບບັງຄັບໃຫ້ຕ້ອງໄດ້ມີການລຸລູກໂດຍຂັດກັບ ຄວາມຕ້ອງການຂອງລາວ (ເຊັ່ນ: ມີບັນຫາດ້ານສຸຂະພາບຂອງແມ່ຍິງເຊັ່ນ ແມ່ຍິງຕິດເຊຶ້ອເອດສ). ເມື່ອເຮັດວຽກນຳເຍົາວະຊົນ, ຕ້ອງສົ່ງເສີມໃຫ້ພໍ່ແມ່ມີສ່ວນຮ່ວມໃນການສະໜັບສະໜູນຂໍ້ມູນ ແລະ ການສຶກສາ. ບໍ່ໃຫ້ຢືນຢັນເພື່ອໃຫ້ໄດ້ຮັບອະນຸຍາດຈາກພໍ່ແມ່, ເວັ້ນເສຍແຕ່ມີຄວາມຮຽກຮ້ອງຕ້ອງການ ທາງກົດໝາຍ. ໃຫ້ຄວາມອິດສະຫຼະໃນການຕັດສິນໃຈ; ບໍ່ມີການຈຳແນກ; ຄວາມລັບ ແລະ ຄວາມເປັນສ່ວນຕົວ; ບາງຕົວຢ່າງທາງພາກປະຕິບັດກ່ຽວກັບວິທີການທີ່ຜູ້ໃຫ້ບໍລິການສາມາດ ນຳໃຊ້ຫຼັກການເຫຼົ ່ານີ້ລວມມີ:

7ສາລະບານ ສາລະບານ 1 ກ່ອນການລຸລູກ 1.1 ຂໍ້ມູນຂ່າວສານ, ການໃຫ້ຄຳປຶກສາ ແລະ ການຕັດສິນໃຈ 10 1.2 ປະຫວັດທາງການແພດຜ່ານມາ 14 1.3 ການກວດຮ່າງກາຍ 16 1.4 ການກວດວິເຄາະ ແລະ ການກວດເພີ່ມຕື່ມ (ຖ້າຈຳເປັນ ແລະ ສາມາດເຮັດໄດ້) 18 1.5 ການປຶກສາກ່ຽວກັບວິທີຄຸມກຳເນີດທີ່ເໝາະສົມ 19 2 ການລຸລູກ 2.1 ສະຫຼຸບຫຍໍ້ກ່ຽວກັບຮູບແບບ: ການລຸລູກດ້ວຍຢາ ແລະ ລຸລູກດ້ວຍເຄື່ອງມືທາງການແພດ 22 2.2 ການຄວບຄຸມ ແລະ ການປ້ອງກັນການຕິດເຊື້ອ 24 2.3 ການແກ້ໄຂອາການເຈັບ 25 2.4 ການລຸລູກດ້ວຍຢາ 28 2.5 ການລຸລູກດ້ວຍຢາ: ≤12 ອາທິດ (ຫຼື ≤84 ມື້) ຂອງການຖືພາ 29 2.6 ການລຸລູກດ້ວຍຢາ: >12 ອາທິດ (ຫຼື > 84 ມື້) ຂອງການຖືພາ 34 2.7 ການລຸລູກດ້ວຍເຄື່ອງມືທາງການແພດ: ການກະກຽມປາກມົດລູກ 37 2.8 ຢາ, ວັດຖຸດິບ ແລະ ອຸປະກອນສຳລັບການລຸລູກດ້ວຍເຄື່ອງມືທາງການແພດ 40 2.9 ລຸລູກດ້ວຍເຄື່ອງມືທາງການແພດ:≤12-14 ອາທິດຂອງການຖືພາ 42 2.10 ລຸລູກດ້ວຍເຄື່ອງມືທາງການແພດ:> 12-14 ອາທິດຂອງການຖືພາ 49 3 ຫຼັງຈາກການລຸລູກ 3.1 ກ່ອນຄົນເຈັບອອກຈາກສະຖານທີ່ໃຫ້ບໍລິການດ້ານສຸຂະພາບ 56 3.2 ການຕິດຕາມຄົນເຈັບເພີ່ມເຕີມກັບພະນັກງານແພດໝໍ 57 3.3 ການຄຸມກຳເນີດຫຼັງລຸລູກ 58 3.4 ການປະເມີນ ແລະ ແກ້ໄຂອາການສົນ 61

ພາກທີ ກ່ອນການລຸລູກ ຂໍ້ມູນຂ່າວສານ, ການໃຫ້ຄຳປຶກສາ ແລະ ການຕັດສິນໃຈ ປະຫວັດທາງການແພດຜ່ານມາ ການກວດຮ່າງກາຍ ການກວດວິເຄາະ ແລະ ກວດເພີ່ມຕື່ມ (ຖ້າຈຳເປັນ ແລະ ສາມາດເຮັດໄດ້) ການເລືອກໃຊ້ວິທີຄຸມກຳເນີດ 1 ຈຸດປະສົງ ກຽມຂໍ້ມູນ ແລະ ໃຫ້ຄຳປຶກສາແກ່ແມ່ຍິງດ້ວຍວິທີທີ່ເຂົ້າໃຈງ່າຍ, ໃຫ້ໂອກາດແກ່ແມ່ຍິງໃນການຕັດສິນໃຈດ້ວຍຕົວເອງກ່ຽວກັບການລຸລູກ, ແລະ ຖ້າຕົກລົງເຮັດ ແມ່ນເລືອກໃຊ້ວິທີໃດ. ຢັ້ງຢືນວ່າຖືພາແທ້ຫຼືບໍ່ ແລະ ກວດວ່າຖືພາໃນພົກ ຫຼື ນອກພົກມົດລູກ ແລະ ອາຍຸຂອງການຖືພາ. ປະເມີນສຸຂະພາບຂອງແມ່ຍິງວ່າມີບັນຫາທີ່ຈຳເປັນຕ້ອງປີ່ນປົວບໍ່ ຫຼື ອາດສົ່ງຜົນ ສະທ້ອນຕໍ່ການເລືອກໃຊ້ວິທີການລຸລູກ. ນໍາໃຊ້ໂອກາດນີ້ເພື່ອລົມກັບແມ່ຍິງໃນການໃຊ້ວິທີຄຸມກຳເນີດເພື່ອປ້ອງກັນການ ຖືພາໃນ ອະນາຄົດ. 10 ພາກທີ 1 ກ່ອນການລຸລູກ ຂໍ້ມູນຂ່າວສານ, ການໃຫ້ຄຳປຶກສາ ແລະ ການຕັດສິນໃຈ ກະກຽມຂໍ້ມູນຂ່າວສານ ການໃຫ້ຄຳປຶກສາ ການຕັດສິນໃຈ 1.1 ຂໍ້ມູນຂ່າວສານແມ່ນອົງປະກອບທີ່ຈຳເປັນ ໃນການດູແລທາງການແພດ ແລະ ຄວນຈະຖືກຈັດໄວ້ ໃຫ້ແກ່ແມ່ຍິງທີ່ມີ ແນວຄວາມຄິດຈະລຸລູກ. ຢ່າງໜ້ອຍສຸດ ຄວນປະກອບມີ: ແມ່ຍິງເກືອບທັງໝົດ ທີ່ມີການລຸລູກທີ່ປອດໄພຈະບໍ່ໄດ້ຮັບ ຜົນກະທົບໃນອະນາຄົດ (ຕົວຢ່າງ: ຜົນຂ້າງຄຽງທີ່ຈະມີຕໍ່ ການຖືພາໃນພາຍຫຼັງ, ສຸຂະພາບຈິດໃນທາງລົບ, ມະເຮັງເຕົ້ານົມ) ບໍ່ມີຜົນກະທົບຕໍ່ສຸຂະພາບທົ່ວໄປ ຫຼື ສຸຂະພາບ ໃນໄວຈະເລີນພັນຕໍ່ຜົນຈາກການລຸລູກ. ຄຳປຶກສາແມ່ນຈຸດສຸມ, ມັນເປັນຂະບວນການທີ່ໃຊ້ສື່ສານລະຫວ່າງຜູ້ທີ່ໄດ້ຮັບຂໍ້ມູນຢ່າງສະໝັກໃຈ, ລວມທັງ ຂໍ້ມູນ ແລະ ແນວທາງຈາກຜູ້ທີ່ໄດ້ຮັບການຝຶກອົບຮົມມາ, ຢູ່ໃນສະພາບແວດລ້ອມທີ່ນຳໄປສູ່ ການແບ່ງປັນເຊິ່ງກັນ ແລະ ກັນຢ່າງເປີດເຜີຍ, ດ້ວຍຄວາມຮູ້ສຶກ ແລະ ຄວາມເຂົ້າໃຈ. ເມື່ອໃດທີ່ຈະກຽມໃຫ້ຄຳປຶກສາ, ຈື່ໄວ້ວ່າ: ວິທີໃນການລຸລູກ ແລະ ການໃຊ້ຢາແກ້ປວດທີ່ແມ່ຍິງສາມາດເລືອກໄດ້; ຈຳເປັນຕ້ອງຮູ້ເຖິງອາການສົນທີ່ຈະເກີດຂຶ້ນ, ແລະ ເມື່ອໃດຈະໄປພົບແພດ ແລະ ໄປພົບຢູ່ໃສ, ຖ້າຈຳເປັນ; ເມື່ອໃດທີ່ແມ່ຍິງຈະສາມາດເຮັດວຽກຕາມປົກກະຕິໄດ້, ລວມທັງການມີເພດສຳພັນ. ການດູແລຕິດຕາມ, ລວມທັງການປ້ອງກັນການຖືພາທີ່ບໍ່ຕ້ອງການໃນອະນາຄົດ; ທຸກໆກົດໝາຍ ແລະ ການລາຍງານທີ່ຈຳເປັນ; ຄວນສົນທະນາດ້ວຍຂໍ້ມູນທີ່ໃຊ້ພາສາທີ່ເຂົ້າໃຈງ່າຍໆ; ເປັນສ່ວນຕົວ; ສະໜັບສະໜູນ ແລະ ແນ່ໃຈວ່າໄດ້ຄຳຕອບທີ່ພຽງພໍກັບຄຳຖາມ ແລະ ຄວາມຕ້ອງການຂອງແມ່ຍິງ. ຫຼີກລ້ຽງການໃຫ້ຄວາມເຊື່ອ ແລະ ຄຸນຄ່າສ່ວນບຸກຄົນ ຈະປະຕິບັດຕົວແນວໃດກ່ອນຈະເຮັດ, ໃນເວລາທີ່ເຮັດ ແລະ ພາຍຫຼັງທີ່ລຸລູກ, ລວມທັງການກວດ ວິເຄາະທຸກຢ່າງທີ່ອາດຈະໄດ້ກວດ; ສິ່ງໃດທີແມ່ຍິງຄວນຮູ້ກ່ອນວ່າຈະເກີດຂຶ້ນ (ຕົວຢ່າງ: ອາການເຈັບທ້ອງ ແລະ ເລືອດໄຫຼ) ແລະ ໃຊ້ເວລາ ດົນປານໃດ; ຖ້າແມ່ຍິງເລືອກທີ່ຈະລຸລູກ ແລະ ວິທີການລຸລູກທີ່ລາວໄດ້ເລືອກນັ້ນສາມາດໃຫ້ບໍລິການໄດ້, ແມ່ຍິງຄວນຈະເປັນຜູ້ ເລືອກວິທີທີ່ເໝາະສົມກັບລາວດ້ວຍຕົວຂອງລາວເອງ, ອີງໃສ່ອາຍຸການຖືພາ ແລະ ເງື່ອນໄຂທາງດ້ານສຸຂະພາບຂອງ ແມ່ຍິງ. ການໃຫ້ຂໍ້ມູນທີ່ພຽງພໍ ແລະ ຖືກຕ້ອງຕາມຫຼັກວິທະຍາສາດກ່ຽວກັບປັດໃຈສ່ຽງຕ່າງໆ ທີ່ສາມາດເກີດຂຶ້ນໄດ້ ພ້ອມທັງໃຫ້ຮູ້ ຂໍ້ດີ ແລະ ຂໍ້ເສຍຂອງແຕ່ລະວິທີການລຸລູກແມ່ນສຳຄັນໃນການຊ່ວຍແມ່ຍິງໃນການຕັດສິນໃຈ ເພື່ອທີ່ ຈະເລືອກວິທີໃດໜຶ່ງໃນການລຸລູກ. ການແນະນໍາຮູບແບບວິທີການລຸລູກ ທຽບໃສ່ອາຍຸຖືພາ 112.1 1.1 ຂໍ້ມູນຂ່າວສານ, ຄຳແນະນຳ ແລະ ການຕັດສິນໃຈ 1 2 3 4 5 6 7 8 910111 2 13 14 ຖືພາ ການໃຊ້ເຄື່ອງດູດ (VA) ≤ 12-14 ອາທິດ ຂອງການ ຖ ືພ າ ກ ານ ລ ຸລ ູກ ດ ້ວ ຍ ຢ າ > 1 2 ອ າທ ິດ ( ຫຼື > 84 ມື້) ຂອງ ການຖ ືພາ ກ ານ ເປ ີດ ປ າກ ມ ົດ ລ ູກ ແ ລ ະ ດູ ດອ ອກ (D &E ) > 12 -14 ອາທ ິດ ຂອ ງການຖືພ າ ການລຸລູກດ້ວຍຢາ 12 ອາທິດ (ຫຼື 84 ມ ື້) ຂ ອ ງກ ານ ຖ ືພ າ 12 ພາກທີ 1 ກ່ອນການລຸລູກ ການລຸລູກດ້ວຍຢາ ການໃຊ້ເຄື່ອງດູດ (VA) ຫຼີກລ້ຽງການຜ່າຕັດ ຮຽນແບບວິທີການໃນການລຸລູກແບບທຳມະຊາດ ແມ່ຍິງເປັນຄົນເຮັດເອງ ແລະ ສາມາດເຮັດຢູ່ບ້ານໄດ້ (< 9 ອາທິດ) ໃຊ້ເວລາ (ເປັນຊົ່ວໂມງຈົນເຖິງເປັນມື້) ທີ່ຈະມີການລຸລູກອອກ ໝົດ ແລະ ບາງທີກໍ່ບໍ່ສາມາດກຳນົດໄລຍະເວລາໄດ້., ແມ່ຍິງຈະມີອາການເລືອດອອກ ແລະ ເຈັບປັ້ນທ້ອງນ້ອຍ, ແລະ ບາງຄັ້ງ ອາດຈະມີອາການຂ້າງຄຽງ (ປວດຮາກ, ຮາກ) ອາດຈະຈຳເປັນຕ້ອງໄປພົບແພດຫຼາຍກວ່າການເຮັດດ້ວຍວິທີ ໃຊ້ເຄື່ອງດູດ ໃຊ້ສຳລັບແມ່ຍິງທີ່ຕຸ້ຍຫຼາຍ ຖ້າແມ່ຍິງຕ້ອງການທີ່ຈະຫຼີກລ້ຽງການເຮັດຫັດຖະການຕໍ່ປາກ ມົດລູກ ຖ້າການກວດທາງຜົ້ງທ້ອງນ້ອຍເຮັດບໍ່ໄດ້ ແລະ ບໍ່ຕ້ອງການ ໃຫ້ກວດ. ເໝາະສຳລັບແມ່ຍິງທີ່ມີມົດລູກຜິດຮູບຮ່າງ ຫຼື ມີກ້ອນເບົ້າ ຫຼື ເຄີຍຜ່າຕັດກ່ຽວກັບປາກມົດລູກ. ອາດຈະເໝາະສົມສຳລັບກໍລະນີດັ່ງນີ້: ອາດຈະເໝາະສົມກໍລະນີນີ້ ຖ້າມີຂໍ້ຫ້າມໃນການໃຊ້ຢາເພື່ອເຮັດໃຫ້ລຸລູກ ຖ້າມີຂໍ້ຈຳກັດທາງດ້ານເວລາ ຕ້ອງການ ເອົາລູກອອກໄວ. ຂໍ້ຫ້າມໃນການໃຊ້ວິທີນີ້ ພະຍາດກ່ຽວກັບເລືອດໄຫຼ ເລືອດຈາງຮຸນແຮງ ໃສ່ຮ່ວງອະນາໄມ (ຕ້ອງເອົາຮ່ວງອອກກ່ອນຈະໃຊ້ຢາ) ກຽມເປັນພະຍາດກ່ຽວກັບຫົວໃຈ ຫຼື ມີປັດໃຈສ່ຽງພະຍາດ ຫົວໃຈເສັ້ນເລືອດ ມີປະຫວັດແພ້ຕໍ່ສ່ວນປະກອບຂອງຢາທີ່ໃຊ້ Inherited porphyria ມີພະຍາດຕ່ອມເທິງໝາກໄຂ່ຫຼັງຊຸດໂຊມຊຳເຮື້ອ ຮູ້ແລ້ວ ຫຼື ສົງໃສວ່າຖືພາລູກນອກພົກ (ບໍ່ໃຫ້ໃຊ້ຢາ misoprostol, mifepristone ປີ່ນປົວຖືພາລູກນອກພົກ) ຂໍ້ຄວນລະວັງ ແລະ ການພິຈາລະນາ ທີ່ຈຳເປັນຕ້ອງໃຊ້ໃນກໍລະນີ: ໄດ້ໃຊ້ຢາ corticosteroid ເປັນເວລາດົນນານ (ພ້ອມທັງເປັນ ພະຍາດຫືດທີ່ຮຸນແຮງທີ່ບໍ່ໄດ້ຄວບຄຸມ) ບໍ່ມີຂໍ້ຫ້າມທີ່ຊັດເຈນໃນການໃຊ້ ຂໍ້ຄວນລະວັງ ແລະ ການພິຈາລະນາ ທີ່ຈຳເປັນ ຕ້ອງໃຊ້ໃນກໍລະນີ : ແມ່ຍິງຖືພາພ້ອມກັບມີຮ່ວງຢູ່ນຳ (ໃຫ້ເອົາຮ່ວງອອກກ່ອນທີ່ຈະລົງມືລຸລູກ) 12-14 ອາທິດ ຮູບແບບວິທີທີ່ໃຊ້ໃນການລຸລູກ ເປັນວິທີທີ່ເຮັດໄດ້ຜົນໄວ ເອົາລູກອອກໄດ້ໝົດໂດຍບໍ່ຄ້າງດ້ວຍວິທີການ ໃຊ້ເຄື່ອງດູດເອົາແຮ່ອອກໝົດ. ຕ້ອງເຮັດຢູ່ໂຮງໝໍ ເຮັດໝັນ ຫຼື ໃສ່ຮ່ວງໄດ້ເລີຍໃນເວລາດຽວ ກັນພາຍຫຼັງທີ່ເອົາລູກອອກແລ້ວ. ມີຄວາມສ່ຽງເລັກນ້ອຍທີ່ຈະມີຜົນກະທົບ ຕໍ່ມົດລູກ ແລະ ປາກມົດລູກ ເວລາໃນການເຮັດແມ່ນຂຶ້ນກັບອຸປະກອນ ແລະ ແພດໝໍ ຕ້ອງມີອຸປະກອນໃຊ້ສຳລັບດູດໃນມົດລູກ Medical abortion v acuum aspiration Avoids surgery Mimics the process of miscarriage Controlled by the woman and may take place at home ( < 9 weeks) Takes time (hours to days) to complete abortion, and the timing may not be predictable Women experience bleeding and cramping, and potentially some other side-eects (nausea, vomiting) May require more clinic visits than VA May be preferred in the following situations: For severely obese women Presence of uterine malformations or fibroids, or previous cervical surgery If the woman wants to avoid surgical intervention If a pelvic exam is not feasible or unwanted Quick procedure Complete abortion easily verified by evaluation of aspirated POC Takes place in a health-care facility Sterilization or placement of an intrauterine device (IUD) may be performed at the same time as the procedure Very small risk of uterine or cervical injury Requires instrumentation of the uterus Timing of abortion controlled by the clinic and provider May be preferred in the following situations: If there are contraindications to medical abortion If there are constraints for the timing of the abortion Contraindications Previous allergic reaction to one of the drugs involved Inherited porphyria Chronic adrenal failure Known or suspected ectopic pregnancy (neither misoprostol nor mifepristone will treat ectopic pregnancy) Caution and clinical judgement are required in cases of: Long-term corticosteroid therapy (including those with severe uncontrolled asthma) Haemorrhagic disorder Severe anaemia Pre-existing heart disease or cardiovascular risk factors An IUD in place (remove before beginning the regimen) There are no known absolute contraindications Caution and clinical judgement are required in cases of: An IUD is in place (remove before beginning the procedure) Medical abortion Dilatation and evacuation (D&E) Avoids surgery May feel more natural to some women Takes place in a health-care facility Takes time (hours to days) to complete abortion, and the timing may not be predictable Women experience bleeding and cramping, and potentially some other side-eects (nausea, vomiting) Women remain in the facility until expulsion of the pregnancy is complete Women with a uterine scar have a very low risk (0.28%) of uterine rupture during medical abortion between 12 and 24 weeks May be preferred in the following situations: For severely obese women The presence of uterine malformations or fibroids, or previous cervical surgery If the woman wants to avoid surgical intervention If skilled, experienced providers are not available to provide D&E Quick procedure Complete abortion easily verified by evaluation of uterine contents Takes place in a health-care facility Sterilization or placement of an IUD may be performed at the same time as the procedure Requires cervical preparation in advance of procedure Requires instrumentation of the uterus Small risk of uterine or cervical injury Timing of abortion controlled by the facility and provider May be preferred in the following situations: If there are contraindications to medical abortion If there are time constraints for the abortion Contraindications Previous allergic reaction to one of the drugs involved Inherited porphyria Chronic adrenal failure Known or suspected ectopic pregnancy (neither misoprostol nor mifepristone will treat ectopic pregnancy) Caution and clinical judgement are required in cases of: Long-term corticosteroid therapy (including those with severe uncontrolled asthma) Haemorrhagic disorder Severe anaemia Pre-existing heart disease or cardiovascular risk factors An IUD in place (remove before beginning the regimen) There are no known absolute contraindications for the use of D&E Caution and clinical judgement are required in cases of: An IUD in place (remove before beginning the regimen) ການລຸລູກດ້ວຍຢາ ເປີດປາກມົດລູກ ແລະ ດູດອອກ (D&E) ຫຼີກລ້ຽງການຜ່າຕັດ ຮຽນແບບວິທີການໃນການລຸລູກແບບທໍາມະຊາດ ເຮັດໃນສະຖານທີ່ໃຫ້ບໍລິການດ້ານສຸຂະພາບ ໃຊ້ເວລາ (ເປັນຊົ່ວໂມງຈົນເຖິງເປັນມື້) ທີ່ຈະມີການລຸລູກ ອອກໝົດ,ແລະ ບາງທີກໍ່ບໍ່ສາມາດກຳນົດໄລຍະເວລາໄດ້. ຈະມີອາການເລືອດອອກທາງຊ່ອງຄອດ ແລະ ເຈັບປັ້ນທ້ອງ ແລະ ອາດຈະມີອາການຂ້າງຄຽງ (ປວດຮາກ, ຮາກ) ແມ່ຍິງຕ້ອງນອນຢູ່ສະຖານທີ່ໃຫ້ບໍລິການຈົນກ່ວາການລຸລູກ ຈະອອກໝົດ ແມ່ຍິງທີ່ມົດລູກມີຮອຍແປ້ວຈະມີຄວາມສ່ຽງນ້ອຍດຽວພຽງແຕ່ (0.28%) ທີ່ຈະເຮັດໃຫ້ມົດລູກແຕກໃນເວລານໍາໃຊ້ການລຸລູກ ດ້ວຍຢາໃນຊ່ວງອາຍຸຖືພາລະຫວ່າງ 12 ແລະ 14 ອາທິດ ອາດຈະເໝາະສົມສຳລັບກໍລະນີດັ່ງນີ້: ໃຊ້ສຳລັບແມ່ຍິງທີ່ຕຸ້ຍຫຼາຍ ມົດລູກມີຮູບຮ່າງທີ່ຜິດປົກກະຕິ ຫຼື ມີກ້ອນເບົ້າມົດລູກ, ຫຼື ເຄີຍຜ່າຕັດກ່ຽວກັບປາກມົດລູກມາກ່ອນ ຖ້າແມ່ຍິງຕ້ອງການຫຼີກລ້ຽງວິທີໃຊ້ເຄື່ອງມືທາງການແພດ ຖ້າແພດທີ່ຈະເຮັດບໍ່ມີທັກສະ ແລະ ປະສົບການໃນການເຮັດ D&E ເປັນວິທີທີ່ໄວ ເຮັດໃຫ້ລູກອອກໝົດໄດ້ຢ່າງງ່າຍດາຍ ໂດຍປະເມີນຈາກເນື້ອເຍື່ອທີ່ອອກມາ ເຮັດໃນສະຖານທີ່ໃຫ້ບໍລິການດ້ານສຸຂະພາບ ເຮັດໝັນ ຫຼື ໃສ່ຮ່ວງໄດ້ເລີຍໃນເວລາດຽວ ກັນພາຍຫຼັງທີ່ເອົາລູກອອກແລ້ວ. ຕ້ອງມີການກະກຽມປາກມົດລູກໃຫ້ພ້ອມ ກ່ອນທີ່ຈະເຮັດຫັດຖະການນີ້ ຕ້ອງມີອຸປະກອນໃຊ້ສຳລັບດູດໃນມົດລູກ ມີຄວາມສ່ຽງເລັກນ້ອຍທີ່ຈະມີຜົນກະທົບຕໍ່ ມົດລູກ ແລະ ປາກມົດລູກ ເວລາໃນການເຮັດແມ່ນຂຶ້ນກັບອຸປະກອນ ແລະ ແພດໝໍ ອາດຈະເໝາະສົມສຳລັບກໍລະນີດັ່ງນີ້: ຖ້າມີຂໍ້ຫ້າມໃນການໃຊ້ຢາເພື່ອລຸລູກ ຖ້າມີຂໍ້ຈຳກັດທາງດ້ານເວລາ ຕ້ອງການ ເອົາລູກອອກໄວ. ຂໍ້ຫ້າມໃນການໃຊ້ວິທີນີ້ ມີປະຫວັດແພ້ຕໍ່ສ່ວນປະກອບຂອງຢາທີ່ໃຊ້ Inherited porphyria ມີພະຍາດຕ່ອມເທິງໝາກໄຂ່ຫຼັງຊຸດໂຊມຊຳເຮື້ອ ຮູ້ແລ້ວ ຫຼື ສົງໃສວ່າຖືພາລູກນອກພົກ (ບໍ່ໃຫ້ໃຊ້ຢາ misoprostol, mifepristone ປີ່ນປົວຖືພາລູກນອກພົກ) ຂໍ້ຄວນລະວັງ ແລະ ການພິຈາລະນາ ທີ່ຈຳເປັນຕ້ອງໃຊ້ໃນກໍລະນີ: ໄດ້ໃຊ້ຢາ corticosteroid ເປັນເວລາດົນນານ (ພ້ອມທັງ ເປັນພະຍາດຫືດທີ່ຮຸນແຮງທີ່ບໍ່ໄດ້ຄວບຄຸມ) ພະຍາດກ່ຽວກັບເລືອດໄຫຼ ເລືອດຈາງຮຸນແຮງ ກຽມເປັນພະຍາດກ່ຽວກັບຫົວໃຈ ຫຼື ມີປັດໃຈສ່ຽງພະຍາດ ຫົວໃຈເສັ້ນເລືອດ ໃສ່ຮ່ວງອະນາໄມ (ຕ້ອງເອົາຮ່ວງອອກກ່ອນຈະໃຊ້ຢາ) ບໍ່ມີຂໍ້ຫ້າມທີ່ຊັດເຈນໃນການໃຊ້ວິທີ D&E ຂໍ້ຄວນລະວັງ ແລະ ການພິຈາລະນາ ທີ່ຈຳເປັນຕ້ອງໃຊ້ໃນກໍລະນີ: ແມ່ຍິງຖືພາພ້ອມກັບມີຮ່ວງຢູ່ນຳ (ໃຫ້ເອົາຮ່ວງອອກກ່ອນທີ່ຈະລົງມືລຸລູກ) >12-14 ອາທິດ 1.1 ຂໍ້ມູນຂ່າວສານ, ຄຳແນະນຳ ແລະ ການຕັດສິນໃຈ 13 14 ປະຫວັດທາງການແພດ ເພື່ອເປັນການຄາດຄະເນອາຍຸຂອງການຖືພາ, ການຊັກຖາມປະຫວັດຄວນຈະຊອກຫາຂໍ້ຫ້າມໃນການລຸລູກ ດ້ວຍຢາ ຫຼື ການລຸລູກດ້ວຍວິທີທາງການແພດ ແລະ ຊອກຫາປັດໃຈສ່ຽງທີ່ຈະເກີດມີອາການສົນ. ອົງປະກອບໃນການຊັກຖາມປະຫວັດ ຂໍ້ມູນສ່ວນຕົວ ຊື່, ອາຍຸ ແລະ ຂໍ້ມູນໃນການຕິດຕໍ່ພົວພັນ, ຖ້າເປັນໄປໄດ້. ເຫດຜົນ ໃນການມາ ພົບແພດ ສະຖານະພາບຂອງການຖືພາຄັ້ງນີ້, ພ້ອມທັງອາການສະແດງຂອງການຖືພາ ຫຼື ອາການສົນທີ່ເກີດຂຶ້ນ, ເຊັ່ນ: ເລືອດອອກທາງຊ່ອງຄອດ ປະຫວັດທາງດ້ານ ປະສູດ ການຖືພາໃນຄັ້ງຜ່ານມາ ແລະ ຜົນໄດ້ຮັບເປັນແນວໃດ, ລວມທັງການຖືພາລູກ ນອກພົກ, ການລຸລູກທໍາມະຊາດ ຫຼື ການເອົາລູກອອກໃນຄັ້ງຜ່ານມາ, ລູກຕາຍ ໃນທ້ອງ, ລູກເກີດມີຊີວິດ ແລະ ວິທີທີ່ໃຊ້ໃນການເກີດລູກ. ປະຫວັດທາງ ດ້ານພະຍາດຍິງ ມື້ທຳອິດຂອງການເປັນປະຈຳເດືອນໃນຄັ້ງສຸດທ້າຍ (LMP) ແລະ ປະຈຳເດືອນ ມາປົກກະຕິບໍ່ຜ່ານມາ ຮູບແບບຂອງຮອບປະຈຳເດືອນເປັນແນວໃດ ສະພາບທາງດ້ານພະຍາດຍິງ, ລວມທັງການຜ່າຕັດທາງດ້ານພະຍາດຍິງຜ່ານມາ, ປະຫວັດ ຄວາມຜິດປົກກະຕິຂອງລະບົບສືບພັນ, ຫຼື ຄວາມຜິດປົກກະຕິອື່ນໆຂອງ ຮ່າງກາຍທີ່ຮູ້ ຫຼື ສະພາບເງື່ອນໄຂອື່ນໆ. ປະຫວັດໃນການຄຸມກຳເນີດ: ວິທີຄຸມກຳເນີດທີ່ໃຊ້ໃນປະຈຸບັນ; ວິທີຄຸມກຳເນີດທີ່ໃຊ້ຜ່ານມາ ແລະ ຜົນສຳເລັດ (ໄດ້ຜົນດີ ຫຼື ບໍ່ດີ) ກັບວິທີເລົ່ານັ້ນ. ປະຫວັດທາງ ເພດສໍາພັນ ຄູ່ຮ່ວມເພດໃນປະຈຸບັນ ແລະ ການມີຄູ່ຮ່ວມເພດກັບຫຼາຍຄົນ ປະຫວັດ ຫຼື ທຸກອາການສະແດງຂອງພະຍາດຕິດຕໍ່ທາງເພດສຳພັນ (STI), ລວມທັງພະຍາດເອດສ(HIV/AIDS). 1.2 ພາກທີ 1 ກ່ອນການລຸລູກ 151.2 ການຊັກປະຫວັດ ອົງປະກອບໃນການຊັກຖາມປະຫວັດ ປະຫວັດທາງດ້ານ ການຜ່າຕັດ ແລະ ພະຍາດພາຍໃນ ພະຍາດຊຳເຮື້ອ,ເຊັ່ນ: ຄວາມດັນເລືອດສູງ, ພະຍາດຊັກ, ພະຍາດການກ້າມຂອງເລືອດ ພະຍາດຕັບ, ພະຍາດຫົວໃຈ,ພະຍາດເບົາຫວານ, ພະຍາດເລືອດຈາງ ພະຍາດຫືດ, ມີຫຼັກຖານວ່າເປັນພະຍາດທາງດ້ານໂລກຈິດ ປະຫວັດການເຂົ້ານອນໂຮງໝໍຜ່ານມາ. ປະຫວັດການໄດ້ຮັບການຜ່າຕັດຜ່ານມາ. ດ້ານການໃຊ້ຢາ ແລະ ແພ້ຢາ ຢາທີ່ກິນເປັນປະຈຳ ການໃຊ້ຢາ ຫຼື ຢາພື້ນເມືອງຜ່ານມາ, ລວມເຖິງຢາທຸກຊະນິດ ແລະ ລາຍລະອຽດວິທີນໍາໃຊ້ (ຂະໜາດ, ໃຊ້ທາງໃດ, ໃຊ້ເວລາໃດ) ຖ້າໄດ້ພະຍາຍາມເຮັດໃຫ້ລຸລູກດ້ວຍຕົວເອງກ່ອນໜ້ານີ້. ການແພ້ຢາຜ່ານມາ ປະຫວັດ ດ້ານສັງຄົມ ແຕ່ງງານ ຫຼື ສະພາບຂອງຄູ່ຮ່ວມເພດ. ສະພາບແວດລ້ອມທາງຄອບຄົວ. ການໃຊ້ຄວາມຮຸນແຮງ ຫຼື ການບີບບັງຄັບຈາກຄູ່ຮ່ວມເພດ ຫຼື ຈາກສະມາຊິກໃນຄອບຄົວ. ສະພາບທາງສັງຄົມອື່ນໆທີ່ສາມາດມີຜົນກະທົບຕໍ່ການດູແລສຸຂະພາບຂອງແມ່ຍິງ. ປະຫວັດການກິນເຫຼົ ້າ ແລະ ການໃຊ້ຢາເສບຕິດທັງຜ່ານມາ ແລະ ໃນປະຈຸບັນ. ຂໍ້ສັງເກດ: ຜູ້ໃຫ້ບໍລິການທາງສາທາລະນະສຸກອາດຈະປະເຊີນໜ້າກັບແມ່ຍິງທີ່ມີສະພາບທາງ ສັງຄົມທີ່ ຫຍຸ້ງຍາກ ແລະ ສັບສົນໃນການທີ່ຈະເຂົ້າມາຮັບບໍລິການທາງການແພດ. ການນໍາສົ່ງແມ່ຍິງໃຫ້ເຂົ້າຫາ ບ່ອນໃຫ້ບໍລິການດ້ານສຸຂະພາບທີ່ລາວຕ້ອງການແມ່ນ ມີຄວາມ ສຳຄັນຫຼາຍເພື່ອທີ່ຈະ ເຮັດໃຫ້ແມ່ຍິງໄດ້ຮັບການດູແລຢ່າງມີຄຸນນະພາບໃນການລຸລູກ; ຢ່າງໃດ ກໍ່ຕາມປະຫວັດທາງດ້ານສັງຄົມ (ສະພາບການແຕ່ງງານ) ບໍ່ຄວນຖືກໃຊ້ມາເປັນສິ່ງທີ່ກີດຂວາງ ໃນການດູແລແມ່ຍິງ. 12 weeks (or < 84 days) of pregnancy ພາກທີ 1 ກ່ອນການລຸລູກ 3.4 16 ການກວດຮ່າງກາຍ ການປະເມີນ ດ້ານສຸຂະພາບ ທົ່ວໄປ ສະພາບທົ່ວໄປ. ອາການຊີວິດ. ອາການຄວາມອ່ອນເພຍ, ຄວາມຊືມເສົ້າ, ອາການຈືດມ້ານ ຫຼື ອາການຂາດສານອາຫານ. ອາການ ຫຼື ຮ່ອງຮອຍໃນການຖືກທຳຮ້າຍຕໍ່ຮ່າງກາຍ. ການກວດກາຮ່າງກາຍທົ່ວໄປ (ເມື່ອມີຂໍ້ບົ່ງຊີ້). ການກວດ ຜົ້ງທ້ອງ ຄຳເບິ່ງຂະໜາດມົດລູກ, ບັນທຶກຂະໜາດຂອງມົດລູກ ແລະ ຄວາມອ່ອນນຸ້ມ. ບັນທຶກທຸກໆກ້ອນທີ່ຄຳພົບຢູ່ໃນທ້ອງ. ບັນທຶກທຸກໆບາດແຜຈາກການຜ່າຕັດຜ່ານມາ. ການກວດ ຜົ້ງທ້ອງນ້ອຍ (ໃສ່ສົບເປັດ ແລະ ການກວດ ດ້ວຍ 2 ນີ້ວ) ອະທິບາຍສິ່ງທີ່ລາວຄາດວ່າຈະສາມາດພົບໃນເວລາກວດຜົ້ງທ້ອງນ້ອຍ ກວດຫາຄວາມຜິດປົກກະຕິຂອງອະໄວຍະວະເພດພາຍນອກ ຫຼື ອາການຂອງພະຍາດ ຫຼື ອາການຂອງການຊຶມເຊຶ້ອ. ການກວດດ້ວຍສົບເປັດ ສັງເກດເບິ່ງປາກມົດລູກ ແລະ ຊ່ອງຄອດ: ຊອກຫາສິ່ງທີ່ຜິດປົກກະຕິ ຫຼື ສິ່ງແປກປອມ; ຊອກຫາອາການຂອງການຊຶມເຊຶ້ອ, ເຊັ່ນ: ນໍ້າໜອງ ຫຼື ລົງຂາວທີ່ອອກຈາກໃນຮູ ຂອງປາກມົດລູກ, ຖ້າເຫັນໜອງ ຫຼື ລົງຂາວ ແມ່ນໃຫ້ເກັບປູກເຊຶ້ອ, ຖ້າເປັນໄປໄດ້, ແລະ ໃຫ້ຢາຕ້ານເຊຶ້ອກ່ອນຈະລົງມືດູດ; ຄວນເກັບຕົວຢ່າງຈຸລັງຢູ່ປາກມົດລູກໄປກວດຫາມະເຮັງປາກມົດລູກໃນເວລານັ້ນເລີຍ, ຖ້າມີຂໍ້ບົ່ງຊີ້ແລະ ສາມາດກວດໄດ້. ການກວດດ້ວຍ 2 ນ້ີວ ສັງເກດຂະໜາດ, ຮູບຮ່າງ, ຕຳແໜ່ງ ແລະ ການເໜັງຕິງຂອງມົດລູກ. ປະເມີນທັງສອງຂ້າງຂອງມົດລູກວ່າຄຳພົບກ້ອນບໍ່. ປະເມີນຄວາມອ່ອນນຸ້ມຂອງມົດລູກ ດ້ວຍການສຳພັດ ຫຼື ດ້ວຍການເໜັງຕິງປາກມົດລູກ ແລະ/ຫຼື ຄຳເບິ່ງຜົ້ງສຸດລະຫວ່າງຊ່ອງຄອດ ແລະ ລຳໃສ້ແກ່ (cul-de-sac), ເຊິ່ງອາດຈະ ພົບອາການຂອງການຊຶມເຊຶ້ອ. ຢັ້ງຢືນໃຫ້ແນ່ໃຈວ່າຖືພາແທ້ ແລະ ອາຍຸຂອງການຖືພາ. 1.3 ອົງປະກອບໃນການກວດຮ່າງກາຍ ຂໍ້ຈຳກັດຂອງການຄິດໄລ່ອາຍຸຖືພາ ໂດຍອີງໃສ່ການກວດຂະໜາດ ຂອງມົດລູກ ມົດລູກຜິດຮູບຮ່າງ/ ກ້ອນເບົ້າມົດລູກ. ຖືພາຝາແຝດ. ມົດລູກດັກໄປທາງຫຼັງ. ຄົນຕຸ້ຍ ຖືພາມານໄຂ່ກົບ. ຈຸດທີ່ຄວນຄິດພິຈາລະນາ ຂະໜາດມົດລູກນ້ອຍກວ່າທີ່ຄາດໄວ້ ອາດເປັນຍ້ອນ: ແມ່ຍິງບໍ່ໄດ້ຖືພາ; ຈື່ປະຈຳເດືອນຜິດ; ຖືພາລູກນອກພົກ ຫຼື ຖືພາໃນມົດລູກແຕ່ຜິດປົກກະຕິ, ເຊັ່ນ: ລຸລູກທຳມະຊາດ ຫຼື ໄຂ່ບໍ່ມີຕົວອ່ອນຍັງຄ້າງໃນມົດລູກ ຂະໜາດມົດລູກໃຫຍ່ກວ່າທີ່ຄາດໄວ້ ອາດຄິດຫາ: ຈື່ປະຈຳເດືອນຜິດ; ຖືພາຝາແຝດ; ມົດລູກຜິດປົກກະຕິ ເຊັ່ນ ມີກ້ອນເບົ້າ ຖືພາມານໄຂ່ກົບ. ຂະໜາດຂອງມົດລູກ (ເປັນອາທິດ) ຫຼັງຈາກ 4 ອາທິດ ຂອງການຖືພາ, ມົດລູກຈະເພ່ີມຂະໜາດຂຶ້ນ ປະມານ 1 cm ຕໍ່ ອາທິດ. ຫຼັງຈາກ 15–16 ອາທິດ ຂອງການຖືພາ, ຂະໜາດຂອງ ມົດລູກຈະຢູ່ລະຫວ່າງ ຂະໂມມ ແລະ ສາຍບື ຫຼັງຈາກ 20 ອາທິດ ຂອງການຖືພາ, ລວງສູງຂອງ ມົດລູກຄິດໄລ່ເປັນຊັງຕີແມັດ ແທກຈາກເທິງກະດູກຂະໂມມ ຫາພື້ນຂອງມົດລູກ ສາມາດ ຄິດໄລ່ອາຍຸຖືພາ ຫຼັງຈາກ 12 ອາທິດ ຂອງການ ຖືພາ,ຂະໜາດມົດລູກຈະຢູ່ໃນຜົ້ງອ່າງຊາມ 20 ອາທິດ ຂອງການຖືພາ, ຂະໜາດຂອງມົດລູກຮອດສາຍບື 2 4 8 12 16 20 30 40 * *Goodman S, Wolfe M and the TEACH Trainers Collaborative Working Group. Early abortion training workbook, 3rd ed. San Francisco: UCSF Bixby Center for Reproductive Health Research & Policy; 2007. ຄິດໄລ່ອາຍຸຖືພາ ດ້ວຍການກວດຮ່າງກາຍ * 1.3 ການກວດຮ່າງກາຍ 17 18 ພາກທີ 1 ກ່ອນການລຸລູກ ການກວດວິເຄາະ ແລະ ການກວດເພີ່ມຕື່ມ (ຖ້າຈຳເປັນ ແລະ ສາມາດເຮັດໄດ້) ການກວດວິເຄາະທີ່ສາມາດກວດໄດ້, ອາດຈະກວດສິ່ງທີ່ເປັນພື້ນຖານເພື່ອຊອກຫາປັດໃຈສ່ຽງຂອງ ແຕ່ລະຄົນ, ໂດຍອີງໃສ່ການກວດກາຮ່າງກາຍ, ແລະ ສິ່ງທີ່ກວດໄດ້: ກວດນໍ້າຍ່ຽວເພື່ອຢັ້ງຢືນການຖືພາ ຖ້າບໍ່ແນ່ໃຈ; ກວດ haemoglobin (Hb) ຫຼື haematocrit ທີ່ສົງໃສວ່າຈະມີອາການເລືອດຈາງ; ກວດ Rhesus (Rh) ບ່ອນທີ່ມີຢາ Rh-immunoglobulin ສໍາລັບແມ່ຍິງທີ່ມີ Rh- ລົບ (negative) ກວດ HIV /ໃຫ້ຄໍາປຶກສາ; ກວດກັ່ນຕອງຫາພະຍາດ ພຕພ (ໂດຍປົກກະຕິແມ່ນສັງເກດເວລາກວດທາງຊ່ອງຄອດ); ກວດກັ່ນຕອງຫາມະເຮັງປາກມົດລູກ (ເຮັດເວລາກວດທາງຊ່ອງຄອດ); ການກວດວິເຄາະອື່ນໆອີກທີ່ມີຂໍ້ບົ່ງຊີ້ໃນເວລາຊັກຖາມປະຫວັດ (ກວດໜ້າທີ່ການຂອງໄຂ່ຫຼັງ ແລະ ຕັບ, ອື່ນໆ) ກວດຄື້ນສຽງຄວາມຖີ່ສູງ (ເອໂກ), ຖ້າມີຂໍ້ບົ່ງຊີ້, ເພື່ອເປັນການຢັ້ງຢືນອາຍຸຂອງການຖືພາ ຫຼື ບ່ອນຢູ່ຂອງ ການຖືພາ. ບໍ່ຈຳເປັນຕ້ອງກວດວິເຄາະໃນທຸກກໍລະນີ ສຳລັບໃນສະຖານທີ່ ທີ່ໃຫ້ບໍລິການ ການລຸລູກ. 1.4 ສິ່ງທີ່ສຳຄັນ 191.5 ການເລືອກໃຊ້ວິທີຄຸມກຳເນີດ ການຄຸມກຳເນີດທັນທີພາຍຫຼັງຈາກລຸລູກແລ້ວໆແມ່ນມີຜົນດີທັງຊ່ວຍປັບປຸງການມີລູກໄວ ແລະ ລຸດຜ່ອນຄວາມສ່ຽງ ໃນການຖືພາທີ່ບໍ່ຕັ້ງໃຈໃນຄັ້ງຕໍ່ໄປ. ການໃຫ້ຂໍ້ມູນ ແລະ ການໃຫ້ຄຳປຶກສາ ບອກໃຫ້ແມ່ຍິງທຸກຄົນຮູ້ວ່າໄຂ່ສາມາດກັບມາສຸກໄດ້ພາຍໃນ 2 ອາທິດ ຫຼັງຈາກລຸລູກ, ແມ່ຍິງມີຄວາມສ່ຽງ ທີ່ ຈະຖືພາໄດ້ ຖ້າວ່າບໍ່ເລືອກໃຊ້ວິທີຄຸມກຳເນີດໃນທັນທີ. ຖ້າແມ່ຍິງສົນໃຈທີ່ຈະຄຸມກຳເນີດ, ລາວຕ້ອງການຮູ້ຂໍ້ມູນທີ່ຖືກຕ້ອງເພື່ອສະໜັບສະໜູນຊ່ວຍໃນການ ເລືອກວິທີ ຄຸມກຳເນີດທີ່ເໝາະສົມກັບລາວ. ຕ້ອງເຂົ້າໃຈວ່າແມ່ຍິງບາງຄົນມັກທີ່ຈະປຶກສາກ່ຽວກັບວິທີທີ່ຈະເລືອກໃຊ້ການຄຸມກຳເນີດ ພາຍຫຼັງທີ່ລຸລູກ ຮຽບຮ້ອຍແລ້ວ. ຖ້າແມ່ຍິງທີ່ມາລຸລູກດ້ວຍສາເຫດຈາກການຄຸມກຳເນີດລົ້ມເຫຼວ, ລົມກັບແມ່ຍິງກ່ຽວກັບວິທີ ທີ່ລາວໃຊ້ ແມ່ນ ອາດຈະໃຊ້ບໍ່ຖືກວິທີ ແລະ ວິທີນໍາໃຊ້ທີ່ຖືກຕ້ອງແມ່ນເຮັດແນວໃດ, ຫຼື ອາດຈະແນະນຳໃຫ້ລາວເລືອກ ໃຊ້ວິທີ ຄຸມກຳເນີດ ຊະນິດອື່ນທີ່ເໝາະສົມກັບລາວ. ທ້າຍສຸດ, ການຕັດສິນໃຈຄັ້ງສຸດທ້າຍກ່ຽວກັບການຈະຄຸມກຳເນີດ ຫຼື ບໍ່ ແລະ ຈະເລືອກໃຊ້ວິທີຄຸມກຳເນີດ ແບບໃດ ແມ່ນຂຶ້ນກັບແມ່ຍິງພຽງຄົນດຽວ. ການໃຫ້ຄຳປຶກສາກ່ຽວກັບວິທີການຄຸມກຳເນີດ ແມ່ຍິງທີ່ເຫັນດີຕົກລົງໃຊ້ວິທີຄຸມກຳເນີດ ຈະບໍ່ມີວັນທີ່ຈະວາງແຜນເພື່ອທີ່ຈະລຸລູກອີກ. ສິ່ງທີ່ສຳຄັນ 1.5

ການລຸລູກ ສະຫລຸບກ່ຽວກັບຮູບແບບ: ການລຸລູກດ້ວຍຢາ ແລະ ດ້ວຍເຄື່ອງມືທາງການແພດ ການຄວບຄຸມ ແລະ ການປ້ອງກັນການຕິດເຊື້ອ ການໃຫ້ຢາແກ້ປວດ ການລຸລູກດ້ວຍຢາ: >12 ອາທິດ (ຫຼື > 84 ວັນ) ຂອງການຖືພາ ການລຸລູກດ້ວຍເຄື່ອງມືທາງການແພດ: ການກຽມປາກມົດລູກ ຢາ, ວັດຖຸ (supplies) ແລະ ອຸປະກອນ < 12–14 ອາທິດຂອງການຖືພາ >12–14 ອາທິດຂອງການຖືພາ 2 ພາກທີ <12 ອາທິດ (ຫຼື < 84 ວັນ) ຂອງການຖືພາ ການລຸລູກດ້ວຍຢາ ການລຸລູກດ້ວຍເຄື່ອງມືທາງການແພດ ຖືພາຈົນຮອດ 9 ອາທິດ (63 ວັນ) <12–14 ອາທິດ 9–12 ອາທິດ (63–84 ວັນ) 2.1 ສະຫລຸບກ່ຽວກັບຮູບແບບ: ການລຸລູກດ້ວຍຢາ ແລະ ເຄື່ອງມືທາງການແພດ 22 ພາກທີ 2 ການລຸລູກ Misoprostol 800 µg ຍັດທາງຊ່ອງຄອດ, ອົມຂ້າງເຫືອກ ຫຼື ອົມກ້ອງລີ້ນ ໃຫ້ຄັ້ງດຽວ ຫຼື ຖ້າອາຍຸຖືພາບໍ່ເກີນ 7 ອາທິດ (49 ວັນ) Misoprostol 400 µg ກິນ ໃຫ້ຄັ້ງດຽວ ພາຍຫຼັງກິນຢາ mifepristone ໄດ້ 24 - 48 ຊົ່ວໂມງ Misoprostol 800 µg, ຫຼັງຈາກນັ້ນ 400 µg ຍັດຊ່ອງຄອດ, ຕໍ່ໄປ ຢັດຊ່ອງຄອດ ຫຼື ອົມກ້ອນລີ້ນ ທຸກໆ 3 ຊົ່ວໂມງ ຈົນຮອດ 5 ຄັ້ງ ພາຍຫຼັງກິນຢາ Mifepristone ໄດ້ 36 – 48 ຊົ່ວໂມງ Misoprostol 800 µg ທຸກໆ 3 -12 ຊົ່ວໂມງ ຈົນຮອດ 3 ຄັ້ງ ຍັດທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ໃຊ້ເຄື່ອງດູດ ວິທີທີ່ໃຊ້ເຄື່ອງດູດປະກອບມີ: ການດູດສູນອາກາດດ້ວຍມື (MVA) ການດູດສູນອາກາດດ້ວຍໄຟຟ້າ (EVA) ໃຫ້ຢາ Mifepristone 200 mg ກິນ ໃຫ້ຄັ້ງດຽວ M IFEPR ISTO N E & M ISO PR O STO L M ISO PR O STO L ພ ຽງຢ ່າງດ ຽວ >12–14 ອາທິດ >12 ອາທິດ (84 ວັນ) 2.1 ສະຫຼຸບວິທີການລຸລູກດ້ວຍຢາ ແລະ ໃຊ້ເຄື່ອງມື 23 ເປີດປາກມົດລູກ ແລະ ດູດອອກ (D&E) D&E ແມ່ນເປັນວິທີທາງການແພດທີ່ໃຊ້ສຳລັບລຸລູກ ທີ່ອາຍຸຖືພາ >12–14 ອາທິດ. ໃຫ້ຢາ Misoprostol 800 µg, ຕໍ່ໄປເປັນ 400 µg ທາງຊ່ອງຄອດ, ຕໍ່ໄປໃຫ້ທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ຫຼື ໃຫ້ຢາ Misoprostol 400 µg, ຕໍ່ໄປເປັນ 400 µg ໃຫ້ກິນ, ຕໍ່ໄປໃຫ້ທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ທຸກໆ 3 ຊົ່ວໂມງ ຈົນຮອດ 5 ຄັ້ງ ຫຼັງຈາກກິນຢາ mifepristone ໄດ້ 36 – 48 ຊົ່ວໂມງ ໃຫ້ຢາ Misoprostol 400 µg ທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ທຸກໆ 3 ຊົ່ວໂມງ ຈົນຮອດ 5 ຄັ້ງ ເມື່ອຖືພາຮອດ 24 ອາທິດ, ຄວນຫຼຸດຂະໜາດຂອງຢາ misoprostol ລົງ, ເນື່ອງຈາກວ່າ ມົດລູກຈະຕອບສະໝອງຕໍ່ prostaglandins ຫຼາຍ, ແຕ່ວ່າ ຍັງຂາດການສຶກສາສະເພາະກ່ຽວ ກັບການແນະນຳເຖິງຂະໜາດ ຂອງຢາ. 24 2.2 ການຄວບຄຸມ ແລະ ການປ້ອງກັນການຕິດເຊື້ອ ຕັ້ງແຕ່ເລີ່ມມີຫັດຖະການໃນການລຸລູກ ແລະ ການດູແລແມ່ຍິງ ທີ່ມີການສຳພັດກັບເລືອດ ແລະ ນໍ້າເມືອກຈາກ ຮ່າງກາຍ, ບັນດາແພດໝໍ ແລະ ບຸກຄະລາກອນທາງການແພດໝົດທຸກຄົນທີ່ໃຫ້ບໍລິການຄົນເຈັບຄວນຕ້ອງເຂົ້າໃຈ ແລະ ປະຕິບັດຕາມມາດຕະຖານໃນການຄວບຄຸມ ແລະ ປ້ອງກັນການຕິດເຊຶ້ອ, ເຊິ່ງຈະເປັນການປ້ອງກັນທັງ ແພດໝໍ ເອງ ແລະ ຄົນເຈັບນຳ. ມາດຕະຖານໃນການປ້ອງກັນ ຫຼື ອາດເອີ້ນວ່າເປັນການປ້ອງກັນລະດັບໂລກຄວນມີ: ຄວນມີການກຽມປ້ອງກັນລ່ວງໜ້າເພື່ອຈະຮັບມືກັບທຸກເຫດການທີ່ຈະເກີດຂຶ້ນຢູ່ໃນສະຖານທີ່ ທີ່ພະນັກງານແພດ ເຮັດວຽກທີ່ມີການສຳພັດກັບເລືອດ, ນ້ຳເມື້ອກທຸກໆຊະນິດຈາກຮ່າງກາຍ, ຜິວໜັງທີ່ມີບາດແຜ; ແລະ ນ້ຳມູກ; (mucous membranes) ຄວນປະຕິບັດຕາມຂັ້ນຕອນສະເໜີ, ເມື່ອຕ້ອງພົວພັນກັບບຸກຄົນທີ່ສົງໄສ ຫຼື ຖືກບົ່ງມະຕິແລ້ວວ່າມີການ ຊືມເຊຶ້ອ; ກຳຈັດ ຫຼື ເຮັດໃຫ້ມີການຕິດຕໍ່ຂອງເຊຶ້ອພະຍາດໃຫ້ນ້ອຍເທົ່າທີ່ຈະນ້ອຍໄດ້ ຈາກຄົນເຈັບມາສູ່ບຸກຄະລາກອນ ແພດ, ບຸກຄະລາກອນແພດມາສູ່ຄົນເຈັບ, ຫຼື ຄົນເຈັບສູ່ຄົນເຈັບ. ການປ້ອງກັນທີ່ເປັນມາດຕະຖານ ການລ້າງມື; ຄວນລ້າງມືດ້ວຍສະບູ ແລະ ດ້ວຍນ້ຳທີ່ໄຫຼເປັນປະຈຳ ທັງກ່ອນ ແລະ ພາຍຫຼັງທີ່ສຳພັດຄົນເຈັບ, ພ້ອມທັງ ຫຼັງຈາກສຳພັດກັບອຸປະກອນທີ່ມີການປົນເປື້ອນກັບເຊຶ້ອພະຍາດ, ເຖິງແມ່ນວ່າຈະໃສ່ຖົງມືກໍ່ຕາມ. ຄວນໃສ່ຖົງມື ແລະ ປ່ຽນຖົງມືທຸກຄັ້ງຫຼັງຈາກຈັບຄົນເຈັບຜູ້ໃໝ່ ແລະ ເວລາກວດຊ່ອງຄອດ (ຫຼື ຮູທະວານ) ເຖິງຈະເປັນຄົນເຈັບຜູ້ດຽວກໍ່ຄວນປ່ຽນ. ພາຍຫຼັງຈາກດູແລຄົນເຈັບຮຽບຮ້ອຍ ແລ້ວຄວນຖອດຖົງມືຖີ້ມ, ບຸກຄະລາກອນແພດຄວນລ້າງມືຂອງຕົນເອງທຸກຄັ້ງ, ເພາະວ່າຖົງມືອາດຈະມີຮູຊອດກໍ່ໄດ້. ໃສ່ອຸປະກອນປ້ອງກັນເຊັ່ນ: ເສື້ອຄຸມ, ຖົງມື, ຜ້າກັນເປື້ອນ, ຜ້າອັດປາກ, ແວ່ນຕາ ແລະ ເກີບປ້ອງກັນ: ຄວນສັງເກດເບິ່ງວ່າການໃຊ້ອຸປະກອນເສີມ ເຊັ່ນ: ເກີບອະເຊື້ອ, ມັນບໍ່ມີຄວາມແຕກຕ່າງທີ່ເຫັນຜົນໄດ້ແທ້ ໃນການປ້ອງກັນອັດຕາການຕິດເຊື້ອ, ເຖິງວ່າຈະເພີ່ມຄ່າໃຊ້ຈ່າຍຕື່ມກໍ່ຕາມ. ນຳໃຊ້ເຕັກນິກການຂ້າເຊື້ອ: ກ່ອນທີ່ຈະເຮັດຫັດຖະການກ່ຽວກັບການລຸລູກ, ຄວນອະນາໄມປາກມົດລູກດ້ວຍນ້ຳຢາຂ້າເຊື້ອ (ເຊັ່ນ betadine). ການລ້າງມື ແລະ ການກຳຈັດເຄື່ອງມືອຸປະກອນທີ່ມີຄົມ (ແຫຼມຄົມ) ຢ່າງເໝາະສົມ - ໃບມີດ ແລະ ເຂັມ. ການລ້າງມື ແລະ ຂະບວນການຈັດເກັບເຄື່ອງມືອຸປະກອນ ແລະ ວັດສະດຸຢ່າງເໝາະສົມ. ຂໍ້ຄວນລະວັງ: ເຄື່ອງດູດ, ທໍ່ໃຊ້ດູດ ແລະ ຊຸດຕໍ່ອຸປະກອນບັ້ງດູູດ ແມ່ນບໍ່ປອດໄພ ເມື່ອຈັບດ້ວຍມືເປົ່າ ຈົນກວ່າຈະ ລ້າງອະນາໄມແລ້ວ. ພາກທີ 2 ການລຸລູກ 252.3 ແກ້ໄຂອາການເຈັບປວດ ການແກ້ໄຂອາການເຈັບປວດ ແມ່ຍິງເກືອບທັງໝົດຈະເຄີຍມີປະສົບການກັບຄວາມເຈັບປວດ ແລະ ປັ້ນທ້ອງນ້ອຍຈາກການລຸລູກ. ອາການເຈັບປວດ ນີ້ເປັນອົງປະກອບທີ່ສຳຄັນທີ່ບໍ່ຄວນລະເລີຍເພາະຈະເຮັດໃຫ້ເພີ່ມຄວາມວິຕົກກັງວົນ ແລະ ຄວາມຮູ້ສຶກ ບໍ່ສະບາຍໃຫ້ ແກ່ແມ່ຍິງ, ອາດຢືດໄລຍະເວລາໃນການເຮັດຫັດຖະການ ແລະ ມີຜົນກະທົບຕໍ່ການດູແລສຸຂະພາບ ຂອງແມ່ຍິງ. ຄວາມຮຸນແຮງຂອງການເຈັບປວດທີ່ແມ່ຍິງມີແມ່ນເກີດເວລາທີ່ດູດ ຫຼື ຂູດມົດລູກ ແລະ ການບີບຕົວເດັກອອກ ແລະ ຈະເຮັດໃຫ້ເກີດອາການເຈັບປວດທີ່ມີລະດັບແຕກຕ່າງກັນຫຼາຍ. ມັນມີຄວາມສຳຄັນທີ່ຈະຕ້ອງປະເມີນເປັນລາຍບຸກຄົນໄປກ່ຽວກັບຄວາມຕ້ອງການໃນການໃຫ້ຢາແກ້ປວດ. ທັງວິທີການແກ້ປວດດ້ວຍການໃຊ້ຢາ ແລະ ບໍ່ໃຊ້ຢາແມ່ນອາດຈະຊ່ວຍລຸດຜ່ອນອາການເຈັບທີ່ເກີດ ຈາກການລຸລູກ. ຄວນຈະໃຊ້ເວລາໃນການຊັກຖາມປະຫວັດຂອງແມ່ຍິງດ້ວຍຄວາມລະມັດລະວັງ, ປະຫວັດການແພ້ຢາ ແລະ ຢາ ທີ່ກຳລັງໃຊ້ໃນປະຈຸບັນເຊິ່ງຢາເຫຼົ ່ານັ້ນອາດມີປະຕິກິລິຍາກັບຢາແກ້ປວດທຸກໆຊະນິດທີ່ໃຫ້ແມ່ຍິງ ຫຼື ຢາໃນກຸ່ມ ຢາສະຫຼົບ, ຈຸດປະສົງແມ່ນເພື່ອໃຫ້ແມ່ຍິງມີຄວາມປອດໄພຈາກການໃຊ້ຢາແກ້ປວດທັງໝົດ. ທຳຄວາມເຂົ້າໃຈກັບອາການເຈັບຈາກການລຸລູກ ແມ່ຍິງທີ່ລຸລູກອາດຈະຮູ້ສຶກວິຕົກກັງວົນ, ຢ້ານກົວ. ຄວາມວິຕົກກັງວົນອາດຈະເຮັດໃຫ້ແມ່ຍິງມີຄວາມຮູ້ສຶກເຈັບປວດເພີ່ມຂຶ້ນ. ແມ່ຍິງທີ່ມີຄວາມກັງວົນຫຼາຍອາດຈະເຮັດໃຫ້ຢ້ານກົວຈົນບໍ່ສາມາດນອນເທິງຕຽງກວດພະຍາດຍິງ ໄດ້ເພື່ອທີ່ ຈະລຸລູກ, ສິ່ງນີ້ອາດສົ່ງຜົນກະທົບຕໍ່ຄວາມປອດໄພຂອງແມ່ຍິງໄດ້ ຖ້າລາວບໍ່ໄດ້ ຮັບການປີ່ນປົວ. ອາການເຈັບອາດຈະກ່ຽວພັນກັບທັງສະລິລະວິທະຍາ ແລະ ກົນໄກຂອງການເປີດຂອງປາກມົດລູກ ແລະ ການປັ້ນ ຂອງມົດລູກແມ່ນອາການທີ່ພົບຫຼາຍກວ່າໝູ່ໃນແມ່ຍິງທີ່ມາຮັບບໍລິການລຸລູກ. ໃຫ້ການແກ້ໄຂອາການເຈັບປວດຂອງແມ່ຍິງຢ່າງເໝາະສົມກ່ອນຈະໃຫ້ການລຸລູກດວ້ຍຢາ ຫຼື ດ້ວຍ ເຄື່ອງມືທາງການແພດ. ສິ່ງທີ່ສຳຄັນ 2.3 26 ທາງເລືອກໃນການແກ້ໄຂອາການເຈັບປວດ ການລຸລູກດ້ວຍເຄື່ອງມືທາງການແພດ ການລຸລູກດ້ວຍຢາ ຮ ູບ ແ ບ ບ ບ ໍ່ໄດ ້ໃຊ ້ຢ າ ເຄົາລົບການຕັດສິນໃຈ, ບໍ່ຕັດສິນໃຈແທນ ແມ່ຍິງ, ຕິດຕໍ່ສື່ສານກັບແມ່ຍິງ ໃຫ້ກຳລັງໃຈ ແລະ ຄວາມໝັ້ນໃຈ ສຸພາບອ່ອນໂຍນ ແລະ ປະຕິບັດດ້ວຍເຕັກນິກ ທີ່ນິ້ມນວນ ບັນທຶກທຸກຂັ້ນຕອນຂອງການປະຕິບັດຫັດຖະການ (ຖ້າແມ່ຍິງມີຄວາມຕ້ອງການທີ່ຈະເຮັດ) ຄວນໃຫ້ບຸກຄົນທີ່ໃຫ້ການສະໜັບສະໜູນແມ່ຍິງ ຢູ່ຄຽງຂ້າງກັບແມ່ຍິງໃນເວລາລຸລູກ (ຖ້າແມ່ຍິງມີຄວາມຕ້ອງການ) ໃຫ້ແມ່ຍິງຫັນໃຈເລິກໆ, ຄວບຄຸມຈັງຫວະຫັນໃຈ ເປີດເພັງໃຫ້ຟັງ ໃຊ້ຕຸກນ້ຳອຸ່ນ ຫຼື ຖົງນ້ຳອຸ່ນເຕັງທ້ອງນ້ອຍ ເຄົາລົບການຕັດສິນໃຈ, ບໍ່ຕັດສິນໃຈແທນແມ່ຍິງ ຕິດຕໍ່ສື່ສານກັບແມ່ຍິງ ໃຫ້ກຳລັງໃຈ ແລະ ຄວາມໝັ້ນໃຈ ອະທິບາຍຢ່າງລະອຽດໃນສິ່ງທີ່ຈະເກີດຂຶ້ນ ຄວນໃຫ້ບຸກຄົນທີ່ໃຫ້ການສະໜັບສະໜູນແມ່ຍິງ ຢູ່ຄຽງຂ້າງກັບແມ່ຍິງໃນເວລາລຸລູກ (ຖ້າແມ່ຍິງມີຄວາມຕ້ອງການ) ໃຊ້ຕຸກນ້ຳອຸ່ນ ຫຼື ຖົງນ້ຳອຸ່ນເຕັງທ້ອງນ້ອຍ ຮ ູບ ແ ບ ບ ໃຊ ້ຢ າ ຢາລະງັບ (ເຊັ່ນ diazepam 5–10 mg) ຢາແກ້ປວດ (non-steroidal anti-inflammatory drugs [NSAIDs], ເຊັ່ນ ibuprofen 400–800 mg) ໃສ່ຢາມືນກັບທີ່ (paracervical block ໂດຍໃຊ້ lidocaine (ໂດຍທົ່ວໄປ 10–20 mL ຂອງ 0.5 ຫາ 1.0%) ໃຫ້ຢານອນຫຼັບ ຫຼື ໃສ່ຢາສະຫຼົບໃນບາງກໍລະນີ, ແຕ່ບໍ່ໄດ້ເຮັດທຸກກໍລະນີ ຢາລະງັບ (ເຊັ່ນ diazepam 5–10 mg) ຢາແກ້ປວດ (NSAIDs, ເຊັ່ນ ibuprofen 400–800 mg) ອາດຈະຈຳເປັນຕ້ອງໃຫ້ຢາຕໍ່ຕື່ມອີກ ຖ້າມີຂໍ້ບົ່ງຊີ້, ເພື່ອແກ້ໄຂຜົນຂ້າງຄຽງຂອງຢາ misoprostol (ເຊັ່ນຢາ loperamide ແກ້ ຖອກທ້ອງ). >12 ອາທິດຂອງອາຍຸຖືພາ ນອກຈາກໃຫ້ຢາປະເພດ NSAIDs,ຢ່າງໜ້ອຍ 1 ຫຼື ຫຼາຍກວ່າເຊັ່ນ: ຢາກິນປະເພດ opioids; ໃຫ້ຢາສັກກ້າມຊີ້ນ (IM) ຫຼື ຢາທາງເສັ້ນ (IV) opioids; epidural anaesthesia ຢາ Paracetamol ບໍ່ແນະນຳໃຫ້ໃຊ້ເພື່ອລຸດຜ່ອນອາການເຈັບໃນກໍລະນີລຸລູກ. ຕ້ອງໃຫ້ແນ່ໃຈວ່າຢາຊະນິດກິນ ຈະອອກລິດໃນເວລາທີ່ກຳລັງລຸລູກ, ກິນຢາກ່ອນລົງມືເຮັດ ປະມານ 30–45 ນາທີ. ພາກທີ 2 ການລຸລູກ 27 ຍົກຕົວຢ່າງວິທີທຳມຶນຢູ່ປາກມົດລູກ (paracervical block*) ສັກຢາມຶນ 1–2 mL ຢູ່ປາກມົດລູກ, ບໍລິເວນທີ່ໃຊ້ແປ້ງຈັບປາກມົດລູກ (tenaculum) (ໂດຍກົງກັບ ບໍລິເວນ 12 ໂມງ ຫຼື 6 ໂມງ, ແຕ່ຂຶ້ນກັບຄວາມມັກຂອງຄົນເຮັດ ຫຼື ທີ່ຕັ້ງຂອງປາກມົດລູກ). ຂັ້ນຕອນຕໍ່ໄປ, ຈັບປາກມົດລູກດ້ວຍແປ້ງໜີບປາກມົດລູກ (tenaculum) ຢູ່ທີ່ບໍລິເວນໃສ່ຢາມຶນ. ໃຊ້ແປ້ງໜີບປາກມົດລູກເພື່ອເຄື່ອນເໜັງປາກມົດລູກໄປມາ ແລະ ເຮັດໃຫ້ເຫັນຂອບເຂດຮອຍຕໍ່ລະຫວ່າງຊັ້ນ epithelium ຂອງປາກມົດລູກ ແລະ ຈີວະຂອງຊ່ອງຄອດ, ເຊິ່ງຈະເປັນບ່ອນທີ່ຈະສັກຢາມຶນຕື່ມອີກ. ສັກຢາ lidocaine 2–5 mL ຄ່ອຍໆ ເລິກປະມານ 1.5–3 cm ຢູ່ບໍລິເວນປາກມົດລູກ 2–4 ຈຸດ ຫຼື ບ່ອນຕໍ່ລະຫວ່າງ ຊ່ອງຄອດ (2 ໂມງ ແລະ 10 ໂມງ, ແລະ/ຫຼື 4 ໂມງ ແລະ 8 ໂມງ). ດຶງເຂັມສັກຢາຄືນ ຫຼື ດູດເບິ່ງກ່ອນຈະສັກຢາມືນວ່າມີເລືອດອອກມາບໍ່ ເພື່ອເປັນການຫຼີກລ້ຽງ ບໍ່ໃຫ້ສັກເຂົ້າເສັ້ນເລືອດ. ປະລິມານຂອງຢາ lidocaine ສູງສຸດໃນການເຮັດ paracervical block ແມ່ນ 4.5 mg/kg/dose ຫຼື ໂດຍທົ່ວໄປ ແລ້ວແມ່ນໃຫ້ 200–300 mg (ສູງສຸດ 20 mL ຂອງ 1% ຫຼື 40 mL ຂອງ 0.5%). * Maltzer DS, Maltzer MC, Wiebe ER, Halvorson-Boyd G, Boyd C. Pain management. In: Paul M, Lichtenberg ES, Borgatta L, Grimes DA, Stubblefield PG, editors. A clinicianís guide to medical and surgical abortion. New York: Churchill Livingstone; 1999:73–90. ການໃສ່ຢາສະຫຼົບແມ່ນບໍ່ແນະນຳໃຫ້ເຮັດທຸກໆກໍລະນີ ໃນເວລາລຸລູກດ້ວຍການໃຊ້ເຄື່ອງດູດ ຫຼື ເຮັດ D&E. ຢາທີ່ໃຊ້ເພື່ອເຮັດໃຫ້ສະຫຼົບແມ່ນເປັນຢາຊະນິດໜຶ່ງທີ່ເປັນອັນຕະລາຍຕໍ່ຊີວິດໃນການລຸລູກ. ສະຖານ ທີ່ບໍລິການໃດທີ່ໃຊ້ຢາສະຫຼົບແມ່ນຈຳເປັນຕ້ອງມີອຸປະກອນທີ່ໃຊ້ສະເພາະ ແລະ ແພດທີ່ມີຄວາມຮູ້ໃນ ການໃສ່ ແລະ ສາມາດຈະຮັບມືກັບອາການສົນທີ່ຈະເກີດຂຶ້ນໄດ້. ເມື່ອໃຫ້ຢາແກ້ປວດຊະນິດສັກທາງເສັ້ນ, ທີ່ເປັນຢາລະງັບ ຫຼື ໃສ່ຢາສະຫຼົບ, ທ່ານໝໍທີ່ຈະໃສ່ ຕ້ອງໄດ້ ຮັບການ ຝຶກອົບຮົມ (ແລະມີໃບຢັ້ງຢືນ,ຖ້າມີກົດໝາຍບັງຄັບ) ເພື່ອທີ່ຈະຕິດຕາມລະບົບຫາຍໃຈ, ລະບົບຫົວໃຈເສັ້ນເລືອດ ແລະ ລະບົບປະສາດ, ພ້ອມທັງປະເມີນລະດັບການມີສະຕິຂອງຄົນເຈັບ, ແພດທີ່ຈະໃສ່ຢາແກ້ປວດທາງເສັ້ນເລືອດ ຈຳເປັນຕ້ອງກະກຽມເຄື່ອງຊ່ວຍຫາຍໃຈໄວ້ໃຊ້ໃນກໍລະນີທີ່ ລະບົບຫາຍໃຈມີບັນຫາ. ຂໍ້ແນະນຳເຖິງການຈຳກັດປະລິມານຂອງຢາເພື່ອເປັນການລຸດຄວາມສ່ຽງໃດໆທີ່ຈະເກີດຂຶ້ນກ່ຽວກັບ ການໃຊ້ຢາທີ່ກ່າວມາ. ຖ້າຢາຖືກໃຊ້ ແມ່ນຢາລະງັບ ແລະ ມີຜົນໃນການກົດການຫາຍໃຈ, ກໍ່ຕ້ອງມີຢາ ແກ້ລິດຂອງ ຢາດັ່ງກ່າວໄວ້ສະເໝີ, ຄວນເກັບຢາໄວ້ໃນຕູ້ຢາສຸກເສີນ, ພ້ອມກັບມີ ຂໍ້ແນະນຳໃນການ ໃຊ້ຢາເພື່ອປີ່ນປົວຜົນຂ້າງຄຽງທີ່ຈະເກີດຂຶ້ນ. ສິ່ງສຳຄັນ 2.3 ແກ້ໄຂອາການເຈັບ 28 2.4 ການລຸລູກດ້ວຍຢາ ພິຈາລະນາທາງດ້ານຄີລນິກ ການລຸລູກດ້ວຍຢາແມ່ນມີຫຼາຍຂັ້ນຕອນໂດຍຕ້ອງໄດ້ໃຊ້ຢາສອງຊະນິດ (mifepristone ແລະ misoprostol) ແລະ/ຫຼື ໃຊ້ຢາຊະນິດດຽວແຕ່ຕ້ອງໃຫ້ໃນປະລິມານທີ່ຕ່າງກັນ (misoprostol ພຽງຢ່າງດຽວ). ຢາ Mifepristone ກັບຢາ misoprostol ແມ່ນມີປະສິດທິພາບຫຼາຍກວ່າການໃຊ້ຢາ misoprostol ພຽງຢ່າງ ດຽວ, ແລະ ມີຜົນຂ້າງຄຽງພຽງເລັກນ້ອຍ. ອະນຸຍາດໃຫ້ໃຊ້ຢາ misoprostol ຢູ່ບ້ານໄດ້ພາຍຫຼັງທີ່ໄດ້ໃຊ້ຢາ mifepristone ຢູ່ໃນສະຖານທີ່ດູແລສຸຂະພາບ ທີ່ສາມາດໃຫ້ຄວາມເປັນສ່ວນຕົວໄດ້, ໃຫ້ມີຄວາມສະດວກສະບາຍ ແລະ ການຍອມຮັບຂອງການ ໃຫ້ບໍລິການ, ໂດຍປາດສະຈາກການມີຜົນກະທົບຕໍ່ຄວາມປອດໄພ. ສະຖານທີ່ພື້ນຖານ ທີ່ໃຫ້ການດູແລການ ລຸລູກຄວນເປັນ ສະຖານທີ່ສະເພາະສຳລັບການປີ່ນປົວການລຸລູກດ້ວຍຢາໃນແມ່ຍິງທີ່ມີອາຍຸຖືພາຫຼາຍກວ່າ 9 ອາທິດ (63 ວັນ) ແລະ ທັງໃຫ້ການປີ່ນປົວພາວະອາການສົນທີ່ຮຸນແຮງທີ່ເກີດຈາກການລຸລູກ. ແມ່ຍິງແມ່ນມີຄວາມສາມາດທີ່ຈະເຂົ້າເຖິງຄຳແນະນຳ ແລະ ການດູແລພາວະສຸກເສີນໃນກໍລະນີ ທີ່ມີອາການສົນ, ຖ້າຈໍາເປັນ. ບອກໃຫ້ແມ່ຍິງຮູ້ວ່າຢາ misoprostol ອາດຈະມີຜົນເຮັດໃຫ້ເດັກພິການໄດ້ ຖ້າພາຍຫຼັງທີ່ກິນຢານີ້ແລ້ວລູກ ບໍ່ລຸອອກ ແລະ ແມ່ຍິງຕັດສິນໃຈທີ່ຈະສືບຕໍ່ໃນການຖືພາ. ບໍ່ມີຄວາມຈຳເປັນທີ່ຕ້ອງບັງຄັບໃນການຢຸດຕິການຖືພາ; ຂໍ້ມູນແມ່ນຈຳກັດ ແລະ ບໍ່ສາມາດສະຫຼຸບຜົນ ກ່ຽວກັບການເກີດຄວາມພິການໃຫ້ແກ່ເດັກ. ເຖິງຢ່າງໃດກໍ່ຕາມ, ຍ້ອນວ່າເປັນຄວາມສ່ຽງທີ່ສຳຄັນ, ການຕິດ ຕາມຢ່າງໃກ້ຊິດ ໃນກໍລະນີທີ່ດຳເນີນການຖືພາຕໍ່ໄປແມ່ນມີຄວາມສຳຄັນໃນກໍລະນີນີ້. ຢາ Mifepristone ແລະ ຢາ misoprostol ບໍ່ສາມາດຍຸດຕິການຖືພາລູກນອກພົກໄດ້. ເມື່ອກິນຢາແລ້ວບໍ່ມີເລືອດອອກທາງຊ່ອງຄອດອາດເປັນໄປໄດ້ວ່າຖືພາລູກນອກພົກ, ແຕ່ອາດຈະມີຄວາມ ໝາຍວ່າຖືພາລູກໃນພົກແຕ່ບໍ່ເກີດການລຸລູກກໍ່ໄດ້. ເຖິງວ່າຈະເປັນການຖືພາລູກນອກພົກກໍ່ຕາມ, ແມ່ຍິງອາດຈະມີເລືອດອອກຊ່ອງຄອດພາຍຫຼັງທີ່ກິນຢາ mifepristone ແລະຢາ misoprostol ຍ້ອນວ່າເຫຍື່ອເມື່ອກຂອງມົດລູກ ອາດຈະຕອບສະໜອງກັບຢາ. ປະເມີນສະພາບແມ່ຍິງທີ່ຖືພາລູກນອກພົກ ຖ້າແມ່ຍິງຖືກລາຍງານເຖິງອາການ ຫຼື ອາການສະແດງທີ່ ສະແດງເຖິງການຖືພາທີ່ຍັງສືບຕໍ່ຫຼັງຈາກລຸລູກດ້ວຍຢາ. ພາກທີ 2 ການລຸລູກ 29 ການລຸລູກດ້ວຍຢາ: ≤12 ອາທິດ ( ຫຼື ≤84 ວັນ) ຂອງການຖືພາ 2.5 ການລຸລູກດ້ວຍຢາ:<12 ອາທິດ (ຫຼື < 84 ວັນ) ຂອງການຖືພາ ຮູບແບບໃນການປີ່ນປົວການລຸລູກດ້ວຍຢາ ≤12 ອາທິດ ( ຫຼື ≤84 ວັນ) ຂອງອາຍຸຖືພາ 2.5 ຢາ Misoprostol 800 µg ທາງຊ່ອງຄອດ,ອົມຂ້າງເຫືອກ ຫຼື ກ້ອງລີ້ນ ພຽງຄັ້ງດຽວ ຫຼື ຖ້າອາຍຸຖືພາບໍ່ເກີນ 7 ອາທິດ (49 ວັນ) ໃຫ້ຢາ Misoprostol 400 µg ໃຫ້ກິນ ພຽງຄັ້ງດຽວ ຫຼັງຈາກກິນຢາ mifepristone ໄດ້ 24-48 ຊົ່ວໂມງ Misoprostol 800 µg, ຕໍ່ໄປ 400 µg ທາງຊ່ອງຄອດ, ຕໍ່ໄປທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ທຸກໆ 3 ຊົ່ວໂມງຈົນເຖິງ 5 ຄັ້ງ ເລີ່ມຫຼັງຈາກກິນ mifepristone ໄດ້ 36–48 ຊົ່ວໂມງ ຢາ Misoprostol 800 µg ທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ທຸກໆ 3-12 ຊົ່ວໂມງ ຈົນເຖິງ 3 ຄັ້ງ M IFEPR ISTO N E & M ISO PR O STO L M ISO PR O STO L ພ ຽງຢ ່າງດ ຽວ ຖືພາຈົນຮອດ 9 ອາທິດ (63 ວັນ) 9–12 ອາທິດ (63–84 ວັນ) ໃຫ້ຢາ Mifepristone 200 mg ກິນ ໃຫ້ຄັ້ງດຽວ 30 ວິທີໃຊ້ຢາເມື່ອເລີ່ມຕົ້ນໃນການລຸລູກດ້ວຍຢາ ຢາ Mifepristone ແມ່ນໃຫ້ກິນສະເໝີ. ຢາ Misoprostol ສາມາດນຳໃຊ້ໄດ້ຫຼາຍທາງທີ່ແຕກຕ່າງກັນ, ທັງໃຫ້ກິນ, ທາງຊ່ອງຄອດ, ອົມຂ້າງເຫືອກ ແລະ ອົມກ້ອງລີ້ນ. ຜົນຂ້າງຄຽງ ແລະ ຄຳແນະນຳໃນການໃຊ້ຢາກໍ່ຕ່າງກັນ (ເບິ່ງລາຍລະອຽດ ວິທີການນຳໃຊ້ຢາ misoprostol ໜ້າທີ 31). ການໃຫ້ຢາຕ້ານເຊື້ອແບບປ້ອງກັນແມ່ນບໍ່ຈຳເປັນໃນກໍລະນີລຸລູກດ້ວຍຢາ. ການດູແລແມ່ຍິງທັງກ່ອນ ແລະ ໃນໄລຍະທີ່ລູກລຸອອກ ໃຫ້ແນ່ໃຈວ່າແມ່ຍິງສາມາດເຂົ້າເຖິງແຫຼ່ງຂໍ້ມູນ ແລະ ການໃຫ້ບໍລິການ ເພື່ອສະໜັບສະໜູນໃນການລຸລູກໃຫ້ສຳເລັດ ຜົນ, ສາມາດແກ້ໄຂອາການຂ້າງຄຽງ ແລະ ປີ່ນປົວອາການສົນທີ່ມັກພົບເລື້ອຍໆທີ່ອາດຈະເກີດຂຶ້ນ. ບອກກ່ຽວກັບໄລຍະເວລາທີ່ຈະເຈັບປວດ ແລະ ເລືອດອອກກ່ຽວພັນກັບຂະບວນໃນການລຸລູກ. ອະທິບາຍໃຫ້ຮູ້ ວ່າ ອາດຈະມີເລືອດອອກຫຼາຍພ້ອມກັບມີກ້ອນເລືອດອອກມາ, ຖົງຖືພາຈະຖືກບີບອອກມາ ແລະ ອາການເຈັບ ອາດຈະເຈັບຮຸນແຮງກວ່າອາການເຈັບປັ້ນທ້ອງປະຈໍາເດືອນ. ມີຄວາມສຳຄັນທີ່ແມ່ຍິງຄວນຈະຊອກຫາສະຖານໃຫ້ການດູແລທາງການແພດເມື່ອ: ມີເລືອດອອກເປັນເວລາດົນ ແລະ ຮຸນແຮງ (ປ່ຽນຜ້າອະນາໄມຫຼາຍກວ່າ 2 ຜືນໃຫຍ່ຕໍ່ຊົ່ວໂມງ ເປັນເວລາ 2 ຊົ່ວໂມງຕິດຕໍ່ກັນ); ໄຂ້ດົນກວ່າ 24 ຊົ່ວໂມງ; ຫຼື ຮູ້ສຶກບໍ່ສະບາຍຕົນຕົວດົນກວ່າ 24 ຊົ່ວໂມງ ຫຼັງຈາກທີ່ໃຊ້ຢາ misoprostol. ກໍລະນີທີ່ໃຊ້ຢາ misoprostol ຢູ່ເຮືອນ: ບາງຢ່າງທີ່ຄວນພິຈາລະນາ ໃຫ້ແນ່ໃຈວ່າແມ່ຍິງເຂົ້າໃຈເຖິງ ການໃຊ້ຢາເມັດ misoprostol ຈະໃຊ້ເມື່ອໃດ ແລະ ໃຊ້ແນວໃດ ກ່ອນທີ່ແມ່ຍິງ ຈະກັບບ້ານ. ໃຫ້ແນ່ໃຈວ່າແມ່ຍິງເຂົ້າໃຈເຖິງ ເວລາໃດທີ່ຄວນຈະກິນຢາແກ້ປວດ ແລະ ກິນແນວໃດ. ຄວນສອບຖາມ ແມ່ຍິງ ເຖິງຢາແກ້ປວດຊະນິດອື່ນໆທີ່ແມ່ຍິງໃນແຕ່ລະຄົນມັກໃຊ້. ໃຫ້ແນ່ໃຈວ່າແມ່ຍິງເຂົ້າໃຈ ແລະ ຮູ້ເຖິງວິທີທີ່ຈະຕິດຕໍ່ກັບແພດໃນກໍລະນີທີ່ມີຄຳຖາມ, ຄວາມກັງວົນ ຫຼື ອາການສົນ. ກໍລະນີທີ່ໃຊ້ຢາ misoprostol ຢູ່ໃນສະຖານທີ່ໃຫ້ບໍລິການ: ບາງຢ່າງທີ່ຄວນພິຈາລະນາ ໃຫ້ແນ່ໃຈວ່າແມ່ຍິງສາມາດເຂົ້ານຳໃຊ້ຫ້ອງນ້ຳສ່ວນບຸກຄົນໄດ້ ໃນໄລຍະເວລາທີ່ລໍຖ້າໃຫ້ລູກລຸອອກ. ການກະກຽມຂະບວນການລຸລູກ ພາກທີ 2 ການລຸລູກ 31 ຮູບແບບວິທີໃຊ້ ຂໍ້ແນະນຳວິທີການນຳໃຊ້ ຂໍ້ສັງເກດ ກິນ ເປັນຢາຊະນິດເມັດໃຊ້ກືນເອົາ ແນະນຳໃຫ້ໃຊ້ແຕ່ອາຍຸຖືພາຈົນເຖິງ 7 ອາທິດ (49 ວັນ) ແລະ ຫຼັງຈາກ 12 ອາທິດ (84 ວັນ) ອົມຂ້າງເຫືອກ ເປັນຢາເມັດວາງໄວ້ຢູ່ລະຫວ່າງບຸ້ງແກ້ມ ແລະ ເຫືອກ ແລະ ກືນຢາລົງຫຼັງຈາກ 30 ນາທີ ຈະພົບວ່າມີໄຂ້ ແລະ ໜາວສັ່ນ ຫຼາຍກວ່າໃຊ້ທາງຊ່ອງຄອດ ອົມກ້ອງລີ້ນ ເປັນຢາເມັດວາງໄວ້ກ້ອງລີ້ນ ແລະ ກືນລົງ ຫຼັງຈາກໄດ້ 30 ນາທີ ເຮັດໃຫ້ມີໄຂ້, ໜາວສັ່ນ, ຖອກທ້ອງ ແລະ ປວດຮາກ ເພີ່ມຂຶ້ນເມື່ອສົມທຽບ ກັບ ການໃຫ້ ຢາທາງຊ່ອງຄອດ ຢາຈະອອກລິດໄວ ແລະ ມີປະລິມານຄວາມ ເຂັ້ມຂຸ້ນຂອງຢາສູງໃນນ້ຳເມືອກເລືອດ ຍັດຊອ່ງຄອດ ວິທີໃຊ້ຢາ Misoprostol ແບບອົມຂ້າງເຫືອກ ແລະ ອົມກ້ອງລີ້ນ ເປັນຢາເມັດຍັດເຂົ້າທາງຊ່ອງຄອດຢູ່ໃກ້ ປາກມົດລູກ (ຍັດເຂົ້າຊ່ອງຄອດເລິກໆ) ແລະ ແມ່ຍິງຄວນນອນພຽງເປັນ ເວລາ 30 ນາທີ. ອາດເຫັນເມັດຢາແຕກ,ເປື່ອຍລຸດອອກມາ ມີຜົນຂ້າງຄຽງໜ້ອຍ ອົມຂ້າງເຫືອກ ອົມກ້ອງລີ້ນ ຮູບແບບຂອງວິທີໃຊ້ຢາ misoprostol ໃນແບບຕ່າງໆກັນ 2.5 ການລຸລູກດ້ວຍຢາ: 12 ອາທິດ (ຫຼື 84 ວັນ) ຂອງການຖືພາ ອາການຂ້າງຄຽງມີ ຖອກທ້ອງ ແລະ ປວດຮາກ, ມີໄຂ້ ແລະ ໜາວສັ່ນ 32 ອາການ ການແກ້ໄຂ ອາການເຈັບປວດ ເຄົາລົບໃຫ້ກຽດແມ່ຍິງ, ບໍ່ຕັດສິນໃຈແທນແມ່ຍິງ ແລະ ຕິດຕໍ່ສື່ສານກັບແມ່ຍິງ ໃຫ້ກຳລັງໃຈ ແລະ ໃຫ້ຄວາມໝັ້ນໃຈ ອະທິບາຍຢ່າງລະອຽດໃນສິ່ງທີ່ຈະເກີດຂຶ້ນ ຄວນໃຫ້ບຸກຄົນທີ່ໃຫ້ການສະໜັບສະໜູນແມ່ຍິງໃຫ້ຢູ່ຄຽງຂ້າງ ກັບແມ່ຍິງໃນເວລາລຸລູກ (ຖ້າແມ່ຍິງມີຄວາມຕ້ອງການ) ໃຊ້ຕຸກນ້ຳອຸ່ນ ຫຼື ຖົງນ້ຳອຸ່ນເຕັງທ້ອງນ້ອຍ ໃຫ້ຢາປະເພດ NSAIDs, ເຊັ່ນ ibuprofen ເລືອດອອກຊ່ອງຄອດ ບອກໃຫ້ຮູ້ເຫດຜົນທີ່ຈະເກີດມີເລືອດອອກກ່ຽວກັບປະລິມານ ແລະ ໄລຍະເວລາທີ່ເລືອດຈະອອກ ຖ້າມີຫຼັກຖານສະແດງເຖິງອາການຂາດເລືອດ, ແມ່ນໃຫ້ ເລີ່ມໃສ່ນ້ຳທາງເສັ້ນເລືອດ ໃຊ້ເຄື່ອງດູດຊ່ວຍ ໃນກໍລະນີທີ່ມີເລືອດອອກຫຼາຍ ໃສ່ເລືອດ, ຖ້າຈຳເປັນ (ແຕ່ບໍ່ຄ່ອຍພົບເຫັນ) ອາການໄຂ້ (ໃຫ້ຢາ misoprostol ຊ້ຳອີກ ອາດຈະ ເຮັດໃຫ້ມີອຸນນະພູມເພີ່ມຂຶ້ນ) ໃຫ້ຢາແກ້ໄຂ້, ເຊັ່ນຢາ paracetamol ຖ້າອາການໄຂ້ບໍ່ລຸດລົງໃນ 24 ຊົ່ວໂມງ ພາຍຫຼັງທີ່ໃຊ້ຢາ misoprostol, ຄວນຊອກຫາສາເຫດເພີ່ມວ່າເປັນຍ້ອນຫຍັງ ປວດຮາກ ແລະ ຮາກ ຄຸມດ້ວຍຕົວເອງກ່ອນ. ໃຫ້ຄວາມໝັ້ນໃຈຄືນ, ໃຫ້ຢາຫ້າມຮາກ (ຖ້າຈຳເປັນ) ຖອກທ້ອງ ຄຸມດ້ວຍຕົວເອງກ່ອນ. ໃຫ້ຄວາມໝັ້ນໃຈຄືນ, ໃຫ້ຢາແກ້ຖອກທ້ອງ ຖ້າຈຳເປັນ ແນະນຳໃຫ້ກິນນ້ຳເພີ່ມຂຶ້ນ ອັກເສບຜົ້ງທ້ອງນ້ອຍ ຖ້າຄິດວ່າຈະມີການຊຶມເຊື້ອເກີດຂຶ້ນ, ຄວນກວດກາທາງດ້ານຮ່າງກາຍ ຖ້າແມ່ນມີອາການຊຶມເຊື້ອແທ້, ໃຫ້ຢາຕ້ານເຊື້ອ ແລະ ກຽມດູດມົດລູກ ແລະ ຮັບເຂົ້ານອນໂຮງໝໍ ຖ້າຈຳເປັນ ອາການຂ້າງຄຽງ ແລະ ອາການສົນ ແລະ ວິທີແກ້ໄຂ ພາກທີ 2 ການລຸລູກ 33 ການຕິດຕາມ ຢາ Mifepristone ແລະ ຢາ misoprostol ບໍ່ໄດ້ມີຄວາມຈຳເປັນທີ່ຈະຕ້ອງໄດ້ຮັບການຕິດຕາມຢ່າງເຂັ້ມງວດໃນທຸກໆກໍລະນີ. ແມ່ຍິງອາດຈະສາມາດ ມາຕິດຕາມຢູ່ສະຖານດູແລສຸຂະພາບ ຖ້າພວກເຂົາຕ້ອງການ. ຖ້າຈະນັດແມ່ຍິງກັບມາກວດເພື່ອຕິດຕາມ ຄວນແມ່ນໃນລະຫວ່າງ 7 ຫາ 14 ວັນ. ຢາ Misoprostol ພຽງຢ່າງດຽວ ການຕິດຕາມທາງດ້ານຄີລນິກແມ່ນເພື່ອໃຫ້ແນ່ໃຈວ່າຖົງຖືພາຈະລຸອອກໝົດ. (ການໃຊ້ຢາພຽງຊະນິດດຽວແມ່ນ ມີປະສິດທິຜົນໜ້ອຍກວ່າການໃຊ້ຢາແບບປະສົມ) ການປະເມີນການລຸລູກວ່າຈະອອກໝົດຫຼືບໍ່ ໂດຍອີງໃສ່ອາການ ແລະ ອາການສະແດງທາງຄີລນິກ ຮ່ວມກັບການກວດຕົວຈິງທາງພະຍາດຍິງ ການກວດ 2 ນີ້ວ, ການກວດຫາລະດັບ human chorionic gonadotrophin (hCG) ຫຼື ການເຮັດເອໂກ (ຖ້າມີ) ສາມາດຢັ້ງຢືນໄດ້ວ່າ ລູກຈະລຸອອກໝົດບໍ່. ການປະເມີນຕໍ່ໜ້າວ່າລູກຈະລຸອອກໝົດ ຫຼື ບໍ່ ແມ່ນມີຄວາມຈຳເປັນໃນກໍລະນີ: ແມ່ຍິງລາຍງານວ່າຍັງມີອາການສະແດງຂອງການຖືພາ ແລະ/ຫຼື ມີພຽງແຕ່ເລືອດອອກນ້ອຍດຽວ ຫຼັງຈາກທີ່ກິນ ຢາເຮັດໃຫ້ລຸລູກໂດຍກົງ: ເມື່ອສົງໃສວ່າຍັງມີການຖືພາຢູ່ ແລະ ຄວນປະເມີນດ້ວຍການກວດທ້ອງນ້ອຍ, ສະແດງອອກດ້ວຍ ມົດລູກຂະຫຍາຍຕົວໃຫຍ່ຂຶ້ນ, ຫຼື ເຮັດເອໂກ, ສະແດງເຖິງການຖືພາຍັງຢູ່; ໃຫ້ດູດມົດລູກດ້ວຍເຄື່ອງດູດ ຫຼື ໃຫ້ຢາ misoprostol ຊ້ຳອີກເພື່ອໃຫ້ລຸລູກອອກໝົດເອງ; ແມ່ຍິງລາຍງານວ່າມີເລືອດອອກຫຼາຍ ຫຼື ອອກແກ່ຍາວ ແລະ ມີອາການເຈັບປັ້ນທ້ອງ, ແລະ ຄາດວ່າ ການຖືພາແມ່ນບໍ່ຢູ່ໃນຜົ້ງມົດລູກ (ອ່ານຂ້າງເທິງ): ຄວນຄິດຫາ ແລະ ບົ່ງມະຕິໃຫ້ໄດ້ວ່າແມ່ນຖືພາລູກນອກພົກບໍ່ ແລະ ປີ່ນປົວຕາມຄວາມເໝາະສົມ; ໃຫ້ຢາ misoprostol ຊ້ຳອີກ ຫຼື ດູດຜົ້ງມົດລູກເພື່ອໃຫ້ແຮ່ທີ່ຄ້າງອອກໝົດ; ແມ່ຍິງລາຍງານວ່າມີເລືອດອອກນ້ອຍກວ່າທີ່ຄາດໄວ້ ຫຼື ບໍ່ມີເລືອດອອກ, ແລະ ອາດຄິດຫາແມ່ນການ ຖືພາບໍ່ຢູ່ໃນຜົ້ງມົດລູກ: ຄິດຫາ ແລະ ບົ່ງມະຕິໃຫ້ໄດ້ວ່າແມ່ນຖືພາລູກນອກພົກບໍ່ ແລະ ປີ່ນປົວຕາມຄວາມເໝາະສົມ. 2.5 ການລຸລູກດ້ວຍຢາ: 12 ອາທິດ (ຫຼື 84 ວັນ) ຂອງການຖືພາ 34 ການລຸລູກດ້ວຍຢາ >12 ອາທິດ (ຫຼື >84 ວັນ) ຂອງການຖືພາ ພິຈາລະນາທາງດ້ານຄີລນິກ ໃຫ້ຢາ misoprostol ແຕ່ໃຫ້ໃນສະຖານບໍລິການສຸຂະພາບ. ແມ່ຍິງຈະຢູ່ໃນສະຖານບໍລິການສຸຂະພາບຈົນກະທັ້ງລູກລຸອອກໝົດຮຽບຮ້ອຍ. ຖ້າອາຍຸຖືພາເກີນ 20 ອາທິດ, ບາງທ່ານໝໍຈະພິຈາລະນາວ່າເດັກຕາຍ ຫຼື ຍັງ ກ່ອນທີ່ຈະຕັດສິນໃຈລຸລູກ. ມົດລູກຈະຕອບສະໝອງຕໍ່ສານ prostaglandins ເພີ່ມຂຶ້ນຕາມອາຍຸຖືພາ. ຈະລຸດປະລິມານຂອງຢາ misoprostol ລົງຕາມອາຍຸຖືພາທີ່ເພີ່ມຂຶ້ນ. ຂໍ້ແນະນຳສຳລັບການລຸລູກດ້ວຍຢາ ພາກທີ 2 ການລຸລູກ >12 ອາທິດ ( ຫຼື >84 ວັນ) 2.6 Misoprostol 800 µg, ຕໍ່ໄປ 400 µg ທາງຊ່ອງຄອດ, ຕໍ່ໄປທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ຫຼື Misoprostol 400 µg, ຕໍ່ໄປ 400 µg ໃຫ້ກິນ, ຕໍ່ໄປທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ທຸກໆ 3 ຊົ່ວໂມງ ຈົນເຖິງ 5 ຄັ້ງ ໃຫ້ໃຊ້ຫຼັງຈາກກິນຢາ mifepristone ໄດ້ 36 - 48 ຊົ່ວໂມງ ສຳລັບການຖືພາເກີນ 24 ອາທິດ, ປະລິມານຂອງຢາ misoprostol ຄວນຈະລຸດປະລິມານລົງ, ຍ້ອນວ່າມົດລູກຈະຕອບສະໜອງ ຕໍ່ສານ prostaglandins ຫຼາຍ, ແຕ່ຍັງຂາດການສຶກສາສະເພາະ ກ່ຽວກັບປະລິມານຂອງຢາ ທີ່ແນະນໍາໃຊ້. Misoprostol 400 µg ທາງຊ່ອງຄອດ ຫຼື ອົມກ້ອງລີ້ນ ທຸກໆ 3 ຊົ່ວໂມງ ຈົນເຖິງ 5 ຄັ້ງ M IFEPR ISTO N E & M ISO PR O STO L M ISO PR O STO L ພ ຽງຢ ່າງດ ຽວ ໃຫ້ຢາ Mifepristone 200 mg ກິນ ໃຫ້ຄັ້ງດຽວ Medical abortion: >12 weeks (or >84 days) of pregnancy 352.6 ການລຸລູກດ້ວຍຢາ: >12 ອາທິດ (ຫຼື >84 ວັນ) ຂອງການຖືພາ ວິທີໃຊ້ຢາເມື່ອເລີ່ມຕົ້ນໃນການລຸລູກດ້ວຍຢາ ຢາ Mifepristone ແມ່ນໃຫ້ກິນເອົາສະເໝີ. ຢາ Misoprostol ອາດຈະແນະນຳໃຊ້ໄດ້ຫຼາຍວິທີທີ່ແຕກຕ່າງກັນ, ສາມາດໃຊ້ທາງກິນ, ທາງຊ່ອງຄອດ, ອົມຂ້າງເຫືອກ ແລະ ກ້ອງລີ້ນ. ອາການຂ້າງຄຽງ ແລະ ຄຳແນະນຳໃນ ການໃຊ້ຢາກໍ່ ຕ່າງກັນ. ບໍ່ຈຳເປັນຕ້ອງໃຫ້ຢາຕ້ານເຊື້ອແບບປ້ອງກັນໃນກໍລະນີລຸລູກດ້ວຍຢາ. ໃຫ້ແນ່ໃຈວ່າໄດ້ໃຫ້ຢາ misoprostol ຊ້ຳອີກໂດຍໄວເມື່ອມີຄວາມຈຳເປັນ ແລະ ໃຫ້ກຳລັງໃຈແກ່ແມ່ຍິງໃນໄລຍະລໍຖ້າລູກລຸອອກ. ສ່ວນຫຼາຍອາການປັ້ນທ້ອງຈະເລີ່ມເຈັບກ່ອນຈະກິນຢາ misoprostol ໃນຄັ້ງທີສອງ; ແນວໃດກໍ່ຕາມ, ເວລາເປັນຕົວແປ. ອາການເຈັບຈະເລີ່ມຫຼັງຈາກເວລາກິນຢາ misoprostol ໃນຄັ້ງທໍາອິດ, ແມ່ຍິງຄວນ ຈະຖືກຕິດຕາມຢ່າງສະໝໍ່າສະເໝີ, ມີສ່ວນຮ່ວມໃນກໍລະນີທີ່ແມ່ຍິງຕ້ອງການຄວາມຊ່ວຍເຫຼືອແກ້ໄຂ ອາການເຈັບປວດ. ໄລຍະເວລາທີ່ຄາດຄະເນວ່າລູກຈະລຸອອກ ແລະ ການລຸລູກຈະສົມບູນແມ່ນເພີ່ມຂຶ້ນ ອີງຕາມອາຍຸຖືພາ ແລະ ຖືພາຄັ້ງທີ່ເທົ່າໃດ. ການບີບຂັບໂຕເດັກ/ແຮ່ອອກມາ ຖ້າໂຕເດັກ/ສີ້ນສ່ວນຂອງການຖືພາ (POC) ບໍ່ລຸອອກມາຫຼັງຈາກໄດ້ຮັບຢາ misoprostol ໄດ້ 8–10 ຊົ່ວໂມງ ໃຫ້ກວດກາທາງຊ່ອງຄອດ, ແລະ ໃຫ້ຄີບເອົາສີ້ນສ່ວນຂອງການຖືພາອອກ ຖ້າເຫັນ ຄາຢູ່ໃນຊ່ອງຄອດ ຫຼື ຮູ ຂອງປາກມົດລູກ. ການຂູດມົດລູກບໍ່ແນະນຳໃຫ້ເຮັດທຸກໆກໍລະນີ. ນຳໃຊ້ວິທີທີ່ທັນສະໄໝເຊັ່ນການລຸລູກດ້ວຍຢາ (misoprostol ດ່ຽວ ຫຼື ຮ່ວມກັບ mifepristone) ອັດຕາການມີແຮ່ຄ້າງແມ່ນມີນ້ອຍ (<10%). ການດູດມົດລູກດ້ວຍການໃຊ້ເຄື່ອງດູດເພື່ອເອົາ ເສດແຮ່ ອອກແມ່ນຄວນເຮັດໃຫ້ແກ່ແມ່ຍິງທີ່ມີເລືອດອອກຫຼາຍ, ມີໄຂ້ ຫຼື ມີແຮ່ຄ້າງເກີນ 3-4 ຊົ່ວໂມງ (ຫຼື ການ ຂູດແມ່ນໃຊ້ຢູ່ບ່ອນທີ່ບໍ່ມີເຄື່ອງດູດ) ການກະກຽມຂະບວນການລຸລູກ 36 ໄລຍະພັກຟື້ນ ແລະ ການໃຫ້ກັບບ້ານ ໃຫ້ແນ່ໃຈວ່າແມ່ຍິງໄດ້ສິ້ນສຸດຂະບວນການລຸລູກຢ່າງສົມບູນແລ້ວ ແລະ ລາວຈະບໍ່ຖືພາອີກ. ໃຫ້ແມ່ຍິງຮູ້ທີ່ຢູ່ຕິດຕໍ່ຂອງທ່ານໝໍເວລາທີ່ລາວເກີດມີກໍລະນີສຸກເສີນກ່ຽວກັບການລຸລູກໃນຄັ້ງນີ້. ຕິດຕາມແມ່ຍິງສຳລັບອາການສົນທຸກຢ່າງທີ່ຈະເກີດມີ ແລະ ໃຫ້ການປີ່ນປົວທີ່ຈຳເປັນ. ສາມາດໃຫ້ແມ່ຍິງກັບບ້ານໄດ້ເມື່ອແມ່ຍິງຢູ່ໃນສະພາບປົກກະຕິ ແລະ ມີຄຸນສົມບັດກົງຕາມ ເງື່ອນໄຂທີ່ວາງໄວ້. ໃຫ້ແນ່ໃຈວ່າແມ່ຍິງມີຂໍ້ມູນທີ່ຈຳເປັນຢ່າງຄົບຖ້ວນ ແລະ/ຫຼື ມີຢາກ່ອນທີ່ຈະກັບບ້ານ. ບັນທຶກລົງເອກະສານທັງໝົດກ່ຽວກັບຜົນຂອງການປີ່ນປົວ, ພ້ອມທັງຜົນແຊກຊ້ອນທີ່ເກີດຂຶ້ນທຸກໆກໍລະນີ. ພາກທີ 2 ການລຸລູກ ອາການໄຂ້ສາມາດເປັນອາການຂ້າງຄຽງທີ່ພົບເຫັນເລື້ອຍໆໃນກໍລະນີທີ່ໃຫ້ຢາ misoprostol ຊ້ຳອີກ, ໃຫ້ກິນຢາ paracetamol ຫຼື ຢາ ibuprofen ຈະຊ່ວຍລຸດຜ່ອນຄວາມບໍ່ສະບາຍຕົວຂອງແມ່ຍິງ. ຖ້າອາການໄຂ້ບໍ່ລຸດລົງ ເປັນຊົ່ວໂມງຫຼັງຈາກໄດ້ຮັບຢາ misoprostol ໃນຄັ້ງສຸດທ້າຍ ຄວນຈະຄົ້ນຫາສາຍເຫດ. ອາການເຈັບຮຸນແຮງທີ່ຍັງປະກົດໃຫ້ເຫັນເປັນເວລາດົນແມ່ນຄວນຊອກຫາສາຍເຫດເພື່ອຈຳແນກ ກັບມົດລູກ ຊອດ ຫຼື ບໍ່, ອາການສົນໃນກໍລະນີນີ້ແມ່ນບໍ່ຄ່ອຍພົບເຫັນ. ຂໍ້ສັງເກດ 37 ການລຸລູກດ້ວຍເຄື່ອງມືທາງການແພດ: ການກະກຽມປາກມົດລູກ ການກະກຽມປາກມົດລູກກ່ອນທີ່ຈະລຸລູກດ້ວຍເຄື່ອງມືແມ່ນແນະນຳໃຫ້ເຮັດໃນທຸກໆແມ່ຍິງທີ່ມີ ອາຍຸຖືພາ ເກີນ12-14 ອາທິດ. ບໍ່ໄດ້ແນະນຳໃຫ້ເຮັດໃນທຸກກໍລະນີຂອງການຖືພາທີ່ມີອາຍຸຖືພານ້ອຍກວ່າ 12 ອາທິດ, ການໃຊ້ວິທີກຽມ ປາກມົດລູກແມ່ນພິຈາລະນາເຮັດສະເພາະແຕ່ໃນແມ່ຍິງທຸກຄົນທີ່ລຸລູກດ້ວຍເຄື່ອງມືທາງການແພດ. ປັດໃຈ ໃນການເລືອກໃຊ້ວິທີນີ້ແມ່ນພິຈາລະນາຈາກແມ່ຍິງທີ່ມີຄວາມສ່ຽງສູງ ທີ່ຈະເກີດມີອາການສົນໃນເວລາລຸລູກ, ແລະ ກໍ່ຂຶ້ນກັບປະສົບການຂອງແພດຜູ້ທີ່ຈະປະຕິບັດດ້ວຍ. ການກຽມປາກມົດລູກໃຫ້ເໝາະສຳລັບການລຸລູກຈະຊ່ວຍລຸດອັດຕາການເກີດອັນຕະລາຍໃນການລຸລູກດ້ວຍ ເຄື່ອງມືໃນໄຕມາດທີ່ສອງຂອງການຖືພາ, ພ້ອມທັງຄວາມສ່ຽງໃນການເກີດປາກມົດລູກຈີກຂາດ, ມົດລູກຊອດ ແລະ ການລຸລູກບໍ່ຄົບ. ອາດສາມາດໃຊ້ສີ່ງຂະຫຍາຍປາກມົດລູກດ້ວຍສານດູດຊືມ ແລະ ຕົວຢາ ຊ່ວຍໃນການກຽມປາກມົດລູກ. ຢາແກ້ປວດ ເຊັ່ນ ibuprofen ແລະ/ຫຼື narcotics, ເຊັ່ນດຽວກັບຢາກິນປະເພດ anxiolytics ຖ້າມີຄວາມຈຳເປັນ, ຄວນຈະໃຫ້ຢາໃນເວລາດຽວກັນທີ່ມີການກຽມປາກມົດລູກ ແລະ ໃຫ້ຊໍ້າອີກ ໄດ້ຖ້າຕ້ອງການ, ຈະຊ່ວຍເພີ່ມປະສິດທິພາບໃຫ້ສຳເລັດຜົນໃນການເຮັດຫັດຖະການ. 2.7 ການລຸລູກດ້ວຍເຄື່ອງມືທາງການແພດ: ກຽມປາກມົດລູກ ຖ້າແມ່ຍິງທີ່ໄດ້ໃຊ້ວິທີກະກຽມປາກມົດລູກແລ້ວມີເລືອດອອກທາງຊ່ອງຄອດຫຼາຍ, ແມ່ນຕ້ອງໄດ້ເລີ່ມຂະບວນ ການດູດມົດລູກທັນທີໂດຍບໍ່ຈຳເປັນຕ້ອງລໍຖ້າ. ສິ່ງທີ່ສຳຄັນ 2.7

38 12–14 ອາທິດ >12–14 ອາທິດ ຍັດ laminaria ເຂົ້າໃນຮູຂອງປາກ ມົດລູກກ່ອນຈະລຸລູກ 6-24 ຊົ່ວໂມງ ໃຫ້ຢາ mifepristone ໃຫ້ຢາ misoprostol 400 µg ຊ່ອງຄອດ ກ່ອນລົງມືເຮັດ 3-4 ຊົ່ວໂມງ 400 µg ອົມກ້ອງລີ້ນ ກ່ອນລົງມືເຮັດ 2-3 ຊົ່ວໂມງ ປະລິມານ ວິທີ ເວລາ ປະລິມານ ວິທີ ເວລາ 200 mg ກິນ ກ່ອນລົງມືເຮັດ 24-48 ຊົ່ວໂມງ ຂໍ້ສັງເກດ: ການໃຫ້ຢາທາງຊ່ອງຄອດ ເຮັດໃຫ້ມີຜົນ ຕໍ່ການເປີດຂອງປາກມົດລູກພ້ອມກັບມີອາການ ຂ້າງຄຽງຈາກຢາຫຼາຍກວ່າການໃຫ້ຢາແບບ ອົມກ້ອງລີ້ນ. ສະຫຼຸບໃຊ້ຢາ misoprostol ຈະເຮັດໃຫ້ ປາກມົດລູກເປີດນ້ອຍກວ່າການໃຊ້ສານ ດູດຊືມ, ແຕ່ມີຜົນດີຄືສາມາດເຮັດລຸລູກ ໄດ້ໃນວັນດຽວກັບການ ເຮັດຫັດຖະການ ສໍາລັບແມ່ຍິງສ່ວນຫຼາຍ. 12–19 ອາທິດຂອງການຖືພາ: ຈະໃຊ້ຢາ misoprostol ຫຼື ສານດູດຊືມ (osmotic dilators) ອາຍຸຖືພາກາຍ 20 ອາທິດ: ແມ່ນມັກໃຊ້ ສານດູດຊືມ ໃຫ້ຢາ misoprostol 400 µg ຊ່ອງຄອດ ກ່ອນລົງມືເຮັດ 3-4 ຊົ່ວໂມງ ການກະກຽມປາກມົດລູກກ່ອນທີ່ຈະລຸລູກດ້ວຍເຄື່ອງມືທາງການແພດ ພາກທີ 2 ການລຸລູກ ປະລິມານ ວິທີ ເວລາ 39 ຕົວຢ່າງວິທີນຳໃຊ້ສານດູດຊຶມ ໃສ່ສົບເປັດເຂົ້າໃນຊ່ອງຄອດ ແລະ ອະນາໄມປາກມົດລູກດ້ວຍນ້ຳຢາຂ້າເຊຶ້ອ. ໃສ່ຢາມືນກັບທີ່ເຂົ້າປາກມົດລູກ, ຫຼື ອ້ອມປາກມົດລູກ (ອ່ານຄຳແນະນຳໜ້າທີ 27 ສຳລັບການເຮັດ para - cervical block), ຈັບປາກມົດລູກດ້ວຍແປ້ງຈັບປາກມົດລູກ (atraumatic tenaculum). ໃຊ້ແປ້ງຈັບ (ແປ້ງປາກມົນ) ຢູ່ປາຍສຸດຂອງສານ osmotic ແລະ ຍັດເຂົ້າໃນຮູຊັ້ນໃນຂອງປາກມົດລູກ (endocervical canal) ໂດຍໃຫ້ປາຍຂອງສານເຂົ້າໃນຮູຊັ້ນໃນຂອງປາກມົດລູກ. ເຄືອບສານ osmotic dilator ດ້ວຍນ້ຳມັນລໍ່ລື້ນ ຫຼື ດ້ວຍນ້ຳຢາຂ້າເຊື້ອ ກ່ອນຈະສອດເຂົ້າໃນຮູປາກມົດລູກ. ປະຕິບັດວິທີໃສ່ເຂົ້າຮູປາກມົດລູກຕາມຂັ້ນຕອນໃຫ້ລຽນຕິດຕໍ່ກັນຈາກອັນໜຶ່ງສູ່ອັນໃໝ່, ດັ່ງນັ້ນ ມັນຈະຕິດແໜ້ນກັນໃນຮູປາກມົດລູກ. ຄຳແນະນຳເພີ່ມຕື່ມສຳລັບຢາ misoprostol ແລະ ສານດູດຊຶມ ທີ່ໃຊ້ ເພື່ອກຽມຄວາມ ພ້ອມໃຫ້ແກ່ປາກມົດລູກ ສານດູດຊຶມ ປາກມົດລູກຈະເປີດໄວສຸດແມ່ນໃຊ້ເວລາປະມານ 6 ຫາ 12 ຊົ່ວໂມງ ຫຼັງຈາກຍັດຢາ. ເມື່ອຕ້ອງການໃຫ້ເປີດຊ້າ ກວ່ານີ້ກໍ່ຂຶ້ນກັບຈຳນວນຂອງຢາ osmotic dilators ທີ່ຍັດໃສ່, ສາມາດໃສ່ຊ້ຳໄດ້ອີກໃນ 4 ຊົ່ວໂມງ ຫຼື ໃນມື້ຕໍ່ໄປ, ເພື່ອຊ່ວຍໃຫ້ປາກມົດລູກເປີດເພີ້ມຕື່ມ. ຈະມີຄວາມສ່ຽງນ້ອຍທີ່ລູກຈະລຸອອກເລີຍຫຼັງຈາກທີ່ຍັດຢາດ້ວຍ laminaria, ສ່ວນຫຼາຍແມ່ຍິງ ຈະກັບບ້ານກ່ອນ ແລະ ກັບຄືນມາອີກຄັ້ງເພື່ອສືບຕໍ່ປະຕິບັດໃນຂັ້ນຕອນຕໍ່ໄປທີ່ນັດໄວ້. ຢາ Misoprostol ແມ່ຍິງອາດຈະມີເລືອດອອກຊ່ອງຄອດໃນບາງຄັ້ງ ແລະ ເຈັບປັ້ນທ້ອງນ້ອຍຈາກການໃຊ້ຢາ misoprostol. ໃຫ້ແນ່ໃຈວ່າມີສະຖານທີ່ລໍຖ້າທີ່ສະດວກສະບາຍສຳລັບແມ່ຍິງທີ່ຖືກຍັດຢາ misoprostol ແລ້ວໃນໄລຍະລໍຖ້າ ໃຫ້ຢາອອກລິດ. ຖ້າປາກມົດລູກບໍ່ເປີດງ່າຍຫຼັງຈາກຍັດຢາ misoprostol ໃນຄັ້ງທຳອິດແລ້ວ ແມ່ນສາມາດຍັດຢາຊ້ຳອີກໄດ້. 2.7 ການລຸລູກດ້ວຍເຄື່ອງມືທາງການແພດ: ກຽມປາກມົດລູກ Clean examination gloves Clean water Detergent or soap Cervical preparation agent (e.g. misoprostol, mifepristone, osmotic dilators) Pain medications, such as analgesics and anxiolytics Gloves Gown, face protection Needles (22-gauge spinal for paracervical block and 21-gauge for drug administration) Syringes (5, 10 and 20 mL) Lidocaine for paracervical block Gauze sponges or cotton balls Antiseptic solution (non-alcohol based) to prepare the cervix Instrument-soaking solution Sterilization or high-level disinfection solutions and materials Silicone for lubricating syringes Blood-pressure equipment Stethoscope Speculum (wide mouth to increase exposure of the cervix and short to avoid pushing the cervix away, or a Sims speculum if an assistant is available) * Tenaculum (when available) Tapered dilators up to 51 mm or equivalent circumference * Stepwise sized cannulae up to 12 or 14 mm Electric vacuum aspirator (with cannulae up to 12–14 mm) or manual vacuum aspirator (with cannulae up to 12 mm) Bierer uterine evacuation forceps (large and small) * Sopher uterine evacuation forceps (small) * Large, postpartum flexible curette * Sponge forceps Stainless steel bowl for prepping solution Instrument tray Clear glass dish for tissue inspection Strainer (metal, glass or gauze) 40 ພາກທີ 2 ການລຸລູກ ຢາ, ວັດຖຸດິບ ແລະ ອຸປະກອນ ສຳລັບ ລຸລູກດ້ວຍເຄື່ອງມືທາງການແພດ ໃຊ້ຖົງມື ສະອາດ ກວດຮ່າງກາຍ ນ້ຳສະອາດ ໃຊ້ແຟັບ ຫຼື ສະບູ ໃຊ້ຢາກຽມຄວາມພ້ອມໃຫ້ປາກມົດລູກ (ເຊັ່ນຢາ misoprostol, mifepristone, osmotic dilators) ຢາແກ້ເຈັບ, ເຊັ່ນ: ຢາແກ້ປວດ ແລະ ຢາລະງັບ (anxiolytics) ຖົງມື ເສື້ອກັນເປື້ອນ, ຜ້າອັດປາກ ເຂັມ (ເບີ 22 ທີ່ໃຊ້ແທງກະດູກສັນຫຼັງ ເພື່ອໃຊ້ທຳມືນແບບ paracervical block ແລະ ເຂັມເບີ 21 ເພື່ອໃຊ້ສັກຢາ) ສະແລງ (5, 10 ແລະ 20 mL) ກຽມຢາມືນ Lidocaine ເພື່ອເຮັດ paracervical block ສຳລີ ແລະ ຜ້າ ນ້ຳຢາຂ້າເຊື້ອ (ບໍ່ມີເຫຼົ ້າເປັນສ່ວນປະສົມ) ເພື່ອໃຊ້ອະນາໄມປາກມົດລູກ ນໍ້າຢາທີ່ໃຊ້ລ້າງອຸປະກອນ ໃຊ້ເຕັກນິກອະເຊື້ອ ຫຼື ໃຊ້ນ້ຳຢາຂ້າເຊື້ອແຮງສູງ ແລະ ອຸປະກອນ ຊີລິໂຄນເພື່ອໃຊ້ລໍ່ລືນສະແລງ ເຄື່ອງແທກ ຄວາມດັນເລືອດ ຫູຟັງ (Stethoscope) ສົບເປັດ (ທີ່ປາກກ້ວາງເພື່ອໃຫ້ເຫັນປາກມົດລູກຢ່າງ ຊັດເຈນ ແລະ ບໍ່ຍາວຫຼາຍເພື່ອບໍ່ໃຫ້ຍູ້ປາກມົດລູກ, ຫຼື ສັບເປັດນ້ອຍ ຖ້າມີຜູ້ຊ່ວຍ) * ແປ້ງຈັບປາກມົດລູກ (Tenaculum) (ຖ້າມີ) ເຄື່ອງຂະຫຍາຍປາກມົດລູກທີ່ມີຂະໜາດເຖິງ 51 mm ຫຼື * ມີເສັ້ນຜ່າກາງເທົ່າກັບ ທໍ່ດູດຂະໜາດ 12 ຫຼື 14 mm ເຄື່ອງດູດສູນອາກາດໃຊ້ໄຟຟ້າ (ພ້ອມທໍ່ດູດຈົນຮອດເບີ 12-14 mm) ຫຼື ເຄື່ອງດູດສູນອາກາດໃຊ້ມື (ພ້ອມທໍ່ດູດຮອດເບີ 12 mm) ແປ້ງຂູດມົດລູກຊະນິດຄົມ (ຂະໜາດນ້ອຍ ແລະ ໃຫຍ່)* ແປ້ງຂູດມົດລູກຊະນິດບໍ່ຄົມ (ຂະໜາດນ້ອຍ)* ແປ້ງຂູດຂະໜາດໃຫຍ່ສຳລັບຫຼັງຄອດ* ແປ້ງຫົວມົນສຳລັບຈັບສຳລີ ຖ້ວຍເຫຼັກສຳລັບໃສ່ນ້ຳຢາຂ້າເຊື້ອ ຖາດໃສ່ອຸປະກອນ ແຜ່ນແກ້ວໃສໃຊ້ສຳລັບກວດເບິ່ງເນື້ອເຫຍື່ອ ຖັງ (ໂລຫະ, ແກ້ວ ຫຼື ຜ້າ) ເຄ ື່ອ ງມ ືທ າງກ ານ ແ ພ ດ ໃຊ້ວິທີເຄື່ອງດູດສູນອາກາດ (VA) ແລະ ວິທີ D&E ປະເມີນດ້ານອາການ *ອຸປະກອນທີ່ໃຊ້ສໍາລັບເຮັດ D&E ແມ່ນໄດ້ໝາຍເປັນໂຕໜັງສືເຂັ້ມດ້ານເທີງນັ້ນ. 2.8 ຢ າ & ວ ັດ ຖ ຸດ ິບ 412.8 ຢາ, ວັດຖຸດິບ ແລະ ອຸປະກອນ ສໍາລັບການລຸລູກດ້ວຍເຄື່ອງມືທາງການແພດ ໃສ່ຜ້າອະນາໄມ ຫຼື ຜ້າສຳລີ ຢາແກ້ປວດ ຢາຕ້ານເຊຶ້ອ ຂໍ້ມູນກ່ຽວກັບການເບີ່ງແຍງຕົວເອງຫຼັງຈາກ ການລຸລູກ ການໃຊ້ວິທີຄຸມກຳເນີດຫຼັງຈາກລຸລູກ ແລະ ຂໍ້ມູນ ແລະ/ຫຼື ການນຳສົ່ງຄົນເຈັບ ໃຊ້ຢາແກ້ປວດໃຫ້ແທດເໝາະກັບຄວາມຮຸນແຮງ ຂອງອາການເຈັບ ເຮັດໃຫ້ມົດລູກປັ້ນ (ຢາ oxytocin, misoprostol ຫຼື ergometrine) ສັກເຂົ້າເສັ້ນ (IV) ແລະ ປະສົມກັບນ້ຳ (saline, sodium lactate, glucose) ວິທີການນໍາສົ່ງຄົນເຈັບໄປຫາບ່ອນທີ່ມືເງື່ອນໄຂ, ເມື່ອມີຄວາມຈຳເປັນ ເຄື່ອງແທກຄວາມດັນເລືອດ ຫູຟັງ (Stethoscope) ໃຫ້ອົກຊີແຊນ ແລະ ໃສ່ແນວງວມປາກ ເຄື່ອງກວດເອໂກ (ໃຊ້ເປັນທາງເລືອກ) ແປ້ງຫຍິບ ແລະ ໄໝຫຍິບ ມີດຕັດ Uterine packing ໃນກໍລະນີມີອາການສົນໄລຍະພັກຟື້ນ Sanitary napkins or cotton wool Analgesics Antibiotics Information on post-procedure self-care Post-abortion contraceptive methods and information and/or referral Appropriate antagonists to medications used for pain Uterotonics (oxytocin, misoprostol or ergometrine) IV line and fluids (saline, sodium lactate, glucose) Clear referral mechanisms to high r-level facility, when needed Blood pressure equipment Stethoscope Oxygen and Ambu bag On-site access to an ultrasound machine (optional) Long needle-driver and suture Scissors Uterine packing 42 ການລຸລູກດ້ວຍເຄື່ອງມືທາງການແພດ: 12–14 ອາທິດຂອງການຖືພາ ພິຈາລະນາທາງດ້ານຄີລນິກ ເຄື່ອງດູດທີ່ໃຊ້ເຂົ້າໃນການລຸລູກປະກອບມີ 2 ແບບຄື: ເຄື່ອງດູດສູນອາກາດ ທີ່ໃຊ້ມື (MVA) ເຊີ່ງຈະໃຊ້ແຮງມືເປັນຕົວຊ່ວຍໃນການເຮັດໃຫ້ເກີດແຮງດັນພາຍໃນ ຊະແລງ. ຫົວດູດຈະປະກອບມີທໍ່ດູດເຊີ່ງມີເສັ້ນຜ່າກາງລະຫ່ວາງ 4 - 14 mm ແລະ ສາມາດນຳໃຊ້ ແລະ ຕິດຕັ້ງ ໄດ້ຫຼາຍເທື່ອ ເຄື່ອງດູດແບບນີ້ແມ່ນບໍ່ຈຳເປັນຕ້ອງໃຊ້ໄຟຟ້າ. ເຄື່ອງດູດສູນອາກາດ ທີ່ໃຊ້ໄຟຟ້າ (EVA) ເຊີ່ງຈະໃຊ້ຈັກໄຟຟ້າເປັນຕົວຊ່ວຍໃນການດູດເຊີ່ງຈະເຮັດໃຫ້ມີແຮງດູດ ແລະ ສາມາດໃສ່ທໍ່ດູດທີ່ມີເສັ້ນຜ່າກາງຂະຫນາດໃຫ່ຍຂື້ນຄືຢູ່ລະຫ່ວາງ 14 – 16 mm ເຊີ່ງຈະມີເສັ້ນຜ່າກາງ ຂະໜາດໃຫ່ຍກ່ວາແບບບໍ່ໃຊ້ໄຟຟ້າ (ຫຼາຍກວ່າ >12 mm). ຂະບວນການຂອງການລຸລູກແມ່ນຈະປະຕິບັດຄ້າຍຄືກັນໂດຍບໍ່ໄດ້ຄຳນືງເຖີງຊະນິດຂອງເຄື່ອງດູດວ່າຈຳເປັນຈະຕ້ອງ ໄດ້ໃຊ້ເຄື່ອງດູດແບບໃດ ຕ້ອງນຳສົ່ງຄົນເຈັບໄປຫາສະຖານບໍລິການທີ່ສາມາດເຮັດໄດ້,ຖ້າຫາກມີຄວາມຈຳເປັນໃນການແກ້ໄຂບັນຫາ ຕ່າງໆທີ່ອາດເກີດຂື້ນເປັນຕົ້ນວ່າ ຫາກເກີດອາການສົນ ຫຼື ອາການສົນແບບຮຸນແຮງ ການກະກຽມປາກມົດລູກ, ຫາກມີຄວາມຈຳເປັນ (ເບີ່ງ ພາກ2.7: ການລຸລູກດ້ວຍເຄື່ອງມືທາງການແພດ: ການກະກຽມປາກມົດລູກ, ໜ້າທີ່ 37). ໃຫ້ການປ້ອງກັນດ້ວຍການໃຫ້ຢາຕ້ານເຊື້ອເພື່ອຫຼຸດຜ່ອນການຊຶມເຊື້ອຫຼັງການລຸລູກ. ໝັ້ນໃຈວ່າຄົນເຈັບໄດ້ຮັບຢາແກ້ປວດແລ້ວ ຕ້ອງໝັ້ນໃຈວ່າອຸປະກອນຕ່າງໆທີ່ມີຄວາມຈຳເປັນຕ້ອງໃຊ້ແມ່ນໄດ້ຖືກລວບລວມ ແລະ ກຽມພ້ອມ ສາມາດນຳໃຊ້ໄດ້. ໃນກໍລະນີທີ່ນຳໃຊ້ MVA ນັ້ນ ຈະຕ້ອງໝັ້ນໃຈວ່າມີ: ເຄື່ອງດູດ MVA ແມ່ນມີແຮງດູດ ແລະ ສາມາດດູດດີ ກ່ອນທີ່ຈະລົງມືປະຕິບັດ. ຕ້ອງສໍາຮອງເຄື່ອງດູດອັນອື່ນທີ່ສາມາດນຳໃຊ້ໄດ້ໄວ້ພ້ອມ ໃນກໍລະນີຫາກເຄື່ອງດູດໂຕທຳອິດມີບັນຫາທາງ ດ້ານເຕັກນິກ. ກ່ອນໜ້າທີ່ຈະລົງມືປະຕິບັດ ພາກທີ 2 ການລຸລູກ ເພື່ອຫຼຸດຜ່ອນອັດຕາການຊືມເຊື້ອ ແມ່ນແນະນຳໃຫ້ໃຊ້ຢາຕ້ານເຊື້ອກ່ອນຈະເລີ້ມລົງມືປະຕິບັດ ຫຼື ໃນໄລຍະ ຂອງການລົງມືປະຕິບັດ: ສະຖານບໍລິການທີ່ໃຫ້ບໍລິການລຸລູກດ້ວຍເຄື່ອງມືທາງການແພດຈະຕ້ອງໄດ້ສະໜອງ ຢາຕ້ານເຊື້ອໃຫ້ມີໄວ້ຢ່າງພຽງພໍ, ຖ້າວ່າຢາຕ້ານເຊື້ອບໍ່ສາມາດສະໜອງໄດ້ທັນເວລາ, ບໍລິການລຸລູກດ້ວຍ ເຄື່ອງມືທາງການແພດ ກໍ່ຈະຕ້ອງໄດ້ຖືກປະຕິບັດ ແລະ ດຳເນີນຕໍ່ໄປ. ສີ່ງສຳຄັນ 2.9 432.3 Physical examination ການລຸລູກດ້ວຍເຄື່ອງມືທາງການແພດ 12–14 ອາທິດຂອງການຖືພາ 2.9 ການລຸລູກດ້ວຍເຄື່ອງມືທາງການແພດ: 12–14 ອາທິດຂອງການຖືພາ ບອກໃຫ້ແມ່ຍິງໄປຍ່ຽວ ໃຫ້ພົກຍ່ຽວເປົ່າຫວ່າງ ລ້າງມື ແລະ ໃສ່ຖົງມື ກວດ 2 ນີ້ວ ໃສ່ສົບເປັດ ອະນາໄມປາກມົດລູກດ້ວຍນ້ຳຢາຂ້າເຊື້ອ ໃສ່ຢາມືນຢູ່ປາກມົດລູກ Paracervical block (ຫຼື ປະຕິບັດຕາມຂັ້ນຕອນທີ 7) ຂະຫຍາຍປາກມົດລູກ ໃສ່ທໍ່ດູດເຂົ້າໄປໃນມົດລູກ ວິທີຂອງການດູດມົດລູກ ການສັງເກດເບີ່ງສີ້ນສ່ວນຕ່າງໆທີ່ດູດອອກມາ ປະຕິບັດຫັດຖະການທຸກໆຂັ້ນຕອນໄປພ້ອມໆກັນ ການພັກຟື້ນ ແລະ ອະນຸຍາດໃຫ້ຄົນເຈັບອອກໂຮງໝໍ 1 2 3 4 5 6 7 8 9 10 11 12 44 ບອກໃຫ້ແມ່ຍິງໄປຍ່ຽວ ໃຫ້ພົກຍ່ຽວເປົ່າຫວ່າງ1 ບອກໃຫ້ແມ່ຍິງໄປຍ່ຽວ ໃຫ້ພົກຍ່ຽວເປົ່າຫວ່າງແລ້ວ ຄ່ອຍໆຊ່ວຍປະຄອງຄົນເຈັບຂື້ນໂຕະເຊີ່ງຈະຕ້ອງໄດ້ຈັດຄົນເຈັບ ໃຫ້ນອນຢູ່ໃນທ່ານອນກວດພະຍາດຍິງ( dorsal lithotomy) ລ້າງມື ແລະ ໃສ່ຖົງມື2 ລ້າງມື ແລະ ໃສ່ຖົງມືທີ່ສະອາດ ກວດ 2 ນີ້ວ 3 ການກວດ 2 ນີ້ວ ເພື່ອຢັ້ງຢືນ ຫຼື ບອກໃຫ້ຮູ້ໃນສີ່ງທີ່ພົບເຫັນຖ້າວ່າຫາກມີການປະເມີນໄດ້ໄວ; ຜູ້ກວດກາຕົວຈິງແມ່ນ ຈະຕ້ອງໄດ້ໃຫ້ການປະເມີນຂະໜາດ ແລະ ທ່າຂອງມົດລູກໄດ້ຢ່າງຖືກຕ້ອງກ່ອນທີ່ ຈະດຳເນີນການດູດມົດລູກ. ໃສ່ສົບເປັດ4 ໝັ້ນໃຈວ່າໃຫ້ເຫັນປາກມົດລູກໄດ້ຢ່າງຊັດເຈນ ເພື່ອຫຼຸດຜ່ອນການຊຶມເຊື້ອຫຼັງຈາກການດູດມົດລູກແລ້ວນັ້ນ ແມ່ນຈະຕ້ອງໄດ້ນຳໃຊ້ເຄື່ອງມື ທີ່ອະເຊື້ອ ຫຼື ອຸປະກອນຕ່າງໆທາງການແພດທີ່ອະເຊື້ອແລ້ວ, ການໃຫ້ຢາຕ້ານເຊື້ອກ່ອນການ ລົງມືປະຕິບັດການດູດມົດລູກ ແລະ ການນຳໃຊ້ເຕັກນິກບໍ່ສຳຜັດ. ຄວາມໝາຍຂອງເຕັກນິກບໍ່ສຳຜັດ ແມ່ນໝາຍຄວາມວ່າອຸປະກອນຕ່າງໆ ທີ່ຈະນຳເຂົ້າໄປໃນມົດລູກແມ່ນຈະ ຕ້ອງບໍ່ໃຫ້ສຳພັດກັບວັດຖຸ ຫຼື ອະໄວຍະວະໃກ້ຄຽງທີ່ບໍ່ອະເຊື້ອ ກ່ອນຈະເອົາເຂົ້າໄປໃນຜົ້ງຂອງມົດລູກ ເຊີ່ງລວມ ມີຄື: ຜະໜັງຊ່ອງຄອດ. ສະນັ້ນແລ້ວ, ຜູ້ໃຫ້ບໍລິການຕ້ອງຄຳນືງເຖີງຫຼັກການຕ່າງໆຂອງການດູດມົດລູກໃຫ້ຖືກຕ້ອງ: ຕ້ອງກຳແໜ້ນໆ ແລະ ສຳຜັດພຽງແຕ່ສ່ວນກາງຂອງອຸປະກອນຂະຫຍາຍຄໍມົດລູກ, ຫຼີກລ້ຽງການຈັບຢູ່ບໍລິເວນສ່ວນປາຍຂອງອຸປະກອນ ເອົາທໍ່ດູດຕໍ່ປະກອບເຂົ້າກັບເຄື່ອງດູດ ໂດຍບໍ່ໃຫ້ສຳຜັດສ່ວນປາຍຂອງທໍ່ດູດ ເອົາອຸປະກອນທີ່ໃຊ້ແລ້ວແຍກອອກຈາກອຸປະກອນທີ່ອະເຊື້ອທີ່ຍັງມີຢູ່ໃນພາຖາດ. ເຊີ່ງເປັນເຕັກນິກພື້ນຖານ ທີ່ຮັບຮູ້ກັນແລ້ວນັ້ນ, ເຖີ່ງແມ່ນວ່າຈະມີການນຳໃຊ້ນໍ້າຢາຂ້າເຊື້ອທີ່ໃຊ້ທາບໍລິເວນປາກມົດລູກ ແຕ່ມັນກໍ່ອາດ ຈະບໍ່ພຽງພໍທີ່ຈະເຮັດໃຫ້ຊ່ອງຄອດນັ້ນອະເຊື້ອໄດ້ຢ່າງພຽງພໍ. ເອກກະສານອ້າງອີງ: Meckstroth K, Paul M. First trimester aspiration abortion. In: Paul M. Lichtenberg ES, Borgatta L, Grimes DA, Stubblefield PG, Creinin MD, editors. Management of unintended and abnormal pregnancy: comprehensive abortion care. Oxford: Blackwell Publishing Ltd.; 2009:135–56. ເຕັກນິກ ìບໍ່ສຳຜັດî ພາກທີ 2 ການລຸລູກ 452.9 ການລຸລູກດ້ວຍເຄື່ອງມືທາງການແພດ: 12–14 ອາທິດຂອງການຖືພາ ອະນາໄມປາກມົດລູກດ້ວຍນ້ຳຢາຂ້າເຊື້ອ5 ໃຊ້ນໍ້າຢາຂ້າເຊື້ອຊະນິດບໍ່ມີເຫຼົ ້າ ອະນາໄມບໍລິເວນປາກມົດລູກ, ເລີ່ມຕົ້ນທີ່ບໍລິເວນ cervical os ແລ້ວ ຫຼັງຈາກນັ້ນ ແມ່ນໃຊ້ສຳລີອັນໃໝ່ ແມ່ນໃຫ້ທາໃສ່ທົ່ວບໍລິເວນຂອງຄໍມົດລູກດ້ວຍວິທີທາວົນອອກໄປຈົນປາກມົດລູກຖືກ ປົກຄຸມ ດ້ວຍນໍ້າຢາຂ້າເຊື້ອ. ການໃສ່ຢາມືນສຳລັບເຮັດ paracervical block (ຫຼື ເບີ່ງຂັ້ນຕອນທີ 7)6 ເບີ່ງພາກທີ່ 2.3, ໜ້າທີ່ .27 ຂະຫຍາຍປາກມົດລູກ 7 ການຂະຫຍາຍປາກມົດລູກນັ້ນແມ່ນບໍ່ມີຄວາມຈຳເປັນ ຖ້າຫາກວ່າກໍລະນີປາກມົດລູກເປີດ ແລະ ສາມາດເອົາທໍ່ດູດ ເຂົ້າໄປໄດ້ເຊີ່ງຄໍມົດລູກພໍດີຮັດກັບຂະໜາດຂອງທໍ່ດູດ, ການຂະຫຍາຍປາກມົດລູກນັ້ນມັນແມ່ນຂັ້ນຕອນໜື່ງ ຖ້າຫາກ ວ່າປາກມົດລູກຫາກປິດ ຫຼື ປາກມົດລູກເປີດບໍ່ພຽງພໍກັບຄວາມຕ້ອງການໃນການໃສ່ທໍ່ດູດ. ແຕ່ສ່ວນຫຼາຍແລ້ວຄົນເຈັບ ທີ່ລຸລູກແບບບໍ່ສົມບູນ (ມີແຮ່ຄ້າງ) ປາກມົດລູກຈະມີການເປີດຢູ່ແລ້ວ. ເຕັກນິກຂອງການຂະຫຍາຍປາກມົດລູກແມ່ນໃຫ້ປະຕິບັດດັ່ງລຸ່ມນີ້: ກວດເບີ່ງລັກສະນະຂອງທ່າມົດລູກຢ່າງລະມັດລະວັງ, ເບີ່ງປາກມົດລູກ ແລະ ໃຊ້ແປ໋ງໜີບປາກມົດລູກ (tenaculum) ໜີບຮີມດ້ານເທີງ ຫຼື ດ້ານລຸ່ມຂອງປາກມົດລູກ. ເຊີ່ງແປ໋ງໜີບປາກມົດລູກຈະຄາໄວ້ຢູ່ໃນບໍລິເວນ ດັ່ງກ່າວເຊີ່ງຈະໃຊ້ເປັນໂຕຄຶງ ແລະ ເຮັດໃຫ້ປາກມົດລູກນັ້ນຢຽດຊື່. ໃຊ້ເຫຼັກຂະຫຍາຍປາກມົດລູກທີ່ມີຂະໜາດເບີນ້ອຍສຸດ (ຫຼື ໃຊ້ທໍ່ຢາງທີ່ໃຊ້ຊອກຫາປາກມົດລູກຖ້າຫາກມີ ແລະ ສາມາດພ້ອມໃຊ້ງານໄດ້) ເພື່ອຊອກຫາຊ່ອງທາງຂອງປາກມົດລູກ. ຄ່ອຍໆຂະຫຍາຍປາກມົດລູກອອກ ບໍ່ຕ້ອງໃຊ້ຄວາມຮຸນແຮງ ພ້ອມກັນນັ້ນກໍ່ນໍາໃຊ້ເຕັກນິກບໍ່ສໍາຜັດເຂົ້າໃນການ ປະຕິບັດການຂອງການຂະຫຍາຍປາກມົດລູກ, ຂະນະທີ່ມີການຄືຶງຂອງປາກມົດລູກດ້ວຍການໃຊ້ແປ໋ງໜີບ ປາກມົດລູກ. ບັນທຶກ ຄວາມປອດໄພຂອງຂະບວນການຂະຫຍາຍປາກມົດລູກນັ້ນແມ່ນຂື້ນກັບການເບີ່ງເຫັນຢ່າງຊັດເຈນຂອງປາກມົດ ລູກ, ການໝູນໃຊ້ເຕັກນິກທີ່ນຸ້ມນວນ ແລະ ຄວາມຮູ້ກ່ຽວກັບທ່າສະເໜີຂອງມົດລູກ. ຖ້າຫາກວ່າການຂະຫຍາຍ ປາກມົດລູກມີຄວາມຫຍຸ້ງຍາກ, ດີທ່ີສຸດແມ່ນບໍ່ໃຫ້ບັງຄັບ ຫຼື ໃຊ້ແຮງເພື່ອຈະໃຫ້ປາກມົດລູກ ຂະຫຍາຍ. ແຕ່ວ່າຈະປ່ຽນວິທີ ຫຼື ຈຳແນກເບີ່ງຊ່ອງທາງຂອງປາກມົດລູກ ຫຼື ກວດຄືນກ່ຽວກັບທ່າສະເໜີຂອງມົດລູກ ດ້ວຍການກວດ 2 ນິ້ວ. ບາງຄັ້ງຕ້ອງໄດ້ປ່ຽນສົບເປັດທີ່ສັ້ນກ່ວາ ເພື່ອໃຫ້ມີພື້ນທີ່ກ້ວາງຂື້ນຕື້ມ, ສະດວກໃນການ ເຄື່ອນເໜັງ ແລະ ສາມາດຄຶງປາກມົດລູກອອກມາໃຫ້ມັນຊື່ໄດ້ດີຂື້ນ. ສຸດທ້າຍຖ້າການຂະຫຍາຍປາກມົດລູກ ມີຄວາມຫຍຸ້ງຍາກ ຫຼື ຍັງຕິດຂັດຢູ່ບາງພາກສ່ວນແມ່ນແນະນຳໃຫ້ໃຊ້ຢາ misoprostol ຍັດຊ່ອງຄອດ ແລະ ຕ້ອງໄດ້ພັກຜ່ອນປະມານ 3 ຊົ່ວໂມງ ຫຼື ຕ້ອງໄດ້ຫາຄວາມຊ່ວຍເຫຼືອຈາກຜູ້ຊ່ວຍຖ້າຫາກມີ. 46 ບໍ່ຕ້ອງໃຊ້ຄວາມແຮງໃນການຍັດທໍ່ດູດເຂົ້າໄປໃນຜົ້ງມົດລູກ ເພື່ອຫຼີກລ້ຽງການກະທົບໃສ່ຄໍມົດລູກ ຫຼື ໂຕຂອງມົດລູກ ຕ້ອງຢຸດທັນທີ ຖ້າຫາກວ່າມີສັນຍານຂອງມົດລູກຊອດເກີດຂື້ນ. ໃສ່ທໍ່ດູດເຂົ້າໄປໃນມົດລູກ8 ມັນມີຄວາມສຳຄັນທີ່ຈະຕ້ອງໃຊ້ທໍ່ໃຫ້ມີຂະໜາດທີ່ ເໝາະສົມກັບຂະໜາດຂອງມົດລູກ ແລະ ການຂະຫຍາຍ ຂອງປາກມົດລູກ. ການໃຊ້ທໍ່ດູດທີ່ມີຂະໜາດນ້ອຍ ເກີນໄປເຊີ່ງບໍ່ເໝາະສົມ ແລະ ມັນອາດເປັນຜົນເຮັດໃຫ້ ມີຄວາມສ່ຽງຕໍ່ການເຮັດໃຫ້ມີການລຸລູກແບບບໍ່ຄົບຖ້ວນ, ເຮັດໃຫ້ມີແຮ່ຄ້າງ ຫຼື ພາກສ່ວນອື່ນໆຂອງການຖືພາ ຄົງຄ້າງ ທີ່ມີສາຍເຫດມາຈາກ ການດູດບໍ່ໝົດ. ຂະໜາດມົດລູກ (ອາຍຸຖືພາເປັນອາທິດ ຈາກLMP*) ຂະໜາດຂອງທໍ່ດູດ ທີ່ແນະນໍາໃຫ້ໃຊ້ (mm) 4–6 4–7 7–9 5–10 9–12 8–12 12–14 10–14 ເລືອກຂະໜາດຂອງທໍ່ດູດເພື່ອໃຊ້ເຂົ້າໃນການ ເຮັດການລຸລູກດ້ວຍເຄື່ອງມືທາງການແພດ ເວລາທີ່ປາກມົດລູກເປີດ ແລະ ສາມາດເອົາທໍ່ດູດເຂົ້າໄປໄດ້, ການເອົາທໍ່ດູດເຂົ້າແມ່ນຕ້ອງໃຫ້ມັນເຂົ້າໄປ ກາຍປາກມົດລູກດ້ານໃນ ແລະ ເຂົ້າໄປເຖິງຜົ້ງຂອງມົດລູກ ໃນຂະນະທີ່ມີການຄຶງຂອງປາກມົດລູກ. ວິທີຂອງການດູດມົດລູກ9 ກະກຽມເຄື່ອງດູດ ຫຼື ເອົາເຄື່ອງດູດຕໍ່ໃສ່ກັບທໍ່ດູດ,ໃຊ້ແປ໋ງໜີບປາກມົດລູກເພື່ອຄຶງໄວ້ ແລະ ອີກມືເບື້ອງໜື່ງແມ່ນຈັບ ທໍ່ດູດ ຫຼື ເຄື່ອງດູດ. ເລີ້ມຕົ້ນໃນການດູດເມື່ອທໍ່ດູດເຂົ້າໄປຮອດຜົ້ງທາງກາງຂອງມົດລູກ, ເຊັ່ນດຽວກັນນັ້ນມັນກໍ່ຈະມີການປັ້ນຂອງ ມົດລູກ ເຊີ່ງຈະເຮັດໃຫ້ຜະໜັງຂອງມົດລູກນັ້ນຈະຫຸບເຂົ້າ ແລະ ພື້ນຂອງມົດລູກ ຫຼື ລວງສູງຂອງມົດລູກຈະຫຼຸດ ລົງມາ. ການດູດເອົາສີ້ນສ່ວນຕ່າງໆອອກຈາກມົດລູກນັ້ນແມ່ນຕ້ອງຄ່ອຍໆໝຸນທໍ່ດູດໃຫ້ໄດ້ 180 ອົງສາໃນແຕ່ລະຂ້າງ. ເຮົາຈະເຫັນເລືອດ ແລະ ສີ້ນສ່ວນຕ່າງໆຈະຖືກດູດຜ່ານທໍ່ອອກມາ, ບໍ່ຕ້ອງເປີດໂຕດູດ (ສະແລງ)ອອກຈາກ ທໍ່ດູດ ຄະນະທີ່ເຮົາປະທໍ່ດູດຄາໄວ້ຢູ່ຄໍມົດລູກເຊີ່ງມັນຈະເຮັດໃຫ້ສີ້ນສ່ວນຕ່າງໆ ທີ່ດູດອອກມານັ້ນເຮ່ຍອອກ ຖ້າຫາກວ່າໃຊ້ MVA ດູດເຕັມແລ້ວ ແມ່ນເຮົາສາມາດຖອດເອົາໂຕດູດນັ້ນອອກຈາກທໍ່ດູດໄດ້ ແລະ ສາມາດ ປະທໍ່ຄາໄວຢູ່ມົດລູກ, ໂຕດູດທີ່ເປົ່ານັ້ນແມ່ນຈະເປັນໂຕກັກເກັບສີ້ນສ່ວນຕໍ່ໄປ ແລະ ສາມາດເຮັດກັບໄປ-ກັບມາ ຈົນກ່ວາວ່າມົດລູກເປົ່າຫ່ວາງບໍ່ມີເສດສິ້ນສ່ວນເຫຼືອຄ້າງໄວ້ຢູ່ໃນມົດລູກ. ພາກ 2 ການລຸລູກ ສີ່ງສຳຄັນ *LMP: ມື້ທຳອິດຂອງປະຈຳເດືອນສຸດທ້າຍ. 47 ເມື່ອຂະບວນການຕ່າງໆໄດ້ເຮັດສຳເລັດແລ້ວ, ເອົາທໍ່ດູດ ແລະ ແປ໋ງໜີບປາກມົດລູກອອກ, ອະນາໄມປາກມົດລູກ ດ້ວຍສຳລີ ແລະ ປະເມີນເບີ່ງວ່າຍັງມີເລືອດອອກມາແຕ່ໃນມົດລູກ ຫຼື ປາກມົດລູກບໍ. . ການສັງເກດເບີ ່ງສີ ້ນສ່ວນຕ່າງໆທີ່ດູດອອກມາ10 ການສັງເກດເບີ່ງເນື້ອເຍື່ອ ແມ່ນມີຄວາມສໍາຄັນ ເພື່ອໃຫ້ແນ່ໃຈວ່າການລຸລູກແມ່ນສົມບູນແລ້ວ. ສັງເກດເບີ່ງສິ້ນສ່ວນ ທີ່ດູດອອກມາຈົນມົດລູກຫວ່າງເປົ່າ (ບໍ່ຕ້ອງເອົາສີ່ງທີ່ເຮົາດູດອອກມານັ້ນຍູ້ຜ່ານທໍ່ດູດອອກໄປເພາະຈະເຮັດໃຫ້ມັນ ເປິເປື້ອນ). ການຊອກຫາ: ປະລິມານ ແລະ ຈຳນວນຂອງເນື້ອເຍື່ອ ປະກອບມີ: ຍໍ່ແຮ່ (villi), ຊັ້ນເຫຍື່ອເມືອກມົດລູກເວລາຖືພາ (deciduas) ແລະ ຖົງຂອງການຖືພາ/membranes ເຊີ່ງຈະມີປະລິມານໜ້ອຍ ຫຼື ຫຼາຍ ແມ່ນອີງຕາມອາຍຸຂອງ ການຖືພາເປັນພື້ນຖານ; ອາຍຸການຖືພາຫຼັງຈາກໄດ້ 9 ອາທິດ ແມ່ນຈະເຫັນພາກສ່ວນຕ່າງໆ ຂອງໂຕອ່ອນ. ການພົບເຫັນສີ້ນສ່ວນຂອງ ຍໍ່ແຮ່ບວມນໍ້າ (hydropic villi) ມີລັກສະນະຄືໝາກແລແຊ໋ງເຊີ່ງເປັນການຄາດຄະ ເນວ່າອາດຖືພາມານໄຂ່ກົບກໍ່ເປັນໄປໄດ້. ຖ້າຫາກວ່າສີ້ນສ່ວນທີ່ເຫັນນັ້ນບໍ່ມີຂໍ້ພິສູດ ຫຼື ຢັ້ງຢືນໄດ້ແນ່ນອນ, ສີ້ນສ່ວນດັ່ງກ່າວແມ່ນຈະຕ້ອງໄດ້ເກັບຮັກສາ ແລະ ບັນຈຸໃສ່ຫຼອດແກ້ວໄວ້ໃຫ້ເປັນຢ່າງດີເພື່ອນຳສົ່ງ, ດ້ວຍການແຊ່ສີ້ນສ່ວນຕ່າງໆລົງໃນນ້ຳ ຫຼື ນ້ຳສົ້ມ ຫຼັງຈາກນັ້ນກໍ່ເອົາ ມາແຍງເບີ່ງໃສ່ແສງໄຟຟ້າ ຖ້າຫາກວ່າພົບຂໍ້ບົ່ງຊີ້ຜິດປົກກະຕິ ສີ້ນສ່ວນດັ່ງກ່າວກໍ່ຈະຕ້ອງໄດ້ນຳສົ່ງໄປກວດຢູ່ຫ້ອງ ກາຍະວິພາກສາດເພື່ອບົ່ງມະຕິຕໍ່ໄປ ຖ້າຫາກວ່າບໍ່ເຫັນສີ້ນສ່ວນຂອງເນື້ອເຍື່ອທາງໃນມົດລູກ, ດູດໄດ້ແຕ່ສີ້ນສ່ວນຂອງເນື້ອເຍື່ອຈຳນວນໜ້ອຍອອກ ຈາກມົດລູກ ຫຼື ຈຳນວນເນື້ອເຍື່ອທີ່ເປັນຕົວຢ່າງທີ່ບໍ່ສາມາດສະຫລຸບໄດ້ ເຊີ່ງອາດຈະມີຂໍ້ບົ່ງຊີ້ຄື: ການລຸລູກແບບບໍ່ຄົບຖ້ວນ: ຄືຜົ້ງຂອງມົດລູກຈະຍັງບັນຈຸສີ້ນສ່ວນຂອງເນື້ອເຍື່ອຕ່າງໆຢູ່ເຖີງແມ່ນວ່າມັນ ຈະມີຄວາມເປົ່າຫ່ວາງຈົນເຖີງຂັ້ນສຸດທ້າຍຂອງການດູດກໍ່ຕາມ; ການລຸລູກເອງແບບທຳມະຊາດທີ່ອາດອອກແບບສົມບູນແລ້ວ ກ່ອນມາເຮັດຂະບວນການ; ການລຸລູກແບບຫຼົ ້ມເຫຼວ: ທັງໝົດຂອງ ເນື້ອເຍື່ອຍັງຄົງຄ້າງຢູ່ໃນມົດລູກ; ຖືພານອກຜົ້ງມົດລູກ: ເມື່ອບໍ່ເຫັນສ່ວນຂອງ ຍໍ່ແຮ່, ການຖືພານອກຜົ້ງມົດລູກແມ່ນມີຄວາມເປັນໄປໄດ້ ແລະ ຈະຕ້ອງໄດ້ເຮັດການຄົ້ນຫາ; ການເບີ່ງຄວາມຜິດປົກກະຕິຂອງກາຍະວິພາກສາດ: ຢູ່ສ່ວນຂອງ ມົດລູກສອງເຂົາ (bicornuate) ຫຼື ຜະໜັງ ຂອງມົດລູກ, ທໍ່ດູດອາດຈະເຂົ້າໄປທາງໃນຂອງຜົ້ງມົດລູກເຊີ່ງມົດລູກດັ່ງກ່າວບໍ່ໄດ້ມີຖົງຂອງການຖືພາ ຖ້າຫາກວ່າມັນບໍ່ຈະແຈ້ງວ່າແມ່ນຖົງຂອງການຖືພາ/ເຍື້ອຫຸ້ມ ແລະ ຍໍ່ແຮ່ ທີ່ໄດ້ເຫັນໃນການປະເມີນເນື້ອເຍື່ອ, ເຮົາຕ້ອງຄິດວ່າມັນບໍ່ແມ່ນສີ່ງທີ່ເຮົາຕ້ອງການ ແລະ ບໍ່ຈຳເປັນທີ່ຈະຕ້ອງໄດ້ດູດຄືນອີກ ແລະ/ຫຼື ປະເມີນວ່າ ແມ່ນການຖືພານອກຜົ້ງມົດລູກ. ຕາມຂໍ້ບົ່ງຊີ້ດັ່ງລຸ່ມນີ້ທີ່ບອກວ່າມົດລູກຫ່ວາງເປົ່າ ຫຼື ບໍ່ມີສີ້ນສ່ວນຕ່າງໆ: ປະກົດເຫັນຝອດສີແດງ ຫຼື ສີບົວ ແລະ ບໍ່ມີສີ້ນສ່ວນຕ່າງໆອີກອອກມາຕາມທໍ່ດູດ ມີຄວາມຮູ້ສຶກວ່າມີເມັດນ້ອຍໆຄ້າຍຄືເມັດຊາຍຜ່ານອອກມາຕິດຕາມຜະໜັງຂອງທໍ່ດູດທີ່ ດູດອອກມາແຕ່ໃນມົດລູກ; ຕ້ອງໃຫ້ທໍ່ດູດນັ້ນສຳພັດທົ່ວບໍລິເວນທາງໃນຂອງຜົ້ງມົດລູກແລ້ວ; ຄົນເຈັບຈະຮູ້ສຶກມີການປັ້ນ ຫຼື ເຈັບ, ເຊີ່ງແມ່ນຂໍ້ບົ່ງຊີ້ວ່າມົດລູກມີການປັ້ນແລ້ວ ສີ່ງສຳຄັນ 2.9 ການລຸລູກດ້ວຍເຄື່ອງມືທາງການແພດ: 12–14 ອາທິດຂອງການຖືພາ 48 ປະຕິບັດຫັດຖະການທຸກໆຂັ້ນຕອນໄປພ້ອມໆກັນ11 ເມື່ອຂະບວນການຂອງການດູດໄດ້ສຳເລັດແລ້ວ, ຕ້ອງໄດ້ປະຕິບັດຫັດຖະການທຸກໆຂັ້ນຕອນໄປພ້ອມໆກັນເຊ່ັນວ່າ: ການໃສ່ຮ່ວງອະນາໄມ, ການເຮັດໝັນ ຫຼື ການຫຍິບປົວແປງຈາກການຈີກຂາດຂອງປາກມົດລູກ, ຖ້າຫາກວ່າມັນມີ ຄວາມຈຳເປັນ. ການພັກຟື້ນ ແລະ ອະນຸຍາດໃຫ້ຄົນເຈັບອອກໂຮງໝໍ 12 ເຮັດໃຫ້ແມ່ຍິງໝັ້ນໃຈວ່າຂະບວນການຕ່າງໆແມ່ນໄດ້ສີ້ນສຸດແລ້ວ ແລະ ຈະບໍ່ມີການສືບຕໍ່ໃນການຖືພາໃນຄັ້ງນີ້ ບອກສະຖານທ່ີຢ່າງລະອຽດຖ້າຫາກວ່າມີເຫດການໃດໆທີ່ອາດຈະເຮັດໃຫ້ຄົນເຈັບນັ້ນຕ້ອງໄດ້ມາພົບແພດຢ່າງ ຮີບດ່ວນ ທີ່ມີສາເຫດມາຈາກການລຸລູກຂອງລາວ ຕິດຕາມຄົນເຈັບສຳລັບອາການສົນຕ່າງໆ ແລະ ຕ້ອງໄດ້ແນະນຳສໍາລັບການປີ່ນປົວແບບຮີບດ່ວນຖ້າຫາກມີ ຄວາມຈຳເປັນ ແມ່ຍິງຈະສາມາດອອກໂຮງໝໍໄດ້ຖ້າຫາກວ່າລາວມີຄວາມແຂງແຮງ ແລະ ມີຂໍ້ບົ່ງຊີ້ໃນການອອກໂຮງໝໍ ຕ້ອງໝັ້ນໃຈວ່າແມ່ຍິງໄດ້ຮັບຂໍ້ມູນທີ່ຈຳເປັນ ແລະ ສຳຄັນຢ່າງຄົບຖ້ວນ ຈະຕ້ອງໄດ້ຮັບຢາຕ່າງໆ ກ່ອນຄົນເຈັບ ຈະອອກຈາກໂຮງໝໍ. ເອກະສານຕ່າງໆຂອງການປີ່ນປົວ, ລວມເຖີງຂໍ້ມູນເພີ້ມເຕີມຕ່າງໆໃນໄລຍະຂອງການປີ່ນປົວຈະຕ້ອງໄດ້ ບັນທືກໄວ້. ພາກ 2 ການລຸລູກ 49 ການລຸລູກດ້ວຍເຄື່ອງມືທາງການແພດ: >12–14 ອາທິດຂອງການຖືພາ ການພິຈາລະນາທາງດ້ານຄລີນິກ ຂະບວນຂອງການລຸລູກດ້ວຍເຄື່ອງມືທາງການແພດ ແມ່ນເອີ້ນວ່າ ການເປີດປາກມົດລູກ ແລະ ດູດອອກ (D&E) ການກະກຽມປາກມົດລູກດ້ວຍວິທີໃຊ້ສານຊຶມຜ່ານ ຫຼື ການໃຊ້ຢາ ເຊີ່ງໄດ້ແນະນຳໃຫ້ ຂະບວນການຂອງ D&E. ກ່ອນໜ້າທີ່ຈະລົງມືປະຕິບັດ ການກະກຽມປາກມົດລູກໃຫ້ດີ (ອີງໃສ່ການລຸລູກດ້ວຍເຄື່ອງມືທາງການແພດ: ການກະກຽມປາກມົດລູກ, ພາກທີ່ 2.7) ໃຊ້ຢາຕ້ານເຊື້ອເພື່ອປ້ອງກັນການຊຶມເຊື້ອ (ອີງໃສ່ການການລຸລູກດ້ວຍເຄື່ອງມືທາງການແພດ: 12–14 ອາທິດ, ພາກທີ່ 2.9) ຕ້ອງຢັ້ງຢືນວ່າຄົນເຈັບໄດ້ຮັບຢາແກ້ປວດໄວ້ໃຊ້ໃນເວລາທີ່ເໝາະສົມ ຕ້ອງໝັ້ນໃຈວ່າອຸປະກອນທາງການແພດຕ່າງໆແມ່ນຖືກກະກຽມໄວ້ແລ້ວ ແລະ ສາມາດນຳໃຊ້ໄດ້. 2.10 ການລຸລູກດ້ວຍເຄື່ອງມືທາງການແພດ: >12–14 ອາທິດຂອງການຖືພາ 2.10 50 ການລຸລູກດ້ວຍເຄື່ອງມືທາງການແພດ >12–14 ອາທິດຂອງການຖືພາ ບອກແມ່ຍິງໄປຍ່ຽວ ໃຫ້ພົກຍ່ຽວເປົ່າຫວ່າງ ລ້າງມື ແລະ ໃສ່ຖົງມື ກວດ 2 ນີ້ວ ໃສ່ສົບເປັດ ອະນາໄມປາກມົດລູກດ້ວຍນໍ້າຢາຂ້າເຊື້ອ ໃສ່ຢາມືນຢູ່ປາກມົດລູກ (Paracervical block) ປະເມີນການຂະຫຍາຍຂອງປາກມົດລູກ ການເຈາະ ຫຼື ດູດນໍ້າຄາວປາ ການເອົາສີ້ນສ່ວນຕ່າງໆອອກຈາກມົດລູກ ການສັງເກດເບີ່ງເນື້ອເຍື່ອ ຫຼື ສີ້ນສ່ວນທີ່ດູດອອກມາ ປະຕິບັດຫັດຖະການທຸກໆຂັ້ນຕອນໄປພ້ອມໆກັນ ການພັກຟື້ນ ແລະ ອະນຸຍາດໃຫ້ຄົນເຈັບອອກໂຮງໝໍ 1 2 3 4 5 6 7 8 9 10 11 12 ພາກ 2 ການລຸລູກ 51 ໃຫ້ອີງຕາມເຕັກນິກບໍ່ສຳຜັດ (ເບີ່ງຢູ່ໜ້າ 44) ເຊີ່ງມີທຸກໆຂັ້ນຕອນຂອງການປະຕິບັດ ເຕັກນິກ ìບໍ່ສຳຜັດî ບອກໃຫ້ແມ່ຍິງໄປຍ່ຽວໃຫ້ພົກຍ່ຽວເປົ່າຫວ່າງ1 ບອກໃຫ້ແມ່ຍິງໄປຍ່ຽວໃຫ້ພົກຍ່ຽວເປົ່າຫວ່າງ, ແລ້ວຄ່ອຍໆຊ່ວຍຄົນເຈັບຂື້ນນອນຢູ່ເທິງຕຽງເຊີ່ງ ຈະຕ້ອງໄດ້ນອນຢູ່ໃນທ່ານອນກວດພະຍາດຍິງ. ລ້າງມື ແລະ ໃສ່ຖົງມື 2 ລ້າງມືໃຫ້ສະອາດ ແລະ ໃສ່ຖົງມືທີ່ສະອາດດີ ກວດ 2 ນີ ້ວ 3 ການກວດ 2 ນີ້ວ ເພື່ອຢັ້ງຢືນ ຫຼື ບອກໃຫ້ຮູ້ໃນສີ່ງທີ່ພົບເຫັນຖ້າວ່າຫາກມີການປະເມີນໄດ້ໄວ; ຜູ້ກວດກາ ຕົວຈິງແມ່ນຈະຕ້ອງໄດ້ໃຫ້ການປະເມີນຂະໜາດ ແລະ ທ່າຂອງມົດລູກໄດ້ຢ່າງຖືກຕ້ອງກ່ອນທີ່ຈະດຳເນີນ ການດູດມົດລູກ. ຖ້າໄດ້ໃຊ້ສານຊຶມຜ່ານ, ຕ້ອງໄດ້ເອົາສານນີ້ອອກຈາກປາກມົດລູກກ່ອນ, ໃນຂະນະທີ່ກໍາລັງກວດ 2 ນີ້ວ ຫຼື ໃຊ້ແປ໋ງຫົວມົນໜີບອອກ ຫຼັງຈາກນັ້ນຈື່ງໃສ່ສົບເປັດ. ຈຳນວນຂອງສານ ທີ່ເອົາອອກຄວນ ເທົ່າກັນກັບຈໍານວນທີ່ເອົາເຂົ້າທໍາອິດ. ການໃສ່ສົບເປັດ4 ຕ້ອງໃຫ້ໝັ້ນໃຈວ່າສາມາດເຫັນປາກມົດລູກໄດ້ດີ ອະນາໄມປາກມົດລູກດ້ວຍນໍ້າຢາຂ້າເຊື ້ອ5 ໃຊ້ນໍ້າຢາຂ້າເຊື້ອຊະນິດບໍ່ມີເຫຼົ ້າ ອະນາໄມບໍລິເວນປາກມົດລູກ, ເລີ່ມຕົ້ນທີ່ບໍລິເວນ cervical os ແລ້ວ ຫຼັງຈາກນັ້ນແມ່ນໃຊ້ສຳລີອັນໃໝ່ ແມ່ນໃຫ້ທາໃສ່ທົ່ວບໍລິເວນຂອງຄໍມົດລູກດ້ວຍວິທີທາວົນອອກໄປຈົນ ປາກມົດລູກຖືກ ປົກຄຸມດ້ວຍນໍ້າຢາຂ້າເຊື້ອ. 2.10 ການລຸລູກດ້ວຍເຄື່ອງມືທາງການແພດ: >12–14 ອາທິດຂອງການຖືພາ 52 ໃສ່ຢາມຶນຢູ່ປາກມົດລູກ (ຫຼື ປະຕິບັດຕາມຂັ້ນຕອນທີ 7)6 ເບີ່ງພາກທີ່ 2.3, ໜ້າ .27. ປະເມີນການຂະຫຍາຍຂອງປາກມົດລູກ7 ການໃຊ້ ແປ໋ງໜີບປາກມົດລູກ ເຮັດໃຫ້ດຶງມົດລູກລົງໄປຫາຊ່ອງຄອດ. ກວດເບີ່ງວ່າປາກມົດລູກຂະຫຍາຍໃຫ່ຍ ສາມາດໃຊ້ທໍ່ດູດຂະໜາດໃຫ່ຍໄດ້ ເຊີ່ງທໍ່ດູດມີຂະໜາດເສັ້ນຜ່າກາງແຕ່ (12–16 mm) ຫຼື ແປ໋ງຂູດມົດລູກປາຍກົມ (Bierer forceps) ສາມາດຜ່ານເຂົ້າໄປໃນປາກມົດລູກໄດ້. ຖ້າຫາກວ່າອຸປະກ່ອນ ດັ່ງກ່າວນັ້ນບໍ່ສາມາດຜ່ານເຂົ້າ ໄປໄດ້, ກໍ່ຕ້ອງໄດ້ຮັບການຂະຫຍາຍປາກມົດລູກອອກອີກ, ດ້ວຍວິທີຂອງການໃຊ້ການກະກຽມປາກມົດລູກຊໍ້າຄືນອີກ ຫຼື ກົນໄກການເຮັດໃຫ້ປາກມົດລູກຂະຫຍາຍອອກຕື່ມ. . ການເຈາະ ແລະ ດູດນໍ້າຄາວປາ 8 ເອົາທໍ່ດູດທີ່ມີເສັ້ນຜ່າກາງຂະໜາດ 14 mm ຕໍ່ໃສ່ກັບຫົວດູດ ຖ້າໃຊ້ເຄື່ອງດູດແບບໃຊ້ມື (MVA), ຫຼື ຈະໃຊ້ທໍ່ດູດຂະ ໜາດ 14–16 mm ຖ້າໃຊ້ເຄື່ອງດູດແບບໄຟຟ້າ (EVA), ໂດຍໃຊ້ທໍ່ດູດຜ່ານເຂົ້າໄປທາງປາກມົດລູກ ແລະ ເຂົ້າໃນ ຜົ້ງມົດລູກ ແລ້ວຈື່ງດູດເອົານໍ້າຄາວປາອອກ. ຂະໜາດຂອງທໍ່ດູດທີ່ເໝາະສົມ (ເສັ້ນຜ່າກາງຂະໜາດເປັນມີລີແມັດ) ໂດຍທົ່ວໄປຈະໃຊ້ເທົ່າກັນກັບອາຍຸຂອງ ການຖືພາເປັນອາທິດ ຫຼື ຂະໜາດນ້ອຍກ່ວາປະມານ 1–2 mm ເທົ່ານັ້ນ, ສຳລັບອາຍຸຂອງການຖືພາຫຼາຍກ່ວາ 16 ອາທິດ, ຄວນເລືອກໃຊ້ທໍ່ດູດຂະໜາດໃຫ່ຍສຸດ (14–16 mm ມັນຂື້ນກັບທໍ່ດູດ ແລະ ຂໍ້ຕໍ່ວ່າມັນມີໃຫ້ພ້ອມ ໃຊ້ ຫຼື ບໍ່). ການລຸລູກດ້ວຍວິທີດູດເອົາ ແມ່ນຄວນຈະເຮັດສຳລັບການຖືພາໃນໄຕມາດທີ່ໜື່ງ, ໃຫ້ໝູນທໍ່ດູດໃນເວລາທີ່ກໍາລັງ ດູດເອົານໍ້າຄາວປາອອກໄປ. ຖ້າຫາກວ່າທໍ່ດູດມັນຫາກຖອຍເຂົ້າອອກໄດ້ຢ່າງງ່າຍດາຍເກີນໄປໃນລະຫ່ວາງຂອງ ການດູດຢູ່ໃນມົດລູກນັ້ນ ຕ້ອງໃຫ້ເບີ່ງປ່ອງ ຫຼື ຮູທໍ່ນັ້ນວ່າມັນອາດຈະຖືກອັດຢູ່, ໃນກໍລະນີດັ່ງກ່າວນີ້, ເຮົາຕ້ອງ ເອົາທໍ່ນັ້ນອອກມາຈາກມົດລູກ ແລ້ວທຳຄວາມສະອາດ ຖ້າຫາກວ່າມັນມີຄວາມຈຳເປັນຕ້ອງເຮັດ, ຫຼັງຈາກນັ້ນກໍ່ ຕ້ອງນຳກັບເຂົ້າໄປປະກອບຄືນດ້ວຍຄວາມລະມັດລະວັງໂດຍໃຫ້ອີງໃສ່ເຕັກນິກບໍ່ສຳພັດເພື່ອຫຼີກລ້ຽງການຊຶມ ເຊື້ອ, ເມື່ອບໍ່ມີຫັຍງໃຫ້ດູດແລ້ວ ປົກກະຕິກໍ່ຈະປະທໍ່ດູດໄວ້ປະມານ 1 ຫຼື 2 ນາທີ ແລ້ວຈື່ງເອົາທໍ່ອອກຈາກ ມົດລູກ. ພາກ 2 ການລຸລູກ ການລຸລູກດ້ວຍເຄື່ອງມືທາງການແພດ ແມ່ນຈະສາມາດເຮັດໄດ້ໃນເວລາທີ່ມົດລູກເປີດຢ່າງເໝາະສົມ. ໂດຍສະເພາະໃນແມ່ນການລຸລູກໃນຄົນເຈັບທີ່ມີອາຍຸຂອງການຖືພາຕັ້ງແຕ່ 14 ອາທິດຂື້ນໄປ. ສິ່ງທີ່ສຳຄັນ 53 ການເອົາສີ້ນສ່ວນຕ່າງໆອອກຈາກມົດລູກ 9 ເຖີງແນວໃດກໍ່ຕາມມັນອາດຈະເປັນໄປໄດ້, ທີ່ຈະເອົາສິ້ນສ່ວນຕ່າງໆອອກຈາກມົດລູກໄດ້ແບບສົມບູນ ໂດຍດູດ ໄດ້ແຕ່ພາກສ່ວນລຸ່ມສຸດຂອງຜົ້ງມົດລູກ. ຫຼີກລ້ຽງການເອົາທໍ່ດູດເຂົ້າໄປໃນມົດລູກເລີກເກີນໄປ ມັນຈະເຮັດໃຫ້ມີຄວາມສ່ຽງໂດຍສະເພາະແມ່ນ ການເອົາ ອຸປະກອນຕ່າງໆເຂົ້າໄປໃນມົດລູກໃນທ່າຂວາງ. ຫຼີກລ້ຽງບໍ່ໃຫ້ເຂົ້າໄປພາກສ່ວນສູງຂອງມົດລູກເຊີ່ງຈະເພີ້ມຄວາມສ່ຽງເຮັດໃຫ້ມົດລູກຊອດໄດ້. ເຮົາຕ້ອງພະຍາ ຍາມເອົາທໍ່ດູດນັ້ນເຂົ້າຮອດແຕ່ບໍລິເວນປາກຂອງມົດລູກດ້ານໃນ ແລະ ໃຊ້ແຮງດູດເພື່ອດູດເອົາເນື້ອເຍື່ອຈາກຜົ້ງ ດ້ານເທີງຂອງມົດລູກລົງມາ ແລະ ມັນກໍ່ຈະໄຫຼເຂົ້າຫາປາກມົດລູກດ້ານໃນເອງ ແລ້ວມັນກໍ່ຈະຖືກດູດອອກໄປ. ຢຸດຂະບວນການທັນທີ ຖ້າຫາກວ່າມີສັນຍານຂອງມົດລູກຊອດ. ຖ້າຫາກມີຄວາມຫຍຸ້ງຍາກ ການເຮັດເອໂກ ແມ່ນສາມາດຊ່ວຍໄດ້ດີໃນການເບີ່ງຕໍ່າແໜ່ງຂອງເດັກວ່າຢູ່ບ່ອນໃດ. ໃນສີ່ງທີ່ບໍ່ມັກກໍ່ຄືເຫດການທີ່ບໍ່ສາມາດດູດເອົາສ່ວນໃດໜື່ງຂອງເດັກອອກໝົດ ດ້ວຍຫຼາຍໆເຫດຜົນ, ກໍ່ຕ້ອງໄດ້ ຕັດສີນໃຈໃນການໃຫ້ຢາເຮັດໃຫ້ມົດລູກປັ້ນ ເຊັ່ນການໃຫ້ຢາດັ່ງຕໍ່ໄປນີ້: ໃຫ້ຢາ misoprostol ແຮງ 400–600 µg, ອົມກ້ອງລີ້ນ, ກິນທາງປາກ ຫຼື ອົມຂ້າງເຫືອກ ໃຫ້ຢາ methergine 0.2 mg ກິນທາງປາກ ຫຼື ສັກກ້າມຊີ້ນ (IM) ໃຫ້ຢາ oxytocin 20 units ໃນຂະໜາດສູງສຸດ ໃສ່ໃນນໍ້າ 500 mL ຂອງ normal saline ຫຼື Ringerís lactate ແລ້ວປ່ອຍ 30 ຢອດຕໍ່ນາທີ ຫຼັງຈາກນັ້ນ ໃຫ້ປະເມີນຄືນຫຼັງຈາກໄດ້ 3–4 ຊົ່ວໂມງ ແລະ ຈີ່ງເຮັດການດູດມົດລູກຄືນອີກ ການສັງເກດສິ້ນສ່ວນຕ່າງໆທີ່ດູດອອກມາ10 ພາຍຫຼັງທີ່ການເອົາສີ້ນສ່ວນຕ່າງໆອອກຈາກມົດລູກແລ້ວ, ເນື້ອເຍື່ອຂອງການຖືພາຈະຕ້ອງໄດ້ຖືກປະເມີນເພື່ອຄວາມ ແນ່ໃຈວ່າແມ່ນການລຸລູກແບບສົມບູນແລ້ວ (ມັນບໍ່ມີສີ່ງຄົງຄ້າງຢູ່ໃນມົດລູກ). ການຖືພາຈະຕ້ອງໄດ້ຈຳແນກໂດຍອີງ ຕາມອົງປະກອບດັ່ງຕໍ່ໄປນີ້: ຕີນ ແລະ ມື ທັງສີ່ຂ້າງ ໜ້າເອີກ / ກະດູກສັນຫຼັງ ກະດູກກະໂຫຼກຫົວ ແຮ່. ຖ້າຫາກວ່າການສັງເກດສິ້ນສ່ວນຕ່າງໆທີ່ດູດອອກມາ ມີຂໍ້ບົ່ງຊີ້ວ່າການລຸລູກແມ່ນອາດຈະບໍ່ສົມບູນ, ຕ້ອງໄດ້ເຮັດການ ດູດມົດລູກຄືນ ຫຼື ໃຊ້ເອໂກ ເພື່ອຢັ້ງຢືນການລຸລູກໄດ້ສົມບູນແລ້ວ ຫຼື ບໍ. 2.10 ການລຸລູກດ້ວຍເຄື່ອງມືທາງການແພດ: >12–14 ອາທິດຂອງການຖືພາ 54 ພາກ 2 ການລຸລູກ ປະຕິບັດຫັດຖະການທຸກໆຂັ້ນຕອນໄປພ້ອມໆກັນ11 ເມື່ອຂະບວນການຂອງການດູດໄດ້ສຳເລັດແລ້ວ, ຕ້ອງໄດ້ປະຕິບັດຫັດຖະການທຸກໆຂັ້ນຕອນໄປພ້ອມໆກັນເຊັນວ່າ: ການໃສ່ຮ່ວງອະນາໄມ, ການເຮັດໝັນ ຫຼື ການຫຍິບປົວແປງຈາກການຈີກຂາດຂອງປາກມົດລູກ, ຖ້າຫາກວ່າມັນມີ ຄວາມຈຳເປັນ. ການພັກຟື້ນ ແລະ ອະນຸຍາດໃຫ້ຄົນເຈັບອອກໂຮງໝໍ 12 ເຮັດໃຫ້ແມ່ຍິງໝັ້ນໃຈວ່າຂະບວນການຕ່າງໆແມ່ນໄດ້ສີ້ນສຸດແລ້ວ ແລະ ຈະບໍ່ມີການສືບຕໍ່ໃນການຖືພາໃນຄັ້ງນີ້ ບອກສະຖານທີຢ່າງລະອຽດຖ້າຫາກວ່າມີເຫດການໃດໆທີ່ອາດຈະເຮັດໃຫ້ຄົນເຈັບນັ້ນຕ້ອງໄດ້ມາພົບແພດຢ່າງ ຮີບດ່ວນ ທີ່ມີສາເຫດມາຈາກການເຮັດລຸລູກຂອງລາວ ຕິດຕາມຄົນເຈັບສຳລັບອາການສົນຕ່າງໆ ແລະ ຕ້ອງໄດ້ແນະນຳສໍາລັບການປີ່ນປົວແບບຮີບດ່ວນຖ້າຫາກມີ ຄວາມຈຳເປັນ ແມ່ຍິງຈະສາມາດອອກໂຮງໝໍໄດ້ຖ້າຫາກວ່າລາວມີຄວາມແຂງແຮງ ແລະ ມີຂໍ້ບົ່ງຊີ້ໃນການອອກໂຮງໝໍ ຕ້ອງໝັ້ນໃຈວ່າແມ່ຍິງໄດ້ຮັບຂໍ້ມູນທີ່ຈຳເປັນ ແລະ ສຳຄັນຢ່າງຄົບຖ້ວນ ຈະຕ້ອງໄດ້ຮັບຢາຕ່າງໆກ່ອນຄົນເຈັບ ຈະອອກຈາກໂຮງໝໍ. ເອກະສານຕ່າງໆຂອງການປີ່ນປົວ, ລວມເຖີງຂໍ້ມູນເພີ້ມເຕີມຕ່າງໆໃນໄລຍະຂອງການປີ່ນປົວຈະຕ້ອງໄດ້ ບັນທືກໄວ້. ຫຼັງຈາກການລຸລູກ ກ່ອນຄົນເຈັບອອກຈາກສະຖານທີ່ໃຫ້ບໍລິການດ້ານສຸຂະພາບ ການຕິດຕາມຄົນເຈັບເພີ່ມເຕີມກັບພະນັກງານແພດໝໍ ການຄຸມກຳເນີດຫຼັງລຸລູກ ການປະເມີນ ແລະ ແກ້ໄຂອາການສົນ 3 ພາກທີ ໃຫ້ຂໍ້ມູນກ່ຽວກັບການຄຸມກຳເນີດ ແລະ ການໃຫ້ຄຳປຶກສາກ່ຽວກັບ ການຄຸມກໍາເນີດ ແລະ ວິທີຄຸມກຳເນີດແຕ່ລະຊະນິດ ປະເມີນການມີເພດສຳພັນ ແລະ ສຸຂະພາບໄວຈະເລີນພັນ ອາດຈະ ຕ້ອງການການດູແລເພີ່ມເຕີມ. ແກ້ໄຂທຸກອາການສົນທີ່ເກີດຈາກການລຸລູກທັນທີ. ຈຸດປະສົງ 56 ພາກ 3 ຫຼັງຈາກການລຸລູກ ກ່ອນຄົນເຈັບອອກຈາກສະຖານທີ່ ໃຫ້ບໍລິການດ້ານສຸຂະພາບ ອະທິບາຍໃຫ້ຄົນເຈັບເຂົ້າໃຈລະອຽດ ແລະ ຂຽນລະບຸໄວ້ໃນໃບອອກໂຮງໝໍ, ກ່ຽວກັບ: ການມີເພດສຳພັນ, ການລ້າງຊ່ອງຄອດ ຫຼື ໃສ່ວັດຖຸໃດຫນຶ່ງເຂົ້າໃນຊ່ອງຄອດຄວນເຮັດຫຼັງຈາກ ເລືອດອອກ ທາງຊ່ອງຄອດທີ່ອອກຫຼາຍ ຢຸດຕິລົງກ່ອນ ການມີເລືອດອອກຊ່ອງຄອດເປັນເວລາ 2 ອາທິດ ຫຼັງຈາກ ສຳເລັດການລຸລູກດ້ວຍເຄື່ອງມືທາງການແພດ ຫຼື ການລຸລູກດ້ວຍຢາ ແມ່ນອາການປົກກະຕິ. ໃນແມ່ຍິງທີ່ມີເລືອດອອກທາງຊ່ອງຄອດເລັກນ້ອຍ ຫຼື ກະປິດ ກະປ່ອຍ ໃນພວກທີ່ໃຊ້ການລຸລູກດ້ວຍເຄື່ອງມືທາງການແພດ, ໃນກຸ່ມແມ່ຍິງທີ່ມີເລືອດອອກຫຼາຍໃນພວກທີ່ ໃຊ້ການລຸລູກດ້ວຍຢາ, ປົກກະຕິຈະມີເລືອດອອກ ສະເລ່ຍປະມານ 9 ວັນ, ແຕ່ສາມາດເລືອດອອກ ແກ່ຍາວ ຮອດ 45 ວັນ ແຕ່ພົບນ້ອຍ. ແມ່ຍິງຄວນກັບຄືນມາໂຮງໝໍ ຫຼື ຄລີນິກ ເມຶ່ອພົບວ່າມີອາການດັ່ງຕໍ່ໄປນີ້: ມີການປັ້ນທ້ອງແຮງ ຫຼື ເຈັບທ້ອງຮຸນແຮງຂື້ນກ່ວາເກົ່າ ເລືອດໄຫຼຊ່ອງຄອດຫຼາຍກ່ວ່າເກົ່າ ມີໄຂ້ ທົບທວນປັດໃຈສ່ຽງທີ່ຈະພາໃຫ້ຖືພາອີກຄັ້ງກ່ອນ ການເປັນປະຈຳເດືອນຮອບຕໍ່ໄປ ແລະ ຄວາມເປັນໄປໄດ້ທ່ີຈະ ກັບມາມີຄວາມພ້ອມໃນການມີລູກຄັ້ງໃໝ່ພາຍໃນ 2 ອາທິດໃນໄລຍະການຕິດຕາມການລຸລູກ. ໃຫ້ຂໍ້ມູນການຄຸມກຳເນີດ ແລະ ການໃຫ້ຄຳປຶກສາກ່ຽວກັບການຄຸມກຳເນີດແກ່ແມ່ຍິງທີ່ຕ້ອງການ: ຊ່ວຍແນະນຳແມ່ຍິງໃນການເລືອກວິທີທີ່ເໝາະສົມໃນການຄຸມກຳເນີດແກ່ລາວ ດີແທ້ຄວນໃຫ້ລາວເລືອກຕາມ ຄວາມຕ້ອງການຂອງລາວແທ້ໆ. ຈັດຫາວິທີີເຂົາເຈົ້າເລືອກໃນການຄຸມກຳເນີດ (ຫຼື ນຳສົ່ງເຂົາເຈົ້າ ຖ້າວິທີທີ່ລາວເລືອກບໍ່ມີໃນສະຖານທີ່ນີ້). ຕ້ອງໃຫ້ແນ່ໃຈວ່າເຂົາເຈົ້າຮູ້ກ່ຽວກັບກົນໄກການຄຸມກຳເນີດຂອງວິທີທີ່ເຂົາເຈົ້າເລືອກ ແລະ ຜົນໄດ້ຮັບ, ເວລາ ໃດຄວນເລີ້ມ ແລະ ລາວຈະຊອກໄດ້ແນວໃດໃນອະນາຄົດ. ໃຫ້ທາດເຫຼັກຊະນິດເມັດໃນຄົນເຈັບເລືອດຈາງ, ຖ້າຈໍາເປັນ ໃຫ້ຢາແກ້ປວດ, ຖ້າຈໍາເປັນ ໃຫ້ກຳລັງໃຈ, ຖ້າຈໍາເປັນ ນຳສົ່ງຄົນເຈັບໄປບ່ອນທີ່ມີເງື່ອນໄຂທີ່ເໝາະສົມກັບພະຍາດທີ່ລາວຕ້ອງການກວດ ເພີ່ມເຕີມ ເຊັ່ນວ່າ: ການໃຫ້ ຄໍາປຶກສາ ແລະ ກວດເລືອດກ່ຽວກັບ STI/HIV, ໜ່ວຍງານຊ່ວຍເຫຼືອການໃຊ້ຄວາມຮຸນແຮງ, ການບໍລິການຊ່ວຍ ເຫຼືອທາງດ້ານສັງຄົມ ແລະ ຈິດໃຈ ຫຼື ຊ່ຽວຊານສາຂາຕ່າງໆທີ່ກ່ຽວຂ້ອງ. 3.1 573.2 ການຕິດຕາມຄົນເຈັບເພີ່ມເຕີມກັບພະນັກງານແພດໝໍ ການຕິດຕາມຄົນເຈັບເພີ່ມເຕີມກັບ ພະນັກງານແພດໝໍ ການກວດຕິດຕາມຄົນເຈັບເປັນປະຈໍາ ຄວນເຮັດໃນກໍລະນີການລຸລູກດ້ວຍຢາ ທີ່ໃຊ້ຢາ misoprostol ຢ່າງດຽວ, ເພື່ອປະເມີີນການລຸລູກທີ່ຄົບຖ້ວນ. ການຕິດຕາມຄົນເຈັບເປັນປະຈໍາ ບໍ່ຈຳເປັນຕ້ອງຕິດຕາມໃນກໍລະນີການລຸລູກທີ່ບໍ່ມີອາການສົົນ ບໍ່ວ່າການລຸລູກ ດ້ວຍເຄື່ອງມືທາງການແພດ ຫຼື ການລຸລູກດ້ວຍຢາ mifepristone ແລະ misoprostol. ເຖິງຢ່າງໃດກໍ່ຕາມ, ແມ່ຍິງອາດ ຈະຖືກພິຈາລະນາໃນການຕິດຕາມ 7-14 ວັນ ຫຼັງຈາກການລຸລູກ ເພ່ື ່ອຈະໄດ້ໃຫ້ຄຳປຶກສາເພີ່ມເຕີມ ກ່ຽວກັບການ ຄຸມກຳເນີດ ແລະ ວິທີຄຸມກໍາເນີດ ຫຼື, ການໃຫ້ກໍາລັງໃຈທາງດ້ານຄວາມຄິດ, ຫຼື ເພື່ອເປັນຫຼັກແຫຼ່ງໃນ ການໃຫ້ຂໍ້ມູນດ້ານ ການແພດທີ່ເຂົາເຈົ້າກັງວົນ. ການນັດຄົນເຈັບມາຕິດຕາມ ປະເມີນການພັກຟື້ນຂອງແມ່ຍິງ (ສຸຂະພາບກັບສູ່ສະພາບປົກກະຕິ) ແລະ ແນ່ໃຈວ່າການລຸລູກປະສົບຜົນສໍາເລັດ. ທວນຄືນກ່ຽວກັບການບັນທຶກລາຍງານພະຍາດ ແລະ ເອກະສານອ້າງອີງຕ່າງໆ. ສອບຖາມບັນດາອາການຜິດປົກກະຕິຕ່າງໆທີ່ເຂົາມີ ຫຼັງຈາກລຸລູກແລ້ວ ກວດກາຮ່າງກາຍແບບສະເພາະເຈາະຈົງຕື່ມອີກ ເພື່ອຕອບບັນຫາທີ່ຍັງສົງໄສ. ປະເມີນຄວາມສາມາດມີລູກໃນຄັ້ງໃໝ່ ແລະ ຄວາມຕ້ອງການໃນການຄຸມກຳເນີດ: ຖ້າຢາຄຸມກຳເນີດຍັງບໍ່ໄດ້ໃຫ້ຄົນເຈັບກ່ອນອອກໂຮງໝໍ, ກໍ່ຄວນໃຫ້ຂໍ້ມູນຂ່າວສານ ແລະ ຄຳປຶກສາຕ່າງໆ ແລະ ການເລືອກວິທີຄຸມກຳເນີດທີ່ເໝາະສົມ, ຕາມຄວາມຕ້ອງການ ຂອງແມ່ຍິງ. ຖ້າການຄຸມກຳເນີດໄດ້ໃຫ້ແກ່ຄົນເຈັບແລ້ວ: ປະເມີນວິທີການນຳໃຊ້, ຄວາມເພີ່ງພໍໃຈ ຫຼື ຄວາມກັງວົນ ຖ້າແມ່ຍິງພໍໃຈ, ໃຫ້ໃຊ້ຕໍ່ຕາມຄວາມຕ້ອງການ ຖ້າແມ່ຍິງບໍ່ພໍໃຈ, ໃຫ້ຊ່ວຍເລືອກວິທີອື່ນທີ່ເໝາະສົມຕາມຄວາມຕ້ອງການຂອງລາວ ນຳສົ່ງຄົນເຈັບໄປສະຖານທີ່ໃຫ້ບໍລິການອື່ນດັ່ງທີ່ກຳນົດຈາກຄວາມຕ້ອງການກວດເພີ່ມເຕີມຂອງລາວໃນ ສະຖານ ທີ່ໃຫ້ບໍລິການດ້ານສຸຂະພາບໄວຈະເລີນພັນ ແລະ ໃຫ້ຄວາມສະດວກແກ່ແມ່ຍິງ ໃນກໍລະນີຈຳເປັນ. 3.2 58 ການຄຸມກຳເນີດຫຼັງຈາກລຸລູກ* ພາກ 3 ຫຼັງຈາກການລຸລູກ ໂດຍທົ່ວໄປແລ້ວ ເກືອບວ່າທຸກວິທີການຄຸມກໍາເນີດສາມາດເລີ່ມໃຫ້ຄົນເຈັບໄດ້ທັນທີ ທີ່ມີການລຸລູກບໍ່ວ່າການລຸລູກ ດ້ວຍເຄື່ອງມືທາງການແພດ ຫຼື ການລຸລູກດ້ວຍຢາ. ເລີ່ມໃຫ້ການຄຸມກໍາເນີດໄດ້ໃນມື້ດຽວກັນທີ່ມີການລຸລູກດ້ວຍ ເຄື່ອງມືທາງການແພດ, ແລະ ເລີ່ມກິນຢາຄຸມເມັດທໍາອິດໃນມື້ທີ່ກິນຢາເພື່ອເຮັດໃຫ້ມີການລຸລູກ. ພິຈາລະນາ ທາງດ້ານເງື່ອນໄຂທາງການແພດຂອງແມ່ຍິງໃນການນໍາໃຊ້ທຸກວິທີຂອງການຄຸມກໍາເນີດ. ເງື່ອນໄຂທາງການແພດທີ່ແນະນໍາໃຫ້ຄົນເຈັບຫຼັງລຸລູກ ສໍາລັບການຄຸມກໍາເນີດຊະນິດ ມີຮໍໂມນ, ການໃສ່ຮ່ວງອະນາໄມ ແລະ ການຄຸມກໍາເນີດທີ່ໃຊ້ສິ່ງກີດຂວາງ. ການຄຸມກຳເນີດ ຫຼັງລຸລູກ ໄຕມາດທີ 1 ໄຕມາດທີ 2 ຊຶມເຊື້ອຫຼັງລຸລູກ ຢາເມັດຄຸມກໍາເນີດຊະນິດປະສົມ (COC) 1 1 1 ຢາສັກຄຸມກໍາເນີດຊະນິດປະສົມ (CIC) 1 1 1 ໝວກ ແລະ ແຫວນຄອບປາກມົດລູກ 1 1 1 ຢາເມັດຄຸມກໍາເນີດຊະນິດດ່ຽວ (POP) 1 1 1 ຢາສັກຄຸມກໍາເນີດຊະນິດຮໍໂມນດ່ຽວ 1 1 1 ຢາຝັງຊະນິດດ່ຽວ 1 1 1 ຮ່ວງອະນາໄມຊະນິດທອງແດງ 1 2 4 ຮ່ວງອະນາໄມຊະນິດມີຮໍໂມນ 1 2 4 ຖົງຢາງອະນາໄມ 1 1 1 ນໍ້າຢາຂ້າເຊື້ອອະສຸຈິ 1 1 1 ແຜ່ນກັ້ນ 1 1 1 CIC, combined injectable contraceptive; COC, combined oral contraceptive; DMPA/NET-EN, progestogen-only injectables: depot medroxyprogesterone acetate/norethisterone enantate; IUD, intrauterine device; LNG/ETG, progestogen-only implants: levenorgestrel/etonorgestrel; POP, progesterone-only pill. ນິຍາມຂອງປະເພດ (Definition of categories) 1: ໃຊ້ວິທີຄຸມກໍາເນີດໄດ້ ບໍ່ມີຂໍ້ຫ້າມ 2: ໂດຍທົ່ວໄປແລ້ວສາມາດນໍາໃຊ້ວິທີຄຸມກໍາເນີດໄດ້ ຜົນປະໂຫຍດຫຼາຍກວ່າຄວາມສ່ຽງ. 3: ໂດຍປົກກະຕິແລ້ວບໍ່ແນະນໍາໃຫ້ໃຊ້ວິທີຄຸມກໍາເນີດດັ່ງກ່າວ ຄວາມສ່ຽງຫຼາຍກວ່າ ຜົນປະໂຫຍດ, ນອກຈາກວ່າບໍ່ມີວິທີ ຄຸມກໍາເນີດອື່ນທີ່ເໝາະສົມ ຫຼື ເປັນທີ່ຍອມຮັບ. 4: ມີຄວາມສ່ຽງດ້ານສຸຂະພາບ ຫ້າມນໍາໃຊ້ວິທີຄຸມກໍາເນີດ. * Based on Medical eligibility criteria for contraceptive use, 4th ed. Geneva: World Health Organization; 2009. 3.3 593.3 ການຄຸມກໍາເນີດຫຼັງລຸລູກ ສະພາບຫຼັງລຸລູກ ການເຮັດໝັນຍິງ ບໍ່ມີອາການສົນ A ຊຶມເຊື້ອຫຼັງລຸລູກ ຫຼື ມີໄຂ້ D ເລືອດໄຫຼຮຸນແຮງຫຼັງລຸລູກ D ການກະທົບຮຸນແຮງຕໍ່ລະບົບສືບພັນ, ປາກມົດລູກ, ຊ່ອງຄອດຈີກຂາດ ໃນເວລາລຸລູກ D ມົດລູກຊອດ S ມີເລືອດອັ່ງໃນຜົ້ງມົດລູກກະທັນຫັນ D ນິຍາມຂອງປະເພດ (Definition of categories) A = (accept): ບໍ່ມີເຫດຜົນທີ່ຂັດຂວາງການເຮັດໝັນໃນ ຄົນເຈັບກຸ່ມນີ້ C = (caution): ວິທີນີ້ແມ່ນວິທີປົກກະຕິທີ່ເຮັດກັນຫຼາຍ ແຕ່ຕ້ອງເພີ່ມຄວາມກຽມພ້ອມ ແລະ ຄວາມລະມັດລະວັງ. D = (delay): ວິທີນີ້ຄວນຈະລໍຖ້າຈົນກວ່າສະພາບຄົນ ເຈັບດີຂື້ນ, ຄວນພິຈາລະນາໃຫ້ວິທີຄຸມ ກໍາເນີດແບບຊົ່ວຄາວ. S = (special): ວິທີນີ້ຄວນຈະຖືກຮັັບຜິດຊອບໃນການນຳພາ ຂອງແພດ ທີ່ຊ່ຽວຊານຜ່າຕັດ ແລະ ພະນັກງານ ທີ່ມີປະສົບການ ແລະ ອຸປະກອນຕ່າງໆພາຍໃຕ້ ການວາງຢາສະຫລົບ ແລະ ເຄື່ອງອຸປະກອນ ການແພດຕ່າງໆ. ຂະບວນການນີ້ຈະຕ້ອງອີງ ຕາມຄວາມເໝາະສົມພ້ອມທາງດ້ານຮ່າງກາຍ ແລະ ຈິດໃຈຂອງຄົນເຈັບ ແລະ ພາຍໃຕ້ການ ວາງຢາສະຫຼົບ. ຄວນພິຈາລະນາໃຊ້ຢາ ຄຸມກໍາເນີດແບບຊົ່ວຄາວ, ຖ້າມີການນໍາສົ່ງ ຄົນເຈັບ ຫຼື ມີເຫດການອື່ນທີ່ເຮັດໃຫ້ມີການ ເລື່ອນການເຮັດໝັນ. ເງື່ອນໄຂທາງການແພດທີ່ແນະນໍາໃຫ້ຄົນເຈັບຫຼັງລຸລູກ ສໍາລັບການເຮັດໝັນຍິງ: ການຄຸມກຳເນີດ ແລະ ເງື່ອນໄຂທາງການແພດຫຼັງຈາກລຸລູກ: ການຄຸມກໍາເນີດຊະນິດໃຊ້ຮໍໂມນ (ລວມມີ ຢາກິນ, ຢາສັກ, ຢາຝັງ, ໝວກ ແລະ ແຫວນກັ້ນຊ່ອງຄອດ) ຄວນຈະເລີ່ມທັນທີຫຼັງຈາກລຸລູກ ລວມທັງການຊຶມເຊື້ອຫຼັງລຸລູກ. ຮ່ວງອະນາໄມ ຮ່ວງອະນາໄມສາມາດໃຫ້ໄດ້ທັນທີຫຼັງຈາກລຸລູກໃນໄຕມາດທໍາອິດ ຫຼື ໄຕມາດທີ 2; ການໃສ່ຮ່ວງບໍ່ຄວນໃສ່ທັນທີເມື່ອມີການຊຶມເຊື້ອຫຼັງລຸລູກ. ສິ່ງສຳຄັນ ເຖິງຢ່າງໃດກໍ່ຕາມ, ການລຸລູກໃນໄຕມາດທີ 2 ມີຄວາມສ່ຽງທີ່ຮ່ວງຈະຫຼຸດອອກຂ້ອນຂ້າງສູງກ່ວາໃນໄຕມາດ ທໍາອິດ. ສາມາດໃສ່ຮ່ວງອະນາໄມໄດ້ ພາຍຫຼັງທີ່ໃຊ້ການລຸລູກດ້ວຍຢາອອກໝົດຢ່າງສົມບູນ. 60 ພາກ 3 ຫຼັງຈາກການລຸລູກ ຖົງຢາງອະນາໄມ ອາດຈະເລີ່ມໃຊ້ເມື່ອມີເພດສຳພັນຄັ້ງທຳອິດຫຼັງລຸລູກລວມທັງ ການຊຶມເຊື້ອ ຫຼັງລຸລູກ. ແຜ່ນກັ້ນ ຫຼື ຝາງວມປາກມົດລູກ ອາດຈະເລີ່ມໃຊ້ໃນການມີເພດສຳພັນຄັ້ງທຳອິດຫຼັງຈາກລຸລູກ ລວມທັງການຊຶມເຊື້ອຫຼັງລຸລູກ. ການນຳໃຊ້ຄວນເລື່ ຶອນໄປຮອດ 6 ອາທິດ ໃນການຕິດຕາມການລຸລູກ ທີ່ອາຍຸຖືພາຫຼາຍກວ່າ 14 ອາທິດ. ວິທີຄຸມກຳເນີດແບບທຳມະຊາດ ຄວນລໍຖ້າຈົນກວ່າຮອບປະຈຳເດືອນຈະມາ ປົກກະຕິ. ການເຮັດໝັນຍິງ ຄວນເຮັດທັນທີທີ່ການລຸລູກບໍ່ມີອາການສົນ. ເຖິງຢ່າງໃດກໍ່ຕາມ, ຄວນຈະລໍຖ້າ ຖ້າວ່າການລຸລູກມີອາການສົນເຊັ່ນ: ການຕິດເຊື້ອ, ເລືອດໄຫຼຮຸນແຮງ, ການກະທົບ ຫຼື ມີເລືອດອັ່ງໃນ ຜົ້ງມົດລູກ. ການເຮັດໝັນຊາຍ ສາມາດເຮັດໄດ້ທຸກເວລາ. ຢາຄຸມສຸກເສີນ: ແມ່ຍິງອາດຈະໄດ້ໃຊ້ຢາຄຸມສຸກເສີນຊະນິດກິນ ຫຼື ຮ່ວງອະນາໄມ ພາຍໃນ 5 ວັນ (120 ຊົ່ວໂມງ) ໃນເມື່ອມີເພດສໍາພັນແບບບໍ່ປ້ອງກັນເພື່ອລຸດຜ່ອນ ປັດໃຈສ່ຽງທີ່ຈະຖືພາ. ປ່ອຍນ້ຳເຊື້ອອອກນອກ ຄວນເລີ່ມເຮັດເມື່ອມີເພດສຳພັນຄັ້ງທຳອິດຫຼັງຈາກລຸລູກລວມທັງການຊືມເຊື້ອ ຫຼັງລຸລູກ. 613.4 ການປະເມີນ ແລະ ແກ້ໄຂອາການສົນຂອງການລຸຸລູກ ການປະເມີນ ແລະ ແກ້ໄຂອາການສົນ ຂອງການລຸຸລູກ ໄພຄຸກຄາມຂອງຊີວິດອາດຈະເກີດຂື້ນໄດ້ຈາກອາການສົນ ແຕ່ອາດຈະພົບນ້ອຍຖ້າເຮັດການລຸລູແບບ ປອດໄພ, ແຕ່ກໍ່ປາສະຈາກບໍ່ໄດ້ ເຖິງວ່າຈະມີການກຽມພ້ອມ ແລະ ລະມັດລະວັງດີແລ້ວກໍ່ຕາມ. ເມື່ອມີການລຸລູກໃນສະຖານທີ່ບໍ່ປອດໄພ ແລະ ແພດທີ່ບໍ່ມີຄວາມຊຳນານ ອາການ ສົນຍິ່ງເພີ່ມຂື້ນຫຼາຍ. ຕາມການ ສອບຖາມຄົນເຈັບບາງກຸ່ມ ແມ່ນເຮັດໃຫ້ການເຈັບເປັນຮຸນ ແຮງເພີ່ມຂື້ນ ແລະ ຮຽກຮ້ອງໃຫ້ມີ ການເອົາໃຈໃສ່ຢ່າງ ຮີບດ່ວນ ກັບໄພຄຸກຄາມທີ່ຈະເກີດ ຂື້ນໃນຊີວິດ. ການລຸລູກທີ່ບໍ່ປອດໄພ ບາງວີທີອາດນຳໄປສູ່ອາການສົນຕ່າງໆ ທີ່ພົວພັນເຖິງ ການ ນຳໃຊ້ວິທີແບບໂລເລ ເຊັ່ນ: ການກິນຢາທີ່ມີພິດ, ສານພິດ ແລະ ຢາຕ່າງໆ, ການໃສ່ ວັດຖຸແປກປອມໃສ່ຮູທະວານ, ຊ່ອງຄອດ ຫຼື ປາກມົດລູກ ຫຼື ກະທົບໃສ່ທ້ອງ. ການປິ່ນປົວ ອາການສົນໃນແມ່ຍິງກຸ່ມນີ້ຄວນລວມເອົາທັງການປີ່ນປົວແບບທີ່ມີການກະທົບບາດເຈັບ ຂອງ ຮ່າງກາຍ ແລະ ການລຸລູກທີ່ມີອາການສົນ. ກໍລະນີຖືພາດຳເນີນຕໍ່ ໃນແມ່ຍິງທີ່ມີອາການວ່າຈະມີການຖືພາດຳເນີນຕໍ່ໄປ ຫຼື ມີການລຸລູກບໍ່ສຳເລັດຄວນ ຈະມີການດູດ ຫຼື ຂູດມົດລູກ ໃນເວລານັ້ນໂລດ. ການລຸລູກບໍ່ສົມບູນ ອາການສ່ວນຫຼາຍທີ່ມັກພົບໃນການລຸລູກແບບບໍ່ສົມບູນແມ່ນການມີເລືອດອອກຊ່ອງຄອດ ແລະ ມີອາການເຈັບທ້ອງ. ເຮົາຄວນຄິດຫາ, ຖ້າອີງຕາມການສັງເກດແຮ່ທີ່ດູດອອກມາໃນຂະນະເຮັດການລຸລູກດ້ວຍເຄື່ອງມືທາງການແພດນັ້ນ ມັນຍັງອອກບໍ່ໝົດສົມທຽບກັບການປະເມີນໄລຍະຂອງການຖືພາ. ການລຸລູກບໍ່ສົມບູນ ບໍ່ວ່າແບບທຳມະຊາດ ຫຼື ແບບບັງຄັບ ກໍ່ແກ້ໄຂແບບດຽວກັນ. ກໍລະນີຄົນເຈັບສະພາບດີຄວນຕິດຕາມ 3 ຂັ້ນຕອນ: ປິ່ນປົວແບບປະຄັບປະຄອງ; ໃຊ້ເຄື່ອງດູດ: (ສຳລັບມົດລູກຂະໜາດຖືພາ 14 ອາທິດ); ໃຫ້ misoprostol (ສຳລັບມົດລູກສໍາລັບການຖືພາ 13 ອາທິດລົງມາ) ການຕັດສິນໃຈໃນການປີ່ນປົວແມ່ນພາຍໃຕ້ເງື່ອນໄຂພື້ນຖານສະພາບອາການ ຂອງຄົນເຈັບ ແລະ ຄວາມຕ້ອງການ ຂອງເຂົາເຈົ້າໃນການປີ່ນປົວ. 3.4 62 ພາກ 3 ຫຼັງຈາກການລຸລູກ ວິທີ ຜົນດີ ຜົນເສຍ ປະສິດທິພາບ (%) ລຸລູກຄ້າງ ແຮ່ຄ້າງ ປີ່ນປົວແບບ ປະຄັບປະຄອງ* ລຸດຜ່ອນການຕິດຕາມ ຫຼີກລ້ຽງກໍາມະຜົນສຳ ຮອງ ແລະ ອາການສົນ ຫຼີກລ້ຽງການໃຊ້ອຸປະ ກອນເຂົ້າໄປມົດລູກ ຫຼີກລ້ຽງການໃຊ້ອຸປະ ກອນເຂົ້າໄປມົດລູກ ຄາດຄະເນເວລາບໍ່ໄດ້ ອາດຈະຍັງຕ້ອງດູດ ອອກ ຖ້າມັນບໍ່ສຳເລັດ 16–75 82–100 Misoprostol ຢ່າງດຽວ ບາງທີອາດເປັນສາເຫດ ໃຫ້ເລືອດໄຫຼເພີ່ມ ແລະ ຕ້ອງການການຕິດຕາມ ຫຼາຍກວ່າການດູດ ຜົນຂ້າງຄຽງແມ່ນ ມີເລັກນ້ອຍ 77–89 61–100 ການດູດ ແກ້ໄຂໄດ້ໄວ ການໃຊ້ອຸປະກອນເຂົ້າ ໃນມົດລູກ 96–100 96–100 ການສົມທຽບໃນການປີ່ນປົວສຳລັບລຸລູກຄ້າງ ແລະ ແຮ່ຄ້າງ (missed abortion and incomplete abortion) *ປະສິດທິພາບຂອງການປີ່ນປົວແບບປະຄັບປະຄອງເພີ່ມຂື້ນ ແມ່ນຂື້ນກັບການເພີ່ມເວລາ ກ່ອນການຈະເຮັດຫັດຖະການໃດໜື່ງ ທີ່ກ່າວມາຂ້າງເທີງ Source: adapted from Goodman S, Wolfe M and the TEACH Trainers Collaborative Working Group. Early abortion training workbook, 3rd ed. San Francisco: UCSF Bixby Center for Reproductive Health Research and Policy; 2007, with permission. ປະລິມານ (µg) ວິທີໃຊ້ 600 µg ກິນ 400 µg ອົມກ້ອງລີ້ນ 400–800 µg ຍັດຊ່ອງຄອດ; ອາດນໍາໃຊ້ໄດ້ ຖ້າເລືອດອອກທາງຊ່ອງຄອດເລັກນ້ອຍ. ການແນະນຳວິທີການປີ່ນປົວການລຸລູກບໍ່ສົມບູນດ້ວຍຢາ misoprostol 63 ການເລືອດໄຫຼ ການມີເລືອດອອກທາງຊ່ອງຄອດອາດເນື່ອງມາຈາກແຮ່ຄ້າງ, ການກະທົບ ຫຼື ທໍາລາຍປາກມົດລູກ, ພະຍາດປັດໄຈການກ້າມຂອງເລືອດ ຫຼື ພົບໜ້ອຍກໍລະນີມົດລູກຊອດ ຫຼື ມົດລູກແຕກ. ການປີ່ນປົວທີ່ເໝາະສົມສຳລັບເລືອດໄຫຼຂື້ນກັບສາເຫດ ແລະ ຄວາມຮຸນແຮງຂອງພະຍາດ, ແລະ ລວມທັງ: ການຂູດມົດລູກຄືນອີກຄັ້ງ ການໃຫ້ຢາມົດລູກປັ້ນ ການໃຫ້ເລືອດ ການທົດແທນປັດໄຈເລຶອດກ້າມ ການຜ່າຕັດຜ່ານທໍ່ ການຜ່າຕັດເປີດໜ້າທ້ອງ ທຸກໆສະຖານທີ່ບໍລິການສາທາລະນະສຸກຕ້ອງສາມາດເຊີດຊູ ແລະ ປີ່ນປົວຄົນເຈັບ ຫຼື ນຳສົ່ງຄົນເຈັບ ໄປບ່ອນທີ່ມີເງື່ອນໄຂໄດ້ ໃນກໍລະນີເລືອດໄຫຼກະທັນຫັນ. ການຊຶມເຊື້ອ ອາການ ແລະ ອາການສະແດງຂອງການຊຶມເຊື້ອທີ່ພົບເລື້ອຍໆມີ: ໄຂ້ ຫຼື ໜາວສັ່ນ ລົງຂາວ ຫຼື ນ້ຳໄຫຼອອກຊ່ອງຄອດມີກີ່ ່ນເໝັນ ເຈັບທ້ອງ ຫຼື ເຈັບທ້ອງນ້ອຍ ມີເລືອດອອກແກ່ຍາວ ຫຼື ເລືອດອອກກະປິດກະປ່ອຍ ເຈັບເວລາຄົ່ມມົດລູກ ເມັດເລືອດຂາວຂື້ນສູງ ແມ່ຍິງທີ່ມີການຊຶມເຊື້ອຕ້ອງໃຫ້ຢາຕ້ານເຊື້ອ ຖ້າມີແຮ່ຄ້າງທີ່ເປັນສາເຫດໃຫ້ມີການຊຶມເຊື້ອ ຄວນໄດ້ຂູດມົດລູກຄືນ ແມ່ຍິງທີ່ມີການຊຶມເຊື້ອຮຸນແຮງຕ້ອງໄດ້ເຂົ້າຕິດຕາມຢູ່ໂຮງໝໍ 3.4 ການປະເມີນ ແລະ ແກ້ໄຂອາການສົນຂອງການລຸຸລູກ 64 ມົດລູກຊອດ ປົກກະຕິມົດລູກຊອດ ໃນກໍລະນີທີ່ບົ່ງມະຕິບໍ່ໄດ້ ກໍ່ບໍ່ຈຳເປັນຕ້ອງແກ້ໄຂ ດ້ວຍການຜ່າຕັດ. ເມື່ອມັນມີອາການເກີດຂື້ນ ແລະ ມີຄວາມຈຳເປັນທີ່ຈະຕ້ອງແກ້ໄຂ, ການຜ່າຕັດຜ່ານທໍ່ ແມ່ນວິທີໃນການເລືອກ ຖ້າໃນກໍລະນີຄົນເຈັບມົດລູກຊອດທີ່ຢູ່ໃນສະພາບທີ່ກຳລັງຜ່າຕັດຜ່ານທໍ່ ແລະ ພົບວ່າມີ ການທຳລາຍໄປຮອດ ລຳໄສ້, ເສັ້ນເລືອດ ຫຼື ອະໄວຍະວະອື່ນໆ ຄວນຈະຜ່າຕັດເປີດໜ້າທ້ອງ ເພື່ອສ້ອມແຊມຄືນ. ການວາງຢາສະຫຼົບທີ່ພົວພັນກັບອາການສົນ ໃນສະຖານທີ່ນຳໃຊ້ການວາງຢາສະຫຼົບ, ພະນັກງານແພດໝໍຕ້ອງມີຄວາມຊຳນິຊຳນານ ແລະ ປະສົບການສູງ ໃນການປີ່ນປົວກ່ຽວກັບອາການສົນຕ່າງໆເຊັ່ນ: ການເຊີດຊູແກ້ໄຂການຊັກ ແລະ ລະບົບໝູນວຽນເລືອດ ແລະ ການຫາຍໃຈ. ຢາຕ້ານລິດຂອງສານເສບຕິດຕ່າງໆ ຄວນຈະຕ້ອງມີກຽມພ້ອມໄວ້ໃນສະຖານທີ່ທີມີການໃຊ້ສານເສບຕິດ ບັນດາອາການສົນອື່ນທີ່ອາດຈະເກີດຂື້ນແບບບໍ່ສະເພາະເຈາະຈົງໃນ ຂະບວນການລຸລູກ ເຊັ່ນ: ພູມແພ້ຮຸນແຮງ; ປະຕິກິລິຍາການພູມແພ້ໃນຮູດຫືດ ອາການສົນຕ່າງໆເລົ່ານີ້ຄວນຈະໄດ້ຮັບການປີ່ນປົວຄືດັ່ງອາການສົົນທີ່ເກີດຂື້ນກັບວີທີການຕ່າງໆ. ພາກ 3 ຫຼັງຈາກການລຸລູກ

ຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່: Department of Reproductive Health and Research World Health Organization Avenue Appia 20, CH-1211 Geneva 27 Switzerland Fax: +41 22 791 4171 E-mail: reproductivehealth@who.int www.who.int/reproductivehealth ISBN 978 92 9 061744 0

Informations clés
Type de document Publications
Date d'adoption
Source Organisation mondiale de la santé